ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ນັບ​ຄະ​ແນນ​ສຽງ ໄດ້​ເລີ່ມ​ຂຶ້ນ ໃນ​ການ​ເລືອກ​ຕັ້ງ​ ທົ່ວ​ໄປ​ຂອງ ອິນ​ເດຍ


ເຈົ້າ​ໜ້າ​ທີ່​​ເລືອກ​ຕັ້ງພວມ ປິດ​ຫີບປ່ອນບັດ. 19 ພຶດ​ສະ​ພາ, 2019.
ເຈົ້າ​ໜ້າ​ທີ່​​ເລືອກ​ຕັ້ງພວມ ປິດ​ຫີບປ່ອນບັດ. 19 ພຶດ​ສະ​ພາ, 2019.

ຜົນ​ການ​ນັບ​ຄະ​ແນນ​ເບື້ອງ​ຕົ້ນ ​ໃນວັນ​ພະ​ຫັດ​ມື້ນີ້ ຈາກ​ການ​ເລືອກ​ຕັ້ງ​ທົ່ວ​ໄປຂະໜາດ
ໃຫຍ່ຂອງ ອິນເດຍ ໄດ້ລະບຸວ່າ ພັກລັດຖະບານທີ່ປົກຄອງປະເທດຂອງນາຍົກລັດຖະ
ມົນຕີ ນາເຣັນດຣາ ໂມດີ ແມ່ນກຳລັງຢູ່ໃນຫົນທາງ ທີ່ຈະໄດ້ຮັບໄຊຊະນະຢ່າງເດັດຂາດ.

ຄະ​ນະ​ກຳ​ມາ​ທິ​ການ ​ການ​ເລືອກ​ຕັ້ງໄດ້​ເລີ່ມ​ນັບ​ບັດ​ຄະ​ແນນ​ສຽງຫຼາຍກວ່າ 600 ລ້ານ​ໃບ ​
ທີ່ໄດ້ປ່ອນໃນໄລຍະເວລາ 6 ອາທິດ ໃນການເລືອກຕັ້ງທີ່ໃຫຍ່ທີ່ສຸດຂອງໂລກ. ຂໍ້ມູນ
ເບື້ອງຕົ້ນໄດ້ສະແດງໃຫ້ເຫັນພັກຊາດນິຍົມ ສາສະໜາ ຮິນດູ ບາຣາຕິຢາ ຈານາຕາ ຫຼື
BJP ຂອງທ່ານ ໂມດີ ມີຄະແນນນຳໜ້າໃນບ່ອນນັ່ງ 280 ບ່ອນຂອງຈຳນວນທັງໝົດ
545 ບ່ອນໃນສະພາຕ່ຳຂອງສະພາແຫ່ງຊາດ, ເຊິ່ງເກີນ 272 ບ່ອນນັ່ງທີ່ຕ້ອງການເພື່ອ
ກຳສຽງສ່ວນຫຼາຍ. ຝ່າຍຄ້ານທີ່ສຳຄັນ ຄືພັກລັດຖະສະພາ ໄດ້ນຳໜ້າໃນການແຂ່ງຂັນ
ພຽງ 50 ບ່ອນ.

ການ​ສຳຫຼວດ​ຄວາມ​ຄິດ​ເຫັນ​ເບື້ອງ​ຕົ້ນ​ ທັນ​ທີຫຼັງ​ຈາກ​ການ​ລົງ​ຄະ​ແນນ​ສຽງ​ຮອບ​ສຸດ​ທ້າຍ​
ໄດ້ສິ້ນສຸດລົງ ໃນວັນອາທິດທີ່ຜ່ານມາໄດ້ສະເໜີວ່າ ພັກ BJP ຈະໄດ້ຊະນະ 287 ຫາ
305 ບ່ອນນັ່ງ. ແຕ່ການສຳຫຼວດຄວາມຄິດເຫັນໃນອະດີດໄດ້ພິສູດໃຫ້ເຫັນວ່າມັນບໍ່ແນ່
ນອນ, ຍ້ອນຂະໜາດ ແລະ ຄວາມສັບຊ້ອນໃນການລົງຄະແນນສຽງຂອງ ອິນເດຍ ທີ່
ປະກອບມີຜູ້ທີ່ມີສິດລົງຄະແນນສຽງ 900 ລ້ານຄົນ. ຜູ້ນຳພັກລັດຖະສະພາ ທ່ານ ຣາຮູລ
ການດີ ໄດ້ກ່າວເຖິງຂໍ້ເທັດຈິງດັ່ງກ່າວ ໃນຂໍ້ຄວາມຢູ່ທວິດເຕີ ທີ່ຖືກສົ່ງໃຫ້ຜູ້ທີ່ຊື່ສັດຕໍ່ພັກ
ດັ່ງກ່າວ ໃນວັນພຸດວານນີ້ວ່າ “ຢ່າເສຍໃຈກັບຂ່າວໂຄສະນາຊວນເຊື່ອ ກ່ຽວກັບ ການ
ສຳຫຼວດຄວາມຄິດເຫັນປອມນັ້ນ.”

ຜົນ​ຄະ​ແນນ​ຂັ້ນສຸດ​ທ້າຍ ຄາດ​ວ່າ ​ຈະ​ຖືກ​ປະ​ກາດ​ໃນ​ຕອນ​ແລງ​ຂອງວັນ​ພະ​ຫັດ​ມື້ນີ້.

Early results from Thursday's ballot counting of India's massive general election indicate the ruling party of Prime Minister Narendra Modi is on its way to a decisive victory.

The election commission began counting more than 600 million votes cast over the course of six weeks in the world's biggest election. The initial data showed Modi's Hindu nationalist Bharatiya Janata Party (BJP) leading in at least 280 of the 545 seats in the lower house of Parliament, well over the 272 seats needed to form a simple majority.The main opposition Congress Party was leading in only 50 races.

Initial exit polls taken immediately after the final round of voting ended on Sunday suggested the BJP would win 287 to 305 seats. But exit polls in the past have proven to be inaccurate due to the scale and complexity of India's vote that involves 900 million eligible voters.Congress Party leader Rahul Gandhi touched on this fact in a tweet sent to the party faithful Wednesday:"Do not get disappointed by the propaganda of fake exit polls."

The final results are expected to be announced later Thursday.

XS
SM
MD
LG