ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ລາຍງານ ກໍລະນີຕິດໂຄວິດໃໝ່ ປະຈຳວັນ ຫຼາຍເປັນປະຫວັດການ 273,810 ກໍລະນີ


ຄົນປ່ວຍຜູ້ນຶ່ງນອນຢູ່ຕຽງນອກໂຮງໝໍປົວໂຄວິດ-19 ທ່າມກາງການແຜ່ລະບາດຂອງໄວຣັສໂຄໂຣນາ ທີ່ເມືອງອາເມດາບັດ ປະເທດອິນເດຍ ວັນທີ 19 ເມສາ 2021.
ຄົນປ່ວຍຜູ້ນຶ່ງນອນຢູ່ຕຽງນອກໂຮງໝໍປົວໂຄວິດ-19 ທ່າມກາງການແຜ່ລະບາດຂອງໄວຣັສໂຄໂຣນາ ທີ່ເມືອງອາເມດາບັດ ປະເທດອິນເດຍ ວັນທີ 19 ເມສາ 2021.

ກະຊວງສາທາລະນະສຸກອິນເດຍ ປະກາດໃນວັນຈັນວານນີ້ ກ່ຽວກັບກໍລະນີຕິດ ພະຍາດໂຄວິດ-19 ໃໝ່ຫຼາຍເປັນປະຫວັດການ 273,810 ໃນໄລຍະ 24 ຊົ່ວ ໂມງກ່ອນຜ່ານມາ ໃນຂະນະທີ່ພວກເຈົ້າໜ້າທີ່ໃນນະຄອນຫຼວງນິວເດລີ ໄດ້ປະ ກາດປິດເມືອງ ເປັນເວລານຶ່ງອາທິດ.

ການຕິດແປດສູງສຸດໄດ້ມີການລາຍງານໃນວັນຈັນວານນີ້ ທີ່ປະເທດບໍ່ເຄີຍເຫັນ ມາກ່ອນ ໃນມື້ດຽວກັນ ນັບແຕ່ໄດ້ເລີ້ມມີການແຜ່ລະບາດ.

ປະມານ 1 ໃນທຸກ 3 ຄົນໃດໄດ້ກວດພົບຕິດພະຍາດໂຄວິດ-19 ຢູ່ໃນນະຄອນ ນິວເດລີ ຫວ່າງມໍ່ໆມານີ້ທີ່ເປັນຜົນບວກ ອີງຕາມຜູ້ປົກຄອງເມືອງກ່າວ ໃນວັນ ອາທິດທີ່ຜ່ານມາ.

ທ່ານອາວິນ ເກຈຣີວາລ (Arvind Kejriwal) ຫົວໜ້າຮັບຜິດຊອບໃນເລື້ອງນີ້ ກ່າວໃນການຖະແຫຼງຂ່າວໃນວັນອາທິດທີ່ຜ່ານມານີ້ວ່າ “ຄວາມເປັນຫ່ວງທີ່ໃຫຍ່ກວ່ານັ້ນ ໃນໄລຍະ 24 ຊົ່ວໂມງຜ່ານມານີ້ ອັດຕາໃນການໄດ້ຮັບຜົນເປັນບວກແມ່ນເພີ້ມຂຶ້ນປະມານ 30​ເປີເຊັນ ຈາກ 24 ເປີເຊັນ.” ທ່ານກ່າວຕື່ມວ່າ ກໍລະນີ ຕິດເຊື້ອໃໝ່ເພີ້ມຂຶ້ນຢ່າງວ່ອງໄວ. ຕຽງນອນເຕັມຢ່າງໄວວາ.”

ປະຊາຊົນໃນນະຄອນຫຼວງນິວເດລີ ໄດ້ພາກັນຫັນໄປໃຊ້ສື່ສັງຄົມພາກັນຮ້ອງທຸກກ່ຽວກັບ
ການຂາດແຄນຖັງແກັສອອກຊີເຈັນແລະການຂາດແຄນຕຽງ ຢູ່ຕາມໂຮງ ໝໍແຫ່ງຕ່າງໆ
ພ້ອມທັງການຂາດແຄນຢານຳດ້ວຍ.

ໂດຍທີ່ມີຜູ້ຕິດເຊື້ອທັງໝົດຫຼາຍກວ່າ 15 ລ້ານຄົນ ອິນເດຍມີຜູ້ຕິດໂຄວິດ-19 ຫຼາຍເປັນທີສອງຮອງລົງມາຈາກສະຫະລັດ ທີ່ມີຜູ້ຕິດເຊື້ອທັງໝົດ 31 ລ້ານ 6 ແສນກໍລະນີ.

ອະດີດນາຍົກລັດຖະມົນຕີອີນເດຍ ທ່ານແມນໂມຮານ ຊິງ ອາຍຸ 88 ປີ ໄດ້ ເຂົ້າໂຮງໝໍໃນວັນຈັນວານນີ້ ທີ່ນະຄອນຫຼວງນິວເດລີ ຫຼັງຈາກກວດພົບຕິດ ພະຍາດໂຄວິດ-19.

ມີພຽງແຕ່ຫຼາຍກວ່າ 1 ເປີເຊັນ ຂອງພົນລະເມືອງອິນເດຍ ໄດ້ຮັບການສັກ ຢາວັກຊິນ ກັນໂຄວິດບ19 ອີງຕາມສູນກາງຄົ້ນຄວ້າໄວຣັສໂຄໂຣນາ ຈອນສ໌ ຮັອຟກິນສ໌.

ພວກເຈົ້າໜ້າທີ່ອິນເດຍໄດ້ປະກາດໃນວັນຈັນວານນີ້ວ່າ ທຸກຄົນມີອາຍຸ 18 ປີ ຂຶ້ນໄປຈະຕ້ອງໄດ້ຮັບການສັກຢາວັກຊີນ ເລີ້ມແຕ່ເດືອນພືດສະພາ ວັນທີ 1 ຈະມາເຖິງນີ້ເປັນຕົ້ນໄປ.

India's health ministry Monday announced a record 273,810 new COVID cases in the previous 24-hour period while officials in the capital, New Delhi, announced a weeklong lockdown.

The infections reported Monday are the most the country has seen in a single day since the pandemic began.

About 1 in 3 people tested for COVID-19 in New Delhi recently returned a positive result, according to the city's chief minister Sunday.

"The bigger worry is that in last 24 hours, positivity rate has increased to around 30% from 24%," Arvind Kejriwal, chief minister of Delhi, told a news briefing Sunday.

"The cases are rising very rapidly. The beds are filling fast," he said.

People in Delhi have turned to social media to complain about the lack of oxygen cannisters and the shortages of hospital beds and drugs.

With more than 15 million total infections, India is second to the United States, which has recorded 31.6 million cases.

Former Indian Prime Minister Manmohan Singh, 88, was hospitalized Monday in New Delhi after testing positive for COVID-19.

Just more than 1% of India's population has been vaccinated, according to Johns Hopkins Coronavirus Resource Center.

Indian officials announced Monday that everyone 18 or older will be eligible to receive a vaccine beginning May 1.

XS
SM
MD
LG