ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການແຂ່ງຂັນກິລາເຄືອຈັກກະພົບ ຢູ່ອິນເດຍ


ນິວຊີແລນ ໄດ້ຮ່ວມສົມທົບ ກັບ ສະກອັດແລນແລະການາດາ ໃນ ການເລື່ອນເວລາໄປເຖິງປະເທດ ອິນເດຍ ເພື່ອເຂົ້າຮ່ວມການແຂ່ງ ຂັນກິລາ ຂອງກຸ່ມເຄືອຈັກກະພົບ ອັງກິດ ທ່າມກາງຄວາມວິຕົກກັງ ວົນ ຽວ​ກັບສຸຂະອະນາໄມ ແລະ ຄວາມປອດໄພ.

ພວກນັກກິລານິວຊີແລນ ມີກຳນົດ ທີ່ຈະເດີນທາງໄປເຖິງກຸງນິວເດລີ ໃນມື້ວັນເສົາຈະມານີ້ ແຕ່ຄະນະກຳມະການກິລາໂອລິມປິກຂອງນິວຊີແລນ ໄດ້ສັ່ງໃຫ້ພວກນັກກິລາ ເລື່ອນເວລາ ອອກໄປ ຢ່າງນ້ອຍໃສ່ມື້ວັນອັງຄານ.

ປະທານຄະນະກຳມະການ ກິລາໂອລິມປິກຂອງນິວຊີແລນ ທ່ານ Mike Stanley ກ່າວວ່າ ການເລື່ອນເວລາທີ່ວ່ານີ້ ບໍ່ແມ່ນບັນຫາ ກ່ຽວກັບຄວາມສະດວກສະບາຍ ຫຼືເລື່ອງຄວາມຟູມ ເຟືອຍ ແຕ່ຫາກແມ່ນເລື່ອງສຸຂະອະນາໄມ ແລະຄວາມປອດໄພ.

ບ້ານພັກພວກນັກກິລາມີກຳນົດຈະເປີດໃນວັນພະຫັດມື້ນີ້ ທັງໆທີ່ໄດ້ມີການຮ້ອງທຸກກ່ຽວກັບ ເລື່ອງຄວາມສະອາດ ການຕໍ່ທໍ່ນໍ້າ ແລະການຕໍ່ສາຍໄຟ.

ທາງເຈົ້າໜ້າທີ່ອອສເຕຣເລຍກ່າວວ່າ ແລ້ວແຕ່ພວກນັກກິລາແຕ່ລະຄົນທີ່ຈະຕັດສິນໃຈວ່າ ເຂົາເຈົ້າຈະເດີນທາງໄປຮ່ວມ ການແຂ່ງຂັນ ທີ່ນະຄອນນິວເດລີຫຼືບໍ່. ນອກນີ້ລັດຖະບານ ອອສເຕຣເລຍ ຍັງໄດ້ເຕືອນ ກ່ຽວກັບຄວາມສ່ຽງສູງ​ ຕໍ່​ການທີ່ຈະຖືກໂຈມຕີ ໂດຍພວກກໍ່ ການຮ້າຍ ໃນລະຫວ່າງການແຂ່ງຂັນນັ້ນ. ການເຕືອນທີ່ວ່ານີ້ ມີຂຶ້ນຫຼັງຈາກ ໄດ້ມີການຍິງ ພວກນັກທ່ອງທ່ຽວໄຕ້ຫວັນ 2 ຄົນ ໃນມື້ວັນອາທິດຜ່ານມາ ທີ່ວັດສາສະໜາອິສລາມ Jama Masjid ຊຶ່ງເປັນສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມສູງບ່ອນນຶ່ງໃນກຸງນິວ ເດລີນັ້ນ.

ໃນມື້ວານນີ້ ເພດານສ່ວນນຶ່ງ ຂອງບ່ອນແຂ່ງຂັນຍົກນໍ້າໜັກ ໄດ້ພັງລົງມາ. ນຶ່ງມື້ກ່ອນນັ້ນ ຂົວຄົນຍ່າງ ທີ່ພວມມີການກໍ່ສ້າງຢູ່ທີ່ສະໜາມກິລາໃຫຍ່ ຈະວາຮາລາລເນຣູກໍໄດ້ພັງລົງມາ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 27 ຄົນ.

ນັກກິລາຈາກ 71 ປະເທດ ແລະດິນແດນຕ່າງໆທີ່ພົວພັນກັບອະດີດມະຫາອານາຈັກອັງກິດ ມີກຳນົດ ທີ່ຈະໄປຮ່ວມການແຂ່ງຂັນ ກິລາເຄືອຈັກກະພົບ ຊຶ່ງຈັດຂຶ້ນ ໃນທຸກໆ 4 ປີ.

XS
SM
MD
LG