ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ປ່ຽນຄວາມເຫັນ ຂອງທ່ານ ກ່ຽວກັບ ບັນດາຫົວໜ້າ ອົງການສືບລັບຕ່າງໆ ຂອງ ສະຫະລັດ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ນຳພາການປຶກສາຫາລື ເລື້ອງຂໍ້ສະເໜີ ກ່ຽວກັບຄົນເຂົ້າເມືອງ ຈາກບັນດາຜູ້ນຳ ອານຸລັກນິຍົມ ໃນຫ້ອງ ຄະນະລັດຖະບານ ຂອງທ່ານ, ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 23 ມັງກອນ 2019.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ນຳພາການປຶກສາຫາລື ເລື້ອງຂໍ້ສະເໜີ ກ່ຽວກັບຄົນເຂົ້າເມືອງ ຈາກບັນດາຜູ້ນຳ ອານຸລັກນິຍົມ ໃນຫ້ອງ ຄະນະລັດຖະບານ ຂອງທ່ານ, ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 23 ມັງກອນ 2019.

ນຶ່ງວັນຫຼັງຈາກ ທ່ານດໍ​ໂນ​ລ ທຣຳ ໄດ້ກ່າວສົບ​ປະ​ໝາດ ບັນດາຫົວໜ້າ ອົງການສືບລັບ
ຂອງທ່ານ ໂດຍການແນະນຳໃຫ້ພວກເຂົາເຈົ້າ “ກັບຄືນໄປເຂົ້າໂຮງຮຽນ” ແລ້ວ ປະທາ
ນາທິບໍດີທຣຳ ກໍໄດ້ຕ່າວປີ້ນຄຳເຫັນຂອງທ່ານເອງຢ່າງສິ້ນເຊິງ ໃນ ວັນພະຫັດວານນີ້
ແລະມາບັດນີ້ ກ່າວວ່າ ທ່ານ ແລະບັນດາຫົວໜ້າອົງການສືບ ລັບຂອງທ່ານ “ທັງໝົດ
ແມ່ນ ມີຄວາມຄິດ ແບບ​ດຽວກັນ.”

ທ່ານ ທຣຳ ໄດ້ພົບປະກັບບັນດາຫົວໜ້າອົງການສືບລັບຕ່າງໆຂອງສະຫະລັດ ຢູ່ທີ່ທຳ
ນຽບຂາວ ໃນວັນພະຫັດວານນີ້ ລວມທັງຜູ້ອຳນວຍການອົງການສືບລັບ CIA ທ່ານນາງ
ຈີນາ ແຮສແປລ ແລະຜູ້ອຳນວຍການ ອົງການສືບລັບແຫ່ງ ຊາດ ທ່ານ ແດນ ໂຄຕສ໌
ແລະ ໄດ້ຂຽນລົງທວີດເຕີວ່າ ພວກເຂົາເຈົ້າ “ແມ່ນ ເຫັນດີນຳກັນແທ້ໆເລີຍ ໃນເລື້ອງ
ຂອງອີຣ່ານ ກຸ່ມ ISIS ເກົາຫຼີເໜືອເປັນຕົ້ນ”

ນຶ່ງວັນກ່ອນໜ້ານີ້ ທ່ານ ທຣຳ ບໍ່ໃຫ້ຄວາມສຳຄັນຫຍັງເລີຍ ເຖິງຄຳໃຫ້ການຕໍ່ ສະພາສູງ ຂອງບັນດາຫົວໜ້າສືບລັບ ຢ່າງເປີດເຜີຍ ໃນເວລາທີ່ພວກເຂົາເຈົ້າ ໄດ້ກ່າວວ່າ ເກົາຫຼີ
ເໜືອ ເປັນໄປໄດ້ສູງ ທີ່ຈະບໍ່ຍອມຍົກເລີກ ໂຄງການອາວຸດ ນິວເຄລຍຂອງຕົນ ແລະ
ອີຣ່ານກຳລັງປະຕິບັດຕາມຂໍ້ຕົກລົງນິວເຄລຍ. ພວກເຂົາເຈົ້າ ຍັງໄດ້ກ່າວອີກວ່າ ກຸ່ມລັດ
ອິສລາມ ຍັງຄົງເປັນໄພຂົ່ມຂູ່ກໍ່ການຮ້າຍຢູ່.

ຜູ້ອຳນວຍການອົງການສືບລັບ CIA ທ່ານນາງ ຈີນາ ແຮສແປລ ໃຫ້ການຕໍ່ໜ້າ ຄະນະກຳມະການ ສືບລັບຂອງສະພາສູງ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 29 ມັງກອນ 2019.
ຜູ້ອຳນວຍການອົງການສືບລັບ CIA ທ່ານນາງ ຈີນາ ແຮສແປລ ໃຫ້ການຕໍ່ໜ້າ ຄະນະກຳມະການ ສືບລັບຂອງສະພາສູງ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 29 ມັງກອນ 2019.

ການປະເມີນສະພາບການ ຂອງພວກເຂົາເຈົ້ານັ້ນ ແມ່ນຂັດແຍ້ງ ກັບທ່ານທຣຳ ຜູ້ທີ່ໄດ້
ອ້າງວ່າ ອີຣ່ານກຳລັງຫລອກລວງ ກຸ່ມລັດອິສລາມໄດ້ຖືກຜາບແພ້ ຢູ່ໃນ ຊີເຣຍ ແລະວ່າ
ຍັງມີ “ໂອກາດພໍສົມຄວນ” ທີ່ເກົາຫຼີເໜືອ ຈະປົດອາວຸດນິວເຄລຍ.

ທ່ານປະທານາທິບໍດີ ໄດ້ຂຽນລົງທວີດເຕີ ໃນວັນພຸດຜ່ານມານີ້ ວ່າ “ບາງ​ເທື່ອ​ພວກ​ສືບ
​ລັບ ​ຄວນກັບ​ຄືນ​ໄປ​ເຂົ້າ​ໂຮງ​ຮຽນ​.”

ແຕ່ ພຽງນຶ່ງວັນຕໍ່ມາ ທ່ານ ທຣຳ ໄດ້ກ່າວວ່າ ບັນດານັກຊ່ຽວຊານດ້ານສືບລັບ ຂອງທ່ານ
ແມ່ນ “ໄດ້ຖືກອ້າງຄຳເວົ້າໄປໃນທາງບໍ່ຖືກຕ້ອງ ແລະໄດ້ບິດເບືອນເນື້ອຫາໃຈຄວາມ
ຢ່າງສິ້ນເຊິງ.”
ທ່ານ ໄດ້ກ່າວວ່າ ພວກເຂົາເຈົ້າບອກທ່ານວ່າ “ມັນເປັນຂ່າວປອມ”
ແລະວ່າ ສື່ມວນຊົນ“ຕີຄວາມໝາຍ ໄປໃນທາງທີ່ຜິດ” ກ່ຽວ​ກັບຄຳຖະແຫລງ ຂອງ
ພວກເຂົາເຈົ້າ.

“ຄຳໃຫ້ການຂອງພວກເຂົາເຈົ້າ ໄດ້ຖືກບິດເບືອນໂດຍອົງການຂ່າວ” ທ່ານທຣຳ ໄດ້
ຂຽນລົງໃນທວີດເຕີ ຫຼັງຈາກການພົບປະ ໃນວັນພະຫັດວານນີ້. ທ່ານໄດ້ກ່າວ ອີກວ່າ
“ຂ້າພະເຈົ້າຈະສະເໜີແນະທ່ານໃຫ້ອ່ານຄຳໃຫ້ການທັງໝົດຢ່າງຄົບຖ້ວນ ຈາກວັນ
ອັງຄານ. ການບັນລະຍາຍທີ່ບໍ່ຖືກຕ້ອງນັ້ນ ແມ່ນບໍ່ດີແທ້ໆເລີຍ ສຳລັບ ປະເທດຂອງ
ພວກເຮົາ.”

One day after he insulted his intelligence chiefs by recommending they "go back to school," President Donald Trump completely reversed himself Thursday and now says he and his agency heads "are all on the same page."

Trump met with the heads of U.S. intelligence agencies at the White House Thursday, including CIA Director Gina Haspel and the Director of National Intelligence Dan Coats, and tweeted that they "are very much in agreement on Iran, ISIS, North Korea, etc."

A day earlier, Trump disparaged their public testimony before the Senate when they said North Korea is unlikely to give up its nuclear arsenal and Iran is complying with the nuclear deal. They also said Islamic State remains a terrorist threat.

Their assessments contradicted Trump, who has contended Iran is cheating, that Islamic States has been defeated in Syria, and that there is a "decent chance" North Korea will denuclearize.

"Perhaps intelligence should go back to school," the president tweeted Wednesday.

But just a day later, Trump said his intelligence experts were "totally misquoted and totally taken out of context." He said they told him "it was fake news" and that the media "mischaracterized" their statements.

"Their testimony was distorted press," Trump tweeted after Thursday's meeting. "I would suggest you read the COMPLETE testimony from Tuesday. A false narrative is so bad for our country."

XS
SM
MD
LG