ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ່ ໄນເຈີ ສະຫະລັດຊອກຫາທາງ ເພື່ອຢູ່ຕໍ່ໄປຈົນຮອດນາທີສຸດທ້າຍ ໃນຖານທັບ ຕໍ່ຕ້ານການກໍ່ການຮ້າຍ ຢູ່ອາຟຣິກາຕາເວັນຕົກ


ຊາວໄນເຈີ ຮ່ວມເດີນປະທ້ວງ ຮຽກຮ້ອງໂດຍຜູ້ສະໜັບສະໜູນຂອງຜູ້ນຳລັດຖະປະຫານ ນາຍພົນ ອັບດູລຣາມານ ຈີອານີ ໃນເມືອງນິອາເມ ປະເທດໄນເຈີ ວັນທີ 30 ກໍລະກິດ 2023
ຊາວໄນເຈີ ຮ່ວມເດີນປະທ້ວງ ຮຽກຮ້ອງໂດຍຜູ້ສະໜັບສະໜູນຂອງຜູ້ນຳລັດຖະປະຫານ ນາຍພົນ ອັບດູລຣາມານ ຈີອານີ ໃນເມືອງນິອາເມ ປະເທດໄນເຈີ ວັນທີ 30 ກໍລະກິດ 2023

ສິບມື້ເຂົ້າສູ່ການກໍ່ລັດຖະປະຫານ ຢູ່ໃນປະເທດໄນເຈີ ຊີວິດການເປັນຢູ່ ໄດ້ກາຍມາເປັນເລື້ອງທີ່ທ້າທາຍຫລາຍຂຶ້ນ ສຳລັບກຳລັງທະຫານຂອງສະຫະລັດ ຢູ່ທີ່ຖານທັບຕໍ່ຕ້ານການກໍ່ການຮ້າຍ ໃນຂົງເຂດຂອງອາຟຣິກາຕາເວັນຕົກ ທີ່ຮູ້ຈັກກັນວ່າ ເປັນສູນກາງການກໍ່ການຮ້າຍຂອງໂລກ ອີງຕາມອົງການຂ່າວເອພີ.

ຖ້ຽວບິນຂາເຂົ້າ ແລະຂາອອກຂອງປະເທດ ໄດ້ຫລຸດລົງ ໃນຂະນະທີ່ບັນດາຜູ້ນຳທີ່ກໍ່ລັດຖະປະຫານ ກຳນົດໃຫ້ຊາວອາເມຣິກັນ ຊອກຫາການອະນຸຍາດສຳລັບແຕ່ລະຖ້ຽວບິນ. ການຂາດເຂີນນໍ້າມັນ ຊຶ່ງໝາຍຄວາມວ່າ ຜູ້ບັນຊາການສະຫະລັດ ຕ້ອງໄດ້ເຊັນຮັບເວລາໃດທີ່ເຮືອບິນເຕີມນໍ້າມັນ.

ແລະບໍ່ເທົ່ານັ້ນ ໃນຂະນະທີ່ບັນດາປະເທດຂອງຢູໂຣບຈຳນວນນຶ່ງ ຍົກຍ້າຍຄົນອອກຈາກໄນເຈີຢູ່ນັ້ນ ລັດຖະບານທ່ານໄບເດັນ ໄດ້ສະແດງທ່າທີຂອງຕົນວ່າ ເຈດຕະນາທີ່ຈະຢູ່ຕໍ່ໄປ. ຕົນເຫັນວ່າ ໄນເຈີເປັນປ້ອມຍາມສຸດທ້າຍຂອງສະຫະລັດ ທີ່ດີທີ່ສຸດ ໃນການຕໍ່ຕ້ານການກໍ່ການຮ້າຍ ແລະຈົນເກີດການກໍ່ລັດຖະປະຫານ, ປະຊາທິປະໄຕທີ່ກຳລັງງອກງາມຢູ່ນັ້ນ ຢູ່ໃນຂົງເຂດທາງພາກໃຕ້ຂອງທະເລສາບຊາຮາຮາ ທີ່ຂາດສະຖຽນລະພາບ.

ການປະລະເຂດແຫ່ງນີ້ ເປັນການສ່ຽງບໍ່ພຽງແຕ່ ການເພີ້ມຂຶ້ນຂອງກຸ່ມພວກຈີຮາດ ແຕ່ແມ່ນກະທັງ ການມີອິດທິພົນເພີ້ມຂຶ້ນໂດຍ ກຸ່ມທະຫານຮັບຈ້າງແວັກເນີ ຂອງຣັດເຊຍ.

ໃນຂະນະທີ່ລັດຖະບານຢູໂຣບຈຳນວນນຶ່ງປິດສະຖານທູດຕ່າງໆ ແລະຍົກຍ້າຍພົນລະເມືອງຂອງເຂົາເຈົ້າ ດ້ວຍຖ້ຽວບິນຂອງທະຫານ ໃນອາທິດນີ້ ໃນຂະນະທີ່ເກີດການປະທ້ວງກະຈັກກະຈາຍຕໍ່ປະເທດຕາເວັນຕົກ ຫລັງຈາກລັດຖະປະຫານ ບັນດານັກການທູດສະຫະລັດໄດ້ສົ່ງພະນັກງານທີ່ບໍ່ສຳຄັນກັບຄືນບ້ານ ແລະຄອບຄົວຈຳນວນນຶ່ງອາທິດນີ້ ແຕ່ຍັງຢູ່ຕໍ່ໄປ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG