ໃນຕອນເຊົ້າຂອງວັນພະຫັດມື້ນີ້, ອິນເດຍ ໄດ້ສູນເສຍນຶ່ງລັດ ແຕ່ໄດ້ດິນແດນທີ່ຢູ່ພາຍໃຕ້ການຄຸ້ມຄອງ ຂອງລັດຖະບານກາງສອງແຫ່ງ ອັນເປັນພາກສ່ວນໃນຄວາມພະຍາຍາມຂອງລັດຖະບານເພື່ອເຂົ້າຄວບຄຸມການກໍ່ກະບົດແບ່ງແຍກດິນແດນ ທີ່ມີມາເປັນເວລາຫຼາຍປີ.
ລັດຖະບານຂອງນາຍົກລັດຖະມົນຕີ ນາເຣັນດຣາ ໂມດີ ໄດ້ແບ່ງລັດ ແຈມມູ ແລະ ແຄັສເມຍ ເທິງພູຫິມະໄລ ອອກເປັນສອງດິນແດນ ທີ່ຈະຖືກປົກຄອງໂດຍກົງ ຈາກ ນິວ ເດລີ.
ດິນແດນທຳອິດຈະເປັນເຂດ ແຈມມູ ແລະ ແຄັສເມຍ, ເຊິ່ງຈະລວມມີ ຮ່ອມພູ ແຄັສເມຍ ທີ່ມີຊາວມຸສລິມທີ່ຕໍ່ຕ້ານສ່ວນໃຫຍ່ອາໄສຢູ່ ແລະ ເຂດ ແຈມມູ ທີ່ມີຊາວ ຮິນດູ ອາໄສຢູ່ສ່ວນຫຼາຍ. ສ່ວນດິນແດນທີສອງ ຈະລວມມີພາກພື້ນ ລາດັກ ເຊິ່ງແມ່ນເຂດພູສູງ ທີ່ມີພວກນັບຖືສາສະໜາພຸດອາໄສຢູ່.
ການແຍກກັນດັ່ງກ່າວໄດ້ເກີດຂຶ້ນພຽງບໍ່ເທົ່າໃດເດືອນ ຫຼັງຈາກລັດຖະບານຊາດນິຍົມ ສາສະໜາ ຮິນດູ ຂອງທ່ານ ໂມດີ ທີ່ໄດ້ຍົກເລີກອະດີດລັດດັ່ງກ່າວຈາກສະຖານະພາບເຄິ່ງປົກຄອງຕົນເອງ. ທ່ານ ໂມດີ ໄດ້ກ່າວປ້ອງກັນ ການເຄື່ອນໄຫວນັ້ນວ່າ ສະຖານະພາບພິເສດດັ່ງກ່າວ ໄດ້ກີດກັ້ນຄວາມກ້າວໜ້າຂອງພາກພື້ນ, ຍ້ອນລັດທິກໍ່ການຮ້າຍທີ່ເພີ່ມຂຶ້ນ ແລະ ໄດ້ຖືກໃຊ້ເປັນອາວຸດໂດຍຄູ່ແຂ່ງ ປາກິສຖານ ເພື່ອ “ຍຸແຍ່ຄົນບາງຄົນ.”
ອິນເດຍ ໄດ້ກ່າວຫາ ປາກິສຖານ ມາດົນນານສຳລັບການສະໜັບສະໜູນ ແລະ ຝຶກແອບພວກຫົວຮຸນແຮງ ໃຫ້ກໍ່ການແບ່ງແຍກດິນແດນໃນພາກພື້ນ ແຄັສເມຍ, ເຊິ່ງເປັນກ່າວຫາທີ່ລັດຖະບານ ອິສລາມາບັດ ໄດ້ປະຕິເສດ.
ທ່ານ ໂມດີ ໄດ້ຮັບການຍົກຍ້ອງຫຼາຍຄັ້ງ ສຳລັບການເອົາບາດກ້າວທີ່ກ້າຫານ ແລະ ເດັດຂາດ ທີ່ເຂົາເຈົ້າເວົ້າວ່າ ໃນໄລຍະຍາວອາດແກ້ໄຂການແຕກແຍກ ໃນພາກພື້ນ ແຄັສເມຍ ແລະ ລວມມັນເຂົ້າກັບສ່ວນທີ່ເຫຼືອຂອງປະເທດ. ແນວໃດກໍຕາມ, ບັນດານັກວິຈານຢ້ານວ່າ ມັນຈະເຮັດໃຫ້ຄວາມຄິດຕໍ່ຕ້ານ ອິນເດຍ ຮຸນແຮງຂຶ້ນກວ່າເກົ່າ ແລະ ອາດເປັນຂະນວນໃຫ້ເກີດການກໍ່ກະບົດຂອງຄົນຜູ້ທີ່ເປັນຫ່ວງ ກ່ຽວກັບ ການເປີດພາກພື້ນດັ່ງກ່າວ ຕໍ່ສ່ວນທີ່ເຫຼືອຂອງປະເທດ.