ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິນເດຍ, ຈີນ ຮຽກຮ້ອງໃຫ້ຖອນ ທະຫານຂອງແຕ່ລະຝ່າຍ ອອກຈາກເຂດຊາຍແດນ


ຂະບວນລົດທະຫານບົກ ອິນເດຍ ເຄື່ອນໄຫວຢູ່ທາງຫຼວງ ສຣີນາກາ-ລາດັກ ຢູ່ບ້ານ ກາການເກຍ, ທາງພາກຕາເວັນອອກຂອງເມືອງ ສຣີນາກາ, ໃນແຄວ້ນ ແຄສເມຍ ທີ່ຖືກຄວບຄຸມໂດຍ ອິນເດຍ. 9 ກັນຍາ, 2020.
ຂະບວນລົດທະຫານບົກ ອິນເດຍ ເຄື່ອນໄຫວຢູ່ທາງຫຼວງ ສຣີນາກາ-ລາດັກ ຢູ່ບ້ານ ກາການເກຍ, ທາງພາກຕາເວັນອອກຂອງເມືອງ ສຣີນາກາ, ໃນແຄວ້ນ ແຄສເມຍ ທີ່ຖືກຄວບຄຸມໂດຍ ອິນເດຍ. 9 ກັນຍາ, 2020.

ລັດຖະມົນຕີປ້ອງກັນປະເທດ ອິນເດຍ ທ່ານ ຣານາດ ຊິງ ໄດ້ກ່າວໃນວັນພະຫັດວານນີ້ວ່າ ລັດຖະ ບານ ນິວ ເດລີ ຢາກເຮັດຂໍ້ແກ້ໄຂສັນຕິພາບຕໍ່ບັນຫາຂັດແຍ້ງຢູ່ເຂດຊາຍແດນຂອງເຂົາເຈົ້າກັບ ຈີນ ແຕ່ໄດ້ກຽມພ້ອມສຳລັບຄວາມບໍ່ແນ່ນອນທຸກຢ່າງ ເພື່ອປ້ອງກັນອຳນາດອະທິປະໄຕ ແລະ ຄວາມໝັ້ນຄົງໃນ ເຂດແດນຂອງເຂົາເຈົ້າ.

ໃນການຮຽກຮ້ອງໃຫ້ ປັກກິ່ງ ປະຕິບັດຂໍ້ຕົກລົງຮ່ວມກັນເມື່ອບໍ່ດົນມານີ້ ເພື່ອຖອນກຳລັງຂອງເຂົາ ເຈົ້າ, ທ່ານ ຊິງ ໄດ້ກ່າວວ່າ “ພວກເຮົາສາມາດເລີ່ມເຮັດສົງຄາມ, ແຕ່ຄວາມຮັບຜິດຊອບແມ່ນບໍ່ໄດ້ຢູ່ໃນກຳມືຂອງພວກເຮົາ.”

ການປະເຊີນໜ້າກັນທາງທະຫານລະຫວ່າງ ສອງປະເທດດັ່ງກ່າວຕອນນີ້ ແມ່ນ ໄດ້ດຳເນີນມາ 6 ເດືອນແລ້ວ ດ້ວຍກຳລັງທະຫານຈຳນວນຫຼວງຫຼາຍ ຈາກທັງສອງຝ່າຍໄດ້ຖືກສົ່ງໄປພາກພື້ນ ລາດັກ ຂອງເຂດພູສູງ ຫິມະໄລ, ເຊິ່ງແມ່ນພາກພື້ນທະເລຊາຍທີ່ໜາວມີຊາຍແດນຕິດກັບ ທິເບດ.

ທັງສອງຝ່າຍໄດ້ຖິ້ມໂທດໃສ່ກັນ ສຳລັບການກໍ່ໃຫ້ເກີດການປະເຊີນໜ້າທີ່ຮ້າຍແຮງທີ່ສຸດໃນຫຼາຍທົດສະວັດ ແລະ ຮຽກຮ້ອງໃຫ້ຖອນກຳລັງທະຫານຄືນ.

ໃນການກ່າວຢູ່ສະພາສູງໃນວັນພະຫັດວານນີ້, ທ່ານ ຊິງ ໄດ້ກ່າວວ່າ ຈີນ ໄດ້ລະເມີດຂໍ້ຕົກລົງສອງຝ່າຍດ້ວຍການເຕົ້າໂຮມກອງກຳລັງ ແລະ ອາວຸດຍຸດໂທປະກອນຢູ່ຕາມເສັ້ນຄວບຄຸມທີ່ແທ້ຈິງ ໃນພາກພື້ນພູ ຫິມະໄລ ທີ່ແຍກເຂດຊາຍແດນທີ່ມີບັນຫາຂອງເຂົາເຈົ້າອອກຈາກກັນ. ທ່ານໄດ້ຖິ້ມໂທດໃສ່ທະຫານ ຈີນ ທີ່ບໍ່ອະນຸຍາດໃຫ້ກຳລັງທະຫານ ອິນເດຍ ໄປລາດຕະເວນພື້ນທີ່ດັ້ງເດີມຂອງເຂົາເຈົ້າ.

ທ່ານ ຊິງ ໄດ້ກ່າວວ່າ ອິນເດຍ ໄດ້ສົ່ງກອງທະຫານໄປເພື່ອຕອບໂຕ້ຕໍ່ ປັກກິ່ງ ແລະ ໄດ້ຢຸດການຮຸກ ຮານຂ້າມປະເທດຂອງ ຈີນ. ອີງຕາມລັດຖະມົນຕີອິນເດຍ ນັ້ນ, ຈີນ ໄດ້ພະຍາຍາມທີ່ຈະດັດແປງສະຖານະພາບປັດຈຸບັນຢູ່ຕາມເຂດຊາຍແດນທີ່ບໍ່ແນ່ນອນນັ້ນໂດຍຝ່າຍດຽວ. ທ່ານໄດ້ກ່າວວ່າ “ການເຄົາລົບ ແລະ ປະຕິບັດຕາມເສັ້ນການຄວບຄຸມທີ່ແທ້ຈິງຢ່າງເຄັ່ງຄັດ ແມ່ນພື້ນຖານສຳລັບສັນຕິພາບ ແລະ ຄວາມສະຫງົບຢູ່ໃນບໍລິເວນເຂດຊາຍແດນນັ້ນ.”

ປັກກິ່ງໄດ້ຖິ້ມໂທດໃສ່ລັດຖະບານ ນິວ ເດລີ ສຳລັບການປະເຊີນໜ້າກັນ. ໂດຍໂຄສົກກະຊວງປ້ອງ ກັນປະເທດ ຈີນ ທ່ານ ຫວັງ ເວັນບິນ ໄດ້ກ່າວໃນກອງປະຊຸມລາຍງານປະຈຳວັນ ໃນວັນພຸດທີ່ຜ່ານມາວ່າ “ຄວາມຮັບຜິດຊອບ ສຳລັບສະຖານະການໃນປັດຈຸບັນບໍ່ໄດ້ມາຈາກ ຈີນ.” ທ່ານໄດ້ກ່າວຫາ ອິນເດຍ ວ່າເປັນຜູ້ທຳອິດທີ່ໄດ້ລະເມີດຂໍ້ຕົກລົງສອງຝ່າຍ, ດ້ວຍການບຸກລຸກລ່ວງລໍ້າ ແລະ ຍິງ ປືນເພື່ອຂົ່ມຂູ່ຄວາມປອດໄພຂອງກອງທະຫານເຂດຊາຍແດນ ຈີນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG