ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອິນ​ເດຍ ປະ​ຕິ​ເສດ​ຕ​ໍ່​ການ​ຕັ້ງ​ຊື່​ໃໝ່​ຂອງ​ຈີນ ໃຫ້​ແກ່​ສະ​ຖານ​ທີ່​ຕ່າງໆ ຢູ​ໃນ​ເຂດ​ຊາຍ​ແດນ ທີ່​ມີ​ການ​ຂັດ​ແຍ້ງ


ແຟ້ມ - ຂະ​ບວນ​ລົດ​ທະ​ຫານ​ອິນ​ເດຍ ພວມ​ແລ່ນ​ຢູ່​ເທິງ​ເສັ້ນ​ທາງ ສ​ຣີ​ນາ​ຄາ ຫາ​ລາ​ດັກ ທີ່ Gagangeer ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ສ​ຣີ​ນາ​ຄາ ໃນ​ແຄວ້ນ​ແຄັ​ສ​ເມຍ ທີ່​ອິນ​ເດຍ​ຄວບ​ຄຸມ ເມື່ອ​ວັນ​ທີ 9 ກັນ​ຍາ 2020.
ແຟ້ມ - ຂະ​ບວນ​ລົດ​ທະ​ຫານ​ອິນ​ເດຍ ພວມ​ແລ່ນ​ຢູ່​ເທິງ​ເສັ້ນ​ທາງ ສ​ຣີ​ນາ​ຄາ ຫາ​ລາ​ດັກ ທີ່ Gagangeer ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ສ​ຣີ​ນາ​ຄາ ໃນ​ແຄວ້ນ​ແຄັ​ສ​ເມຍ ທີ່​ອິນ​ເດຍ​ຄວບ​ຄຸມ ເມື່ອ​ວັນ​ທີ 9 ກັນ​ຍາ 2020.

ອິນ​ເດຍ​ປະ​ຕິ​ເສດ ໃນ​ວັນ​ອັງ​ຄານ​ວານນີ້ ບໍ່​ຮັບ​ຮູ້​ການ​ຕັ້ງ​ຊື່​ໃໝ່​ຂອງ​ຈີນ ໃຫ້​ແກ່​ສະ​ຖານ​ທີ່​ຕ່າງໆ​ ທີ່​ອິນ​ເດຍ​ຖື​ວ່າ ເປັນ​ລັດ​ອາະຣຸນ​ນະ​ຈາ​ລ​ປ​ຣະ​ເດັສ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຕົນ ທີ່​ຈີນ​ອ້າງ​ກຳ​ມະ​ສິດ​ວ່າ​ ເປັນ​ສ່ວນ​ນຶ່ງ​ຂອງ​ດິນ​ແດນ​ຕົນ​ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ຈີນ​ແລະ​ອິນ​ເດຍ​ເຄີຍເຮັດ​ສົງ​ຄາມ​ມາ​ແລ້ວ ຢູ່​ຕາມ​ບໍ​ລິ​ເວນ​ຊາຍ​ແດນ​ທີ່​ບໍ່​ໄດ້​ມີ​ການ​ປັກຫຼັກ​ໝາຍ​ຢ່າງ​ຄັກ​ແນ່ ​ຍາວ ໓,໘໐໐ ກິ​ໂລ​ແມັດ ໃນ​ປີ ໑໙໖໒ ແລະ​ໄດ້​ປະ​ທະ​ກັນ​ໃນ​ເຂດ​ທີ່​ເປັນ​ພູ​ຜາ​ເມື່ອ​ບໍ່​ເທົ່າ​ໃດ​ປີ​ຜ່ານ​ມານີ້ ຊຶ່ງ​ໄດ້​ເຮັດ​ໃຫ້​ຄວາມ​ສຳ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ເພື່ອນ​ບ້ານ​ທີ່​ມີ​ອາ​ວຸດ​ນິວ​ເຄ​ລຍ​ ຊຸດ​ໂຊມ​ລົງ.

ການ​ປະ​ທະ​ຄາ​ລົມ​ທີ່​ຮ້າຍ​ແຮງ ​ເທື່ອ​ຫຼ້າ​ສຸດ ໄດ້​ເກີດ​ຂຶ້ນ​ເມື່ອ​ວັນ​ອາ​ທິດ​ແລ້ວ ເວ​ລາ​ກະ​ຊວງ​ພົນ​ລະ​ເຮືອນ​ຂອງ​ຈີນ​ໄດ້​ອອກ​ຖະ​ແຫຼງ​ການທີ່​ກ່າວ​ວ່າ ຕົນ​ໄດ້ “ຕັ້ງ​ມາດ​ຕະ​ຖານ” ໃຫ້​ແກ່​ຊື່​ຂອງ​ສະ​ຖານ​ທີ່ ໑໑ ແຫ່ງ ຮວມ​ທັງ​ພູ ໕ ໜ່ວຍ ໃນ​ອັນ​ທີ່​ຈີນ​ເອີ້ນ​ວ່າ ພາກ​ໃຕ້​ຂອງ​ທິ​ເບດ.

ຖະ​ແຫຼງ​ການ​ດັ່ງ​ກ່າວ​ແມ່ນ​ຮວມ​ທັງ​ແຜນ​ທີ່ ທີ່​ສະ​ແດງ​ໃຫ້​ເຫັນ ໑໑ ສະ​ຖານ​ທີ່​ທີ່​ຈີນ​ໄດ້​ຕັ້ງ​ຊື່​ໃໝ່​ໃຫ້ ຢູ່​ໃນເຂດ “ສາງ​ນານ” ຫຼື​ພ​າກ​ໃຕ້​ຂອງ​ທິ​ເບດ​ ໃນ​ພາ​ສາ​ຈີນ ຊຶ່ງ​ມີ​ລັດອະ​ຣຸນ​ນະ​ຈາ​ລ​ປ​ຣະ​ເດັ​ສ ຮວມ​ຢູ່​ໃນ​ເຂດ​ພາກ​ໃຕ້​ທິ​ເບດ ແລະ​ຊາຍ​ແດນ​ຈີນ​ທີ່​ຕິດ​ກັບ​ອິນ​ເດຍ ແມ່ນ​ໄດ້​ໝາຍ​ຢູ່​ທາງ​ເໜືອ​ຂອງ​ແມ່​ນ້ຳ​ພົມ​ມະ​ບຸດ.

ທ່ານ​ອາ​ຣິນ​ແດມ ບັກ​ຈີ (Arindam Bagchi) ໂຄ​ສົກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ເດຍ ກ່າວ​ຢູ່​ໃນ​ທວີດ​ເຕີ້​ວ່າ “ອະ​ຣຸນ​ນະ​ຈາ​ລ​ປ​ຣະ​ເດັ​ສ​ ເປັນ ເຄີຍ​ເປັນ ແລະ​ຍັງ​ຈະ​ເປັນຢູ່​ສະ​ເໝີ ​ພາກ​ສ່ວນ​ນຶ່ງ ແລະ​ແບ່ງ​ແຍກ​ບໍ່​ໄດ້ຂອງ​ດິນ​ແດນ​ອິນ​ເດຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG