ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດອິນເດຍ ຈະສ້າງເຂື່ອນໄຟຟ້າ ຢູ່ປະເທດເນປານ


ແຜນທີ່ ເນປານ
ແຜນທີ່ ເນປານ

ລັດຖະບານ​ເນ​ປານ ກ່າວ​ວ່າ ຕົນ​ກຳລັງ​ເຊັນ​ຂໍ້​ຕົກລົງ​ ກັບບໍ
ລິສັດ​ອິນ​ເດຍ​ເພື່ອ​ສ້າງ​ເຂື່ອນ​ໄຟຟ້າມູນ​ຄ່າ 1 ພັນ​ 40 ລ້ານ
​ໂດ​ລາ ຢູ່ໃນເຂດພູຫິມະໄລ ​ທາງພາກ​ຕາເວັນ​ອອກຂອງປະ
ເທດ ​ຕາມແມ່​ນໍ້າ Arun.

ລັດຖະມົນຕີ​ດ້ານ​ກົດໝາຍຂອງເນປານ ທ່ານ Narahari
Acharya ກ່າວ​ວ່າ ຂໍ້ຕົກລົງ​ດັ່ງກ່າວ ຈະ​ເຊັນ​ກັນ​ຫລັງ​ຈາກ
ນາຍົກລັດຖະມົນ​ຕີ Narendra Modi ແຫ່ງອິນເດຍ ໄປ
ເຖິງ​ກອງ​ປະຊຸມສຸດ​ຍອດພູມີພາກຂອງບັນປະມຸກປະ​ເທດ
​ເຂດອາ​ເຊຍ​ໃຕ້ ທີ່​ຈະ​ເລີ້ມ​ຂື້ນ​ ຢູ່ນະຄອນ Kathmandu
​ໃນ​ວັນ​ພຸດ​ມື້​ອຶ່ນນີ້.

​ໂຄງການ​ດັ່ງກ່າວ​ຄາດ​ວ່າ ຈະ​ເລີ້ມ​ຜະລິດ​ໄຟຟ້າ​ໃນ​ປີ 2020. ພາຍ​ໃຕ້​ຂໍ້​ຕົກລົງ​ນີ້ ເນ​ປານ
ຈະ​ໄດ້​ຮັບ​ນຶ່ງສ່ວນຫ້າຂອງກະແສໄຟຟ້າ ທີ່ຜະລິດໄດ້ ​ໂດຍ​ບໍ່​ຄິດຄ່າ.

​ອິງຕາມພວກນັກ​ວິ​ເຄາະ​ດ້ານ​ອຸດສາຫະກຳ ການ​ຂາດ​ແຄນ​ພະລັງງານ​ແມ່ນ​ຮ້າຍ​ແຮງ
ຫລາຍ​ຢູ່ໃນ​ເນ​ປານ ຊຶ່ງຈະມີການມອດ​ໄຟຟ້າເຖິງ 12 ຊົ່ວ​ໂມງ​ຕໍ່ມື້. ​ບັນດາເຂື່ອນ​ໄຟຟ້າ
​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ນີ້ ບໍ່ສາມາດ​ສະໜອງຄວາມ​ຮຽກຮ້ອງ​ຕ້ອງການໄດ້ແມ່ນ​ແຕ່ໃນລະ​ດູ
​ລົມມໍລະສຸມທີ່ມີຝົນຕົກໜັກ ​ເວລາ​ມີນໍ້າ ຢູ່ເຕັມ​ທະເລສາບ ​ແລະຕາມແມ່​ນໍ້າ ຕ່າງໆຢ່າງ
ຫຼວງຫລາຍນັ້ນ.

XS
SM
MD
LG