ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ 2022, ຜູ້​ລົງ​ແຂ່ງ​ຂັນ ສະ​ຫະ​ລັດ ​ມີ​ທັດ​ສະ​ນະ​ຄະ​ຕິ​ຄື​ກັນ ກ່ຽວ​ກັບ ການ​ຄັດ​ຄ້ານ ຈີນ


ຜູ້​ລົງ​ແຂ່ງ​ຂັນ ສະ​ພາ​ສູງ ສະ​ຫະ​ລັດ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ທິມ ຣາຍ​ແອນ ກ່າວ​ຄຳ​ປາ​ໄສ​ໃນ​ງານ​ໂຄ​ສະ​ນາ​ຫາ​ສຽງ ທີ່​ປະ​ກອບ​ມີ​ການ​ສະ​ແດງ​ໂດຍ​ທ່ານ​ ເດ​ຟ ແມັດ​ທິວ ໃນ​ເມືອງ ໂຄ​ລຳ​ບັ​ສ, ລັດ ໂອ​ຮາຍ​ໂອ, 24 ຕຸ​ລາ 2022.
ຜູ້​ລົງ​ແຂ່ງ​ຂັນ ສະ​ພາ​ສູງ ສະ​ຫະ​ລັດ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ທິມ ຣາຍ​ແອນ ກ່າວ​ຄຳ​ປາ​ໄສ​ໃນ​ງານ​ໂຄ​ສະ​ນາ​ຫາ​ສຽງ ທີ່​ປະ​ກອບ​ມີ​ການ​ສະ​ແດງ​ໂດຍ​ທ່ານ​ ເດ​ຟ ແມັດ​ທິວ ໃນ​ເມືອງ ໂຄ​ລຳ​ບັ​ສ, ລັດ ໂອ​ຮາຍ​ໂອ, 24 ຕຸ​ລາ 2022.

ຜູ້ລົງຄະແນນສຽງ ອາເມຣິກັນ ທັງຫຼາຍໄດ້ກຽມພ້ອມສຳລັບການເລືອກຕັ້ງກາງ ສະໄໝໃນເດືອນໜ້າ, ບັນດາຜູ້ລົງແຂ່ງຂັນຈາກທັງສອງພັກການເມືອງແມ່ນໄດ້ ໃຫ້ຄຳໝັ້ນສັນຍາ ກ່ຽວກັບນະໂຍບາຍທີ່ໜັກແໜ້ນຕໍ່ ຈີນ ດ້ວຍຄວາມຫວັງທີ່ຈະ ຊັກຈູງບັນດາຜູ້ລົງຄະແນນສຽງ.

ທັດສະນະຄະຕິຂອງ ອາເມຣິກາ ຕໍ່ ຈີນ ແມ່ນໄດ້ຊຸດໂຊມລົງໃນສອງສາມປີ ທີ່ຜ່ານມາ, ໂດຍສະເພາະນັບຕັ້ງແຕ່ການລະບາດຂອງໄວຣັສໂຄໂຣນາ ໃນປີ 2020. ຂໍ້ມູນໃໝ່ຈາກສູນກາງຄົນຄວ້າ ພີວ ໄດ້ກ່າວວ່າ ປີນີ້, ປະຊາຊົນ ອາເມຣິກັນ 82 ເປີເຊັນ ມີທັດສະນະຄະຕິໃນທາງລົບ ກ່ຽວກັບ ຈີນ, ເຊິ່ງຕາມ ປະຫວັດສາດແລ້ວ ແມ່ນສູງ. ເມື່ອຫ້າປີທີ່ຜ່ານມາ, ຕົວເລກດັ່ງກ່າວແມ່ນໄດ້ຫຼຸດລົງເຄິ່ງນຶ່ງ, ຢູ່ທີ່ 47 ເປີເຊັນ.

ການສຳຫຼວດຄວາມຄິດເຫັນໄດ້ລະບຸວ່າ ທັດສະນະຄະຕິໃນທາງລົບດັ່ງກ່າວແມ່ນຖືກແບ່ງຈາກພັກຣີພັບບລີກັນ ແລະ ເດໂມແຄຣັດ, ເຊິ່ງຍ້ອນແນວນັ້ນ, ຜູ້ລົງແຂ່ງຂັນຈາກສອງພັກການເມືອງດັ່ງກ່າວ ຈຶ່ງໄດ້ເວົ້າ ກ່ຽວກັບ ຈີນ ແລະ ອຳນາດດ້ານເສດຖະກິດທີ່ເປັນຕາຢ້ານຂອງ ປັກກິ່ງ.

ທ່ານ ເຈ ດີ ແວນສ໌, ຜູ້ລົງແຂ່ງຂັນສະພາສູງ ສັງກັດພັກຣີພັບບລີກັນ ໃນລັດ ໂອຮາຍໂອ, ຜູ້ທີ່ຖືກຮັບຮອງໂດຍອະດີດປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວ ວ່າ “ພວກເຮົາຕ້ອງຢຸດຄວາມອ່ອນແອຕໍ່ ຈີນ. ພວກເຮົາຕ້ອງຢຸດສົ່ງວຽກງານ ຂອງ ອາເມຣິກາ ໄປໃຫ້ຄົນທີ່ຊັງເຮົາ.”

ຄູ່ແຂ່ງຂອງທ່ານ ຈາກພັກເດໂມແຄຣັດ, ສະມາຊິກສະພາທີ່ດຳລົງຕຳແໜ່ງໃນ ປັດຈຸບັນ, ທ່ານ ທິມ ຣາຍແອນ, ກໍໃຫ້ຄວາມສຳຄັນເທົ່າໆກັນ.

ທ່ານໄດ້ຂຽນຂໍ້ຄວາມໃນທວິດເຕີວ່າ “ມັນແມ່ນເຮົາ ພົບກັບ ຈີນ. ຈີນ ແມ່ນໄດ້ ທຳການຜະລິດກາຍພວກເຮົາຈາກຊ້າຍ ແລະ ຂວາ, ແລະ ມັນເຖິງເວລາແລ້ວ ທີ່ພວກເຮົາຈະຕໍ່ສູ້ຄືນ.”

ໃນລັດ ເພັນຊິລເວເນຍ, ຮອງຜູ້ປົກຄອງລັດ ສັງກັດພັກເດໂມແຄຣັດ ທ່ານ ຈອນ ເຟັດເທີແມນ ໄດ້ກ່າວວ່າ ລາວຈະ “ເຮັດວຽກເພື່ອຮັບປະກັນວ່າ ພວກເຮົາຈະບໍ່ອະນຸຍາດໃຫ້ ຈີນ ທຳການປະດິດສ້າງໃໝ່ຫຼາຍກວ່າພວກເຮົາ.” ຄູ່ແຂ່ງຂອງທ່ານ ຈາກພັກຣີພັບບລີກັນ ສຳລັບສະພາສູງ ສະຫະລັດ ດຣ. ເມເມັດ ອອສ໌, ໄດ້ເຮັດຄຳຂວັນ “ເອົາທ່າທີທີ່ແຂງແກ່ນຕໍ່ຈີນ” ເປັນຂໍ້ຄວາມການໂຄສະນາຫາສຽງ ທີ່ສຳຄັນຂອງທ່ານ.

ໃນລັດ ມິສຊູຣີ, ໄອຍະການສູງສຸດຂອງລັດ ທ່ານ ເອຣິກ ສມິດ (Eric Schmitt) ໄດ້ເອີ້ນການເຕີບໂຕທາງທະຫານ, ເສດຖະກິດ ແລະ ສາທາລະນະ ສຸກຂອງ ຈີນ ເປັນໄພຂົ່ມຂູ່. ຄູ່ແຂ່ງຂອງທ່ານສຳລັບສະພາສູງ ສະຫະລັດ ຈາກພັກເດໂມແຄຣັດ ທ່ານນາງ ທຣູດີ ບູສ ວາເລັນໄທນ໌, ໄດ້ຕຳໜິຕິຕຽນ ທ່ານ ສມິດ ສຳລັບການສະໜັບສະໜູນຮ່າງກົດໝາຍນິຕິບັນຍັດທີ່ຈະອະນຸຍາດ ໃຫ້ຕ່າງປະເທດເປັນເຈົ້າຂອງດິນນາ ທີ່ການໂຄສະນາຫາສຽງຂອງທ່ານນາງ ອ້າງວ່າ ໄດ້ອະນຸຍາດໃຫ້ບໍລິສັດທີ່ຖືກຄວບຄຸມໂດຍ ຈີນ ຊື້ທີ່ດິນໃນລັດ ມິສຊູຣີ ຫຼາຍ 100,000 ເອເຄີ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG