ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນນະຄອນຫຼວງ ໂຕກຽວ, ທ່ານ ພອມພຽວ ຍົກຍ້ອງກອງປະຊຸມ ແຝດສີ່ ວ່າເປັນວິທີທີ່ໃຊ້ເພື່ອຕອບໂຕ້ ຈີນ


ຈາກຊ້າຍ, ລັດຖະມົນຕີ ການຕ່າງປະເທດ ຍີ່ປຸ່ນ ທ່ານ ໂທຊີມິດຊຸ ໂມເຕກິ, ລັດຖະມົນຕີການຕ່າງປະເທດ ອິນເດຍ ທ່ານ ຊູບຣາມານຢາມ ໄຂຊານກາ, ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ແລະ ລັດຖະມົນຕການຕ່າງປະເທດ ອອສເຕຣເລຍ ທ່ານນາງ ມາຣີສ ເພນ.
ຈາກຊ້າຍ, ລັດຖະມົນຕີ ການຕ່າງປະເທດ ຍີ່ປຸ່ນ ທ່ານ ໂທຊີມິດຊຸ ໂມເຕກິ, ລັດຖະມົນຕີການຕ່າງປະເທດ ອິນເດຍ ທ່ານ ຊູບຣາມານຢາມ ໄຂຊານກາ, ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ແລະ ລັດຖະມົນຕການຕ່າງປະເທດ ອອສເຕຣເລຍ ທ່ານນາງ ມາຣີສ ເພນ.

ສະຫະລັດ ໄດ້ພະຍາຍາມມາຫຼາຍປີແລ້ວ, ດ້ວຍຜົນທີ່ອອກມາທັງດີ ແລະ ບໍ່ດີ, ເພື່ອ ຊັກຊວນພັນ ທະມິດຂອງເຂົາເຈົ້າໃນເອເຊຍຕ້ານຢັນ ຈີນ ຢ່າງເຂັ້ມແຂງ ແລະ ເປັນກຸ່ມ. ແຕ່ເມື່ອບໍ່ດົນມານີ້, ສະ ຫະລັດ ອາດໄດ້ປະສົບຄວາມສຳເລັດບາງຢ່າງໃນການຊ່ວຍຕໍ່ຕ້ານກັບ ບັກກິ່ງ. ແລະ ເຂົາເຈົ້າ ກໍໄດ້ໃຊ້ກຸ່ມທີ່ຮູ້ຈັກກັນໃນຊື່ ແຝດສີ່ ເພື່ອເຮັດມັນ. ນັກຂ່າວວີໂອເອ ບິລ ກາລໂລ ມີລາຍງານຈາກນະຄອນຫຼວງ ໂຊລ, ເກົາຫຼີໃຕ້, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນ ອັນດັບຕໍ່ໄປ.


ບາງເທື່ອມັນກໍບໍ່ແມ່ນສິ່ງແປກໃຈຫຼາຍທີ່ລັດຖະມົນຕີການຕ່າງປະເທດ ສະຫະ ລັດ ທ່ານ ໄມຄ໌ ພອມພຽວ ໄດ້ກ່າວໂຈມຕີ ຈີນ ໃນລະຫວ່າງການຢ້ຽມຢາມ ຍີ່ປຸ່ນ ນຶ່ງວັນ ໃນວັນອັງຄານທີ່ຜ່ານມາ.

ແຕ່ສຳຄັນກວ່ານັ້ນແມ່ນວິທີການ ເຊິ່ງແມ່ນກອງປະຊຸມຂອງກຸ່ມບັນດາປະເທດ ເອເຊຍ ທີ່ຮູ້ຈັກກັນໃນຊື່ Quad ຫຼື ແຝດສີ່.

ມັນປະກອບມີ ສະຫະລັດ, ອິນເດຍ, ອອສເຕຣເລຍ ແລະ ຍີ່ປຸ່ນ, ກຸ່ມແຝດສີ່ ບໍ່ຄ່ອຍຈະຄືກັບພັນ ທະມິດປານໃດ. ມັນເປັນການເຈລະຈາກປ້ອງກັນປະເທດທີ່ຕໍ່ເນື່ອງກັນຫຼາຍກວ່າ.

ແຕ່ໃນສອງສາມເດືອນທີ່ຜ່ານມາ, ລັດຖະບານທ່ານ ທຣຳ ໄດ້ສ້າງກຸ່ມແຝດສີ່ ຂຶ້ນມາອັນເປັນນຶ່ງຂອງຄວາມພະຍາຍາມຂອງເຂົາເຈົ້າເພື່ອທີ່ຈະຕອບໂຕ້ ຈີນ ຢ່າງເດັດດ່ຽວ.

ໃນຄຳເຫັນຂອງທ່ານເມື່ອວັນອັງຄານຜ່ານມາ, ທ່ານ ພອມພຽວ ໄດ້ແນເປົ້າໂດຍກົງໃສ່ພັກຄອມມູ ນິສ ຈີນ ຫຼື CCP.

ທ່ານ ພອມພຽວ ໄດ້ກ່າວວ່າ “ໃນຖານະເປັນຄູ່ຮ່ວມໃນກຸ່ມ ແຝດສີ່ ນີ້, ມັນສຳຄັນຍິ່ງກວ່າເກົ່າ ໃນເວລາທີ່ພວກເຮົາຮ່ວມມືກັນ ເພື່ອປົກປ້ອງປະຊາຊົນຂອງພວກເຮົາ ແລະ ຄູ່ຮ່ວມຈາກການຖືກເອົາລັດເອົາປຽບ, ການສໍ້ລາດບັງຫຼວງ ແລະ ການບີບບັງຄັບຂອງພັກຄອມມິນິສ ຈີນ.”

ແມ່ນກະທັ້ງດ້ວຍມາດຕະຖານຂອງລັດຖະບານທ່ານ ທຣຳ, ນັ້ນ ແມ່ນການໃຊ້ ຄຳເວົ້າໂດຍກົງທີ່ບໍ່ປົກກະຕິ.

ແລະ ມັນກໍເປັນຄຳເວົ້າເກັ່ງກ້າກວ່າສະມາຊິກກຸ່ມແຝດສີ່ ອື່ນໆທີ່ໃຊ້ເພື່ອອະທິ ບາຍເຖິງກຸ່ມດັ່ງກ່າວ.

ຍີ່ປຸ່ນ, ອອສເຕຣເລຍ ແລະ ອິນເດຍ ທັງໝົດມີສາຍພົວພັນທາງເສດຖະກິດທີ່ສຳຄັນກັບ ຈີນ ແລະ ມັກຈະບໍ່ໃຫ້ຄວາມສຳຄັນກັບຄວາມຄິດທີ່ມີຈຸດປະສົງເພື່ອຄວບຄຸມ ຈີນ.

ແຕ່ກົງກັນຂ້າມ, ເຂົາເຈົ້າເພັ່ງເລັງໃສ່ແງ່ທີ່ເປັນບວກຂອງມັນ, ເຊັ່ນການປົກປ້ອງຄວາມເປັນລະ ບຽບຂອງໂລກທີ່ອີງໃສ່ກົດລະບຽບ.

ແຕ່ບົດບາດຂອງເຂົາເຈົ້າໃນກຸ່ມແຝດສີ່ ໄດ້ເລີ່ມທີ່ຈະປ່ຽນແປງ, ທ່າມກາງໂຣກລະບາດໄວຣັສໂຄ ໂຣນາ, ເຊິ່ງໄດ້ກຳເນີດໃນ ຈີນ. ຫຼາຍປະເທດທີ່ຢູ່ໃກ້ຄຽງ ຈີນ ເວົ້າວ່າເຂົາເຈົ້າບໍ່ໄດ້ຕຽມພ້ອມ ກ່ຽວ ກັບ ໄວຣັສດັ່ງກ່າວ. ເຂົາເຈົ້າຍັງເປັນຫ່ວງ ກ່ຽວກັບ ການຄຸກຄາມທີ່ເພີ່ມຂຶ້ນຂອງ ຈີນ.

ຕົວຢ່າງ, ເຂດຊາຍແດນຂອງ ຈີນ ກັບ ອິນເດຍ, ການປະທະກັນເມື່ອບໍ່ດົນມານີ້ໄດ້ເຮັດໃຫ້ທະ ຫານ ອິນເດຍ ຢ່າງໜ້ອຍ 20 ຄົນເສຍຊີວິດ. ນັ້ນໄດ້ກໍ່ໃຫ້ເກີດການພິຈາລະນາຢ່າງລະມັດລະວັງໃນ ອິນເດຍ, ເຊິ່ງໄດ້ປະຕິເສດທີ່ຈະເລືອກເຂົ້າຂ້າງຝ່າຍໃດຝ່າຍນຶ່ງລະຫວ່າງ ມະຫາອຳນາດທີ່ສຳຄັນ, ອີງຕາມການກ່າວຂອງນັກວິເຄາະທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງ ນິວເດລີ, ທ່ານນາງ ຈາການນາດ ແພນດາ.

ທ່ານນາງ ຈາການນາດ ກ່າວວ່າ “ອິນເດຍ ປະຕິບັດຕາມນະໂຍບາຍຕ່າງປະເທດທີ່ບໍ່ເຂົ້າຂ້າງໃຜ. ເຂົາເຈົ້າບໍ່ເຄີຍຢາກໃຫ້ກຸ່ມ ແຝດສີ່ ເກີດຂຶ້ນເປັນກອງທັບ ຫຼື ສະຖາບັນສູນກາງທາງທະເລ, ອິນເດຍ ໄດ້ປ່ຽນແປງແຜນການຂອງເຂົາເຈົ້າຢ່າງແນ່ນອນ. ອິນເດຍ ຈະມີຄວາມກະຕືລືລົ້ນ ເພື່ອຜັກດັນກຸ່ມແຝດສີ່ຂຶ້ນຕື່ມດັ່ງກັບຂະບວນການທີ່ເປັນສະຖາບັນ ແລະ ທາງການ.”

ປະເທດ ອອສເຕຣເລຍ ກໍເຊັ່ນກັນ, ໄດ້ເຂົ້າຮ່ວມໃນການຂັດແຍ້ງທີ່ສຳຄັນກັບ ຈີນ. ຫຼັງຈາກໄດ້ຮຽກ ຮ້ອງການສືບສວນສອບສວນອິດສະຫຼະ ກ່ຽວກັບ ຕົ້ນກຳເນີດຂອງໄວຣັສໂຄໂຣນານັ້ນ, ຈີນ ໄດ້ຕອບໂຕ້ຄືນດ້ວຍມາດຕະການທາງເສດຖະກິດ. ມັນຍັງມີການກ່າວຫາ ກ່ຽວກັບ ການແຊກແຊງບັນຫາພາຍໃນ ອອສເຕຣເລຍ ໂດຍ ຈີນ ເພີ່ມຂຶ້ນ, ອີງຕາມການກ່າວຂອງນັກວິເຄາະທ່ານ ແອນດຣູ ໂອນຽລ.

ທ່ານ ແອນດຣູ ກ່າວວ່າ “ຈາກທັດສະນະຄະຕິຂອງ ອອສເຕຣເລຍ, ຂ້າພະເຈົ້າຄິດວ່າມັນມີຄວາມປາຖະໜາຫຼາຍຂຶ້ນໃນບັນດາຜູ້ກຳນົດນະໂຍບາຍທີ່ຈະຕ້ານຢັນ ຈີນ, ໂດຍສ່ວນໃຫຍ່ແມ່ນຍ້ອນທັດສະນະຄະຕິທີ່ວ່າ ຈີນ ໄດ້ທຳການຄຸກຄາມຫຼາຍຂຶ້ນໃນການແນເປົ້າໃສ່ ອອສເຕຣເລຍ ຜ່ານການສອດແນມ.”

ແຕ່ແນວໃດກໍຕາມ ບັນດາເຈົ້າໜ້າທີ່ ສະຫະລັດ ເວົ້າວ່າເຂົາເຈົ້າຢາກຂະຫຍາຍຂອບເຂດ ແລະ ສະມາຊິກຂອງກຸ່ມແຝດສີ່, ເຊິ່ງບັນດານັກວິເຄາະບໍ່ຄາດວ່າຈະມີຂໍ້ຜູກມັດຄືພັນທະມິດທາງທະ ຫານ NATO ໃນໄວໆນີ້.

ນັ້ນກໍເປັນຍ້ອນຄວາມຊັບຊ້ອນຂອງການຍາດແຍ່ງຜົນປະໂຫຍດທາງດ້ານເສດຖະກິດ ແລະ ການ ເປັນຄູ່ແຂ່ງກັນໃນເອເຊຍ ເຮັດໃຫ້ມັນຍາກ ສຳລັບຫຼາຍປະເທດທີ່ຈະເລືອກລະຫວ່າງ ສະຫະລັດ ກັບ ຈີນ.

ເມື່ອຖືກຖາມໃນຕົ້ນເດືອນນີ້ ກ່ຽວກັບ ຄວາມຄິດໃນການເຂົ້າຮ່ວມກຸ່ມແຝດສີ່ ທີ່ໄດ້ຂະຫຍາຍອອກນັ້ນ, ລັດຖະມົນຕີການຕ່າງປະເທດ ເກົາຫຼີໃຕ້ ໄດ້ກ່າວວ່າ ລາວຄິດວ່າມັນບໍ່ແມ່ນຄວາມຄິດທີ່ດີ. ໃຫ້ຄິດໄວ້ວ່າ, ຄຳເວົ້ານັ້ນແມ່ນມາຈາກປະເທດທີ່ມີກຳລັງທະຫານ ສະຫະລັດ ເກືອບ 30,000 ຄົນປະຈຳການຢູ່.

ມັນເປັນສັນຍານທີ່ວ່າ ໃນຂະນະທີ່ບັນດາປະເທດທີ່ຢູ່ໃກ້ຄຽງ ຈີນ ແມ່ນກຳລັງເລີ່ມອຶດອັດໃຈເພີ່ມ ຂຶ້ນນັ້ນ, ສຳລັບເວລານີ້, ມັນອາດມີຂີດຈຳກັດວ່າ ເຂົາເຈົ້າຈະຕ້ານຢັນຄືນໄປໄກຊໍ່າໃດ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG