ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອຸນ​ຫະ​ພູມ​ທີ່​ຮ້ອນ​ຂຶ້ນ​ໃນ ມາ​ເລ​ເຊຍ ໝາຍ​ຄວາມ​ວ່າ​ຈະ​ມີ​ເຕົ່າ​ທະ​ເລ​ໂຕ​ຜູ້​ເບາະ​ອອກ​ມາ​ໜ້ອຍກວ່າ​ເກົ່າ


ລູກ​ເຕົ່າ​ທະ​ເລ​ກຳ​ລັງ​ມຸ່ງ​ໜ້າ​ໄປ​ສູ່​ມະ​ຫາ​ສະ​ໝຸດ ແອັດ​ແລນ​ຕິກ, ຫາດ​ຊາຍ ຈູ​ໂນ ລັດ ຟ​ລໍ​ຣິ​ດາ.
ລູກ​ເຕົ່າ​ທະ​ເລ​ກຳ​ລັງ​ມຸ່ງ​ໜ້າ​ໄປ​ສູ່​ມະ​ຫາ​ສະ​ໝຸດ ແອັດ​ແລນ​ຕິກ, ຫາດ​ຊາຍ ຈູ​ໂນ ລັດ ຟ​ລໍ​ຣິ​ດາ.

ຢູ່​ເທິງ​ຫາດ​ຊາດ​ທີ່​ຖືກ​ຕັດ​ຂາດ​ຈາກ​ໂລກ​ພາຍນອກ​ຂອງ ມາ​ເລ​ເຊຍ, ບັນ​ດາ​ອາ​ສາ​ສະ​ໝັກ​ກຸ່ມ​ນຶ່ງ​ໄດ້​ເກັບ​ເອົາ​ໄຂ່​ເຕົ່າ​ທະ​ເລ​ທີ່​ຫາ​ກໍ​ຖືກວາງ​ໃໝ່ໆ​ໃນ​ດິນ​ຊາຍ ແລະ ​ຍ້າຍ​ມັນ​ໄປ​ບ່ອນ​ຮົ່ມ, ສະ​ຖານ​ທີ່ໆ​ເຢັນ​ກວ່າ, ໃນ​ການ​ຕອບ​ສະ​ໜອງ​ຕໍ່​ຄວາມ​ຢ້ານ​ກົວ​ໂດຍ​ບັນ​ດາ​ນັກ​ຄົ້ນ​ວ່າ​ທີ່​ວ່າ ສະ​ພາບ​ອາ​ກາດ​ທີ່​ຮ້ອນ​ຈະ​ເຮັດ​ໃຫ້​ມີ​ໂຕ​ຜູ້​ເບາະ​ອອກ​ມາ​ໜ້ອຍ​ລົງ.

ອຸນ​ຫະ​ພູມ​ຂອງ​ໄຂ່​ເຕົ່າ​ທີ່​ກຳ​ລັງ​ພັດ​ທະ​ນາ​ແມ່ນ​ສິ່ງ​ທີ່​ຈະ​ພິ​ຈາ​ລະ​ນາ​ເພດ. ບັນ​ດາ​ນັກ​ສັງ​ເກດ​ການ​ຢູ່​ເຂດ​ປ່າ​ສະ​ຫງວນ​ເຕົ່າ ຊາ​ກາ ຮູ​ຕັງ ຢູ່​ເກາະ ເຣ​ດັງ ເຊື່ອ​ວ່າ​ເຂົາ​ເຈົ້າ​ໄດ້​ເຫັນ​ເຕົ່າ​ໂຕ​ຜູ້​ເບາະ​ອອກ​ມາ​ໜ້ອ​ຍ​ລົງ​ແລ້ວ​ຍ້ອນ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ ດ້ວຍ​ສະ​ຖາ​ນະ​ການ​ດັ່ງ​ກ່າວ​ຮ້າຍ​ແຮງກວ່າ​ເກົ່າ​ໃນ​ປີນີ້​ຍ້ອນ​ອາ​ກາດ​ຮ້ອນ ແລະ ແຫ້ງ​ແລ້ງ​ທີ່​ແກ່​ຍາວ ທີ່​ມີ​ສາ​ເຫດ​ມາ​ຈາກ​ປາ​ກົດ​ການ​ສະ​ພາບ​ອາ​ກາດ El Nino.

ທ່ານ ນິ​ໂຄ​ລາ​ສ ໂຕ​ເລັນ, ນັກ​ຄົ້ນ​ຄວ້າ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ເຕ​ເຣັງ​ກາ​ນູ ແຫ່ງ​ມາ​ເລ​ເຊຍ ໄດ້​ກ່າວ​ວ່າ “ບັນ​ດາ​ນັກ​ອະ​ນຸ​ລັກ​ເຕົ່າ​ທະ​ເລ​ໄດ້​ມີ​ຄວາມ​ເປັນ​ຫ່ວງວ່າ​ພາ​ວະ​ໂລກ​ຮ້ອນ​ທີ່ບໍ່​ສາ​ມາດ​ຄວບ​ຄຸມ​ໄດ້​ໃນ​ອະ​ນາ​ຄົດ, ໃນ 15, 20, 30 ປີ​ຂ້າງ​ໜ້າ, ຈະ​ເປັນ​ອັນ​ຕະ​ລາຍ ເພາະ​ວ່າ​ມັນ​ຈະ​ເຮັດ​ໃຫ້​ປະ​ຊາ​ກອນ​ເຕົ່າ​ທີ່​ເບາະ​ອອກ​ມາ​ເປັນ​ໂຕ​ແມ່.”

ການ​ຍ້າຍ​ຮັງ​ໄປ​ຈຸດ​ທີ່​ຮົ່ມ​ກວ່າ ຫຼື ຫົດ​ມັນ​ໃຫ້​ປຽກ​ດ້ວຍ​ນ້ຳ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ​ຊ່ວຍ​ອຸນ​ຫະ​ພູມ​ການ​ຟັກ​ໄຊ່​ໃຫ້ຫຼຸດ​ລົງ, ແນວ​ໃດ​ກໍ​ຕາມ​ຄວາມ​ສຳ​ເລັດ​ຂອງ​ໂຄງ​ການ​ປ່າ​ສະ​ຫງວນ​ແມ່ນ​ຍັງ​ຖືກວັດ​ແທກ​ຢູ່​.

ວິ​ທີ​ການ​ດັ່ງ​ກ່າວ​ຍັງ​ເປັນ​ທາງ​ທີ່​ດີກວ່າຕໍ່​ການ​ຟັງ​ໄຂ່​ທຽມ, ເຊິ່ງ​ອາດ​ຂັດ​ຂວາງ​ຄວາມ​ເຂົ້າ​ໃຈຂອງ​ເຕົ່າ​ທະ​ເລເຕົ່າ​ທະ​ເລ​ທີ່​ເບາະ​ໃໝ່ ກ່ຽວ​ກັບ ແຮງ​ດຶງ​ດູດ​ຂອງ​ໂລກ, ເຊິ່ງ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ປັບ​ຕົວ ແລະ ຄວາມ​ສາ​ມາດ​ທີ່​ຈະ​ວາງ​ໄຂ່​ຂອງ​ມັນ, ບັນ​ດາ​ນັກ​ຄົ້ນ​ຄວ້າ​ໄດ້​ກ່າວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

On a secluded Malaysian beach, a group of volunteers carefully retrieved newly laid sea turtle eggs in the sand and moved them to a shady, cooler location, in response to fears by researchers that warmer weather is leading to fewer male hatchlings.

The temperature of the developing turtle eggs is what determines sex. Observers at the Chagar Hutang Turtle Sanctuary on Redang Island believe they are already seeing fewer males being hatched due to climate change - with the situation made worse this year by prolonged hot and dry spells caused by the El Niño weather phenomenon.

"Sea turtle conservationists were concerned that uncontrolled global warming in the future, in the next 15, 20, 30 years, will be detrimental... because it will feminise sea turtle hatchling populations," Nicholas Tolen, a researcher at University of Malaysia Terengganu said.

Moving nests to shadier spots or irrigating them with water has been proven to help lower incubation temperatures, though the success of the sanctuary's program was still being measured.

Such methods were also preferable to artificial incubators, which could disrupt sea turtle hatchlings' understanding of the earth's magnetic field, affecting their orientation and ability to nest, the researchers said.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG