ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການ​​ຮ້ອງຮຽນ ບໍ່ໃຫ້​ ລັດຖະບານ ​ອິນ​ເດຍ ເນ​ລະ​ເທດ ຊາວ​ໂຣຮິງ​ຢາ ອອກຈາກປະເທດ


ອົບພະຍົບຊາວ​ໂຣຮິງ​ຢາ​ຄົນນຶ່ງ ແຈກຢາຍເຂົ້າຈີ່ ທີ່ໄດ້ຮັບການບໍລິຈາກ ຈາກຄົນທ້ອງຖິ່ນ ໃຫ້ແກ່ ຊາວອົບພະຍົບຄົນອື່ນໆ ຢູ່ສູນອົບພະຍົບ ໃນນະຄອນນີວເດລີ ຂອງອິນເດຍ (ຮູບຖ່າຍໃນວັນທີ 12 ກັນຍາ, 2017)
ອົບພະຍົບຊາວ​ໂຣຮິງ​ຢາ​ຄົນນຶ່ງ ແຈກຢາຍເຂົ້າຈີ່ ທີ່ໄດ້ຮັບການບໍລິຈາກ ຈາກຄົນທ້ອງຖິ່ນ ໃຫ້ແກ່ ຊາວອົບພະຍົບຄົນອື່ນໆ ຢູ່ສູນອົບພະຍົບ ໃນນະຄອນນີວເດລີ ຂອງອິນເດຍ (ຮູບຖ່າຍໃນວັນທີ 12 ກັນຍາ, 2017)

ມີ​ການ​ຍື່ນ​ຄໍາ​ຮ້ອງ​ຮຽນຕໍ່ສານ​ສູງ​ສຸດ​ຂອງ​ອິນ​ເດຍ ​ເພື່ອ​ຄັດຄ້ານ​ແຜນການ​ລັດຖະບານ​ອິນ​ເດຍ​ທີ່​ຈະເນ​ລະ​ເທດຊາວ​ໂຣຮິງ​ຢາ ​40,000 ຄົນ ທີ່​ໄດ້​ຫລົບໜີ​ເຂົ້າ​ໄປໃນປະ​ເທດ​ດັ່ງກ່າວ​ຈາກ​ມຽນມາ.

ສານ​ສູງ​ສຸດໄດ້​ເລີ້​ມ​ຮັບ​ຟັງ​ການພິຈາລະນາຄໍາ​ຮ້ອງ​ດັ່ງກ່າວ​ໃນ​ວັນ​ຈັນ​ວານ​ນີ້.

ລັດຖະບານ​ອິນ​ເດຍ​ເວົ້າ​ໃນ​ຖະ​ແຫ​ລງການ​ສະບັບ​ນຶ່ງທີ່​ສົ່ງ​ໃຫ້​ສານວ່າ ຊາວ​ໂຣຮິງ​ຢາ ​ເປັນ​ຄົນ​ເຂົ້າ​ເມືອງ "ທີ່​ຜິດ​ກົດໝາຍ" ​ແລະ​ໃນ​ນັ້ນມີ​ຈໍານວນ​ນຶ່ງ ​ເປັນ "​ໄພ​ຂົ່ມຂູ່​ອັນ​ຮ້າຍ​ແຮງ​ ​ແລະ​ອາດ​ເປັນ​ອັນຕະລາຍຕໍ່ຄວາມໝັ້ນຄົງ​ຂອງ​ປະ​ເທດ​ອິນ​ເດຍ."

ທະນາຍຄວາມ​ທີ່​ຕາງໜ້າ​ໃຫ້​ແກ່ຊາວ​ໂຣຮິງ​ຢາ​ເວົ້າວ່າ ລັດຖະທໍາ​ມະນູນ​ອິນ​ເດຍ​ແມ່ນ
"​ໃຫ້​ສິດ ​ແລະເສລີ​ພາບ​ແກ່ທຸກ​ຄົນ​ຢ່າງ​ເທົ່າ​ທຽມກັນ" ຊຶ່ງ​ລວມທັງ​ຜູ້​ທີ່​ບໍ່​ແມ່ນ​ສັນຊາດ​ອິນ
​ເດ​ຍອີກ​ດ້ວຍ.

ການ​ຮັບ​ຟັງ​ການພິຈາລະນາ​ຄໍາຮ້ອງ​ດັ່ງກ່າວ ຍັງ​ຈະ​ສືບຕໍ່ມີ​ຂຶ້ນ​ໃນ​ເດືອນໜ້າ.

ຜູ້​ນຶ່ງ​ໃນ​ຈໍານວນ​ຄົນ​ທີ່​ທໍາ​ການ​ຮ້ອງ​ຂໍ​ທີ່​ເວົ້າວ່າລາວ​ເຂົ້າ​ໄປ​ຢູ່​ໃນ​ອິນ​ເດຍ​ໄດ້ 5 ປີ​ແລ້ວນັ້ນ ​ເວົ້າວ່າ​ລາວ​ມີ​ຄວາມ​ຫວັງ​ວ່າ​ສານ​ຈະ​ໃຫ້ການ​ສະໜັບສະໜຸນ​ແກ່​ພວກ​ອົບ​ພະຍົບ.

ຊາວ​ໂຣຮິງ​ຢາ ​ໄດ້​ຫລົບໜີອອກ​ຈາກ​ມຽນມາ​ ມາ​ໄດ້​ຫລາຍ​ທົດ​ສະ​ວັດ​ແລ້ວ.

ຊາວ​ໂຣຮິງ​ຢາຈໍານວນ​ປະມານ 400,000 ​ໄດ້ຫລົບໜີອອກ​ຈາກ​ມຽນມາໃນ​ຊຸມ​ອາທິດ ຜ່ານ​ມາໝໍ່ໆນີ້ ພາຍຫລັງ​ທີ່​ນັກ​ລົບຊາວ​ໂຣຮິງ​ຢາ ​ໄດ້​ໂຈມ​ຕີ​ປ້ອມ​ຕໍາຫລວດ​ຕ່າງໆ ​ໃນ​ເດືອນ​ສິງ ຫາ​ຜ່ານ​ມາ ທີ່​ໄດ້​ເຮັດ​ໃຫ້​ເກີດການ​ແກ້​ແຄ້ນ​ຄືນ​ຂອງ​ກອງທັບ​ມຽນມານັ້ນ. ຊາວ​ໂຣຮິງ ສ່ວນ​ໃຫຍ່​ໄດ້ຫລົບໜີອອກ​ຈາກ​ມຽນມາ​ໄປ​ຍັງ​ບັງ​ກລາ​ແດັສ ​ແຕ່​ວ່າ​ຈໍານວນ​ນຶ່ງ​ໄດ້ເຂົ້າໄປ​ໃນ​ອິນ​ເດຍ,​ ​ເນ​ປານ, ​ແລະ​ປາ​ກິ​ສຖານ.


A petition has been filed with India's Supreme Court, challenging the government's plan to deport as many as 40,000 Rohingya who have fled Myanmar.

The top court began hearing the plea Monday.

The government said in a statement to the court that the Rohingya are "illegal" immigrants and some of them pose "a very serious and potential threat to the national security of India."

The lawyer representing the Rohingya said the Indian constitution "provides equal rights and liberty to every person," including non-citizens.

The hearing will continue next month.

One of the petitioners, who said he has been in India for at least five years, said he was hopeful that the court would support the refugees.

The Rohingya have been fleeing Myanmar for decades.

Some 400,000 Rohingya have fled Myanmar in recent weeks, following Rohingya militant attacks on police posts in August that triggered military retaliation. Most of the Rohingya fled to Bangladesh, but others have ended up in India, Nepal and Pakistan.

The Rohingya are one of Myanmar's many ethnic minorities in the Buddhist-majority nation. The Myanmar government considers the Rohingya to be economic migrants from Bangladesh. Myanmar has never granted them citizenship, even though most can show their families have been in the country for generations.

Amnesty International recently accused Myanmar of deliberately targeting Rohingya by placing landmines along the routes the refugees use to flee.

XS
SM
MD
LG