ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທັງໝົດ 71 ສະມາຊິກຈະເຂົ້າຣ່ວມ ໃນກິລາເຄືອຈັກກະພົບ


ຫົວໜ້າສະຫະພັນກິລາ ຂອງກຸ່ມປະເທດເຄືອຈັກກະພົບ ກ່າວວ່າ ທັງໝົດ 71 ປະເທດ ແລະດິນແດນຕ່າງໆ ທີ່ ເຄີຍພົວພັນກັບອະດີດມະຫາອານາຈັກອັງກິດຈະປະກອບ ສ່ວນເຂົ້າຮ່ວມຢ່າງເຕັມທີ່ ໃນການແຂ່ງຂັນກິລາ ທີ່ເຕັມ ໄປດ້ວຍບັນຫາ ຊຶ່ງຈະມີຂຶ້ນໃນເດືອນຈະມາ ຢູ່ທີ່ປະເທດ ອິນເດຍ.

ແຕ່ແນວໃດກໍຕາມ ທ່ານ James Fennell ກ່າວໃນວັນ ເສົາມື້ນີ້ວ່າ ຍັງຈະມີການດຳເນີນງານໃນຂອບເຂດທີ່ກວ້າງ ຂວາງ ສຳລັບການແຂ່ງຂັນ ກິລານາໆຊາດທີ່ວ່ານີ້.

ມີກຳນົດວ່າ ການແຂ່ງຂັນກິລາ ຂອງກຸ່ມປະເທດເຄືອຈັກກະພົບ ຈະເລີ້ມຂຶ້ນໃນວັນທີ 3 ຕຸລາຈະມານີ້ ແຕ່ເນື່ອງຈາກໄດ້ເກີດອຸບັດຕິເຫດໃນການກໍ່ສ້າງ ການແຜ່ລະບາດ ຂອງໄຂ້ ເລືອດອອກ ແລະບັນຫາທາງດ້ານຄວາມປອດໄພໄດ້ພາໃຫ້ເກີດຄວາມວິຕົກກັງວົນກ່ຽວກັບ ການເລືອກເອົາກຸງນິວເດລີ ນະຄອນຫລວງຂອງອິນເດຍ ເປັນເຈົ້າພາບ ຈັດການແຂ່ງຂັນ.

ເມື່ອໄວໆມານີ້ ນາຍົກລັດຖະມົນຕີອິນເດຍ ທ່ານ Manmohan Singh ໄດ້ເຂົ້າແຊກແຊງ ໃນການກະກຽມການແຂ່ງຂັນ ຊຶ່ງຍັງຜົນໃຫ້ມີການປະຕິບັດງານແບບທະຫານໂດຍໄດ້ມີການ ສົ່ງພວກທຳຄວາມສະອາດ ເປັນຈຳນວນຫຼວງຫຼາຍ ໄປມ້ຽນມັດ ເພື່ອເຮັດໃຫ້ບ້ານພັກຂອງ ພວກນັກກິລາ ເປັນທີ່ຢູ່ອາໄສໄດ້.

ອິນເດຍໄດ້ຖືກມອບໝາຍ ໃຫ້ເປັນເຈົ້າພາບ ຈັດການແຂ່ງຂັນກິລາດັ່ງກ່າວໃນປີ 2003 ແຕ່ ບໍ່ໄດ້ເລີ້ມດຳເນີນງານ ກ່ຽວກັບການກະກຽມ ຈົນມາຮອດປີ 2008.

XS
SM
MD
LG