ອິນເດຍບໍ່ໄດ້ໃຫ້ຄວາມສຳຄັນຕໍ່ຜົນກະທົບ ຈາກແຜນຂອງສະຫະລັດ ທີ່ຈະສິ້ນສຸດຖາ
ນະການຄ້າພິເສດກັບນິວເດລີ ທີ່ອະນຸຍາດບໍ່ໃຫ້ມີການເກັບພາສີສິນຄ້າຂາເຂົ້າຜະລິດ
ຕະພັນຕ່າງໆ ທີີ່ມີມູນຄ່າ 5 ພັນ 6 ຮ້ອຍລ້ານໂດລາສະຫະລັດ.
ໂດຍກ່າວວ່າ ອິນເດຍຍັງບໍ່ໄດ້ໃຫ້ການຄ້ຳປະກັນ ຕໍ່ສະຫະລັດວ່າຕົນຈະໃຫ້ “ການ
ເຂົ້າຫາທີ່ທ່ຽງທຳ ແລະມີເຫດຜົນ” ຕໍ່ຕະຫຼາດຂອງຕົນ ປະທານາທິບໍດີສະຫະລັດ ທ່ານ
ດໍໂນລ ທຣຳ ໄດ້ສັ່ງໃຫ້ຫ້ອງການ ຜູ້ຕາງໜ້າ ທາງດ້ານການຄ້າຂອງສະຫະລັດ ລຶບຊື່
ອິນເດຍອອກຈາກໂຄງການທີ່ໃຫ້ຖານະພິເສດທາງດ້ານຄ້າດັ່ງກ່າວ.
ໃນປີ 2017 ອິນເດຍ ໄດ້ເປັນຜູ້ຮັບຜົນປະໂຫຍດທີ່ໃຫຍ່ສຸດຂອງລະບົບຖານະພິເສດ
ທາງດ້ານການຄ້າຫຼື GSP ທີ່ເກັບພາສີຕ່ຳຕໍ່ສິນຄ້າສົ່ງສິນຄ້າອອກຈາກປະມານ 120
ປະເທດທີ່ກຳລັງພັດທະນາ.
ໃນຂະນະທີ່ຖານະພິເສດໃນການເກັບພາສີດັ່ງກ່າວ ເຮັດໃຫ້ອິນເດຍບໍ່ເສຍພາສີໃນ
ການສົ່ງອອກສິນຄ້າມູນຄ່າ 5 ພັນ 6 ຮ້ອຍລ້ານໂດລສານັ້ນ ລັດຖະມົນຕີການຄ້າອິນ
ເດຍ ທ່ານ ອານຸບ ວາດາວານ ໄດ້ກ່າວຕໍ່ບັນດານັກຂ່າວ ໃນນະຄອນນິວເດລີ ວ່າກຳ
ໄລທີ່ແທ້ຈິງ ເພີິ້ມຂຶ້ນເຖິງ 190 ລ້ານໂດລາ. ທ່ານຮ້ອງວ່າ “ຢູ່ໃນລະດັບຕ່ຳ ແລະ
ປານກາງ.”
ທ່ານກ່າວວ່າ ອິນເດຍ ບໍ່ມີແຜນທີ່ຈະວາງມາດຕະການຕອບໂຕ້ການເກັບພາສີສິນ
ຄ້າຂອງສະຫະລັດ