ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນ​ເດຍ ສະ​ແດງ​ແສນ​ຍາ​ນຸ​ພາບ ກອງ​ທັບ​ເຮືອ ຢູ່​ທະ​ເລ​ອາ​ຣັບ ທ່າມ​ກາງ​ການ​ໂຈມ​ຕີ ຂອງ​​ກະ​ບົດ​ຮູ​ຕີ ແລະ ການ​ຟື້ນ​ໂຕ​ຄືນ ຂອງ​ໂຈນ​ທະ​ເລ


ໜ່ວຍ​ກ້າ​ຕາຍ​ອິນ​ເດຍ ຢືນ​ຍາມ​ກຸ່ມ​ໂຈນ​ທະ​ເລ​ທີ່​ຖືກ​ຄວບ​ຄຸມ​ໂຕ ຫຼັງ​ຈາກກອງ​ທັບ​ເຮືອ​ອິນ​ເດຍ ປ່ອຍ​ເຮືອ​ຫາ​ປາ​ອີ​ຣ່ານ ທີ່​ຖືກ​ຈີ້​ໂດຍ​ໂຈນ​ທະ​ເລ ໂຊ​ມາ​ເລຍ ຢູ່ນອກ​ຊາຍ​ຝັ່ງ​ໂຊ​ມາ​ເລຍ ທາງ​ພາ​ກ​ຕາ​ເວັນ​ຕົກ​ຂອງ​ໂຄ​ຊິ ເມື່ອ​ວັນ​ທີ 30 ມັງ​ກອນ 2024. (Indian navy photo)
ໜ່ວຍ​ກ້າ​ຕາຍ​ອິນ​ເດຍ ຢືນ​ຍາມ​ກຸ່ມ​ໂຈນ​ທະ​ເລ​ທີ່​ຖືກ​ຄວບ​ຄຸມ​ໂຕ ຫຼັງ​ຈາກກອງ​ທັບ​ເຮືອ​ອິນ​ເດຍ ປ່ອຍ​ເຮືອ​ຫາ​ປາ​ອີ​ຣ່ານ ທີ່​ຖືກ​ຈີ້​ໂດຍ​ໂຈນ​ທະ​ເລ ໂຊ​ມາ​ເລຍ ຢູ່ນອກ​ຊາຍ​ຝັ່ງ​ໂຊ​ມາ​ເລຍ ທາງ​ພາ​ກ​ຕາ​ເວັນ​ຕົກ​ຂອງ​ໂຄ​ຊິ ເມື່ອ​ວັນ​ທີ 30 ມັງ​ກອນ 2024. (Indian navy photo)

ອິນ​ເດຍ ໄດ້​ສົ່ງ​ກຳ​ປັ່ນ​ລົບ​ຢ່າງ​ໜ້ອຍ 10 ລຳ ໄປ​ຍັງ​ທະ​ເລ​ອາ​ຣັບ ເພື່ອ​ຮັກ​ສາ​ຄວາມ​ປອດ​ໄພ ​ໃຫ້​ແກ່​ກຳ​ປັ່ນ​ບັນ​ທຸກ​ສິນ​ຄ້າ ໃນ​ເຂດ​ນ່ານ​ນ້ຳ​ ທາງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ທະ​ເລ​ແດງ ບ່ອນ​ທີ່​ພວກ​ກະ​ບົດ​ຮູ​ຕີ ໄດ້​ສົ່ງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ​ຫຼື ໂດ​ຣນທຳ​ການ​ໂຈມ​ຕີ ແລະ​ການ​ຟື້ນ​ໂຕ​ຄືນ​ຂອງ​ພວກ​ໂຈນ​ທະ​ເລ ພວມ​ເປັນ​ບັນ​ຫາ​ທ້າ​ທາຍ. ອັນ​ຈະ​ນາ ປາ​ສ​ຣິ​ຈາ ມີ​ລາຍ​ງານ ຊຶ່ງໄພ​ສານ​ ຈະ​ນຳ​ເອົາ​ລາຍ​ລະ​ອຽດ ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ຈາກ​ການ​ຊ່ວຍ​ດັບ​ໄຟ ​ຢູ່​ກຳ​ປັ່ນບັນ​ທຸກ​ນ້ຳ​ມັນ ​ທີ່​ຕິດ​ທຸງຂອງ​ປະ​ເທດ​ໝູ່​ເກາະ​ມາ​ໂຊ ທີ່​ຖືກ​ໂດຍລູກ​ສອນ​ໄຟ​ ຂອງພວກ​ກະ​ບົດ​ຮູ​ຕີ ຕະ​ຫຼອດ​ການ​ກູ້​ໄຟ ກຳ​ປັ່ນ​ທີ່​ຖືກ​ຈີ້​ ໂດຍ​ພວກ​ໂຈນ​ທະ​ເລ ກຳ​ປັ່ນ​ລົບ​ຂອງກອງ​ທັບ​ເຮືອ​ອິນ​ເດຍ​ໄດ້​ຮັກ​ສາ​ຄວາມ​ປອດ​ໄພ​ໃຫ້​ແກ່​ກຳ​ປັ່ນ​ບັນ​ທຸກ​ສິນ​ຄ້າ​ຢູ່​ໃນ​ທະ​ເລ​ອາ​ຣັບ.

ອິນ​ເດຍ ບໍ່​ໄດ້​ເຂົ້າ​ຮ່ວມ​ໜ່ວຍ​ປະ​ຕິ​ບັດ​ງານ​ຮັກ​ສາ​ຄວາມ​ປອດ​ໄພ​ໃນ​ທະ​ເລ​ແດງ ທີ່​ນຳ​ພາ​ໂດຍ​ສະ​ຫະ​ລັດ ​ຊຶ່ງ​ໄດ້​ເລີ້ມ​ທຳ​ການ​ໂຈມ​ຕີ​ ຕໍ່​ພວກ​ກະ​ບົດ​ຮູ​ຕີ ທີ່​ອີ​ຣ່ານ​ໜຸນ​ຫຼັງ ໂດຍ​ທີ່​ພວກ​ເຂົາ​ໄດ້​ຍິງ​ລູກ​ສອນ​ໄຟ​ແລະ​ໂດ​ຣນ​ໂຈມ​ຕີ​ກຳ​ປັ່ນ​ບັນ​ທຸກ​ສິນ​ຄ້າ ຊຶ່ງ​ໄດ້​ລົບ​ກວນ​ການ​ຄ້າ​ຂອງ​ໂລກ.

ນັບ​ແຕ່​ເດືອນ​ທັນ​ວາ​ເປັນ​ຕົ້ນ​ມາ ອິນ​ເດຍ​ໄດ້​ສົ່ງ​ກຳ​ປັ່ນ​ລົບ​ປະ​ມານ 10 ລຳ​ຮວມ​ທັງ​ກຳ​ປັ່ນ​ຕິດ​ລູກ​ສອນ​ໄຟ​ຄ​ຣູ​ສ​ນຳ​ວິ​ຖີ ພ້ອມ​ທັງ​ເຮືອ​ບິນ​ສອດ​ແນມ ໄປ​ລາດ​ຕະ​ເວນ​ໃນ​ເຂດ​ນ່ານ​ນ້ຳ ທາງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ທະ​ເລ​ແດງ.

ທ່ານ​ຮາ​ສ ແພັນ​ທ໌ ຮອງ​ປະ​ທານ​ ​ການ​ສຶກ​ສາ​ ແລະ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ ທີ່​ມູນ​ນິ​ທິ​ການ​ຄົ້ນ​ຄວ້າ Observer ທີ່​ນະ​ຄອນ​ຫຼວງ​ນິວ​ເດ​ລີ ໃຫ້​ການ​ອະ​ທິ​ບາຍ​ເຖິງ​ຄວາມ​ສຳ​ຄັນ ຕໍ່​ການ​ສົ່ງ​ກຳ​ປັ່ນ​ໄປ​ປະ​ຈຳ​ການ​ເພີ້ມ​ຂຶ້ນ​ໃນ​ທະ​ເລ​ອາ​ຣັບ​ວ່າ:

“ຂ້າ​ພະ​ເຈົ້າ​ຄິດ​ວ່າ ລະ​ດັບ​ຂອງ​ການ​ສົ່ງ​ກຳ​ປັ່ນ​ໄປ​ນີ້ ແມ່ນ​ແບບບໍ່​ເຄີຍ​ມີ​ມາ​ກ່ອນ​ແລະໃນ​ທາງ​ໃດ​ທາງ​ນຶ່ງ ນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ກອງ​ທັບ​ເຮືອ​ຂອງ​ອິນ​ເດຍ ໃນ​ຄວາມ​ສາ​ມາດ​ຂອ​ງ​ຕົນ​ເອງ​ ແລະ​ຂໍ້​ບັງ​ຄັບ ​ທີ່​ສາ​ມາດເບິ່ງ​ໄດ້​ວ່າ ເປັນ​ຜູ້ທີ່ມີ​ຄວາມ​ເມດ​ຕາ​ຢູ່​ໃນ​ຂົງ​ເຂດ ທີ່​ບໍ່​ມອງ​ເຫັນ​ແຕ່​ຜົນ​ປະ​ໂຫຍດ​ຂອງຕົນ​ເທົ່າ​ນັ້ນ ແຕ່​ຍັງ​ມອງ​ເຫັນ​ຜົນ​ປະ​ໂຫຍດ​ຂອງ​ທົ່ວ​ໂລກ​ນຳ​ດ້ວຍ.”

ກອງ​ທັບ​ເຮືອ​ອິນ​ເດຍ ​ໄດ້​ຊ່ວຍ​ກຳ​ປັ່ນ​ທີ່​ຖືກໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ ​ແລະໂດ​ຣນ​ຢ່າງ​ໜ້ອຍ 2 ລຳອີງ​ຕາມ​ເຈົ້າ​ໜ້າ​ທີ່​ອິນ​ເດຍ. ແຕ່​ທ່າມ​ກາງ​ການ​ຟື້ນ​ໂຕ​ຄືນ​ຂອງ​ພວກ​ໂຈນ​ທະ​ເລ ຈຸດ​ເພັ່ງ​ເລັງ​ຫຼັກ ​ແມ່ນ​ແນ​ໃສ່​ເພື່ອ​ລາດ​ຕະ​ເວນ​ຕໍ່​ຕ້ານ​ໂຈນ​ທະ​ເລ. ໃນ​ອາ​ທິດ​ແລ້ວ ກຳ​ປັ່ນ​ຂອງ​ກອງ​ທັບ​ເຮືອອິນ​ເດຍ​ກໍ​ໄດ້​ຊ່ວຍ​ເຮືອ 2 ລຳ​ ​ຕິດ​ທຸງ​ຊາດອີ​ຣ່ານ ​ທີ່​ຖືກ​ຈີ້​ໂດຍ​ພວກ​ໂຈນ​ທະ​ເລ ແລະ​ປ່ອຍ​ພວກ​ລູກ​ເຮືອ​ທີ່​ຖືກ​ຈັບ​ເປັນ​ໂຕ​ປະ​ກັນ.

ໂດຍ​ການ​ສົ່ງ​ກຳ​ປັ່ນ​ສຳ​ຫຼວດ​ອຸ​ທົກ​ກະ​ສາດເຂົ້າ​ຮ່ວມ ລັດ​ຖະ​ມົນ​ຕີກະ​ຊວງປ້ອງ​ກັນ​ປະ​ເທດ​ອິນ​ເດຍ ທ່ານ​ຣາ​ຈ​ນາດ ຊິງ ກ່າວ​ວ່າ ກຳ​ລັງ​ຂອງກອງ​ທັບ​ເຮືອ​ໄດ້​ ​ແນ​ໃສ່​ເພື່ອ​ໃຫ້​ກາ​ນ​ຄຸ້ມ​ກັນ ​ທັງ​ທາງ​ດ້ານ​ການ​ຄ້າ ແລະ​ດ້ານ​ຄວາມ​ໝັ້ນ​ຄົງ​ຢູ່​ໃນ​ຂົງ​ເຂດ ຊຶ່ງ​ທ່ານ​ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

“ກອງ​ທັບ​ເຮືອ​ຂອງ​ພວກ​ເຮົາ​ກາຍ​ເປັນ​ກອງ​ທັບ​ເຮືອ​ທີ່​ມີ​ຄວາມ​ເຂັ້ມ​ແຂງ​ຫຼາຍ​ເພື່ອ​ຮັບ​ມື​ໃນ​ຂັ້ນ​ຕົ້ນໆ ເມື່ອ​ເວົ້າ​ເຖິງ​ເລື້ອງ​ຄວາມ​ໝັ້ນ​ຄົງ ​ຢູ່​ໃນ​ມະ​ຫາ​ສະ​ໝຸດ​ອິນ​ເດຍ​ແລະເຂດ​ອິນ​ໂດ-ປາ​ຊີ​ຟິກ. ຂ້າ​ພະ​ເຈົ້າ​ກ່າວ​ເຊັ່ນ​ນັ້ນ​ ດ້ວຍ​ຄວາມ​ໝັ້ນ​ໃຈ.”

​ໃນ​ຂະ​ນະ​ທີ່​ການ​ຂັດ​ແຍ້ງເລື້ອງ​ຊາຍ​ແດນກັບ​ຈີນ ແລະ​ປາ​ກິ​ສ​ຖານ​ໃນ​ເຂດ​ພູ​ຫິ​ມະ​ໄລ ​ເຮັ​ດໃຫ້​ອິນ​ເດຍ​ຕ້ອງ​ໄດ້​ເພັ່ງ​ເລັງ​ໃສ່​ກອງ​ທັບ​ບົກ​ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ ແຕ່​ໃນ​ໄລ​ຍະ ​ສອງ​ສາມ​ທົດ​ສະ​ວັດ​ຜ່ານ​ມານີ້ ປະ​ເທດ​ດັ່ງ​ກ່າວ​ກໍ​ໄດ້​ເສີມ​ສ້າງ​ຄວາມ​ສາ​ມາດ​ຂອງກອງ​ທັບ​ເຮືອ ໂດຍ​ໄດ້​ທຳ​ການ​ຊື້​ກຳ​ປັ່ນ​ລົບ ກຳ​ປັ່ນ​ດຳ​ນ້ຳ​ແລະ​ເຮືອ​ບິນ​ທີ່​ກ້າວ​ໜ້າ​ທັນ​ສະ​ໄໝ.

ທ່ານ ດີ ເຄ ຊາ​ມາ (D.K. Sharma) ອະ​ດີດ​ໂຄ​ສົກ​ຂອງກອ​ງ​ທັບ​ເຮືອ​ອິນ​ເດຍ​ກ່າວ​ວ່າ:

“ພວກ​ເຮົາ​ແມ່ນ​ນຶ່ງ​ໃນ​ກອງ​ກຳ​ລັງ​ທີ່​ໃຫຍ່​ທີ່​ສຸດ​ຢູ່​ທີ່ນີ້ ແລະ​ພວກ​ເຮົາ​ຮູ້​ວ່າ​ ການ​ຄ້າ​ຂອງໂລກ​ແມ່ນ​ຂົນ​ສົ່ງ​ຜ່ານ​ເສັ້ນ​ທາງ​ເຫຼົ່າ​ນີ້ ແລະ​ພວກ​ເຮົາ​ກໍ​ສະ​ໜັບ​ສະ​ໜຸນ​ອິດ​ສະ​ຫຼະ​ພາບ​ທາ​ງ​ທະ​ເລ ອິດ​ສະ​ຫຼາບ​ໃນ​ການ​ເດີນ​ເຮືອ..ນັ້ນ​ກໍ​ຄື​ວ່າ​ເປັນ​ຫຍັງ​ການ​ສົ່ງ​ກຳ​ປັ່ນ​ເຫຼົ່າ​ນີ້ຈຶ່ງໄດ້​ມີ​ຂຶ້ນ ກໍ​ເພື່ອກວດ​ກາ​ພື້ນ​ທີ່ ກໍ​ເພື່ອ​ເຄ​ລຍ​ພື້ນ​ທີ່.”

ການ​ສະ​ແດງ​ແສນ​ຍາ​ນຸ​ພາບ​ໃນ​ມະ​ຫາ​ສະ​ໝຸດ​ອິນ​ເດຍ ຊຶ່ງ​ອິນ​ເດຍ​ເອີ້ນ​ວ່າ​ເປັນ​ເດີ່ນ​ຫຼັງ​ບ້ານນັ້ນ ແມ່ນ​ການ​ໃຫ້​ສັນ​ຍາ​ເຖິງ​ຄວາມ​ໄຝ່​ຝັນ​ຂອງ​ປະ​ເທດ ທີ່​ຈະ​ຖືກ​ນັບ​ວ່າ​ເປັນ​ມະ​ຫາ​ອຳ​ນາດ​ພຸ່ງ​ພົ້ນ​ໃໝ່​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ.”

ນັກ​ວິ​ເຄາະ​ຮາ​ສ ແພັນ​ທ໌ ຈາກ​ມູນ​ນິ​ທິ​ການ​ຄົ້ນ​ຄວ້າ Observer ກ່າວ​ວ່າ:

“​ເບິ່ງ​ຄື​ວ່າ ​ນັ້ນ​ແມ່ນ​ຄຳ​ຕອ​ບ​ທີ່​ອິນ​ເດຍ​ພວມ​ສະ​ໜອງ​ໃຫ້ ນັ້ນ​ຄື​ສິ່ງ​ທີ່​ພວກ​ເຮົາ​ເຕັມ​ໃຈທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັນ​ກັບ​ໂລກໄປ​ສູ່​ການ​ດຳ​ເນີນ​ງານ​ຮ່ວມ​ກັນ​ເປັນ​ກຸ່ມ ພວກ​ເຮົາ​ບໍ່​ແມ່ນ​ຜູ້​ລົບ​ກວນຫຼືຈັດ​ລະ​ບຽບ​ຂອງ​ໂລກ ຜູ້​ຈັດ​ລະ​ບຽບ​ຂອງ​ຂົງ​ເຂດ ພວກ​ເຮົາ​ຕ້ອງ​ການ​ເປັນ​ຜູ້​ມີ​ສ່ວນ​ຮ່ວມ​ແບບ​ມີ​ຄວາມ​ຮັບ​ຜິດ​ຊອບ ດັ່ງ​ນັ້ນ ​ຕາມ​ທຳມະ​ຊາດ​ແລ້ວ ຖ້າ​ຫາກ​ເກີດ​ວິ​ກິດ​ການ​ຂຶ້ນ​ຢູ່​ອ້ອມ​ແອ້ມ​ບ່ອນ​ຢູ່​ຂອງ​ທ່ານ ອິນ​ເດຍ​ຈຶ່ງ​ໄດ້​ເພີ້ມ​ລະ​ດັບ ແລະ​ເຮັດ​ການ​ປະ​ກອ​ບ​ສ່ວນ​ຂອງ​ຕົນ.”

ເຈົ້າ​ໜ້າ​ທີ່​ອິນ​ເດຍ​ຫວັງ​ວ່າ ການ​ສົ່ງ​ກອງ​ທັບ​ເຮືອ ​ຂອງ​ພວກ​ເຂົາ​ເຈົ້າ​ໄປ​ນີ້ ຈະ​ຊ່ວຍປ້ອງ​ກັນ​ໄພ​ຂົ່ມ​ຂູ່ ​ຕໍ່​ກຳ​ປັ່ນ​ບັນ​ທຸກ​ສິນ​ຄ້າ ທີ່​ແຜ່​ລາມ​ອອກ​ໄປ​ໄກ​ກວ່າ​ທະ​ເລ​ແດງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG