ຢູ່ທີ່ເມືອງໄຈປູຣະ ຊຶ່ງເປັນຫົວເມືອງທ່ອງທ່ຽວ ຂອງອິນເດຍ ເຈົ້າໜ້າທີ່ແລະກຸ່ມສັງຄົມພົນລະເຮືອນຂອງລັດ ເລີ້ມການປຸກລະດົມຄັ້ງໃຫຍ່ ເພື່ອຍຸຕິການໃຊ້ແຮງງານເດັກນ້ອຍ ໃນຂະນະທີ່ຈຳນວນເດັກນ້ອຍຜູ້ຊາຍໄດ້ຖືກລັກລອບສົ່ງເຂົ້າໄປໃນເມືອງດັ່ງກ່າວຈາກລັດທີ່ທຸກຍາກຕ່າງໆ. ພວກເຂົາເຈົ້າຖືກໃຊ້ໃຫ້ຜະລິດສິນຄ້າຫັດຖະກຳ ທີ່ເຮັດໃຫ້ເມືອງໄຈປູຣະກາຍເປັນສູນກາງສຳລັບພວກ ຊື້ສິນຄ້າປະເພດນີ້ ຈາກທົ່ວປະເທດ. Ajana Pasricha ນັກຂ່າວຂອງເຮົາ ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງໄພສານ ຈະນຳເອົາ ລາຍ ລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ສິ່ງຂອງຕ່າງໆ ທີ່ພວກນັກທ່ອງທ່ຽວ ເດີນທາງໄປເມືອງໄຈປູຣະ ພາກັນຊື້ກໍມີກ້ອງແຂນທີ່ເຮັດດ້ວຍມື ເຄື່ອງປະດັບທີ່ເຮັດຈາກຫີນແກ້ວ ແລະເຄື່ອງຫຍິບປັກທັກແສ່ວຕ່າງໆ. ພວກລູກຄ້າສ່ວນໃຫຍ່ບໍ່ຮູ້ເລື້ອງຫຍັງເລີຍວ່າ ສິນຄ້າຫຼາຍໆຢ່າງເຫຼົ່ານີ້ ແມ່ນເຮັດໂດຍພວກເດັກນ້ອຍຜູ້ຊາຍ.
ອົງການ Childline ຊຶ່ງເປັນກຸ່ມຕິດຕາມສິ້ງຊອມສິດທິຂອງພວກເດັກນ້ອຍ ກະປະມານວ່າ ຈຳນວນພວກເດັກນ້ອຍ ທີ່ຖືກລັກລອບສົ່ງເຂົ້າໄປໃນເມືອງໄຈປູຣະ ຈາກບັນດາລັດທີ່ທຸກຍາກຕ່າງໆ ເພື່ອເຮັດວຽກຢູ່ທີ່ບ່ອນຜະລິດນ້ອຍໆຕັ້ງຢູ່ຕາມບ້ານເຮືອນນັ້ນ ແມ່ນມີກາຍ 100,000 ຄົນແລ້ວ. ນາງແວຊາ ໂຈຊີ ຜູ້ອຳນວຍການ ອົງການ Childline ທີ່ເມືອງໄຈປູຣະກ່າວວ່າ:
“ສິ່ງທີ່ພວກເຂົາເຈົ້າແຈ້ງໃຫ້ພໍ່ແມ່ຊາບກໍຄື ພວກເຮົາຈະນຳເອົາລູກຂອງພວກເຈົ້າໄປຮຽນ ແລະພວກເຂົາຈະມີລາຍໄດ້ ແລ້ວກໍສົ່ງເງິນ ມາໃຫ້ພວກເຈົ້າ ແຕ່ຄວາມຈິງແລ້ວ ສິ່ງທີ່ເກີດຂຶ້ນໃນກໍລະນີສ່ວນໃຫຍ່ຄືພວກເຂົາເຈົ້າໄດ້ມອບເງິນກ້ອນນຶ່ງ ໃນເວລາທີ່ເຂົາເອົາເດັກນ້ອຍໄປ ພວກເດັກນ້ອຍເຫຼົ່ານີ້ທັງໝົດເວລານີ້ຕ້ອງໄດ້ເຮັດວຽກຢູ່ໃນພາກສ່ວນການຍິບປັກທັກຮ້ອຍ ພາກສ່ວນການເຮັດກ້ອງແຂນ ພາກສ່ວນເຮັດເຄື່ອງຫີນແກ້ວ.”
ການປາບປາມໂດຍພວກເຈົ້າໜ້າທີ່ລັດ ທີ່ໃຫ້ການຄຸ້ມຄອງພວກເດັກນ້ອຍເພື່ອແກ້ໄຂບັນຫາໃນດ້ານທີ່ບໍ່ດີຂອງເມືອງດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງຄວາມກ້າວໜ້າ ຊຶ່ງມີພວກເດັກນ້ອຍ 350 ຄົນ ໄດ້ຖືກຊ່ວຍ ໃນໄລຍະ 6 ເດືອນທີ່ຜ່ານມາ. ທ່ານ Niskham Diwakar ອະທິບໍດີ ກົມຄຸ້ມຄອງສິດທິຂອງພວກເດັກນ້ອຍ ກ່າວກ່ຽວກັບເລື້ອງນີ້ວ່າ:
“ພວກເຮົາໄດ້ພົບເຫັນພວກເຂົາ ໃນສະພາບທີ່ໜ້າເວດທະນາທີ່ສຸດ ໂດຍຖືກກັກຂັງໃຫ້ຢູ່ແຕ່ໃນຫ້ອງນ້ອຍໆ ທີ່ມີຫ້ອງນ້ຳຢູ່ໃນຫັ້ນ. ພວກເຂົາເຈົ້າຈະບໍ່ໄດ້ຮັບອະນຸຍາດໃຫ້ອອກໄປໃສມາໃສ. ຈະມີການສົ່ງອາຫານແລະນ້ຳມາໃຫ້ພວກເຂົາຢູ່ໃນຫ້ອງເລີຍ ໂດຍຈະອອກຄຳສັ່ງໃຫ້ເຮັດວຽກໝົດມື້ ແລະແມ່ນກະທັງມີການຂ້ຽນແລະຕີ ຖ້າພວກເຂົາຫາກເຮັດບໍ່ໄດ້ຕາມເປົ້າໝາຍຄຳສັ່ງ.”
ທ່ານຫວັງວ່າ ການເລີ້ມເອົາມາດຕະການທີ່ເຂັ້ມງວດຫຼາຍຂຶ້ນ ເຊັ່ນການຕິດຄຸກ ຈະປ້ອງກັນບໍ່ໃຫ້ພວກນາຍຈ້າງ ໃຊ້ພວກແຮງງານເດັກນ້ອຍເຮັດຜະລິດຕະພັນຂອງພວກເຂົາເຈົ້າອີກ.
ໃນຕະຫຼາດທີ່ພວມຈະເລີນງອກງາມຂອງເມືອງໄຈປູຣະນັ້ນ ພວກອາສາສະໝັກພວມເຮັດວຽກ ໃນສອງວິທີດ້ວຍກັນ ຄືນຶ່ງແມ່ນຊັກຊວນໃຫ້ປະຊາຄົມທຸລະກິດ ບໍ່ໃຫ້ຊື້ຜະລິດຕະພັນທີ່ເຮັດໂດຍພວກເດັກນ້ອຍຜູ້ຊາຍ. ວຽກການນີ້ບໍ່ແມ່ນເລື້ອງທີ່ງ່າຍເລີຍ ເຈົ້າຂອງຮ້ານຫຼາຍໆແຫ່ງກ່າວວ່າ ພວກເຂົາເຈົ້າບໍ່ມີທາງເລືອກນອກຈາກຊື້ສິນຄ້າ ໃນລາຄາຖືກເຫຼົ່ານັ້ນ ເພື່ອຮັບປະກັນວ່າ ພວກລູກຄ້າຈະບໍ່ຍ່າງໜີ. ນາງວາຮີດ ຮາຊານ ກ່າວວ່າ:
“ມີການແຂ່ງຂັນກັນຫຼາຍແທ້ໆ ທຸກໆຄົນຕ້ອງການຫລຸດລາຄາ ຖ້າຂ້ອຍຂາຍໃນລາຄາໂດລາເຄິ່ງ ພວກອື່ນໆກໍຈະສະເໜີຂາຍໃນລາຄານຶ່ງໂດລາ.”
ແຕ່ແນວໃດກໍຕາມ ມີນັກທຸລະກິດຈຳນວນນຶ່ງໄດ້ເຂົ້າມາຮ່ວມ. ນາງສຣູຕີ ມິສຣາ ເຈົ້າຂອງຮ້ານແຫ່ງນຶ່ງ ໄດ້ກວດເບິ່ງເສື້ອຜ້າແລະເຄື່ອງເອ້ທີ່ຍານາງໄດ້ສັ່ງຊື້ ເພື່ອຄ້ຳປະກັນວ່າ ສິນຄ້າເຫຼົ່ານີ້ບໍ່ໄດ້ໃຊ້ແຮງງານເດັກນ້ອຍ. ການກະທຳດັ່ງກ່າວໄດ້ເຮັດໃຫ້ສິນຄ້າລາຄາແພງຂຶ້ນ ແຕ່ກໍໄດ້ຮັບການສະໜັບສະໜຸນ. ຍານາງມິສຣາ ກ່າວວ່າ:
“ພວກຊົນຊັ້ນ ທີ່ມີການສຶກສາ ແມ່ນດີຫຼາຍ. ຂ້ອຍຂໍເວົ້າໄດ້ວ່າ ພວກຄົນຮຸ້ນນ້ອຍໄດ້ເວົ້າເຖິງກ່ຽວກັບເລື້ອງນີ້. ເວລາຂ້ອຍເວົ້າວ່າມັນລາຄາແພງເດີ້ ເປັນຫຍັງມັນຈຶ່ງແພງແລະຂ້ອຍກໍອະທິບາຍໃຫ້ເຂົາເຈົ້າເຂົ້າໃຈ ເຂົາເຈົ້າມັກຄວາມຄິດນີ້ຫຼາຍ. ພວກນັກສັງຄົມສົງເຄາະແລະວິສາຫະກິດສັງຄົມ ຕ່າງກໍຮູ້ເລື້ອງດີມັນພວມເກີດຂຶ້ນຢູ່ໃນປະເທດອິນເດຍເວລານີ້.”
ນັ້ນຄືເປົ້າໝາຍ ຕ້ອງຍ່າງໜີໄປຈາກຜະລິດຕະພັນ ທີ່ເຮັດໂດຍພວກເດັກນ້ອຍ ເພື່ອຄ້ຳປະກັນວ່າ ພວກເຂົາເຈົ້າບໍ່ຈ່າຍເງິນຊື້ສິນຄ້າລາຄາຖືກ ຢູ່ທີ່ຕະຫຼາດເມືອງໄຈປູຣະ.