ວິທະຍຸຊຸມຊົນຢູ່ໃນເມືອງນຶ່ງທີ່ນອນຢູ່ໃນບັນດາເມືອງທີ່ມີຄວາມຫລ້າຫລັງທີ່ສຸດຢູ່ໃນພາກເໜືອຂອງອິນເດຍ ກຳລັງເຮັດໃຫ້ແມ່ຍິງ ມີຄວາມອຳນາດເພີ້ມຂຶ້ນ ໂດຍທີ່ທັງຊຸກຍູ້ໃຫ້ເຂົາເຈົ້າເຮັດວຽກຢູ່ໃນສະຖານີວິທະຍຸແລະທັງຊ່ວຍເຫລືອເຂົາເຈົ້າແກ້ໄຂບັນຫາຕ່າງໆ ເຊັ່ນການໃຊ້ຄວາມຮຸນແຮງຢູ່ໃນຄອບຄົວຢູ່ໃນສັງຄົມທີ່ຜູ້ຊາຍມີອຳນາດສູງສຸດນັ້ນ. Anjana Pasricha, ນັກຂ່າວວີໂອເອໄດ້ໄປຢ້ຽມຢາມສະຖານີວິທະຍຸດັ່ງກ່າວຢູ່ໃນເມືອງມີວາດ (Mewat), ຢູ່ລັດຮາຣີຢານະ (Haryana) ເພື່ອເບິ່ງບົດບາດຂອງວິທະຍຸດັ່ງກ່າວ ໃນການເຮັດໃຫ້ມີການປ່ຽນແປງຢູ່ໃນທົ່ວ 170 ບ້ານ ທີ່ການກະຈາຍສຽງຂອງວິທະຍຸດັ່ງກ່າວໄປເຖິງ, ຊຶ່ງບົວສະຫວັນຈະນຳລາຍງານເລື້ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.
ເມື່ອຜູ້ນຳພາຈັດລາຍການວິທະຍຸໜຸ່ມຄົນນີ້ ກ່າວຕ້ອນຮັບຕໍ່ບັນດາຜູ້ຟັງວິທະຍຸເມືອງມີວາດ, ກໍມີແມ່ຍິງຫລາຍພັນຄົນໝູນຄື້ນວິທະຍຸໄປຫາ.
ນາງຟາຣີນ(Fareen) ເປັນຄົນທີ່ຫາຍາກ ຢູ່ໃນໝູ່ບ້ານທີ່ຜູ້ຊາຍມີອຳນາດສູງສຸດ ແລະຄົນສ່ວນຫລາຍແມ່ນຊາວມຸສລິມ ທີ່ຜູ້ຍິງບໍ່ໄດ້ຮັບອະນຸຍາດໃຫ້ໄປເຮັດວຽກ ແຫ່ງນັ້ນ ທີ່ເຫັນວ່າໄດ້ຢູ່ປົນກັນກັບພວກຜູ້ຊາຍ ຫລືແມ່ນກະທັ້ງໄດ້ຍິນສຽງເວົ້າ ອອກມາອີກດ້ວຍ. ມັນໃຊ້ເວລາຫລາຍເດືອນ ຈຶ່ງສາມາດເຮັດໃຫ້ພໍ່ແມ່ຂອງນາງຢຸດການຄັດຄ້ານ ແລະໄປເຂົ້າເຮັດວຽກ ຢູ່ໃນສະຖານີວິທະຍຸແຫ່ງນັ້ນໄດ້.
ນາງ ຟາຣີນ (Fareen), ຜູ້ປະກາດລາຍການໃນວິທະຍຸມີວາດ (Mewat) ເວົ້າເປັນພາສາຮິນດູວ່າ:
"ພວກຊາວບ້ານບອກພວກເພິ່ນວ່າ ເປັນຫຍັງເຈົ້າຈຶ່ງບໍ່ໃຫ້ລູກສາວເຈົ້າແຕ່ງງານສາ, ລາວອາຍຸແກ່ຫລາຍແລ້ວໄດ໋. ໃຜຊິເອົາລາວ ຄັນລາວໄປເຮັດວຽກ?"
ຫລັງຈາກເຮັດວຽກຢູ່ໃນສະຖານີວິທະຍຸແຫງນັ້ນໄດ້ສອງປີ ໃນຂະນະທີ່ນາງຟາຣີນ ສຸມໃສ່ບັນຫາຕ່າງໆ ເຊັ່ນການໃຊ້ຄວາມຮຸນແຮງຢູ່ໃນຄອບຄົວ, ລາວຖືວ່າ ຕົນເອງໂຊກດີ ເມື່ອທຽບໃສ່ກັບຍິງສາວຄົນອື່ນໆ...
ນາງ ຟາຣີນ (Fareen) ເວົ້າເປັນພາສາຮິນດູອີກວ່າ:
"ຂອບໃຈພະເຈົ້າທີ່ຂ້ອຍບໍ່ໄດ້ແຕ່ງງານ. ພວກທີ່ເປັນສາມີບາງຄົນກໍບໍ່ໄປຫາເງິນ, ບາງຄົນກໍໜີປະເຂົາເຈົ້າໄປ. ຂ້ອຍບອກໃຫ້ເຂົາເຈົ້າໝູນຄື້ນວິທະຍຸມາຟັງ ລາຍການຂອງພວກເຮົາ. ພວກເຮົາສາມາດຊ່ວຍພວກເຈົ້າໄດ້."
ຖ້ອຍຄຳເວົ້າດັ່ງກ່າວບໍ່ໄດ້ຖືກຈຳກັດຢູ່ໃນແຕ່ວິທະຍຸເທົ່ານັ້ນ. ນາງ ຟາຣິນ ໄດ້ເຮັດໃນສິ່ງທີ່ບໍ່ມີແມ່ຍິງຄົນໃດທີ່ສາມາດເຮັດໄດ້ -- ນັ່ງຊ້ອນທ້າຍລົດຈັກຂອງເພື່ອນຮ່ວມງານຜູ້ຊາຍໄປຍັງໝູ່ບ້ານທີ່ນາງເອົາເລື້ອງຂອງພວກແມ່ຍິງທີ່ຖືກສາມີຂົ່ມເຫັງທາລຸນໄປເປີດໃຫ້ຄົນຟັງ.
ຢູ່ໃນບ້ານນີ້ພວກເຂົາເຈົ້າພາກັນຟັງເລື້ອງຂອງແມ່ຍິງໜຸ່ມຄົນນຶ່ງ ທີ່ໄປຟ້ອງຢູ່ສານ ແລະໄດ້ຮັບເງິນຊົດເຊີຍ 200 ໂດລາຈາກສາມີທີ່ໜີປະນາງໄປ.
ນາງ ຊີນາດ (Zeenat), ຊາວບ້ານບ້ານເຟີໂຣສເພີ ນາມາກ (Ferozpur Namak Village) ເວົ້າເປັນພາສາຮິນດູວ່າ:
"ເມື່ອຂ້ອຍໄປຫາຜູ້ຄົນ, ພວກເຂົາເຈົ້າບອກໃຫ້ຂ້ອຍຢືນຢັດຢູ່ໃນຈຸດຂອງຕົນ. ແລ້ວຂ້ອຍກໍມີຄວາມກ້າຫານຂຶ້ນ ຫລັງຈາກໄດ້ຟັງລາຍການກ່ຽວກັບການທຳຄວາມຮຸນແຮງຕໍ່ແມ່ຍິງແລ້ວ."
ໂດຍໄດ້ຮັບຄວາມກ້າຫານຂຶ້ນຍ້ອນລາຍການນີ້, ແມ່ຍິງອີກຄົນນຶ່ງຖາມວ່າ ນາງສາມາດຫາທາງທວງເອົາຄ່າຊົດເຊີຍໄດ້ແນວໃດ.
ການຂະຫຍາຍຕົວຢ່າງວ່ອງໄວຂອງໂທລະສັບມືຖືຢູ່ໃນຊຸມປີມໍ່ໆມານີ້ ໄດ້ເຮັດໃຫ້ວິທະຍຸສາມາດເຂົ້າເຖິງຄົນໄດ້ຢ່າງກວ້າງຂວາງຫລາຍຂຶ້ນ --ບັນດາແມ່ຍິງທັງຫລາຍພາກັນຢືມໂທລະສັບສາມີຂອງຕົນ ເພື່ອໝູນຄື້ນໄປຫາວິທະຍຸນັ້ນ. ແລະພວກເຂົາເຈົ້າກຳລັງຍື່ນຄຳຟ້ອງຮ້ອງຕໍ່ສານ ຫລືບໍ່ກໍຊອກຫາທາງໃຫ້ມີການໄກ່ເກ່ຍກັນ.
ທ່ານນາງ ອາຊານາ ຄາປົວ (Archana Kapoor), ຜູ້ສ້າງຕັ້ງ ແລະອຳນວຍການຂອງວິທະຍຸມີວາດ (Mewat) ເວົ້າວ່າ:
"ສຳລັບແມ່ຍິງແລ້ວ ມັນເປັນຂັ້ນຕອນ ທີ່ເຮັດໃຫ້ມີອຳນາດຂຶ້ນຢ່າງໃຫຍ່ຫລວງ ເພາະວ່າ ວິທະຍຸແມ່ນບາງສິ່ງ ບາງຢ່າງ ທີ່ນຳເອົາຄວາມເປັນສ່ວນຕົວມາໃຫ້ທ່ານ, ມັນເອົາຄວາມເຊື່ອງຊ້ອນບໍ່ໃຫ້ຄົນຮູ້ຕົວຕົນຂອງທ່ານມາໃຫ້, ແລະມັນນຳເອົາຂໍ້ມູນ ທີ່ທ່ານຍັງສາມາດຟັງໄດ້ໃນເວລາທີ່ຢູ່ຜູ້ດຽວອີກດ້ວຍ."
ກຳລັງມີການປ່ຽນແປງເກີດຂຶ້ນ ແຕ່ວ່າມັນເປັນໄປຢ່າງຊ້າໆ. ມັນເປັນເລື້ອງທີ່ທ້າທາຍຢ່າງໃຫຍ່ຫລວງທີ່ຈະສາມາດຈ້າງ ແລະຮັກສາແມ່ຍິງໄວ້ໄດ້ --ໃນຈຳນວນພະນັກງານ 12 ຄົນ ມີແມ່ຍິງແຕ່ສາມຄົນເທົ່ານັ້ນ.
ທ່ານນາງ ໂຄມາລ ຊາມາ (Komal Sharma), ຜູ້ຈັດການຂອງສະຖານີວິທະຍຸມີວາດໃຫ້ຄຳເຫັນວ່າ:
"ພວກເຮົາໄດ້ຈ້າງພວກແມ່ຍິງທີ່ແຕ່ງງານແລ້ວສອງສາມຄົນມາເຮັດວຽກນຳ. ແຕ່ວ່າ ເມື່ອສາມີຂອງເຂົາເຈົ້າເຫັນເຂົາເຈົ້າກິນເຂົ້າທ່ຽງຮ່ວມກັນເປັນທີມກັບເພື່ອນຮ່ວມງານຊາຍ ສາມີເຂົາເຈົ້າກໍເອົາເຂົາເຈົ້າໜີໄປ."
ນາງຟາຣີນ ຈະສືບຕໍ່ເຮັດວຽກໄດ້ອີກດົນປານໃດ ແມ່ນຍັງຕ້ອງໄດ້ລໍຖ້າເບິ່ງ, ແຕ່ວ່າ ການໄດ້ເຂົ້າມາໃນຫ້ອງກະຈາຍສຽງຂອງວິທະຍຸແຫ່ງນີ້ ໄດ້ເຮັດໃຫ້ນາງ ຫຍັບເຂົ້າໄປໃກ້ກັບຄວາມຫວັງແຕ່ຕອນຍັງນ້ອຍຂອງນາງທີ່ຢາກເປັນນັກສະແດງຄົນນຶ່ງ. ແລະວຽກງານຂອງນາງໄດ້ແນໄປໃສ່ເປົ້າໝາຍອີກອັນນຶ່ງ.
ນາງຟາຣີນ ເວົ້າເປັນພາສາຮິນດູອີກວ່າ:
"ຂ້ອຍຢາກນຳເອົາການປ່ຽນແປງໄປສູ່ຄອບຄົວໃດກໍຕາມທີ່ຂ້ອຍແຕ່ງງານນຳ. ພວກລູກສາວຂອງເຂົາເຈົ້າຄວນໄດ້ເຂົ້າໂຮງຮຽນ. ພວກແມ່ຍິງທີ່ຖືກຂົ່ມເຫັງ ຄວນໄດ້ຮັບຄວາມເປັນທຳ ແລະຄວນຮູ້ສິດຂອງຕົນ."
ຢູ່ສະຖານີວິທະຍຸຊຸມຊົນແຫ່ງນີ້ ບັນຫາທ້າທາຍກໍຄື ການຊຸກຍູ້ໃຫ້ພວກແມ່ຍິງ ຫລາຄົນກວ່າເກົ່າ ເຮັດຄືກັນກັບນາງຟາຣີນນີ້ ໃຫ້ເຂົາເຈົ້າພາກັນທັບມ້າງອຸປະສັກກີດຂວາງ ແລະປ່ຽນແປງຊີວິດຂອງເຂົາເຈົ້າໄດ້.
ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້
When this young radio jockey welcomes listeners to Radio Mewat, thousands of women tune in.
Fareen is a rare exception in these Muslim-dominated patriarchal villages where women are not allowed to work, be seen with men or even be heard. It took months to overcome her parents resistance and join the radio.
Fareen, Radio Mewat Announcer (in Hindi):
"The villagers told them why are you not marrying your daughter, she is so old. Who will marry her if she takes a job?"
Two years into her radio career, as Fareen focuses on issues such as domestic violence, she considers herself lucky compared to other young women..
Fareen, Radio Mewat Announcer (in Hindi):
"Thank God I did not get married. Some husbands don't earn, some have deserted them. I tell them to tune into our program. We can help you."
The message is not confined to the radio. Fareen does what no other woman here can -- ride with a male colleague on a motorcycle into villages where she plays stories of women who have faced harassment.
In this village they listen about a young woman who went to court and won a $ 200 settlement from her husband, who deserted her.
Zeenat, Ferozpur Namak Village Resident (in Hindi):
"When I went to people, they told me to take a stand. I got courage after listening to the program on violence against women."
Emboldened by this, another woman asks how she can seek redress.
The explosive growth of mobile phones in recent years has widened the radio's reach -- women often borrow phones from their husbands to tune in. And they are beginning to file court cases or seek mediation.
Archana Kapoor, Radio Mewat Founder and Director:
"For women it has been a hugely empowering process because radio is something which gives you privacy, it gives you anonymity, and it gives you information which you can even listen to when you are alone."
Change is happening, but slowly. It is a huge challenge to hire and retain women -- out of 12 employees, only three are women.
Komal Sharma, Radio Mewat Station Manager (in Hindi):
"We employed a couple of married women. But when their husbands saw them having lunch with male colleagues in the team, they took them away."
How long Fareen will continue working remains to be seen. But getting into this studio has brought her close to her childhood dream of becoming an actor. And her work has fired another goal.
Fareen, Radio Mewat Announcer (in Hindi):
"I want to bring change into whichever family I marry. Their girls should go to school. Women who are being abused should get justice and should know their rights."
For this community radio, the challenge is to convince more women that like Fareen they can break barriers and transform their lives.