ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈ​ລະ​ຈາ​ກັນລະ​ຫວ່າງ ກອງທັບ ອິນເດຍ ແລະຈີນ ​ເພື່ອຫລຸດ​ຜ່ອນ​ ຄວາມ​ເຄັ່ງ​ຕຶງຢູ່ຕາມ​ຊາຍແດນ ​ບໍ່​ປະ​ສົບ​ຜົນສຳ​ເລັດ​


ພວກ​ປະ​ທ້ວງ​ຊາວ​ອິນ​ເດຍຖື​ປ້າຍຂອງ​ອົງ​ການ Bharat Tibet Sahyog Manch (BTSM), ຊຶ່ງ​ເປັນ​ອົງ​ການ​ສາ​ສະ​ໜາ​ຮິນ​ດູອຽງ​ຂວາຮ້ອງ​ຄຳ​ຂວັນ​ຕໍ່​ຕ້ານຈີນ ຢູ່​ໃກ້​ສະ​ຖານ​ທູດ​ຈີນໃນ​ນະ​ຄອ​ນ New Delhi, ວັນ​ທີ 20 ຕຸ​ລາ, 2020
ພວກ​ປະ​ທ້ວງ​ຊາວ​ອິນ​ເດຍຖື​ປ້າຍຂອງ​ອົງ​ການ Bharat Tibet Sahyog Manch (BTSM), ຊຶ່ງ​ເປັນ​ອົງ​ການ​ສາ​ສະ​ໜາ​ຮິນ​ດູອຽງ​ຂວາຮ້ອງ​ຄຳ​ຂວັນ​ຕໍ່​ຕ້ານຈີນ ຢູ່​ໃກ້​ສະ​ຖານ​ທູດ​ຈີນໃນ​ນະ​ຄອ​ນ New Delhi, ວັນ​ທີ 20 ຕຸ​ລາ, 2020

ການເຈລະຈາລະຫວ່າງຜູ້ບັນຊາການກອງທັບອິນເດຍ ແລະຈີນ ເພື່ອຖອນກອງ ທະຫານອອກຈາກເຂດ​ທີ່​ມີ​ການຂັດແຍ້ງກັນທີ່ສຳຄັນຢູ່ລຽບຕາມຊາຍແດນຂອງພວກເຂົາເຈົ້າໄດ້ສິ້ນ​ສຸດ​ລົງດ້ວຍສະ​ພາບ​ທີ່ບໍ່​ໄປ​ບໍ່​ມາ ແລະປະ​ສົ​ບ​ຄວາມ​ຫລົ້ມ​ແຫລວ​ໃນການຫລຸດ​ຜ່ອນ​ການປະເຊີນໜ້າກັນມາເປັນເວລາ 17 ເດືອນເຊິ່ງບາງຄັ້ງກໍໄດ້ນຳໄປສູ່ການປະທະກັນເຖິງຂັ້ນ​ຮຸນ​ແຮງນັ້ນ, ອີງ​ຕາມ​ທັງ​ສອງ​ຝ່າຍ​ກ່າວ​ໃນ​ວັນ​ຈັນ​ມື້ນີ້ ຢູ່ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ (AP).

ການປະເຊີນໜ້າກັນຢ່າງຕໍ່ເນື່ອງໝາຍຄວາມວ່າປະເທດທັງສອງຈະຮັກສາກອງທະຫານຢູ່ໃນເຂດທາງໜ້າຂອງເມືອງລາດັກ (Ladakh) ໄວ້ເປັນລະດູໜາວ ທີສອງຕິດຕໍ່ກັນໃນ​ອຸນ​ຫະ​ພູມ​ທີ່​ໜາວ​ເຢັນ​ເຖິງ​ຂັ້ນ​ອັນ​ຕ​ະ​ລາຍ​ແຫ່ງນັ້ນ.

ກະຊວງປ້ອງກັນປະເທດຂອງອິນເດຍ ກ່າວຢູ່ໃນຖະແຫຼງການສະ​ບັບ​ນຶ່ງວ່າ ຕົນໄດ້ໃຫ້ “ຄຳ​ສະ​ເໜີທີ່ມີ​ລັກ​ສະ​ນະສ້າງສັນ” ແຕ່ຝ່າຍຈີນ “ບໍ່ສາມາດ ຕົກລົງກັນໄດ້” ແລະ “ບໍ່ສາມາດສະໜອງຂໍ້ສະເໜີທີ່ມີຄວາມຫວັງຕໍ່ອະນາຄົດ.” ສ່ວນຖະແຫຼງການຈາກໂຄສົກກອງທັບຈີນກ່າວວ່າ "ຝ່າຍອິນເດຍຍຶດໝັ້ນ ກັບການຮຽກຮ້ອງທີ່ບໍ່ມີເຫດຜົນ ແລະບໍ່ແທດ​ເໝາະ​ກັບ​ຕົວ​ຈິງ ຊຶ່ງເພີ່ມຄວາມ ຫຍຸ້ງຍາກໃຫ້ແກ່ການເຈລະຈາ."

ຜູ້ບັນຊາການຈາກກອງທັບທັງສອງປະ​ເທດໄດ້ພົບປະເຈລະຈາກັນໃນວັນອາທິດ ວານນີ້ ຫຼັງຈາກການ​ເຈ​ລະ​ຈາ​ກັນ​ໄດ້​ຢຸດ​ສະ​ງັກ​ເປັນສອງເດືອນຢູ່ທີ່​ເຂດໂມ​ລ​ໂດ (Moldo) ທີ່​ເປັນ​ຂອງຈີນໃນເຂດເມືອງລາ​ດັກ (Ladakh).

ນັບຕັ້ງແຕ່ເດືອນກຸມພາເປັນ​ຕົ້ນ​ມາ, ທັງອິນເດຍແລະຈີນ ໄດ້ຖອນທະຫານ ອອກຈາກບາງບ່ອນທີ່ປະເຊີນໜ້າກັນຢູ່ທາງຝັ່ງກ້ຳເໜືອ ແລະໃຕ້ຂອງແມ່​ນ້ຳ ພັນ​ກອງ ໂຊ (Pangong Tso), ໂກກ​ຣາ (Gogra) ແລະຮ່ອມ​ພູກາ​ລ​ວານ (Galwan), ແຕ່ພວກເຂົາເຈົ້​າຍັງສືບຕໍ່ຮັກສາກອງທັບທີ່​ເຫລືອ​ໄວ້ ໂດຍເປັນ ສ່ວນນຶ່ງຂອງການ​ສົ່ງທະ​ຫານໄປ​ປະ​ຈຳ​ໄວ້ຫຼາຍ​ຊັ້ນ​.

ສື່ມວນຊົນອິນເດຍລາຍງານວ່າ, ໄດ້​ມີ​ການ​ເອົາທະຫານໄປເພີ່ມຢູ່ທີ່ພູ​ພຽງ ເດມ​ຈອກ (Demchok) ແລະ ເດັບ​ຊາງ. ການເຈ​ລະ​ຈາກັນໃນວັນອາທິດວານນີ້ ມີຂຶ້ນທ້າມກາງຄວາມບໍ່ພໍໃຈທີ່ສະແດງອອກໂດຍຫົວໜ້າກອງທັບອິນເດຍ ໃນອັນທີ່ທ່ານເອີ້ນວ່າການຈັດສົ່ງກຳລັງທະຫານແລະອາວຸດອັນ​ຫລວງ​ຫລາຍ ໂດຍ​ຝ່າຍຈີນ.

“ແມ່ນ, ມັນເປັນບັນຫາທີ່ໜ້າເປັນຫ່ວງທີ່ວ່າມີການເພີ້ມ​ທະ​ຫານໃນ​ຂະໜາດ ໃຫຍ່ທີ່ໄດ້ເກີດຂຶ້ນແລະສືບຕໍ່ມີຢູ່ສະເໝີ, ແລະເມື່ອ​ມີ​ການ​ເພີ້ມ​ກຳ​ລັງ ທະ​ຫານຂຶ້ນຢູ່ແບບນັ້ນ ກໍໄດ້ມີການ ພັດທະນາພື້ນຖານໂຄງລ່າງຢູ່ໃນຝ່າຍ ຈີນໃນຈໍານວນເທົ່າກັນ," ນັ້ນ​ຄື​ຄຳ​ເວົ້າຂອງນາຍ​ພົນ ເອັມ​ ເອັມ​ນາ​ຣາ​ວານ (M.M. Naravane) ກ່າວໃນວັນເສົາຜ່ານ​ມາ.

ທ່ານ​ກ່າວ​ຕໍ່​ໄປ​ວ່າ “ສະນັ້ນ, ມັນໝາຍຄວາມວ່າເຂົາເຈົ້າ (ຈີນ) ມາເພື່ອຈະ​ມາຢູ່ທີ່ນັ້ນ. ພວກເຮົາກຳ​ລັງຕິດຕາມເບິ່ງການພັດທະນາທັງໝົດນີ້ຢ່າງໃກ້ຊິດ, ແຕ່ຖ້າພວກເຂົາມາຢູ່ທີ່ນັ້ນເພື່ອ​ຈະ​ຢູ່​ຫັ້ນ​ເລີຍ, ພວກເຮົາກໍຈະຢູ່ທີ່ນັ້ນເພື່ອຢູ່​ຫັ້ນ​ເລີຍຄືກັນ.”

ຖະແຫຼງການຂອງຈີນຈາກພັນເອກ​ອາ​ວຸ​ໂສ ລອງ​ຊາວ​ຮົວ (Long Shaohua) ຂອງກອງບັນຊາການການຕໍ່ສູ້ພາກຕາເວັນຕົກ ຫລື Western Theater ກ່າວວ່າ "ການຕັດສິນໃຈທີ່ແນ່ວ​ແນ່ຂອງຈີນໃນການປົກປ້ອງອະທິປະໄຕຂອງຕົນ ແມ່ນບໍ່ມີ​ຄວາມຫວັ່ນໄຫວ, ແລະຈີນຫວັງວ່າອິນເດຍຈະບໍ່ເບິ່ງສະຖານະການຢ່າງຜິດພາດ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG