ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອິນເດຍ ເນລະເທດ ອົບພະຍົບ ໂຣຮິງຢາ 7 ຄົນ ໄປມຽນມາ


ພວກຜູ້ຊາຍໂຣຮິງຢາເຈັດຄົນ ທີ່ຈະຖືກເນລະເທດ ພາກັນນັ່ງ
ລໍຖ້າ ໃນຂະນະທີ່ພວກເຈົ້າໜ້າທີ່ ຮັກສາຄວາມປອດໄພອິນ
ເດຍ ກັບມຽນມາແລກປ່ຽນເອກກະສານກັນ ກ່ອນການເນລະ
ເທດ ຢູ່ຊາຍແດນອິນເດຍ-ມຽນມາ ທີ່ບ້ານ ໂມເຣ ໃນລັດມາ
ນີປົວ ທາງພາກຕາເວັນອອກສຽງເໜືອ ຂອງອິນເດຍ, ວັນທີ.
4 ຕຸລາ , 2018.
ພວກຜູ້ຊາຍໂຣຮິງຢາເຈັດຄົນ ທີ່ຈະຖືກເນລະເທດ ພາກັນນັ່ງ ລໍຖ້າ ໃນຂະນະທີ່ພວກເຈົ້າໜ້າທີ່ ຮັກສາຄວາມປອດໄພອິນ ເດຍ ກັບມຽນມາແລກປ່ຽນເອກກະສານກັນ ກ່ອນການເນລະ ເທດ ຢູ່ຊາຍແດນອິນເດຍ-ມຽນມາ ທີ່ບ້ານ ໂມເຣ ໃນລັດມາ ນີປົວ ທາງພາກຕາເວັນອອກສຽງເໜືອ ຂອງອິນເດຍ, ວັນທີ. 4 ຕຸລາ , 2018.

ອົງການອົບພະຍົບຂອງ ສະຫະປະຊາຊາດກ່າວວ່າ ຕົນມີຄວາມກັງວົນເປັນຫ່ວງທີ່
ສຸດ ກ່ຽວກັບການບັງຄັບໃຫ້ໜີອອກໄປຈາກປະເທດໂດຍຣັດຖະບານອິນເດຍ ພວກ
ອົບພະຍົບໂຣຮິງຢາເຈັດຄົນໄປສູ່ມຽນມາ ບ່ອນທີ່ພວກເປັນປາກເປັນສຽງດ້ານສິດທິ
ມະນຸດກ່າວວ່າ ຄວາມປອດໄພຂອງເຂົາເຈົ້າເປັນເລື້ອງທີ່ສ່ຽງອັນຕະລາຍ. ລີຊາ
ສລາຍນ໌ ລາຍງານເລື້ອງນີ້ ມາຫາວີໂອເອຈາກນະຄອນເຈນິວາ ດັ່ງສາລີຈະນຳລາຍ
ລະອຽດມາສະເໜີທ່ານ.

ອົງການອົບພະຍົບຂອງ ສະຫະປະຊາຊາດກ່າວວ່າ ພວກອົບພະຍົບໂຣຮິງຢາເຈັດ
ຄົນນັ້ນ ໄດ້ຖືກຄຸມຂັງຢູ່ໃນອິນເດຍມາ ຕັ້ງແຕ່ປີ 2012. ອົງການດັ່ງກ່າວເວົ້າວ່າ ຕົນ
ບໍ່ໄດ້ຮູ້ວ່າ ພວກອົບພະຍົບເຫຼົ່ານັ້ນ ຢູ່ໃນປະເທດດັ່ງກ່າວຈົນກວ່າວ່າ ຕົນໄດ້ຮັບແຈ້ງ
ວ່າ ພວກເຂົາເຈົ້າອາດຖືກສົ່ງກັບໄປມຽນມາ ໃນວັນພະຫັດທີ່ຜ່ານມານີ້ .

ໂຄສົກຂອງອົງການຂ້າຫຼວງໃຫຍ່ດ້ານອົບພະຍົບຂອງ ສະຫະປະຊາຊາດອານເດຣ
ມາເຮຈິສ ເວົ້າວ່າ ອົງການຂອງຕົນ ໄດ້ຮ້ອງຂໍ ຕໍ່ເຈົ້າໜ້າທີ່ອິນເດຍ ວ່າຢາກພົບກັບ
ພວກເຂົາເຈົ້າ ເພື່ອຢາກຮູ້ ເຖິງຄວາມຕ້ອງການຂອງພວກເຂົາເຈົ້າ ເພື່ອການປ້ອງ
ກັນຂອງນາໆຊາດໂດຍກ່າວວ່າ: "ອົງການຂ້າຫຼວງໃຫຍ່ດ້ານອົບພະຍົບຂອງ ສະຫະ
ປະຊາຊາດ ມີຄວາມເສຍໃຈ ທີ່ບໍ່ໄດ້ຮັບຄຳຕອບ ຕໍ່ຄຳຮ້ອງຂໍດັ່ງກ່າວ ທັງບໍ່ສາມາດ
ທີ່ຈະໃຫ້ທະນາຍຄວາມທາງການ ໄດ້ໄປພົບພວກເຂົາເຈົ້າ. ອົງການອົບພະຍົບຂອງ
ສະຫະປະຊາຊາດ ມີຄວາມເປັນຫ່ວງວ່າ ພວກເຂົາເຈົ້າ ບໍ່ໄດ້ພົບກັບທະນາຍຄວາມ ບໍ່ໄດ້ມີໂອກາດໃນການຂໍລີ້ໄພ ແລະໃຫ້ຄຳຮຽກຮ້ອງຂອງພວກເຂົາເຈົ້າໄດ້ຖືກພິຈາ
ລະນາ ໃນອິນເດຍ.”

ຊາວອົບພະຍົບ ໂຣຮິງຢາ ປະມານ 18,000 ຄົນ ລວມທັງພວກຂໍລີ້ໄພ ທີ່ໄດ້ໃຊ້ຊີວິດ
ຢູ່ມາໃນອິນເດຍ ໄດ້ລົງທະບຽນ ກັບອົງການຂ້າຫຼວງໃຫຍ່ດ້ານອົບພະຍົບຂອງສະຫະ
ປະຊາຊາດ. ອົງການດັ່ງກ່າວ ໄດ້ອອກບັດປະຈຳໂຕແລະເອກະສານຕ່າງໆ ໃຫ້ພວກ
ເຂົາເຈົ້າ ເພື່ອຊ່ອຍປ້ອງກັນ ບໍ່ໃຫ້ເຂົາເຈົ້າຖືກຈັບ ຖືກຄຸມຂັງ ແລະຖືກເນລະເທດໂດຍ
ພະລະການ.

ທ່ານ ມາເຮຈິສ(Mahecic) ກ່າວວ່າ​ ທ່ານຢ້ານວ່າ ອົງການຂ້າຫຼວງໃຫຍ່ ດ້ານອົບພະ
ຍົບບໍ່ໄດ້ຮູ້ ກ່ຽວກັບການມີໜ້າຂອງພວກອົບພະຍົບໂຣຮິງຢາຄົນອື່ນໆອີກ ຊຶ່ງກໍອາດ
ຕ້ອງການຄວາມຊ່ອຍເຫຼືອດ້ານການປ້ອງກັນເຊັ່ນກັນ. ທ່ານໄດ້ເລົ່າສູ່ວີໂອເອຟັງວ່າ ອົງການຂ້າຫຼວງໃຫຍ່ດ້ານອົບພະຍົບ ຂອງສະຫະປະຊາຊາດຕິດຕາມເບິ່ງຢູ່ສະເໝີ ສະພາບການກັບພວກເຈົ້າໜ້າທີ່ຜູ້ທີ່ມີສ່ວນ ໂດຍກ່າວວ່າ: "ດັ່ງທີ່ຂ້າພະເຈົ້າໄດ້ເວົ້າ
ໄປນັ້ນວ່າ ການກັບຄືນໄປ ແມ່ນສ້າງຄວາມກັງວົນເປັນຫ່ວງ ຄືດັ່ງທີ່ໄດ້ເຄີຍເປັນມາ ແລະຂອບເຂດຂອງວິກິດການຂອງຊາວອົບພະຍົບ ທີ່ພວກເຮົາໄດ້ພົບເຫັນມາ ໃນ
ມຽນມາ ໂດຍສະເພາະກັບພວກ 720,000 ຄົນ ທີ່ໂຕນໜີໄປ ບັງກລາແດສ ແລະປະ
ເທດອື່ນໆຢູ່ໄກ້ຄຽງນັ້ນ.

ການລະເບີດຂອງຄວາມຮຸນແຮງ ແລະການປະຫັດປະຫານໂດຍກອງທັບມຽນມາ ແລະຕຳຫຼວດຮັກສາຄວາມປອດໄພ ທີ່ມີຕໍ່ພວກໂຣຮິງຢາ ໃນຣັດ ຣາຄາຍໃນທ້າຍ
ເດືອນສິງຫາ ປີ 2017 ໄດ້ກໍ່ໃຫ້ເກີດການຫຼົບໜີເປັນໝູ່ໃຫຍ່ ຂອງຊາວອົບຍົບໄປ
ສູ່ບັງກລາແດສ.

ອົງການຂ້າຫຼວງໃຫຍ່ດ້ານອົບພະຍົບຂອງສະຫະປະຊາຊາດ ໄດ້ເຕືອນເຖິງສະ
ພາບການໃນມຽນມາວ່າ ບໍ່ມີຫຍັງດີຂຶ້ນ ຕັ້ງແຕນັ້ນມາ. ອົງການດັ່ງກ່າວເວົ້າວ່າ
ມັນບໍ່ເປັນຕາໃຫ້ພວກອົບພະຍົບຊາວ ໂຣຮິງຢາ ທີ່ບໍ່ມີປະເທດຢູ່ ກັບຄືນໄປຢ່າງ
ມີຄວາມປອດໄພ ມີກຽດສັກສີ ແລະເປັນໄປໄດ້ດີ” ໂດຍຕະຫຼອດ.

ເຊີນອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG