ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ດຳ​ລັດໃໝ່ ຍອມຮັບ​ເອົາເດັກ​ນ້ອຍ ທີ່​ເກີດ​ຈາກ​ແມ່​ຍິງ ຢາ​ຊີ​ດີ​ທີ່​ຖືກ​ພວກ​ນັກ​ລົບ ລັດ​ອິ​ສ​ລາມ ຂົ່ມ​ຂືນກັບ​​ມາ​ຢູ່​ບ້ານ

ເດັກ​ນ້ອຍ​ຈາກ​ປະ​ຊາ​ຄົມຢາ​ຊີ​ດີ​ທີ່​ຫາກໍ່​ຖືກ​ປ່ອຍ​ຕົວ​ໃຫ້​ມີ​ອິດ​ສະ​ລະພາຍ​ຫລັງ​ຖືກ​ພວກ​ລັດ​ອິ​ສ​ລາມຈັບ​ໄປພາ​ກັນ​ຂີ່​ລົດ​ກະ​ບະຜ່ານ​ບ້ານ Baghuz, ໃນ​ແຂວງ Deir el-Zour ຂອງ​ຊີ​ເຣຍ​ໄປ ໃນ​ວັນ​ທີ 6 ມີ​ນາ, 2019.

ໃນ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ປະ​ຫວັດ​ການ ເພື່ອ​ນຳ​ເອົາ​ຊາວອີ​ຣັກ​ທີ່​ນັບ​ຖື​ສາດ​ສະ​ໜາ​ຢາຊີ​ດີ (Yazidi) ທີ່​ຖືກ​ພວກ​ລັດ​ອິ​ສ​ລາມ​ລັກ​ພາ​ຕົວ​ໄປ ແລະ​ຖືກ​ເອົາ​ໄປ​ໄວ້​ຢູ່​ໃນ​ຊີ​ເຣຍກັບ​ຄືນ​ມາ​ປະ​ເທດນັ້ນ, ສະ​ພາສູງສຸດ​ດ້ານ​ສາດ​ສະ​ໜາ​ຢາຊີ​ດີ (Yazidi) ໄດ້​ປະ​ກາດ​ວ່າ ຕົນ​ຈະ​ອະ​ນຸ​ຍາດ​ໃຫ້​ເດັກ​ນ້ອຍ​ທີ່​ເກີດ​ຈາກ​ແມ່​ຍິງຄົນ​ຢາຊີ​ດີ (Yazidi) ທີ່​ມີ​ລູກ​ນຳ​ສະ​ມາ​ຊິກ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ ຫລື IS ນັ້ນ ເຂົ້າ​ມາ​ຢູ່​ໃນ​ປະ​ຊາ​ຄົມ​ນຳ.

ສ​ະພາດັ່ງ​ກ່າວເວົ້າ​ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງໃນ​ວັນ​ພຸດ​ຜ່ານ​ມາວ່າ ການ​ຕັດ​ສິນ​ດັ່ງ​ກ່າວ​ແມ່ນ​ເພື່ອ​ເຮັດ​ໃຫ້​ການ​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ບັນ​ຫາ​ເດັກ​ນ້ອຍ​ທີ່​ມີ​ພໍ່​ເປັນສະ​ມາ​ຊິກກຸ່ມ​ລັດ​ອິ​ສ​ລາມ ທີ່​ມີ​ມາ​ຫລາຍ​ປີນັ້ນສິ້ນ​ສຸດ​ລົງ." ສະ​ພາສູງສຸດ​ດ້ານ​ສາດ​ສະ​ໜາຢາຊີ​ດີ ໄດ້​ອອກ​ຄຳ​ຕັດ​ສິນ​ທີ່​ຈະ​ຮັບ​ເອົາ​ທຸກ​ຄົນ​ທີ່​ມີ​ຊີ​ວິດ​ລອດ​ກັບມາ ແລະ​ຮັບ​ຮູ້​ວ່າ​ສິ່ງ​ໃດ​ກໍ​ຕາມ​ທີ່​ເກີດ​ຂຶ້ນ​ກັບ​ເຂົາ​ເຈົ້າ ແມ່ນ​ເປັນ​ເລື້ອງ​ທີ່​ເໜືອ​ຄວາມ​ສາ​ມາດ​ທີ່ເຂົາ​ເຈົ້າ​ຈະ​ຄວບ​ຄຸມ​ໄດ້" ນັ້ນ​ຄື​ຄຳ​ເວົ້າ​ຢູ່​ໃນ​ຖະ​ແຫລງ​ການທີ່​ເຊັນ​ໂດຍທ່ານ Hazim Tahseen Said, ລູກ​ຊາຍ​ຂອງມື້​ລາງຫົວ​ໜ້າຊາວ​ຢາຊີ​ດີ, ທ່ານ Mir Tahseen Said Beg.

ກ່ອນ​ຈະ​ມີ​ການ​ຕັດ​ສິນ​ໃນ​ວັນ​ພຸດ​ຜ່ານ​ມານັ້ນ, ຜູ້​ນຳທາງ​ສາດ​ສະ​ໜາ​ຂອງ​ຊາວ​ຢາຊີ​ດີ, ທ່ານ Baba Sheikh ໄດ້​ອອກ​ຄຳຕັດ​ສິນໄປ​ໃນ​ປີ 2014 ທີ່​ຈະຮັບ​ເອົາແມ່​ຍິງ​ຊາວ​ຢາຊີ​ດີເຂົ້າ​ມາຢູ່​ໃນ​ສາດ​ສະ​ໜາ​ຂອງ​ເຂົາ​ເຈົ້າ ແຕ່​ວ່າ ຊາ​ຕາ​ກຳ​ຂອງ​ລູກ​ເຂົາ​ເຈົ້າ​ທີ່​ມີ​ກັບ​ນັກ​ລົບກຸ່ມ​ລັດ​ອິ​ສ​ລາມນັ້ນ ແມ່ນ​ຢູ່​ໃນ​ສະ​ພາບ​ທີ່ບໍ່​ແນ່ນອນ ໃນ​ຕອນນັ້ນ.

ນາງ​ເອ​ເຍ, ອາ​ຍຸ 16 ປີ​ໄດ້​ໃຫ້​ຄວາມ​ຫວັງ​ແກ່ແມ່​ຍິງຄົນ​ຢາຊີ​ດີກ່ຽວ​ກັບ​ການ​ກັບ​ມາ​ຂອງເດັກ​ຍິງຊາວ​ຢາຊີ​ດີ ທີ່​ຫາຍ​ສາບ​ສູນ​ໄປນັ້ນ ບໍ່​ພໍ​ເທົ່າ​ໃດ​ມື້ ພາຍ​ຫລັງ​ທີ່ ຖືກ​ປ່ອຍ​ຕົວ​ຈາກ​ການ​ເປັນ​ຂ້າ​ທາດ​ຢູ່​ໃນ​ມື​ຂອງ​ພວກ​ກຸ່ມ​ອິ​ສ​ລາມ ໃນ​ເມືອງ Kocho ຂອງ​ອີ​ຣັກ, ວັນ​ທີ 15 ມີ​ນາ, 2019

ຖະ​ແຫລງ​ການສະ​ບັບ​ນັ້ນຍັງ​ກ່າວ​ເພີ້ມ​ອີກ​ວ່າ "ສະ​ພາ​ໄດ້​ສົ່ງ​ຄະ​ນະ​ກຳ​ມະ​ການສາດ​ສະ​ໜາ​ໄປ​ຍັງ​ຊີ​ເຣຍເພື່ອ​ສືບ​ສວນ​ເລື້ອງແມ່​ຍິງ​ ແລະ​ຜູ້​ຊາຍທີ່​ຖືກ​ລັກ​ພາ​ຕົວໄປ ພາຍ​ຫລັງ​ທີ່​ໄດ້ຊະ​ນະ​ພວກ IS ແລ້ວ​ ໄປ​ຊອກ​ຫາ​ເຂົາ​ເຈົ້າ ແລະ​ເອົາ​ເຂົາ​ເຈົ້າ​ກັບ​ຄືນ​ມາ​ບ້ານ.”

ຊາວ​ຢາຊີ​ດີ ແມ່ນ​ເປັນ​ກຸ່ມ​ຊົນ​ສາດ​ສະ​ໜາ​ສ່ວນ​ນ້ອຍທີ່​ມີ​ປະ​ມານ 550,000 ຄົນ​ ຊຶ່ງ​ສ່ວນ​ໃຫຍ່ແລ້ວ ​ອາ​ໄສ​ຢູ່​ທາງ​ພາກ​ເໜືອ​ຂອງ​ອີ​ຣັກ ຊຶ່ງ​ເປັນ​ເຂດ​ທີ່​ມີ​ປະ​ຊາ​ຊົນ​ຊາວ​ເຄີ​ດ ແລະອາ​ຣັບ​ອາ​ໄສ​ຢູ່​ ເຊັ່ນ​ກັນ. ພວກ​ເຂົາ​ເຈົ້າ​ເປັນ​ກຸ່ມ​ທີ່​ຢູ່​ຢ່າງ​ໂດດ​ດ່ຽວ ໂດຍ​ສ່ວນ​ໃຫຍ່ແລ້ວ​ມີ​ແຕ່​ຢູ່​ກັບ​ພວກ​ຕົນ​ເອງ​ເທົ່າ​ນັ້ນ.

ເດັກ​ນ້ອຍ​ຢາຊີ​ດີພາ​ກັນ​ຍ່າງ​ໄປ​ໂຮງ​ຮຽນຢູ່​ສູນ Kabarto ສຳ​ລັບ​ຊາວ​ອົບ​ພະ​ຍົບ​ໜີ​ເສິກ​ສົງ​ຄາມ​ໃນ​ອີ​ຣັກ, ວັນ​ທີ 11 ມັງ​ກອນ, 2017
ເດັກ​ນ້ອຍ​ຢາຊີ​ດີພາ​ກັນ​ຍ່າງ​ໄປ​ໂຮງ​ຮຽນຢູ່​ສູນ Kabarto ສຳ​ລັບ​ຊາວ​ອົບ​ພະ​ຍົບ​ໜີ​ເສິກ​ສົງ​ຄາມ​ໃນ​ອີ​ຣັກ, ວັນ​ທີ 11 ມັງ​ກອນ, 2017

ການ​ແຕ່ງ​ງານ​ກັບ​ຄົນ​ທີ່​ນັບ​ຖື​ສາ​ດ​ສະ​ໜາ​ອື່ນ ເປັນ​ການ​ທຳ​ບາບ​ທີ່ບໍ່​ສາ​ມາດອະ​ໄພ​ໃຫ້​ໄດ້​ຢູ່​ໃນ​ສາດ​ສະ​ໜາຢາຊີ​ດີ. ຄ້າຍໆ​ກັນ, ການ​ມີ​ລູກນອກ​ສົມ​ລົດ ແມ່ນ​ແຕ່ຢູ່​ໃນ​ສະ​ພາບ​ທີ່​ຖືກ​ບັງ​ຄັບ​ກໍ​ຕາມ ຖື​ວ່າ​ນຳ​ເອົາ​ມົນ​ທິນມາຕິດໃສ່ຕົວ ແລະວິນ​ຍານຂອງ​ສະ​ມາ​ຊິກ​ຢູ່​ໃນ​ປະ​ຊາ​ຄົມ, ອີງ​ຕາມ​ຄວາມ​ເຊື່ອ​ຂອງ​ສາດ​ສະ​ໜານີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG