ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການແຂ່ງຂັນກິລາປະເທດເຄືອຈັກກະພົບ


ການແຂ່ງຂັນກິລາປະເທດເຄືອຈັກກະພົບ
ການແຂ່ງຂັນກິລາປະເທດເຄືອຈັກກະພົບ

ອິນເດຍ ໄດ້ໃຫ້ການຕ້ອນຮັບ ພວກນັກກິລາຈຸທຳອິດ ທີ່ ເດີນທາງໄປຮອດ ນະຄອນຫຼວງນິວເດລີ ເພື່ອເຂົ້າຮ່ວມ ການແຂ່ງຂັນກິລາຂອງກຸ່ມປະເທດ ເຄືອຈັກກະພົບອັງກິດ.

ພວກນັກກິລາອັງກິດ ເລີ້ມເດີນທາງໄປເຖິງ ນະຄອນຫຼວງ ຂອງອິນເດຍ ໃນວັນສຸກມື້ນີ້.

ອົງການຂ່າວຝຣັ່ງລາຍງານວ່າ ພວກນັກກິລາອັງກິດໄດ້ພາ ກັນໄປພັກເຊົາ ຢູ່ທີ່ໂຮງແຮມ ແທນທີ່ຈະແມ່ນບ້ານ ພັກພວກນັກກິລາບ່ອນທີ່ການປະຕິບັດງານທຳຄວາມສະອາດ ຂະໜາດໃຫຍ່ ພວມດຳເນີນຢູ່ ໃນເວລານີ້.

ອິນເດຍ ໄດ້ສົ່ງພະນັກງານຫຼາຍຮ້ອຍຄົນ ໄປທຳຄວາມສະອາດມ້ຽນມັດ ບ້ານພັກພວກນັກ ກິລາ ທ່າມກາງທີ່ມີການຮ້ອງທຸກ ກ່ຽວກັບສະພາບ ທີ່ບໍ່ຖືກຫຼັກອະນາໄມ.

ປະທານຄະນະກຳມະການກິລາໂອລິມປິກຂອງອອສເຕຣເລຍ ທ່ານ John Coates ກ່າວ ໃນວັນສຸກມື້ນີ້ວ່າ ອິນເດຍບໍ່ສົມຄວນໄດ້ຮັບການມອບໝາຍ ໃຫ້ເປັນເຈົ້າພາບ ຈັດການແຂ່ງ ຂັນກິລາ ຂອງກຸ່ມປະເທດເຄືອຈັກກະພົບ. ທ່ານກ່າວວ່າ ສະຫະພັນກິລາ ຂອງກຸ່ມປະເທດ ເຄືອຈັກກະພົບ ບໍ່ມີຊັບພະຍາກອນພຽງພໍ ທີ່ຈະຕິດຕາມເບິ່ງຄວາມກ້າວໜ້າ ຂອງຫົວເມືອງ ຕ່າງໆ ທີ່ເປັນເຈົ້າພາບ ຄືກັນກັບທີ່ທາງ ຄະນະກຳມະການກິລາໂອລິມປິກ ໄດ້ກະທຳ.

ນອກນັ້ນພວກຈັດການແຂ່ງຂັນຍັງໄດ້ດີ້ນຮົນຕໍ່ສູ້ ກັບລາຍງານການແຜ່ລະບາດຂອງໄຂ້ເລືອດ ອອກແລະຄວາມວິຕົກກັງວົນໃນດ້ານຄວາມປອດໄພ ລຸນຫຼັງທີ່ໄດ້ມີການຍິງ ພວກນັກທ່ອງ ທ່ຽວໄຕ້ຫວັນ ທີ່ນະຄອນຫຼວງນິວເດລີ ໃນມື້ວັນອາທິດ ຜ່ານມາ.

XS
SM
MD
LG