ລົດໄຟໂດຍສານ ຂະບວນນຶ່ງ ໄດ້ຕົກລາງ ຢູ່ໃນພາກຕາເວັນ
ຕົກຂອງ ອິນເດຍ ເຮັດໃຫ້ມີຄົນເສຍຊີວິດ ຢ່າງນ້ອຍ 19 ຄົນ
ແລະ ບາດເຈັບຫຼາຍກວ່າ 100 ຄົນ.
ຫົວລົດໄຟ ພ້ອມດ້ວຍຕູ້ຄົນໂດຍສານ 4 ຕູ້ ໃນຈຳນວນທັງໝົດ
20 ຕູ້ ໄດ້ຕົກອອກຈາກລາງ ໃກ້ກັບສະຖານີ Roha ຢູ່ຫ່າງຈາກ
ເມືອງ Mumbia ໄປທາງທິດໃຕ້ ປະມານ 110 ກິໂລແມັດ.
ເຈົ້າໜ້າທີ່ກູ້ໄພ ໄດ້ໃຊ້ແກ໊ສ ເພື່ອຕັດຕົວຖັງ ຕູ້ໂດຍສານທີ່ຕົກລາງ ເພື່ອເຂົ້າໄປຊ່ອຍເຫຼືອ ພວກທີ່ຄາຢູ່ທາງໃນ. ລົດຍົກ ໄດ້ຖືກນຳໃຊ້ ເພື່ອຍົກຍ້າຍ ພວກຕູ້ໂດຍສານເຫລົ່ານັ້ນ ອອກຈາກລາງລົດໄຟ.
ຈຳນວນຂອງຜູ້ເສຍຊີວິດ ຄາດວ່າຈະເພີ້ມຂຶ້ນອີກ. ເຈົ້າໜ້າທີ່ກ່ຽວຂ້ອງ ກ່າວວ່າ ຜູ້ໂດຍສານ
ທີ່ໄດ້ຮັບບາດເຈັບ 123 ຄົນ ໄດ້ຖືກນຳສົ່ງໄປໂຮງພະຍາບານ. ຈຳນວນນຶ່ງມີອາການສາຫັດ.
ຍັງບໍ່ຮູ້ສາເຫດຂອງການຕົກລາງຂອງລົດໄຟຂະບວນນີ້ ເທື່ອ.
A passenger train has derailed in western India, killing at least 19 people and injuring more than 100.
The engine and four of the 20 coaches jumped the tracks near Roha station, 110 kilometers south of Mumbai.
The rescuers used gas cutters to open the derailed coaches to reach those trapped inside. Big cranes were deployed to remove these coaches from the rail track.
The death toll is expected to rise. Officials said 123 injured passengers, some of them in serious condition, were taken to a hospital.
The cause of the derailment was not immediately known.