ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການສະແດງ ຄວາມບໍ່ພໍໃຈ ເຮັດໃຫ້ ອິນເດຍ ຍົກເລີກ ການຄວບຄຸມ ຂ່າວປອມ

ນາຍົກລັດຖະມົນຕີ ອິນເດຍ ທ່ານ ນາເຣນດຣາ ໂມດີ ຖອນຄຳສັ່ງຂອງລັດຖະບານ ທີ່ໂຈະການອອກບັດໃຫ້ແກ່ ພວກນັກຂ່າວ ທີ່ຖືກກ່າວຫາວ່າ ເຜີຍແຜ່ຂ່າວ ທີ່ບໍ່ມີມູນຄວາມຈິງ ຫຼັງຈາກທີ່ ສື່ມວນຊົນໂວຍວາຍວ່າ ມັນການເປີດປະຕູ ບັງຄັບໃຫ້ພວກນັກຂ່າວ ປະຕິບັດຕາມ.

ມັນເກີດຂຶ້ນພາຍໃນເວລາບໍ່ຮອດ 24 ຊົ່ວໂມງ ກ່ຽວກັບຄຳສັ່ງຈຳນວນນຶ່ງ ຈາກກະຊວງ
ຖະແຫຼງຂ່າວ ແລະຄຸ້ມຄອງການອອກອາກາດຂອງອິນເດຍ ທີ່ໃຫ້ໂຈະການອອກບັດ
ນັກຂ່າວ ໃຫ້ແກ່ບຸກຄົນໃດກໍຕາມ ທີ່ຖືກກ່າວຫາວ່າ ເຜີຍແຜ່ຂ່າວທີ່ບໍ່ມີມູນຄວາມຈິງ ຫຼື
fake news ແລະການຖອນຄຳສັ່ງດັ່ງກ່າວ ໂດຍນາຍົກລັດຖະມົນຕີເນຣານດຣາ ໂມດີ
ຫລັງຈາກໄດ້ມີການປະທ້ວງວ່າ ລັດຖະບານ ກຳລັງພະຍາຍາມ ທີ່ຈະຄວບຄຸມສື່ມວນຊົນ
ນຶ່ງປີກ່ອນທີ່ປະເທດດັ່ງກ່າວ ຈະຈັດໃຫ້ມີການເລືອກຕັ້ງທົ່ວໄປ.

ການດຳເນີນຄວາມພະຍາຍາມເພື່ອຄວບຄຸມສື່ມວນຊົນທີ່ມີອາຍຸສັ້ນໆຂອງລັດຖະບານ
ຕໍ່ອັນທີ່ຖືກັນວ່າ ເປັນຂ່າວທີ່ບໍ່ມີມູນຄວາມຈິງ ໃນອາທິດນີ້ ແມ່ນໄດ້ກາຍເປັນຫົວຂໍ້ຂ່າວ
ກ່ຽວກັບປາກົດການ ທີ່ກຳລັງເພີ້ມທະວີຂຶ້ນ ຢູ່ໃນປະເທດປະຊາທິປະໄຕ ທີ່ໃຫຍ່ທີ່ສຸດ
ໃນໂລກ ແຕ່ຕົ້ນຕໍຂອງຂ່າວ ໃນຍຸກດີຈີຕອລ ບໍ່ໄດ້ນອນຢູ່ກັບອົງການສື່ມວນຊົນຫຼັກ
ສະເໝີໄປ.

ປະທານສະມາຄົມນັກຂ່າວຂອງອິນເດຍ ທ່ານ ກົວທຳ ລາຮີຣີ (Gautam Lahiri) ກ່າວຖະແຫລງ ໃນການໂຮມຊຸມນຸມ ຂອງບັນດານັກຂ່າວ ໃນນະຄອນຫຼວງ ນິວເດລີ ຂອງອິນເດຍ, ວັນທີ 3 ເມສາ 2018.
ປະທານສະມາຄົມນັກຂ່າວຂອງອິນເດຍ ທ່ານ ກົວທຳ ລາຮີຣີ (Gautam Lahiri) ກ່າວຖະແຫລງ ໃນການໂຮມຊຸມນຸມ ຂອງບັນດານັກຂ່າວ ໃນນະຄອນຫຼວງ ນິວເດລີ ຂອງອິນເດຍ, ວັນທີ 3 ເມສາ 2018.

​ກະຊວງຖະແຫຼງຂ່າວແລະຄຸ້ມຄອງການອອກອາກາດຂອງອິນເດຍ ໄດ້ກ່າວອ້າງ “ໃນ
ການເພີ້ມຂຶ້ນຂອງຂ່າວທີ່ບໍ່ມີມູນຄວາມຈິງ ຢູ່ໃນສື່ມວນຊົນຕ່າງໆ ຮວມທັງໜັງສືພິມ
ແລະສື່ມວນຊົນ ອີເລັກໂທຣນິກ”
ເພື່ອເປັນເຫດຜົນໃນການເອົາມາດຕະການປະຕິເສດ
ບໍ່ໃຫ້ພວກນັກຂ່າວ ເຂົ້າເຖິງຫ້ອງການຕ່າງໆ ແລະກອງປະຊຸມຖະແຫຼງຂ່າວ ຂອງ
ລັດຖະບານ ທີ່ຖືກກ່າວຫາວ່າ ອອກຂ່າວທີ່ບໍ່ມີມູນຄວາມຈິງນັ້ນ.

ສະມາຄົມບັນນາທິການຂອງອິນເດຍ ໄດ້ໂຈມຕີຄຳສັ່ງດັ່ງກ່າວ ໂດຍເວົ້າວ່າ “ມັນອາດ
ເປັນການເປີດປະຕູໃຫ້ແກ່ການຮ້ອງທຸກທີ່ບໍ່ມີຄວາມໝາຍ ເພື່ອຮາວີລົບກວນ ພວກ
ນັກຂ່າວ ແລະອົງການຕ່າງໆທີ່ບໍ່ປະຕິບັດຕາມ.”
ພວກນັກຊ່ຽວ ຊານດ້ານສື່ມວນຊົນ
ຊີ້ໃຫ້ເຫັນວ່າ ຄຳສັ່ງຂອງລັດຖະບານດັ່ງກ່າວ ບໍ່ໄດ້ກຳນົດຄວາມ ແມ່ນແຕ່ ຂ່າວບໍ່ມີມູນ
ຄວາມຈິງ ຫຼື fake news ນັ້ນ ແມ່ນຫຍັງ? ແລະບໍ່ໄດ້ແນເປົ້າໝາຍທີ່ເປັນທາງເລືອກ
ໃນການເຜີຍແຜ່ຂ່າວດັ່ງກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG