ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິນເດຍ ສ້າງແຜນການຕໍ່ໜ້າ ທີ່ຈະຕິດຕັ້ງທໍ່ນໍ້າປະປາຢູ່ໃນຂົງເຂດຊົນນະບົດ


ແຜນຕິດຕັ້ງທໍ່ນໍ້າປະປາຢູ່ໃນຂົງເຂດຊົນນະບົດຂອງ ອິນເດຍ

ໃນປະເທດອິນເດຍ, ທໍ່ນໍ້າປະປາໄດ້ຖືກຕິດຕັ້ງຢູ່ຫຼາຍລ້ານໝູ່ບ້ານ ໃນຊຸມປີບໍ່ດົນມານີ້ ເຊິ່ງເປັນສ່ວນນຶ່ງຂອງໂຄງການທີ່ມີຄວາມທະເຍີທະຍານໃນທົ່ວປະເທດ ທີ່ຈະສະຫນອງການເຊື່ອມຕໍ່ນ້ໍາປະປາໃຫ້ທຸກໆຄົວເຮືອນໃນເຂດຊົນນະບົດທີ່ກວ້າງໃຫຍ່ຂອງປະເທດ. ໃນ​ປະ​ເທດ​ທີ່​ນໍ້າຂາດແຄນຢ່າງໜັກ, ມັນ​ເປັນ​ຜົນ​ດີຫຼາຍ​ສໍາ​ລັບ​ຊຸມ​ຊົນໃນຂົງເຂດ​ຊົນ​ນະ​ບົດ​. ອັນຈະນາ ປາສຣິຊາ ເບິ່ງວ່າ ວິທີການດັ່ງກ່າວນີ້ ໄດ້ຊ່ວຍປະຊາຊົນຢູ່ໃນບ້ານແຫ່ງນຶ່ງທີ່ຕັ້ງຢູ່ທາງພາກເຫນືອຂອງອິນເດຍໄດ້ແນວໃດ,

ນາງບາບລີ ເດວີ (Babli Devi) ເປັນນຶ່ງໃນຈໍານວນຫຼາຍລ້ານຄົນຂອງໝູ່ບ້ານຫຼາຍແຫ່ງຢູ່ອິນເດຍ ທີ່ຕ້ອງຍ່າງເປັນໄລຍະທາງໄກຈາກເຮືອນຂອງພວກເຂົາເຈົ້າ ເພື່ອໄປຮ່າຍນ້ໍາຈາກທໍ່ນໍ້າຂອງຊຸມຊົນ ແລະແຫຼ່ງອື່ນໆສໍາລັບໃຊ້ໃນການລ້າງ ແລະປຸງແຕ່ງອາຫານ.

ນາງບາບລີ ເດວີ, ຈາກບ້ານ ຄຸນຊາລ (Kunsal), ກ່າວເປັນພາສາຮິນດີວ່າ:

"ຂ້ອຍຕ້ອງອອກໄປໄກໆໃນຊ່ວງເວລາຕອນເຊົ້າ, ຕອນບ່າຍ ແລະຕອນແລງ, ແຕ່ລະຊ່ວງເວລາ ຂ້ອຍຕ້ອງໄດ້ທຽວຮອດ 2 ຫຼື 3 ຖ້ຽວ."

ມັນ​ເປັນ​ຄວາມຫຍຸ້ງຍາກທີ່​ຄ້າຍຄື​ກັນນີ້​ ໃນ​ທຸກໆ​ຫຼັງຄາເຮືອນ​ຢູ່ໝູ່​ບ້ານຄຸນຊາລ, ​ໃນ​ລັດຮິມາຊາລ ປຣາເດສ (Himachal Pradesh).

ທ້າວບີຣີ ລາລ (Biri Lal), ປະຊາຊົນບ້ານຄຸນຊາລ ກ່າວເປັນພາສາຮິນດີວ່າ:

"ພວກເຮົາຕ້ອງການນໍ້າຫ້າຫາຫົກຖັງຕໍ່ມື້ ເພື່ອໃຊ້ອາບ ແລະລ້າງ. ການໄປໂຕ່ງເອົານໍ້າຂຶ້ນມາ ແມ່ນສິ່ງດີຄືກັບການເຮັດວຽກ.”

ຊ່ວງໄລຍະຂອງການຍ່າງທາງໄກເປັນເວລາຍາວຫຼາຍທົດສະວັດນັ້ນ ກໍສິ້ນສຸດລົງແລ້ວ ສໍາລັບນາງ ເດວີ ແລະ ທ້າວ ລາລ ໃນຊ່ວງບໍ່ເທົ່າໃດເດືອນທີ່ຜ່ານມານີ້ ເມື່ອທໍ່ນໍ້າໄດ້ຮັບການຕິດຕັ້ງຢູ່ໃນທຸກໆຫຼັງຄາເຮືອນຂອງພວກເຂົາເຈົ້າ ພາຍໃຕ້ຄວາມທະເຍີທະຍານຂອງໂຄງການໃນທົ່ວປະເທດຈໍານວນ 50 ຕື້ໂດລາ ເພື່ອສະໜອງທໍ່ນໍ້າໃຫ້ກັບທຸກຄອບຄົວຢູ່ໃນຂົງເຂດຊົນນະບົດ.

ມີພຽງ 1 ໃນ 6 ຂອງຈໍານວນ 200 ລ້ານຫຼັງຄາເຮືອນຂອງຊາວອິນເດຍ ໃນຂົງເຂດຊົນນະບົດ ທີ່ສາມາດມີນໍ້າໃຊ້ໃນບ້ານເຮືອນຂອງພວກເຂົາເຈົ້າ ໃນເມື່ອກ່ອນ ຈົນເຖິງຊ່ວງຫ້າປີມານີ້.

ຈໍານວນດັ່ງກ່າວ ເພີ້ມຂຶ້ນມາເປັນປະມານ 3 ໃນທຸກໆ 4 ຄົວເຮືອນ ເນື່ອງຈາກວ່າ ບັນດາວິສະວະກອນໄດ້ແຂ່ງຂັນກັນເພື່ອວາງເຄືອຂ່າຍຂອງທໍ່ນໍ້າ ໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມານີ້.

ການປະຕິບັດງານບໍ່ແມ່ນເລື່ອງງ່າຍເລີຍ. ຕົວຢ່າງ: ລັດ ຮິມາຊາລ ປຣາເດັສ, ເຊິ່ງເປັນລັດທີ່ໝູ່ບ້ານຂອງ ນາງເດວີ ຕັ້ງຢູ່, ໄດ້ຮັບມໍລະສຸມຈາກນໍ້າຝົນຢ່າງຫຼວງຫຼາຍ, ແຕ່ນ້ໍາ ທີ່ໄຫຼລົງລຸ່ມຈາກເຂດເນີນພູ ເຮັດໃຫ້ເກີດການຂາດແຄນນໍ້າໃນຊ່ວງລະດູຮ້ອນ, ແລະລະດູໜາວ ກໍເກີດມີບັນຫາອື່ນໆຕາມມາ.

ທ່ານຊູເຣັສ ມາຫາຈານ (Suresh Mahajan), ຫົວໜ້າວິສະວະກອນ ຈາກກົມຊັບພະຍາກອນນ້ຳ, ລັດດາຣາມຊາລາ (Dharamshala), ກ່າວເປັນພາສາອັງກິດວ່າ:

“ການສະໜອງນໍ້າປະປາພຽງເທົ່ານັ້ນ ແມ່ນບໍ່ພຽງພໍ, ພວກເຮົາຕ້ອງມີນໍ້າປະປາເປັນປະຈຳ ແລະສາມາດໃຊ້ໄດ້ໃນທຸກໆຄົວເຮືອນ. ສິ່ງທ້າທາຍແມ່ນຍິ່ງໃຫຍ່ຫຼາຍ ເນື່ອງຈາກວ່າ ພວກເຮົາຕັ້ງຢູ່ບໍລິເວນທີ່ສອກຫຼີກຫ່າງໄກຫຼາຍ, ພວກເຮົາມີພື້ນທີ່ທີ່ມີອຸນຫະພູມສູງຮອດ 20 ອົງສາເຊນຕິເກຣດ (ເຊລຊຽສ), ຫຼື ລົບ 35 ອົງສາເຊນຕິເກຣດໃນບາງຂົງເຂດພື້ນທີ່ຊົນເຜົ່າ, ດັ່ງນັ້ນ ນີ້ຈຶ່ງແມ່ນວຽກທີ່ຫຍຸ້ງຍາກຫຼາຍ.”

ເຄືອ​ຂ່າຍ​ອ່າງ​ເກັບ​ນ້ຳ​ພ້ອມ​ກັບ​ໂຮງ​ບຳ​ບັດນໍ້າ​ແຫ່ງ​ນີ້ ​ຈະ​ສະ​ໜອງ​ນໍ້າໃຫ້​ປະ​ມານ 10 ໝູ່ບ້ານ. ການສະໜອງນໍ້າສະອາດ ແມ່ນມີຄວາມສຳຄັນໃນປະເທດທີ່ພະຍາດຕິດຕໍ່ທາງນ້ຳກໍາລັງລະບາດຮຸນແຮງ.

ທ່ານຣາເກສ ຊາມາ (Rakesh Sharma), ຈາກພະ​ແນກ​ຊັບ​ພະ​ຍາ​ກອນ​ນໍ້າ ກ່າວເປັນພາສາຮິນດີວ່າ:

“ພວກເຮົາສະໜອງນ້ຳ 70 ລິດຕໍ່ຄົນຕໍ່ມື້ ໃນທຸກໆຄົວເຮືອນ. ພວກເຮົາສາມາດສະໜອງໃຫ້ຫຼາຍກວ່ານັ້ນ, ບໍ່ແມ່ນຫນ້ອຍເລີຍ."

ການ​ມີ​ທໍ່​ນ້ຳຢູ່​ໃນ​ເຮືອນ ​ໄດ້​ຫັນ​ປ່ຽນ​ຊີວິດ​ຂອງ​ຊາວບ້ານ​ເຫຼົ່າ​ນີ້.

ທ້າວບີຣີ ລາລ ກ່າວວ່າ

“ປັດຈຸບັນນີ້ບໍ່ມີບັນຫາຫຍັງແລ້ວ. ມັນຮູ້ສຶກດີຫຼາຍ.”

ໜ້າທີ່ປະຈໍາວັນຂອງ ນາງເດວີ ກ່ຽວກັບງານບ້ານແມ່ນມີທ່າອ່ຽງເບົາກວ່າ.

ນາງບາບລິ ເດວີ (Babli Devi), ປະຊາຊົນທີ່ອາໄສຢູ່ໃນຊາວຄຸນຊາລ ກ່າວເປັນພາສາຮິນດີວ່າ:

“ການ​ຕັກ​ນ້ຳ​ໃນເມື່ອກ່ອນ​ນີ້ ທີ່ຈິງແລ້ວເພີ້ມວຽກ​ຂອງ​ຂ້ອຍຫຼາຍ. ແຕ່ມາດຽວນີ້ ຂ້ອຍໄດ້ພັກຜ່ອນແນ່ບາງຄັ້ງ.”

ແນວໃດກໍ່ຕາມ, ບັນດາຜູ້ຊ່ຽວຊານເຕືອນວ່າ ເມື່ອທໍ່ນໍ້າມີຂະໜາດກວ້າງອອກ, ເຈົ້າໜ້າທີ່ຈະຕ້ອງເຮັດໃຫ້ໝັ້ນໃຈວ່າ ມີການນໍາໃຊ້ຢ່າງເໝາະສົມໃນນຶ່ງຂອງຫຼາຍໆປະເທດ ທີ່ມີຄວາມກົດດັນຍ້ອນນ້ໍາຫຼາຍທີ່ສຸດໃນໂລກ ບ່ອນທີ່ການຂາດແຄນນໍ້າ ແມ່ນຮ້າຍແຮງຫຼາຍ.

ນັກ​ສຶກ​ສາ​ຄົນ​ນີ້ ​ຮູ້​ຄຸນ​ຄ່າ​ຂອງ​ການ​ປະ​ຢັດນໍ້າ, ເຊິ່ງມັນໄດ້​ເຮັດ​ໃຫ້ລາວມີເວລາຮ່ຳຮຽນຕື່ມອີກສອງຊົ່ວໂມງ.

ທ້າວອາກໄຊ ຄູມາ (Akshay Kumar), ນັກສຶກສາປະລິນຍາຕີ, ກ່າວເປັນພາສາຮິນດູວ່າ:

"ພວກເຮົາບໍ່ຄວນໃຊ້ນໍ້າຊະຊາຍ ແລະຖ້າຂ້ອຍເຫັນກັອກນໍ້າຂອງໃຜຜູ້ນຶ່ງເປີດໄວ້, ຂ້ອຍປິດມັນໃນທັນທີ."

ການສ້າງວັດທະນະທໍາໃນການອະນຸລັກນ້ໍາ ຈະເປັນກະແຈສໍາຄັນໃນການຮັບປະກັນວ່າ ທໍ່ສະໜອງນ້ຳປະປາເຫຼົ່ານີ້ຈະບໍ່ແຫ້ງ.

In India, water taps have been installed in millions of village homes in recent years as part of an ambitious nationwide program to provide a water connection to every household in the country’s vast rural areas. In the water-stressed country, it’s a boon for rural communities. Anjana Pasricha looks at how the drive has helped residents in one village in North India.

Babli Devi was among millions in Indian villages who had to walk long distances from their homes to fill water from community taps and other sources for washing and cooking.

Babli Devi, Kunsal village,

“I had to go very far in the morning, afternoon and evening, often making two or three trips each time.”

It was the same struggle in every home in Kunsal village in Himachal Pradesh state.

Biri Lal, Kunsal resident,

“We needed five to six buckets a day for bathing and cleaning. Fetching water was as good as doing a job.”

That decades-long trek ended for Devi and Lal a few months ago when a tap was installed in every home in their village under an ambitious $ 50 billion nationwide program to provide piped water to all rural households.

Only one in six of India’s 200 million households in rural areas had access to water in their homes until five years ago.

That number has increased to about three in every four households as engineers have raced in recent years to lay a network of pipes.

The task is not easy. Himachal Pradesh state, where Devi’s village is located for example, gets ample monsoon rains, but the water flows downstream in the hilly region creating shortages in summer. Winters present other problems.

Suresh Mahajan, Chief Engineer, Water Resources Department, Dharamshala,

“Merely providing tap was not sufficient, we had to have regular and potable water to every household. Challenge was very big because we have very remote areas, we have areas with temperature up to minus 20 degrees centigrade, minus 35 degrees centigrade in some regions in tribal areas, so this was a tough job.”

This network of storage tanks with a treatment plant will supply about 10 villages. Providing clean water is critical in a country where water-borne diseases are rampant.

Rakesh Sharma, Water Resources Department,

“We provide 70 liters water per person per day in every household. We can give more, not less.”

Having a tap in the house has transformed lives for these villagers.

Biri Lal, Kunsal resident,

“Now there is no problem. It feels good.”

Devi’s daily task of tending to household chores is lighter.

Babli Devi, Kunsal resident,

“Earlier fetching water used to really increase my work. Now I get some rest.”

However, experts warn that as piped water becomes more widely available, authorities will have to ensure its judicious use in one of the world’s most water stressed countries where shortages are worsening.

This student knows the value of saving water – it gives him two more hours to study.

Akshay Kumar, Undergraduate student,

“We don’t waste water and if I see someone’s tap is open, I shut it.”

Building a culture of water conservation will be key in ensuring that these taps don’t run dry.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG