ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານສຳຫຼວດ ດວງເດືອນ ທີ່ບໍ່ມີຄົນຂັບ ຂອງອິນເດຍ ໄດ້ຖືກພົບເຫັນ ຈອດຢູ່ເທິງ ພື້ນຜິວດວງເດືອນ


ພວກພະນັກງາານ ຂອງ ອົງການຄົ້ນຄວ້າອະວະກາດ ຂອງອິນເດຍ (ISRO) ສະແດງປະຕິກິລິຍາ ໃນຂະນະທີ່ ພວກເຂົາເຈົ້າຟັງ ການປະກາດ ໂດຍຫົວໜ້າອົງການ ທ່ານຄາຍລາຊາວາດີວູ ຊີວັນ (Kailasavadivoo Sivan) ຢູ່ທີ່ສູນຄວບຄຸມການຖ່າຍທອດແລະຕິດຕາມ ໃນເມືອງບັງກາລໍ ຂອງອິນເດຍ, ວັນເສົາ ທີ 7 ກັນຍາ 2019. India's…
ພວກພະນັກງາານ ຂອງ ອົງການຄົ້ນຄວ້າອະວະກາດ ຂອງອິນເດຍ (ISRO) ສະແດງປະຕິກິລິຍາ ໃນຂະນະທີ່ ພວກເຂົາເຈົ້າຟັງ ການປະກາດ ໂດຍຫົວໜ້າອົງການ ທ່ານຄາຍລາຊາວາດີວູ ຊີວັນ (Kailasavadivoo Sivan) ຢູ່ທີ່ສູນຄວບຄຸມການຖ່າຍທອດແລະຕິດຕາມ ໃນເມືອງບັງກາລໍ ຂອງອິນເດຍ, ວັນເສົາ ທີ 7 ກັນຍາ 2019. India's…

ອົງ​ການ​ອະ​ວະ​ກາດ​ຂອງ​ອິນ​ເດຍ ກ່າວ​ວ່າ ຕົນ​ໄດ້​ພົບ​ເຫັນ​ ​ຍານ​ສຳ​ຫຼວດດວງ​ເດືອນ
​ທີ່​ຄິດ​ວ່າຫາຍ​ສາບ​ສູນ​ໄປ ໃນ​ຂະ​ນະ​ທີ່​ເວີ່ນ​ລົງ​ເບິ່ງ​ພື້ນດວງເດືອນ​ໃນໄລ​ຍະໃກ້ ຮອບ
​ສຸດ​ທ້າຍ​ເມື່ອ​ອາ​ທິດ​ແລ້ວນີ້.

​ຍານ​ວິກ​ຣາມ ແມ່ນ​ກຳ​ລັງ​ບິນ​ຢູ່ສອງ​ກິ​ໂລ​ແມັດຫ່າງ​ຈາກ​ພື້ນດິນ ໃນ​ເຂດຂົ້ວ​ໃຕ້
ຂອງດວງ​ເດືອນ ເມື່ອ​ສູນ​ກາງ​ຄວບ​ຄຸມ​ພາກ​ພື້ນ​ດິນ​ຂາດ​ການ​ຕິດ​ຕໍ່​ກັບ​ຍານ​ລຳ
ດັ່ງ​ກ່າວ. ອົງ​ການ​ຄົ້ນ​ຄວ້າ​ອະ​ວະ​ກາດ​ຂອງ​ອິນ​ເດຍ ກ່າວ​ໃນ​ວັນ​ອັງ​ຄານມື້ນີ້​ວ່າ
​ຍານສຳ​ຫຼວດຈັນທ​ຣາ​ 2 (Chandrayaan) ​ໄດ້​ພົບ​ເຫັນ​ຍານ​ລົງ​ຈອດ​ວິກ​ຣາມ
ຢູ່​ເທິງ​ພື້ນດວງ​ເດືອນ​ແລ້ວ ແຕ່​ຍັງ​ບໍ່​ສາ​ມາດ​ຕິດ​ຕໍ່​ກັບ​ຍານ​ດັ່ງ​ກ່າວ ຊຶ່ງ​ຖືກ​ຕັ້ງ​ຊື່
ໃຫ້ ຕາມ​ຊື່​ຂອງທ່ານ​ວິກ​ຣາມ ຊາ​ຣາ​ໄຮ ນັກ​ວິ​ທະ​ຍາ​ສາດ​ ທີ່​ຖື​ວ່າ​ເປັນ “ບິ​ດາ” ຂອງ
​ໂຄງ​ການ​ອະ​ວະ​ກາດ​ອິນ​ເດຍ.

ຖ້າ​ຍານ​ລົງ​ຈອດ​ວີກ​ຣາມ​ຫາກ​ຍັງ​ຢູ່​ໃນ​ສະ​ພາບ​ດີ ອິນ​ເດ​ຍ​ຈະ​ຖືກ​ຈັດ​ຮວມເຂົ້າ​ຢູ່​ໃນ
ບັນ​ຊີ​ລາຍ​ຊື່ ທີ່​ປະ​ກອບ​ດ້ວຍ​ສະ​ຫະ​ລັດ ຣັດ​ເຊຍ ແລະ​ຈີນ ທີ່​ສາ​ມາດ​ນຳຍານ​ລົງ​ຈອດ
​ເທິງ​ພື້​ນຜິວ​ຂອງດວງ​ເດືອນ​ໄດ້ ແລະ​ກໍ​ຈະ​ເປັນ​ປະ​ເທດ​ທຳ​ອິດ​ທີ່ສາ​ມາດ​ນຳ​ຍານ​ລົງ​
ຈອດໃນ​ເຂດ​ຂົ້ວ​ໃຕ້​ຂອງ​ດວງ​ເດືອນ.

ຍານ​ແມ່ຈັນທ​ຣາ​ 2 (Chandrayaan) ທີ່​ໃຊ້​ທຶນ​ສ້າງ 141 ລ້ານ​ໂດ​ລາ ໄດ້​ເຂົ້າ​ສູ່​
ວົງ​ໂຄ​ຈອນ​ຂອງດວງ​ເດືອນ​ມາ​ເກືອບ​ນຶ່ງ​ເດືອນ​ແລ້ວ ຫຼັງ​ຈາກ​ໄດ້​ຖືກ​ສົ່ງຂຶ້ນ​ສູ່
​ອະ​ວະ​ກາດ ​ໂດຍ​ຈະ​ຫຼວດ​ສົ່ງ​ດາວ​ທຽມ​ຂະ​ໜາດ​ໃຫຍ່ມາກສາມ. ຍານ​ວີກ​ຣາມ ມ​ີ
​ກຳ​ນົດ​ຈະ​ສົ່ງ​ລົດ​ສຳ​ຫຼວດແລ່ນ​ໄປ​ທົ່ວ​ພື້ຶ້ນດວງ​ເດືອນ ​ເພື່ອ​ຊອກ​ຫາຮ່ອງ​ຮອຍ​ຂອງ​ນ້ຳ
ແລະ​ຊັ່ງ​ຊາ​ເບິ່ງ​ສະ​ພາບ​ພື້ນ​ຜິວ ​ແລະ​ທໍ​ລະ​ນີ​ວິ​ທະ​ຍາ​ ຂອງດວງ​ເດືອນ.

ຍານ​ຈັນ​ທ​ຣາ​ສອງ ແມ່ນ​ບາດ​ກ້າວ​ທີ່​ສຳ​ຄັນ​ຢ່າງ​ໃຫຍ່ຈາກ​ໂຄງ​ການ​ສຳ​ຫຼວດອະ​ວະ​
ກາດຫຼາຍໆ​ຄັ້ງ​ຂອງ​ອິ​ນ​ເດຍ ​ເຊັ່ນ​ການ​ສຳ​ຫຼວດດວງ​ເດືອນ​ເທື່ອ​ທຳ​ອິດ ໃນ​ປີ 2008
ແລະ​ການ​ປະ​ຕິ​ບັດ​ງານ​ໃນ​ປີ 2013 ທີ່​ພົວ​ພັນ​ກັບ​ການ​ສົ່ງ​ຍານ ​ອະ​ວະ​ກາດໄປ​ຍັງ​
ດາວ​ພະ​ອັງ​ຄານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG