ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນການຢ້ຽມຢາມໂຄລອມເບຍ, ທ່ານບລິງເກັນ ໄດ້ປະກາດຂໍ້ຕົກລົງ ເພື່ອຢຸດເຊົາການທໍາລາຍປ່າອະເມຊອນ


ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວໃນຂະນະທີ່ໄປຢ້ຽມຢາມສວນພຶກສາສາດ ໂຮເຊ ເຊີເລສຕິໂນ ມູຕິສ (Jose Celestino Mutis) ໃນນະຄອນ ໂບໂກຕ້າ, ປະເທດໂຄລອມເບຍ, ວັນທີ 21 ຕຸລາ, ປີ 2021.
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວໃນຂະນະທີ່ໄປຢ້ຽມຢາມສວນພຶກສາສາດ ໂຮເຊ ເຊີເລສຕິໂນ ມູຕິສ (Jose Celestino Mutis) ໃນນະຄອນ ໂບໂກຕ້າ, ປະເທດໂຄລອມເບຍ, ວັນທີ 21 ຕຸລາ, ປີ 2021.

ຫລັງຈາກການເຈລະຈາລະດັບສູງ ໝົດມື້ ທີ່ປະເທດໂຄລອມເບຍ, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດທ່ານແອນໂທນີ ບລິງເກັນ ໄດ້ປະກາດໃນມື້ວັນພະຫັດວານນີ້ ເຖິງການເປັນຄູ່ຮ່ວມພາຄີລະດັບພູມິພາກ ເພື່ອແກ້ໄຂບັນຫາການທໍາລາຍປ່າໄມ້ ໃນປ່າດົງດິບອະເມຊອນ.

“ພວກເຮົາຈະໃຫ້ການຊ່ວຍເຫລືອທີ່ຈໍາເປັນທີ່ສຸດທາງການເງິນເພື່ອຊ່ວຍຈັດການ ພື້ນທີ່ຄຸ້ມຄອງແລະດິນແດນຂອງຊົນເຜົ່າພື້ນເມືອງ, ພວກເຮົາຈະຊ່ວຍເພີ້ມການກະເສດທີ່ປ່ອຍທາດຄາບອນຕ່ຳ ໃຫ້ແກ່ກະສິກອນທົ່ວເຂດອະເມຊອນ,” ທ່ານກ່າວໃນນະຄອນຫລວງໂບໂກຕ້າ, ຫລັງຈາກເລາະຊົມເບິ່ງສວນພຶກສາສາດຢູ່ທີ່ນັ້ນ.

“ການຮ່ວມມືລະດັບພູມິພາກໃໝ່ນີ້ ຈະຊ່ວຍປ້ອງກັນ ບໍ່ໃຫ້ມີການປ່ອຍທາດຄາບອນໄດອັອກຊາຍ (Carbon Dioxide) ໄດ້ເຖິງ 19 ລ້ານໂຕນ ຂຶ້ນສູ່ຊັ້ນບັນຍາກາດໃນຂະນະທີ່ສາມາດເກັບເອົາທາດຄາບອນອື່ນໆໄດ້ອີກ 52,000 ໂຕນ, ແລະພວກເຮົາກໍຄາດວ່າ ມັນຈະຊ່ວຍຮັກສາປ່າໄດ້ຫລາຍກວ່າ 45,000 ເຮັກຕາ,” ອີງຕາມຄຳເວົ້າຂອງທ່ານບລິງເກັນ.

ປ່າອະເມຊອນກວມເອົາພື້ນທີ່ທັງໝົດ 8 ປະເທດໃນອາເມຣິກາໃຕ້ ໃນນັ້ນລວມມີ ບຣາຊີລ, ໂຄລອມເບຍ, ເອກົວດໍ ແລະເປຣູ. ປ່າອະເມຊອນແລະປ່າດົງດິບ ອື່ນໆມີຄວາມສໍາຄັນຫລາຍເນື່ອງຈາກວ່າປ່າເຫລົ່ານີ້ໄດ້ດູດຊືມເອົາທາດຄາບອນ ແລະຜະລິດອອກຊີເຈນປະມານ 1 ສ່ວນ 5 ຂອງອອກຊີເຈັນທັງໝົດໃນໂລກ. ປະມານ 1 ສ່ວນສາມຂອງປະເທດໂຄລອມເບຍແມ່ນກວມໂດຍປ່າອະເມຊອນ.

ປະທານາທິບໍດີໂຄລອມເບຍ ທ່ານອີວານ ດູເກີ (Ivan Duque) ມີເປົ້າໝາຍຢ່າງເຂັ້ມແຂງຕໍ່ສະພາບອາກາດ, ລວມເຖິງຫລຸດການຕັດໄມ້ທໍາລາຍປ່າລົງມາເປັນສູນໃນປີ 2030. ທ່ານບລິງເກັນ ໄດ້ເຫັນໃນຂໍ້ສັງເກດຂອງທ່ານ ທີ່ທ່ານດູເກີ ໄດ້ຮັບລາງວັນການອະນຸລັກ ລະດັບສາກົນໃນປີນີ້ ຈາກມູນລະນິທິການອະນຸລັກສາກົນ ຫລື International Conservation Caucus Foundation.

ການປະກາດຂອງທ່ານບລິງເກັນ ມີຂຶ້ນກ່ອນການປະຊຸມການປ່ຽນແປງທາງສະພາບອາກາດແຫ່ງສະຫະປະຊາຊາດຫລືທີ່ຮ້ອງວ່າ COP26 ບໍ່ຮອດນຶ່ງອາທິດ, ຊຶ່ງຈະເປີດຂຶ້ນໃນເມືອງກລາສໂກວ (Glasgow), ໃນສະກັອດແລນ, ບ່ອນທີ່ຜູ້ນໍາທົ່ວໂລກປະມານ 100 ຄົນ ຈະປຶກສາຫາລື ກ່ຽວກັບການປ່ຽນແປງຂອງສະພາບອາກາດ ແລະການຕໍ່ສູ້ກັບມັນ.

ໃນເມືອງກລາສໂກວ, “ທົ່ວທັງໂລກຫວັງວ່າຈະມີການແຈ້ງການຕ່າງໆທີ່ສໍາຄັນ,” ນັ້ນຄືຄຳເວົ້າຂອງທ່ານບລິງເກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG