ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອິນເດຍ ມີລາຍງານກ່ຽວກັບຜູ້ເສຍຊີວິດຄົນທໍາອິດ ຈາກພະຍາດໝາກສຸກລີງ


ນັກຈຸລະຊີວະວິທະຍາ ແອນເນັດທ໌ ແອັຕກິນຊັນ (Annette Atkinson), ຈັດແປງເຄື່ອງຊ່ວຍຫາຍໃຈ ໃນລະຫວ່າງການສາທິດວິທີກວດພະຍາດໝາກສຸກລີງ ສໍາລັບເມືອງ Taylorsville, ລັດຢູທາ, ເມື່ອວັນທີ 29 ກໍລະກົດ 2022. ອົງການ WHO ໄດ້ປະກາດການລະບາດຂອງໄວຣັສດັ່ງກ່າວ ເປັນພາວະສຸກເສີນທາງດ້ານການແພດຢູ່ໃນທົ່ວໂລກ.
ນັກຈຸລະຊີວະວິທະຍາ ແອນເນັດທ໌ ແອັຕກິນຊັນ (Annette Atkinson), ຈັດແປງເຄື່ອງຊ່ວຍຫາຍໃຈ ໃນລະຫວ່າງການສາທິດວິທີກວດພະຍາດໝາກສຸກລີງ ສໍາລັບເມືອງ Taylorsville, ລັດຢູທາ, ເມື່ອວັນທີ 29 ກໍລະກົດ 2022. ອົງການ WHO ໄດ້ປະກາດການລະບາດຂອງໄວຣັສດັ່ງກ່າວ ເປັນພາວະສຸກເສີນທາງດ້ານການແພດຢູ່ໃນທົ່ວໂລກ.

ອິນເດຍ ເລັ່ງເອົາມາດຕະການຕໍ່ຕ້ານໄວຣັສໝາກສຸກລີງ ຫຼື monkeypox ຫຼັງຈາກມີລາຍງານວ່າ ມີການເສຍຊີວິດລາຍທຳອິດຂອງປະເທດ ຍ້ອນໄວຣັສດັ່ງກ່າວ ຢູ່ໃນລັດເຄີຣາລາ (Kerala) ທາງພາກໃຕ້ ຊຶ່ງຊາຍຄົນນຶ່ງອາຍຸ 22 ປີ ຜູ້ທີ່ໄດ້ກັບຄືນມາຈາກສະຫະລັດອາຣັບເອເມີເຣັສ ເມື່ອບໍ່ດົນມານີ້.

ການເສຍຊີວິດຂອງຊາຍໜຸ່ມຜູ້ນີ້ ແມ່ນເປັນຄັ້ງທຳອິດຍ້ອນຝີໝາກສຸກລີງ ໃນເອເຊຍ ບ່ອນທີ່ປະເທດຈຳນວນນຶ່ງ ໄດ້ມີລາຍງານຂອງໂຣກລະບາດທີ່ຕິດແປດກັນ ຊຶ່ງໄດ້ຖືກປະກາດໃຫ້ເປັນໄພສຸກເສີນຕໍ່ສຸຂະພາບຂອງສາທາລະນະ ໃນທົ່ວໂລກ ໂດຍອົງການອານາໄມໂລກ ຫຼື WHO.

ເຈົ້າໜ້າທີ່ສາທາລະນະສຸກຂອງລັດເຄີຣາລາ ໄດ້ປະກາດການເສຍຊີວິດດັ່ງກ່າວ ໃນວັນຈັນວານນີ້ ຫຼັງຈາກທີ່ມັນໄດ້ຖືກຢັ້ງຢືນວ່າ ຊາຍດັ່ງກ່າວ ໄດ້ຕິດເຊື້ອໝາກສຸກລີງ. ລາວໄດ້ເສຍຊີວິດ ຢູ່ໃນໂຮງໝໍເມື່ອວັນເສົາຜ່ານມານີ້ ປະມານນຶ່ງອາທິດ ຫຼັງຈາກທີ່ໄດ້ກັບຄືນມາຈາກ ສະຫະລັດອາຣັບເອເມີເຣັສ ບ່ອນທີີ່ຄອບຄົວຂອງລາວ ໄດ້ກ່າວວ່າ ລາວໄດ້ກວດພົບວ່າ ເປັນບວກສຳລັບການຕິດແປດ. ເມື່ອໄດ້ແຈ້ງໃຫ້ບັນດາທ່ານໝໍຊາບ ລາວແມ່ນຢູ່ໃນຂັ້ນວິກິດແລ້ວ.

ຕົວຢ່າງທັງຫຼາຍຈາກຊາຍຄົນດັ່ງກ່າວ ທີ່ໄດ້ຖືກກວດຢູ່ໃນອິນເດຍນັ້ນ ຍັງໄດ້ກວດພົບໄວຣັສນຳດ້ວຍ ອີງຕາມລັດຖະມົນຕີສາທາລະນະສຸກຂອງລັດເຄີຣາລາ ທ່ານວີນາ ຈອຣຈ໌ (Veena George).

ການເສຍຊີວິດນີ້ ເປັນຄັ້ງທີສີ່ ທີ່ໄດ້ຖືກລາຍງານໃນທົ່ວໂລກ ນອກຈາກອາຟຣິກາ. ມາເຖິງເວລານີ້ ມີການເສຍຊີວິດສອງລາຍ ທີ່ກ່ຽວຂ້ອງກັບຝີໝາກສຸກລີງ ຢູ່ໃນສະເປນ ແລະຢູ່ໃນບຣາຊີລ.

ເຈົ້າໜ້າທີ່ສາທາລະສຸກຂອງລັດເຄີຣາລາ ໄດ້ກ່າວວ່າ ປະມານສາວຄົນ ຜູ້ທີ່ໄດ້ສຳພັດກັບ ຊາຍອາຍຸ 22 ປີ ດັ່ງກ່າວ ແມ່ນໄດ້ຖືກຕິດຕາມເບິ່ງ. ສ່ວນພວກຜູ້ໂດຍສານ ຜູ້ທີ່ຢູ່ໃນຖ້ຽວບິນດຽວກັນກັບຜູ້ກ່ຽວ ຈາກສະຫະລັດອາຣັບເອເມີເຣັນ ຫາ ລັດເຄີຣາລາ ກໍຍັງໄດ້ຖືກຕິດຕໍ່ຫາ ແລະ ເຈົ້າໜ້າທີ່ໄດ້ຮຽກຮ້ອງຕໍ່ພວກຄົນເຫຼົ່ານັ້ນ ທີ່ມີອາການຕ່າງໆໃຫ້ແຈ້ງທ່ານໝໍຊາບ.

ຫຼັງຈາກການເສຍຊີວິດໄດ້ຖືກລາຍງານໃນລັດເຄີຣາລາ ລັດຖະບານກາງ ໄດ້ກ່າວວ່າ ຕົນກຳລັງຈັດຕັ້ງຄະນະສະເພາະກິດຂຶ້ນ ເພື່ອຕິດຕາມເບິ່ງການລະບາດຢູ່ໃນປະເທດ.

ຫ້ອງທົດລອງສິບຫ້າແຫ່ງ ໄດ້ຖືກມອບໝາຍໃຫ້ທຳການວິໄຈພະຍາດໝາກສຸກລີງ ໃນຂະນະທີ່ລັດຕ່າງໆ ລວມທັງ ນະຄອນຫຼວງ ນິວເດລີ ກໍໄດ້ຈັດຕັ້ງສະຖານທີ່ກັກຕົວຢູ່ໂດດດ່ຽວຫຼາຍແຫ່ງ.

ອິນເດຍ ມາເຖິງປັດຈຸບັນນີ້ ໄດ້ກວດພົບຫົກກໍລະນີຂອງພະຍາດໄວຣັສດັ່ງກ່າວ ໂດຍມີ ສີ່ກໍລະນີໃນລັດເຄີຣາລາ ແລະສອງກໍລະນີ ໃນນິວເດລີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG