ເຂດຊົນນະບົດຫຼາຍແຫ່ງຂອງ ອິນເດຍ ພວມປະສົບກັບຄວາມຍາກລຳບາກ ໃນຂະນະທີ່ປະເທດ ທີ່ເຄີຍມີຄວາມຈະເລີນຮຸ່ງເຮືອງດ້ານລົດຍົນນັ້ນ ໄດ້ປະສົບກັບພາວະຕົກຕ່ຳທີ່ຮ້າຍແຮງທີ່ສຸດໃນຮອບສອງທົດສະວັດ ແລະ ກຳມະກອນປະມານ 350,000 ຄົນທີ່ຖືກຈ້າງໃນໂຮງງານລົດຍົນ ແລະ ອຸດສາຫະກຳທີ່ກ່ຽວຂ້ອງຕ່າງໆໄດ້ສູນເສຍວຽກເຮັດງານທຳ. ນັກຂ່າວວີໂອເອ ອານຈະນາ ປາສຣິຈາ ໄດ້ເດີນທາງໄປບ້ານແຫ່ງນຶ່ງ ຕັ້ງຢູ່ໃກ້ກັບເມືອງ ກູຣູກຣາມ ທີ່ມີການຂະຫຍາຍຕົວດ້ານທຸລະກິດ ແລະ ສູນກາງລົດຍົນ ໃນລັດ ຮາຣິຢານາ ເພື່ອ ຄົ້ນຫາວ່າເປັນຫຍັງການຂາຍລົດຍົນທີ່ກຳລັງຫຼຸດລົງ ຈຶ່ງສົ່ງຜົນກະທົບຕໍ່ເຂດຊົນນະບົດ ເຊິ່ງໂຊກຊະຕາຂອງເຂົາເຈົ້າ ໄດ້ຂະຫຍາຍໄປພ້ອມກັບອຸສະຫະກຳລົດຍົນ, ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ເມື່ອສີ່ປີທີ່ຜ່ານມາ, ທ່ານ ໂກປາລ ຊິງ ໄດ້ປຸກເຮືອນສີ່ຊັ້ນຫຼັງນຶ່ງ ແລະ ໄດ້ເປີດຮ້ານໆນຶ່ງດ້ວຍເງິນທີ່ລາວຫາມາໄດ້ຈາກບ່ອນຢູ່ 22 ຫ້ອງທີ່ລາວໄດ້ໃຫ້ກຳມະກອນຍ້າຍຖິ່ນຖານເຊົ່າໃນບ້ານ ຄາຊານ. ໃນຂະນະທີ່ພາກສ່ວນລົດຍົນຂອງ ອິນເດຍ ໄດ້ຂະຫຍາຍຈະເລີນຮຸ່ງເຮືອງນັ້ນ, ແຮງງານຈາກລັດທີ່ທຸກຍາກໄດ້ພາກັນຫຼັ່ງໄຫຼເຂົ້າມາບ້ານຂອງລາວ ທີ່ຕັ້ງຢູ່ກົງກັນຂ້າມກັບໂຮງງານຂອງບໍລິສັດຜະລິດລົດທີ່ໃຫຍ່ທີ່ສຸດຂອງ ອິນເດຍ. ແຕ່ວ່າຕອນນີ້ບໍ່ມີໃຜເຊົ່າຫ້ອງຂອງລາວ.
ທ່ານ ໂກປາລ ຊິງ ຜູ້ອາໄສຢູ່ໃນບ້ານ ຄາຊານ ກ່າວວ່າ “ໃນຕຶກທຸກຫຼັງຢູ່ທີ່ນີ້ 5 ຫຼື 10 ຫ້ອງແມ່ນເປົ່າຫວ່າງ. ຫ້ອງກ່ອນໜ້ານີ້ ຫ້ອງທັງຫຼາຍແມ່ນມັກຈະຖືກຈອງ ແລະ ຜູ້ເຊົ່າຈະລຽນແຖວກັນເພື່ອຫາບ່ອນພັກເຊົາ. ແຕ່ຕອນນີ້ມັນມີຫ້ອງ ແລະ ກໍບໍ່ມີຄົນເຊົ່າ.”
ໃນຂະນະທີ່ໂຮງງານຕ່າງໆໄດ້ປົດກຳມະກອນອອກຈາກວຽກ ຍ້ອນການຂາຍລົດຍົນໄດ້ຫຼຸດລົງນັ້ນ, ກຳມະກອນຫຼາຍພັນຄົນໄດ້ເດີນທາງອອກຈາກບ້ານດັ່ງກ່າວ. ຄືທ້າວ ຄູມາ ຊິງ, ຜູ້ທີ່ໄດ້ອາໄສຢູ່ບ້ານ ຄາຊານ ເປັນເວລາສິບປີ. ສາມເດືອນກ່ອນໜ້ານີ້, ລາວໄດ້ສູນເສຍວຽກຂອງລາວ ໃນບໍລິສັດແຫ່ງນຶ່ງທີ່ຂົນສົ່ງລົດທັງຫຼາຍ.
ທ້າວ ດີເນສ ຄູມາ ຊິງ, ຜູ້ທີ່ໄດ້ເຮັດວຽກໃນບໍລິສັດຂົນສົ່ງລົດໄດ້ກ່າວວ່າ “ຂ້າພະເຈົ້າຊອກວຽກຢູ່ທີ່ນີ້ບໍ່ໄດ້. ຂ້າພະເຈົ້າຈ່າຍຄ່າເຊົ່າຫ້ອງຈາກເງິນທີ່ຂ້າພະເຈົ້າທ້ອນ. ຕອນນີ້ຂ້າພະເຈົ້າຕ້ອງເດີນທາງກັບໄປບ້ານຂອງຂ້າພະເຈົ້າ. ຂ້າພະເຈົ້າຊິເຮັດຫຍັງຢູ່ທີ່ນີ້ຖ້າບໍ່ມີວຽກເຮັດ?”
ມັນແມ່ນຄວາມລົ້ມແຫຼວສຳລັບໝູ່ບ້ານແຫ່ງນຶ່ງທີ່ເຄີຍງຽບເຫງົາ ທີ່ໄດ້ປ່ຽນແປງ ໃນຂະນະທີ່ມັນໄດ້ແຂ່ງຂັນ ເພື່ອທຳການບໍລິການ ໃຫ້ກຳມະກອນຍ້າຍຖິ່ນຖານທີ່ຫຼັ່ງໄຫຼມາຈຳນວນຫຼາຍ. ຊາວນາໄດ້ຫັນມາເປັນເຈົ້າຂອງທີ່ດິນ ແລະ ເປັນເຈົ້າຂອງຮ້ານ. ດ້ວຍຄວາມຮັ່ງມີຂຶ້ນມາໃໝ່ໆ, ລົດຈັກ ແລະ ລົດໃຫຍ່ ໄດ້ແຫຍ້ກັບຝູງແບ້ ໃນເສັ້ນທາງທີ່ຄັບແຄບ. ເຮືອນຕ່າງໆໃນໝູ່ບ້ານໄດ້ມີແຮງບັນດານໃຈຫຼາຍຂຶ້ນ.
ແຕ່ໃນຂະນະທີ່ພວກກຳມະກອນໄດ້ໜີອອກໄປ, ມັນກໍມີລູກຄ້າ ສຳລັບເກີບ, ຮ້ານຂາຍເຄື່ອງ ແລະ ສິນຄ້າອື່ນໆໜ້ອຍລົງຫຼາຍ.
ທ້າວ ຄູມາ ປາລ ຜູ້ອາໄສຢູ່ໃນບ້ານ ຄາຊານ ແລະ ເປັນເຈົ້າຂອງຮ້ານຂາຍເຄື່ອງໄດ້ກ່າວວ່າ “ຖ້າຂ້າພະເຈົ້າປຽບທຽບການຂາຍເຄື່ອງຂອງຂ້າພະເຈົ້າກັບເມື່ອສາມປີທີ່ຜ່ານມາ, ມັນໄດ້ຫຼຸດລົງເຖິງປະມານເຄິ່ງນຶ່ງ. ຂ້າພະເຈົ້າໄດ້ສູນເສຍປະມານລາຍໄດ້ 55 ເປີເຊັນ.”
ແລະ ຊາວບ້ານກໍຈະຕ້ອງໄດ້ໃຊ້ເງິນໜ້ອຍລົງອີກຄັ້ງນຶ່ງ.
ເຈົ້າຂອງຮ້ານໃນບ້ານ ຄາປາລ ໄດ້ກ່າວວ່າ “ລາຍໄດ້ແຕ່ລະເດືອນຂອງຂ້າພະເຈົ້າໄດ້ຫຼຸດລົງ ສະນັ້ນຂ້າພະເຈົ້າຕ້ອງໄດ້ຫຼຸດການໃຊ້ຈ່າຍລົງ.
ຈົນຮອດປັດຈຸບັນນີ້, ບ້ານຄາຊານ ໄດ້ເປັນສັນຍາລັກຂອງ ວິທີທີ່ເສດຖະກິດໄດ້ເຕີບໂຕ ໄດ້ນຳເອົາການປ່ຽນແປງມາສູ່ເຂດຊົນນະບົດຂອງ ອິນເດຍ ແນວໃດ. ແຕ່ໃນຂະນະທີ່ໂຊກຂອງເຂົາເຈົ້າໄດ້ປ່ຽນແປງໄປພ້ອມກັບພາກສ່ວນລົດຍົນນັ້ນ, ມັນມີພຽງຄຳຖາມດຽວສຳລັບໝູ່ບ້ານຄື ປານໃດພວກກຳມະກອນຈະກັບຄືນມາ?