ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຕໍາໜິອິນເດຍ ທີ່ເຊົາໃຊ້ ຊຸດກວດພະຍາດ ໂຄວິດ-19 ແບບໄວຂອງຈີນ ໂດຍບອກວ່າ ມັນບໍ່ໃຫ້ຜົນກວດທີ່ຊັດເຈນ


ພະນັກງານການແພດກໍາລັງເຮັດວຽກຢູ່ສູນກວດພະຍາດ COVID-19 ໃນນະຄອນ New Delhi ຂອງອິນເດຍ (ພາບຖ່າຍວັນທີ 27 ເມສາ 2020)
ພະນັກງານການແພດກໍາລັງເຮັດວຽກຢູ່ສູນກວດພະຍາດ COVID-19 ໃນນະຄອນ New Delhi ຂອງອິນເດຍ (ພາບຖ່າຍວັນທີ 27 ເມສາ 2020)

ການຕັດສິນໃຈຂອງອິນເດຍທີ່ໄດ້ງົດການໃຊ້ຊຸດການກວດຫາພະຍາດໂຄວິດ-19 ແບບໄວຂອງຈີນໄວ້ ໂດຍໃຫ້ເຫດຜົນວ່າ ມັນບອກຜົນກວດຜິດນັ້ນ ໄດ້ ຖືກສະຖານເອກອັກຄະລັດຖະທູດຈີນ ໃນນະຄອນຫລວງນິວເດລີຕໍາໜິວ່າ “ບໍ່ ຍຸຕິທໍາ ແລະບໍ່ມີຄວາມຮັບຜິດຊອບ.”

ອົງການຄົ້ນຄວ້າດ້ານການແພດ ຂອງລັດຖະບານອິນເດຍ ທີ່ຮັບມືກັບການລະ ບາດຂອງໄວຣັສໂຄໂຣນາ ໄດ້ເວົ້າວ່າ ຕົນມີແຜນທີ່ຈະສົ່ງຊຸດກວດພະຍາດດັ່ງ ກ່າວຄືນ ໃຫ້ແກ່ບໍລິສັດຈີນສອງແຫ່ງທີ່ຂາຍຊຸດກວດພະຍາດເຫລົ່ານີ້ ແລະໄດ້ ຂໍໃຫ້ບັນດາເຈົ້າໜ້າທີ່ການແພດຢູ່ທົ່ວປະເທດຢຸດໃຊ້ມັນຍ້ອນວ່າ ການກວດຂອງ ມັນ “ມີຜົນອອກມາຫລາຍໆ ແບບທີ່ບໍ່ແມ້ນຢໍານັ້ນ.”

ອິນເດຍໄດ້ຊື້ຊຸດກວດສານພູມຕ້ານທານໃນຮ່າງກາຍ 1 ລ້ານຊຸດໃນຕອນຕົ້ນໆ ຂອງເດືອນນີ້ ເພື່ອຫາທາງເພີ້ມການກວດພະຍາດທ້າມກາງຄວາມເປັນຫ່ວງວ່າ ການສູ້ຊົນຂອງຕົນໃນການເຮັດໃຫ້ການລະບາດລະດັບໂລກຂອງພະຍາດນີ້ຊັກ ຊ້າລົງຈະຖືກກີດກັນໂດຍການກວດພະຍາດທີ່ຢູ່ໃນຂັ້ນຕໍ່າທີ່ສຸດ. ພວກເຂົາເຈົ້າ ມີຈຸດປະສົງທີ່ຈະກວດເບິ່ງ ສານພູມຕ້ານທານໃນຮ່າງກາຍຂອງຄົນ ທີ່ອາດໄດ້ ຕິດເຊື້ອພະຍາດນີ້ແລ້ວ ແລະເພື່ອໃຊ້ເປັນເຄື່ອງມືໃນການເຝົ້າລະວັງຢູ່ໃນຈຸດທີ່ ມີການສົງໄວວ່າ ມີຄົນເປັນຫລາຍທີ່ສຸດນັ້ນ.

ຊຸດກວດພະຍາດທີ່ໄດ້ໃຫ້ຜົນກວດອອກມາພາຍໃນເວລາປະມານ 30 ນາທີເຫຼົ່າ ນີ້ ໄດ້ຖືກສະພາຄົ້ນຄວ້າດ້ານການແພດຂອງອິນເດຍ ຫລື ICMR ນໍາໄປກວດ ເບິ່ງ ພາຍຫລັງທີ່ພວກເຈົ້າໜ້າທີ່ການແພດ ຢູ່ໃນບາງລັດບອກວ່າ ມັນມີຄວາມ ແມ້ນຢໍາ ໃນລະດັບຕໍ່າສຸດຂີດເລີຍ. ພວກເຂົາເຈົ້າເວົ້າວ່າ ຊຸດກວດພະຍາດ ນີ້ ໄດ້ເອົາໄປໃຊ້ກວດຄົນປ່ວຍ ທີ່ພວກເຂົາເຈົ້າຮູ້ແລ້ວວ່ າຕິດເຊື້ອພະຍາດໂຄວິດ-19, ແຕ່ວ່າ ຜົນກວດຍັງສະແດງໃຫ້ເຫັນວ່າ "ບໍ່ມີພະຍາດນີ້" ສໍາລັບສານພູມ ຕ້ານທານຮ່າງກາຍ. ໂຄວິດ-19 ເປັນພະຍາດທີ່ເກີດມາຈາກໄວຣັສໂຄໂຣນາ.

ສະພາຄົ້ນຄວ້າດ້ານການແພດຂອງອິນເດຍກ່າວໃນວັນຈັນຜ່ານມາວ່າ “ຜົນການ ກວດໄດ້ສະແດງໃຫ້ເຫັນວ່າ ມັນມີຄວາມສາມາດຈັບເບິ່ງສານທີ່ບອກວ່າເປັນພະ ຍາດນີ້ ຢູ່ໃນລະດັບແຕກຕ່າງກັນຢ່າງຫລວງຫລາຍ.”

ຢູ່ໃນຖະແຫລງການສະບັບນຶ່ງນັ້ນ ທ່ານ ຈີ ຣອງ (Ji Rong), ໂຄສົກປະຈໍາ ສະຖານເອກອັກຄະລັດຖະທູດຈີນ ກ່າວຢູ່ນະຄອນຫລວງນິວເດລີວ່າ “ມັນເປັນ
ເລື້ອງທີ່ບໍ່ຍຸຕິທໍາ ແລະບໍ່ມີຄວາມຮັບຜິດຊອບທີ່ບັນດາບຸກຄົນໃດນຶ່ງຈະໃຫ້ສັນ ຍານາມ ແກ່ຜະລິດຕະພັນຂອງຈີນວ່າ “ບອກຜົນກວດຜິດ” ແລະເບິ່ງບັນຫາ
ແບບມີອະຄະຕິຢູ່ກ່ອນແລ້ວ.

ຈີນພະຍາຍາມທີ່ຈະຊ່ວຍອິນເດຍເພື່ອຕໍ່ສູ້ກັບໄວຣັສໂຄໂຣນາ ດ້ວຍການປະຕິ ບັດງານແບບໜັກແໜ້ນ ແລະຮັບປະກັນວ່າ ຄຸນນະພາບຂອງສິນຄ້າທາງການ ແພດ ທີ່ສົ່ງອອກຂອງຕົນເປັນບູລິມະສິດຂອງບັນດາໂຮງງານຜະລິດ ຕ່າງໆ, ອີງຕາມຖະແຫລງການສະບັບນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG