ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ປະ​ທ້ວງ​ ອິນ​ເດຍ ຫ້າມແມ່​ຍິງ ບໍ່​ໃຫ້​ເຂົ້າ​ໄປ​ໃນ​ວັນ​ຮິນ​ດູ


ແຜນ​ທີ່​ປະ​ເທດ ອິນ​ເດຍ.
ແຜນ​ທີ່​ປະ​ເທດ ອິນ​ເດຍ.

ແມ່​ຍິງ​ກຸ່ມ​ນຶ່ງ​ທີ່​ປະ​ກອບ​ມີ 11 ຄົນ​ໄດ້​ພະ​ຍາ​ຍາມ​ເຂົ້າ​ໄປ​ບູ​ຊາ​ຢູ່​ໃນ​ວັນ​ສາ​ສະ​ໜາ ຮິນ​ດູ
ແຫ່ງ​ນຶ່ງ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ ອິ​ນ​ເດຍ​ ໃນ​ຕອນ​ເຊົ້າ​ຂອງວັນ​ອ​າ​ທິດມື້ນີ້ ແຕ່​ໄດ້​ຖືກ
​ຫ້າມ​ໂດຍ​ພວກ​ປະ​ທ້ວງ.

ເຂົາ​ເຈົ້າ​ໄດ້​ຖືກ​ຢຸດ​ໂດຍ​ຜູ້​ນັບ​ຖື​ສັດ​ທາຫຼາຍ​ຮ້ອຍ​ຄົນ, ລວ​ມ​ທັງ​ແມ່​ຍິງ​ຄົນ​ອື່ນໆ, ຜູ້​ທີ່​ໄດ້
​ປະ​ຕິ​ເສດ​ແມ່​ຍິງ​ກຸ່ມ​ດັ່ງ​ກ່າວ ​ຈາກ​ການ​ເຂົ້າ​ໄປ​ບູ​ຊາ​ຢູ່​ໃນ​ລັດ ເຄ​ຣາ​ລາ, ເຖິງ​ແມ່ນ​ວ່າ
ສານ​ສູງ​ສຸດ ອິນ​ເດຍ ໄດ້​ສັດ​ສິນ​ແລ້ວ​ວ່າ ແມ່​ຍິງ​ທີ່​ມີ​ລູກ​ເປັນ​ແອ​ນ້ອຍ ນັ້ນ​ສາ​ມາດ​ເຂົ້າ
​ໄປ​ໃນ​ສານ​ເຈົ້າ​ໄດ້.

ແມ່​ຍິງ​ ​ຕາມ​ປະ​ເພ​ນີ​ແລ້ວ​ໄດ້​ຖືກ​ຫ້າມ​ຈາກ​ການ​ເຂົ້າ​ໄປ​ໃນ​ວັດ ຊາ​ບາ​ຣີ​ມາ​ລາ, ເຊິ່ງ
​ແມ່ນ​ນຶ່ງ​ໃນ​ວັດ​ຂອງ​ສາ​ສະ​ໜາ​ຮິນ​ດູ​ທີ່​ມີ​ຄວາມ​ສັກ​ສິ​ທີ່​ສຸດ.

ແນວ​ໃດ​ກໍ​ຕາມ, ໃນ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ, ສານ​ສູງ​ສຸດ ໄດ້​ທຳ​ການ​ຕັດ​ສິນ​ທີ່​ສຳ​ຄັນ,
ຕ່າວ​ປີ້ນ​ການ​ຫ້າມ​ທີ່​ມີ​ມາ​ດົນ​ນານ​ແລ້ວ ຕໍ່​ແມ່​ຍິງ​ທີ່​ມີ​ອາ​ຍຸ 10 ຫາ 50 ປີ​ຈາກ​ເຂົ້າ​ໄປ
​ໃນ​ວັດ​ດັ່ງ​ກ່າວ.

ຕຳຫຼວດ​ແມ່ນ​ກຳ​ລັງ​ພະ​ຍາ​ຍາມ ​ທຳ​ການ​ເຈ​ລະ​ຈາ​ຫາ​ຂໍ້​ແກ້​ໄຂ ໃນ​ການ​ເຈ​ລະ​ຈາ​ຂອງ
​ເຂົາ​ເຈົ້າ​ກັບ​ພວກ​ແມ່​ຍິງ ແລະ ຜູ້​ນັບ​ຖືໃນ​ສາ​ສະ​ໜາ​ດັ່ງ​ກ່າວທັງຫຼາຍນັ້ນ ຜູ້​ທີ່​ໄດ້​ຄັດ​
ຄ້ານພວກແມ່ຍິງ​ຈາກ​ການ​ເຂົ້າ​ໄປ​ໃນ​ສານ​ເຈົ້າ​ນັ້ນ.

ນາງ ແຊ​ລ​ວີ, ຜູ້​ທີ່​ໄດ້​ໃຊ້​ພຽງ​ຊື່​ດຽງ ແລະ ເປັນ​ຜູ້​ນຳ​ຂອງ​ແມ່​ຍິງ​ກຸ່ມ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ
“ກຸ່ມ​ແມ່​ຍິງ​ດັ່ງ​ກ່າວ​ແມ່ນ​ໄດ້​ຢືນ​ຢັດ​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ຖອນ​ຕົວ​ອອກ​ໄປ ຈົນ​ກວ່າ​ເຂົາ​
ເຈົ້າ​ໄດ້​ເຫັນ​ພະ​ເຈົ້າ​ຢູ່​ໃນ​ວັດ ຊາ​ບາ​ຣີ​ມາ​ລາ ນັ້​ນ.”

ຜູ້​ນັບ​ຖື​ສາ​ສະ​ໜາ​ຮິນ​ດູ​ບາງ​ຄົນ​ໄດ້​ໂຕ້​ຖຽງ​ວ່າ ການ​ຕັດ​ສິນ​ຂອງ​ສານ ບໍ່​ໄດ້​ຫົວ​ຊາ​ກັບ
​ການ​ເຊື່ອ​ຖື​ຂອງ​ເຂົາ​ເຈົ້າ​ທີ່​ວ່າ ພະ​ເຈົ້າ ອາ​ຢັບ​ປາ ຖືກ​ລື​ກັນ​ວ່າ​ເປັນ​ຄົນ​ໂສດ.

ທ່ານ ຊາ​ຊີ​ຄູ​ມາ ວາ​ມາ ຈາກ​ຄອບ​ຄົວ​ກະ​ສັດ ປັນ​ດາ​ລຳ ຂອງ​ພາກ​ພື້ນ​ໄດ້​ກ່າວ​ຕໍ່​ອົງ
​ການ​ຂ່າວ​ ຝ​ຣັ່ງ ວ່າ “ຖ້າ​ແມ່​ຍິງ​ພວກ​ນີ​ເປັນ​ຜູ້​ນັບ​ຖື​ສັດ​ທາ​ແທ້, ເຂົາ​ເຈົ້າ​ຈະ​ບໍ່​ກໍ່​ຄວາມ​
ວຸ້ນ​ວາຍ ໃນ​ຄວາມບໍ່​ສົນ​ໃຈ​ຂອງ​ເຂົາ​ເຈົ້າ​ສຳ​ລັບ​ປະ​ເພນີ້​ອັນ​ເກົ່າ​ແກ່ ແລະປະ​ເພ​ນີ​
ຂອງ​ວັດ ຊາ​ບາ​ຣີ​ມາ​ລາ ນັ້ນ.”

ທ່ານ​ ວາ​ມາ ເວົ້າ​ວ່າ “ເຂົາ​ເຈົ້າ​ມີ​ແຕ່​ຢາກ​ສ້າງ​ບັນ​ຫາ​ໃຫ້ຜູ້ນັບ​ຖື​ສັດ​ທາ​ທີ່​ແທ້​ຈິງ.”

ສານ​ສູງ​ສຸດ ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ຟັງ​ການ​ໂຕ້​ແຍ້ງ​ຕໍ່​ການ​ຕັດ​ສິນ​ຂອງ​ເຂົາ​ເຈົ້າ​ ໃນ​ເດືອນ
​ມັງ​ກອນ​ປີໜ້າ.


A group of 11 women tried to worship at a Hindu temple in southern India Sunday morning but were barred by protesters.

They were stopped by hundreds of devotees, including other women, who object to the group entering the place of worship in Kerala state, even though the Indian Supreme Court has ruled that women of childbearing age can enter the shrine.

Women have been traditionally banned from entering Sabarimala, one of the Hindu religion's holiest temples.

In September, however, the Supreme Court, in a landmark ruling, overturned the longstanding ban on women aged 10 to 50 from entering the temple.

The police are trying to negotiate a solution in their talks with the women and the devotees who oppose the women entering the shrine.

Selvi, who uses only one name and is a leader of the women's group, said "The women are adamant they won't withdraw until they have seen the deity at the Sabarimala temple."

Some Hindu adherents argue that the court ruling ignores their belief that the deity Ayyappa was reputed to have been celibate.

"If these women were actual devotees, they would not have been so blatant in their utter disregard for the age-old traditions and customs of Sabarimala," Sasikumar Varma, from the region's Pandalam Royal Family, told the French news agency (AFP).

"They just want to create trouble for genuine devotees," Varma said.

The Supreme Court is scheduled in January to hear challenges to its ruling.

XS
SM
MD
LG