ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນກຳປູເຈຍ ປີນີ້ເປັນປີ ທີ່ຮ້າຍແຮງ ສຳລັບ ໄຂ້ເລືອດອອກ


ນາງແລງ ຈັນທູນ, ອາຍຸ 35 ປີ ຊາວບ້ານຄຳປອງ ທຳ ຂອງແຂວງ ກຣາແຢ, ເບິ່ງແຍງລູກສາວຂອງລາວ ຜູ້ທີ່ຖືກວິນິໄສ ເປັນໄຂ້ເລືອດອອກ, ໃນຂະນະທີ່ ລູກນ້ອຍຮາກຢູ່ນັ້ນ ໃນລະຫວ່າງ ນາງແລງ ໃຫ້ສຳພາດກັບ ວີໂອເອ, ເມື່ອເດືອນມິຖຸນາ 2019. (Sun Narin/VOA Khmer)
ນາງແລງ ຈັນທູນ, ອາຍຸ 35 ປີ ຊາວບ້ານຄຳປອງ ທຳ ຂອງແຂວງ ກຣາແຢ, ເບິ່ງແຍງລູກສາວຂອງລາວ ຜູ້ທີ່ຖືກວິນິໄສ ເປັນໄຂ້ເລືອດອອກ, ໃນຂະນະທີ່ ລູກນ້ອຍຮາກຢູ່ນັ້ນ ໃນລະຫວ່າງ ນາງແລງ ໃຫ້ສຳພາດກັບ ວີໂອເອ, ເມື່ອເດືອນມິຖຸນາ 2019. (Sun Narin/VOA Khmer)

ພວກເດັກທາລົກ ກຳລັງຮ້ອງໄຫ້ ໄອຄັອກໆ ຂະນະທີ່ ຮາກຢູ່ນັ້ນ.

ຜູ້ປົກຄອງແຕ່ລະຄົນ ອຸ້ມລູກຝາແຝດ ອາຍຸ 6 ເດືອນ. ລູກສາວຂອງພວກເຂົາເຈົ້າ ຖືກ
ກວດພົບມີເຊື່ອພະຍາດທີ່ອາດເປັນອັນຕະລາຍເຖິງແກ່ຊີວິດ ແລະໂດຍທົ່ວໄປແລ້ວ
ກໍຈະເປັນໄຂ້ເລືອດອອກ ທີ່ເຈັບປວດຫຼາຍ.

ນາງແລງ ຈັນທູນ ກ່າວວ່າ ນາງບໍ່ມີເງິນເທື່ອ--ທີ່ຈະນຳເອົາລູກສາວ ນາງພຽກ ສົນນິສາ
(Pheak Sonisa) ແລະ ນາງພຽກ ສົມມາທາ (Pheak Somatha) ໄປຮັກສາປິ່ນປົວ.
ນາງແລງ ເວົ້າວ່າ “ຂ້າພະເຈົ້າພະຍາຍາມ ຢືມເງິນຈາກພີ່ນ້ອງ ແຕ່ພວກເຂົາ ກໍມີເງິນ
ເຊັ່ນກັນ.”

“ມື້ຄືນວານນີ້ ຂ້າພະເຈົ້າບໍ່ໄດ້ຫລັບບໍ່ໄດ້ນອນເລີຍ” ນາງແລງ ອາຍຸ 35 ປີ ໄດ້ກ່າວໄປ
ຜູ້ທີ່ເປັນແມ່ ຂອງລູກ 6 ຄົນ ອາໄສຢູ່ໃນເຂດຊົນນະບົດທີ່ທຸກຍາກ ໃນແຂວງ ຄຳປົງ
ທຳ ຂອງກຳປູເຈຍ ຕັ້ງຢູ່ພາກກາງເຂດທົ່ງພຽງ ຂອງແມ່ນ້ຳຂອງ. ພວກຄົນທ້ອງຖິ່ນທີ່
ປູກສວນຢາງ ໃນເຂດເມືອງຂອງແຂວງສັນທຸກ ທີ່ເປັນແຫລ່ງ ພັກອາໄສຂອງຫຍຸງ
ເຮັດໃຫ້ເມືອງນີ້ ເປັນສູນກາງ ຂອງການແຜ່ລະບາດຂອງໄຂ້ເລືອດອອກ ໃນປີນີ້.

ອີກຊື່ນຶ່ງຂອງໄຂ້ເລືອດອອກ ເອີ້ນວ່າ ໄຂ້ຫັກກະດູກ ມັນກໍໄດ້ອະທິບາຍໄປທັງໝົດ
ໂດຍຈະມີອາການຫຼັກດັ່ງກ່າວ ເຊັ່ນວ່າ ຂໍ້ຕໍ່ທັງຫຼາຍ ແລະກ້າມເນື້ອ ຈະເຈັບປວດ
ຢ່າງໜັກ ເປັນສາເຫດຂອງການບິດຕົວຂອງຮ່າງກາຍ.

ຍຸງເປັນພາຫະນະຂອງເຊື້ອພະຍາດເຈັບປ່ວຍ ເປັນໄຂ້ເລືອດອອກ ໂດຍສ່ວນໃຫຍ່
ເລີ້ມຕົ້ນດ້ວຍ ອາກາດເຈັບຫົວຢ່າງໜັກ ແລະມີໄຂ້ ຕໍ່ຈາກນັ້ນ ກໍຈະຂະຫຍາຍກາຍ
ເປັນຄວາມເຈັບປວດຢ່າງໜັກ ພ້ອມກັນກັບອາກາດຮາກ ຍ້ອນອາໄວຍາວະຕ່າງໆ
ບວມ ແລະພື່ນຂຶ້ນຕາມຕົນໂຕ. ປະມານ 40 ເປີເຊັນ ຂອງປະຊາກອນໂລກ ອາໄສຢູ່
ໃນພື້ນທີ່ ທີ່ມີຄວາມສ່ຽງເປັນໄຂ້ເລືອດອອກໄດ້.

ເລີ້ມຕົ້ນໃນຊຸມປີ 1960 ເມື່ອຄ່າປີ້ຍົນມີລາຄາຖືກສາມາດຊື້ໄດ້ ເຮັດໃຫ້ການເດີນທາງ
ທ່ອງທ່ຽວປະເທດທີ່ຢູ່ຫ່າງໄກ ສາມາດບິນໄປໄດ້ໂດຍຜູ້ຄົນຫຼາຍຂຶ້ນ ຈຶ່ງເຮັດໃຫ້ໄຂ້
ເລືອດອອກ ກາຍມາເປັນຄວາມເປັນຫ່ວງທາງສາທາລະນະສຸກຂອງໂລກ ຍ້ອນຈຸດ
ໝາຍປາຍທາງທີ່ນິຍົມໄປຫຼາຍ ເຊັ່ນວ່າ ເກາະຄາຣີບຽນ ແລະເປີໂຕ ຣີໂກ ເຂດ
ອາເມຣິກາ ກາງ ແລະໃຕ້ ເອເຊຍຕາເວັນອອກສຽງໃຕ້ ແລະໝູ່ເກາະໃນເຂດມະຫາ
ສະໝຸດ ປາຊີຟິກ ທັງຫຼາຍເຫຼົ່ານີ້ ສາມາດບິນໄປໄດ້. ຢູ່ໃນສະຫະລັດ ບໍ່ຄ່ອຍມີການ
ແຜ່ລະບາດຫຼາຍປານໃດ ຊຶ່ງມີການແຜ່ລະບາດ ຢູ່ໃນລັດຟລໍຣີດາ ເທັກຊັສ ແລະ
ເກາະຮາວາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG