ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວໄຮ່ ປູກຝິ່ນ ໃນມຽນມາ ບາງຄົນ ຢຸດການປູກຝິ່ນ ມາປູກ ກາເຟແທນ


Replacing Poppies with Coffee in Myanmar
please wait

No media source currently available

0:00 0:02:24 0:00

ຊົມວິດີໂອ ກ່ຽວກັບລາຍງານນີ້

ທີ່​ພູຜາ​ເຂ​ດຊົນນະບົດ​ຂອງ​ລັດ Shan ປະ​ເທດ ມຽນມາ ​ແມ່ນ​ ​ເຂດ​ການ​ຜະ​ລິດ​ຝິ່ນ​ທີ່​ໃຫຍ່​ທີ່​ສຸດ​ເປັນອັນ​ດັບ​ສອງ​ຂອງ​ໂລກ. ພາຍຫຼັງ​ທີ່ໄດ້ຫລຸດລົງ ​ໃນ​ຊຸມ​ປີ 2000, ການ​ຜະລິດ​ຝິ່ນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໄວວາ ​ໃນ​ໄລ​ຍະ 8 ປີ​ທີ່ຜ່ານ​ມາ​ເພື່ອ​ສະໜອງ​ຄວາມ​ຕ້ອງການຢາເຮ​ໂຣອິນ​ທີ່​ເພີ່ມ​ຂຶ້ນ​ໃນ​ປະ​ເທດ ຈີນ. ​ແຕ່​ວ່າ​ບັນດາ​ຊາວໄຮ່ຊາວສວນ​ຕອນ​ນີ້​ກຳລັງ​ປູກ​ພືດ​ດັ່ງກ່າວ​ໜ້ອຍ​ລົງ, ​ແລະ ອົງການ ສະຫະ​ປະຊາ​ຊາດ ຫຼື UN ​ກໍ​ຫວັງ​ວ່າ​ຫຼາຍ​ຄົນ​ຈະ​ສັບ​ປ່ຽນ​ການ​ປູກ​ຝິ່ນ​ມາ​ເປັນກາ​ເ​ຟແທນ. Daniel de Carteret ມີ​ລາຍ​ງານ​ໃຫ້ວີ​ໂອ​ເອ ຈາກ ​ເມືອງ​ຫຼວງ Taunggyi ໃນ​ລັດ Shan. ​ເຊິ່ງພຸ​ດທະ​ສອນ ຈະ​ນຳ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ຫຼາຍ​ທົດ​ສະ​ວັດ​ມາ​ແລ້ວ, ຝິ່ນ​ໄດ້​ເປັນ​ພືດ​ທີ່​ປູກ​ເພື່ອ​ການ​ຄ້າ ສຳ ລັບ​ຊາວໄຮ່ຊາວສວນໃນລັດ Shan.

ແຕ່​ວ່າ​ປະລິມານ​ຜົນ​ຜະລິດ ​ແລະ ລາ​ລາ​ກໍ​ບໍ່​ໝັ້ນ​ຄົງ.

ຊາວໄຮ່ປູກ​ຝິ່ນ​ ອາຍຸ 54 ປີ ທ້າວ Long San ​ແມ່ນ​ໜຶ່ງ​ໃນ​ບັນດາ​ພວກ​ປູກຝິ່ນ 400 ຄົນ ​ເຊິ່ງປີ​ກາຍ​ນີ້ ​ໄດ້​ເຂົ້າ​ຮ່ວມ​ໃນໂຄ​ງການ​ປູ​ກພືດ​ທົດ​ແທນ ທີ່ສະໜັບສະໜູນ​ໂດຍ​ອົງການ ສະຫະ​ປະຊາ​ຊາດ.

ທ້າວ Long San ກ່າວ​ວ່າ “ຂ້າພະ​ເຈົ້າ​ມີ​ຄວາມ​ຫວັງ​ສູງ​ວ່າ​ຂ້າພະ​ເຈົ້າ​ຈະ​ຫາ​ເງິນ​ໄດ້​ດີ​ຈາກ ກາ​ເຟ. ຕອນ​ທີ່​ຂ້າພະ​ເຈົ້າ​ປູກ​ຝິ່ນ ຂ້າພະ​ເຈົ້າ​ຕ້ອງ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ລົບ​ລ້າງ ​ແລະ ຂ້າພະ​ເຈົ້າ​ກໍ​ຮູ້​ວ່າ​ມັນ​ບໍ່​ດີ​ຕໍ່​ສັງຄົມ.”

ຈົນ​ກະທັ້ງປະຈຸ​ບັນ​ ຄວາມພະຍາຍາມຂອງລັດຖະບານທີ່​ຈະຫລຸດຜ່ອນ ການ​ປູກ​ຝິ່ນ ບໍ່ໄດ້ ດຳເນີນການຫຍັງຫຼາຍ ​ເພື່ອ​ຂັດຂວາງ​ຄົນ​ປູກ​ຝິ່ນ.

ການ​ສຳ​ຫຼວດສະບັບ​ໜຶ່ງ​ຂອງ UN ກ່າວ​ວ່າ ​ພື້ນ​ທີ່​ຫຼາຍ​ກວ່າ 57 ​ພັນເຮັກ​ຕາ ໄດ້ຖືກໃຊ້ ປູກ​ຝິ່ນ​ໃສ່ ​ໃນ​ຂົງ​ເຂດ​ນີ້​ເມື່ອ​ປີ​ທີ່​ຜ່ານ​ມາ ​ເຊິ່ງ​ເກືອ​ບ​ເປັນ​ສາມ​ເທົ່າ​ ຂອງ​ເນື້ຶອທີ່​ ທີ່ໄດ້​ມີ​ການ​ປູກຝັງ​ໃນ​ປີ 2006.

ນັ້ນ​ໄດ້​ເຮັດໄດ້ໃຫ້ ​ມຽນ​ມາ ​ເປັນ​ທີ​ 2 ​ຮອງ​ພຽງ​ແຕ່ ອັຟກາ​ນິສຖານ ໃນ​ການ​ຜະລິດຝິ່ນ.

ແຕ່​ພວກ​ລັກລອບ​ຄ້າ​ຢາ​ເສບ​ຕິດ ສາມາດ​ເປັນ​ຄູ່​ຮ່ວມ​ທຸ​ລະ​ກິດ​ທີ່​ບໍ່​ດີ. ທ່ານ Jochen Wiese ຈາກ​ອົງການສະຫະປະຊາຊາດ ກ່າວ​ວ່າ ພວກ​ຊາວໄຮ່ຊາວສວນມີ​ທາງ​ເລືອກ​ອື່ນ​ທີ່​ດີ​ກວ່າ.

ທ່ານ Jochen ​ເວົ້າ​ວ່າ “​ເຈົ້າ​ຕ້ອງ​ຫາ​ບາງ​ຢ່າງ, ​ເຊິ່ງມີ​ການ​ແຂ່ງຂັນ​ທາງ​ດ້ານ​ເສດຖະກິດ ​ແລະ ​ມີ​ຄວາມ​ໝັ້ນຄົງ​ດ້ວຍ, ​ແລະ ພວກ​ເຮົາ​ມີ​ຢູ່​ນີ້​ແມ່ນເນື້ອ​ທີ່​ລະດັບ​ສູງ​ກວ່າ​ນ້ຳທະ​ເລ 1000 ຫາ 1700 ​ແມັດ, ບ່ອນ​ທີ່​ມີ​ການ​ປູກ​ຝັງ​ຝິ່ນ​ເປັນ​ຫຼັກ ​ແລະ ສະຖານ​ທີ່​ນີ້​ມັນ​ເປັນ​ບ່ອນ​ທີ່​ເໝາະ​ສົມ ​ແທ້ໆ​ສຳລັບ​ການ​ປູກ​ກາ​ເຟທີ່​ມີ​ຄຸນ​ນະພາ​ບສູງ.”

ມັນ​ຈະໃຊ້​ເວ​ລາ 2, 3 ປີ ກ່ອນ​ຕົ້ນ​ກາ​ເຟພວກ​ນີ້​ຈະ​ມີ​ຄວາ​ມ​ພ້ອມ ​ສຳ ລັບ​ການ​ເກັບ​ກ່ຽວ. ​ແຕ່​ໃນ​ລະຫວ່າງ​ນັ້ນ​ບັນດາຄົນ​ປູກ​ແມ່ນ​ໄດ້​ຮັບເມັດ​ກ້າ, ອຸປະກອນ ​ແລະ ການ​ຝຶກ​ອົບຮົມ.

ປະ​ຈຸ​ບັນ​ນີ້​ມີ​ເນື້ອ​ທີ່ 2​00 ​ເຮັກ​ຕາ ທີ່ກຳລັງ​ຢູ່​ໃນ​ລະຫວ່າງ​ການ​ປູກ​ກາ​ເຟ, ດ້ວຍ​ຄວາມ​ຫວັງ​ວ່າ ​ຈະ​ສາມາດ​ຂະຫຍາຍ​ອອກ​ເປັນ 600 ​ເຮັກ ຕາ ພາຍໃນ​ທ້າຍ​ປີ​ນີ້.

ຄວາ​ມພະຍາຍາມ​ທີ່​ຊັບ​ຊ້ອນ, ​ແນວ​ໃດ​ກໍ​ຕາມ, ​ແມ່ນ​ອຸປະສັກກ່ຽວກັບ ເລື້ອງດິນແດນ​ທີ່​ກຳລັງມີການຕໍ່ສູ້ກັນ​ຢູ່ ລະຫວ່າງ​ກຸ່ມ​ຕິດ​ອາວຸດ ​ແລະ ລັດຖະບານ ​ເຊິ່ງທັງ​ສອງ​ຝ່າຍ​ນັ້ນ UN ​ຈະ​ຕ້ອງ​ໄດ້​ມາ​ທຳ​ການ​ຕົກ ລົງນຳ​ພວກ​ເຂົາ.​

ສຳລັບ​ປະຈຸ​ບັນ, ຕົ້ນ​ກາ​ເຟນ້ອຍ ​ປົກ​ຄຸ​ມພຽງ​ແຕ່ສ່ວນ​ນ້ອຍໆ​ຂອງ​ທົ່ງ​ປູກ​ຝິ່ນ​ອັນ​ກວ້າງ​ຂວາງ​ຂອງ​ລັດ Shan. ​ແຕ່​ພວກ​ເຂົາ​ເປັນ​ຕົວແທນ ຂອງ​ຄວາມ​ຫວັງ​ວ່າ ພາກສ່ວນ​ນີ້​ຂອງສາມຫຼ່ຽມ​ຄຳ ມື້ໜຶ່ງ​ຈະ​ຖືກ​ຮັບ​ຮູ້​ສຳລັບ​ກາ​ເຟທີ່​ມີ​ຄຸນ​ນະພາ​ບສູງ​, ​ແທນ​ທີ່ຈະແມ່ນ​ຝິ່ນ​.

XS
SM
MD
LG