ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້​ແຈ້ງ​ຄວາມ​ຜິດ ສຳ​ລັບ​ການ​ຟ້ອງ​ຮ​້ອງ ຍິນ​ດີ ທີ່​ຈະ​ຕອບ​ຄຳ​ຖາມ ​ຈາກ​ພັກຣ​ພັບ​ບ​ລີ​ກັນ


ຫໍ​ລັດ​ຖະ​ສ​ະ​ພາ ສະ​ຫະ​ລັດ. ນະ​ຄອນຫຼວງ ວໍ​ຊິງ​ຕັນ. 3 ຕຸ​ລາ, 2019.
ຫໍ​ລັດ​ຖະ​ສ​ະ​ພາ ສະ​ຫະ​ລັດ. ນະ​ຄອນຫຼວງ ວໍ​ຊິງ​ຕັນ. 3 ຕຸ​ລາ, 2019.

ທະ​ນາຍ​ຄວາມ​ສຳ​ລັບ​ຜູ້​ແຈ້ງ​ການ​ກະ​ທຳ​ຜິດ ຜູ້​ທີ່​ໄດ້​ເປັນ​ຫ່ວງ ກ່ຽວ​ກັບ ການ​ລົມ​ໂທ​ລະ​ສັບ​ລະ​ຫວ່າງ​ ປະ​ທາ​ນານ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ກັບ ຜູ້​ນຳ​ຂອງ​ ຢູ​ເຄ​ຣນ ທີ່​ໄດ້​ກໍ່​ໃຫ້​ເກີດ​ການ​ສືບ​ສວນ​ເພື່ອ​ຟ້ອງ​ຮ້ອງ​ໂດຍ​ສະ​ພາ​ຕ່ຳ​ເວົ້າ​ວ່າ ລູກ​ຄວາມ​ຂອງ​ລາວ ​ແມ່ນ​ໄດ້​ກຽມ​ພ້ອມ​ທີ່​ຈະ​ຕອບ​ຄຳ​ຖາມ​ທີ່​ຂຽນ​ມາ​ໃຫ້​ຈາກ​ພັກ​ຣີ​ພັບ​ບ​ລີ​ກັນ.

ທະ​ນາຍ​ຄວາມ ມາກ ເຊດ ໄດ້​ຂ​ຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ກຸ່ມ​ນັກ​ກົດ​ໝາຍ​ໄດ້​ສະ​ເໜີ​ ເພື່ອ​ອະ​ນຸ​ຍາດ​ໃຫ້​ທ່ານ ເດ​ວິນ ນູ​ເນ​ສ, ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ຕ່ຳ ລະ​ດັບ​ສູງ​ຈາກ​ພັກ​ຣີ​ພັບ​ບ​ລີ​ກັນ, ສົ່ງ​ຄຳ​ຖາມ​ຕ່າງໆ ເຊິ່ງ​ຜູ້​ແຈ້ງ​ການ​ກະ​ທຳ​ຜິ​ດ​ຈະ​ສາ​ມາດ​ຕອບ “ດ້ວຍ​ການ​ຂຽນ, ພາຍ​ໃຕ້​ຄຳ​ສາ​ບານ ແລະ ການ​ທວນ​ສາ​ບານ.”

ທ່ານ ເຊດ ໄດ້​ກ່າວ​ຕື່ມ​ວ່າ ມີ​ພຽງ​ຄຳ​ຖາມ​ດຽວ​ທີ່​ລາວ​ຈະ​ປະ​ຕິ​ເສດ​ທີ່​ຈະ​ຕອບ​ແມ່ນ ກ່ຽວ​ກັບ ລັກ​ສະ​ນະ​ສະ​ເພາະ​ຂອງ​ບຸກ​ຄົນ.

ສະ​ມາ​ຊິກ​ສະ​ພາ​ຕ່ຳ, ທ່ານ ຈິມ ຈໍ​ແດນ, ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ລະ​ດັບ​ສູງ​ໃນ​ຄະ​ນະ​ກຳ​ມະ​ການ​ຄວບ​ຄຸມ ສະ​ພາ​ຕ່ຳ ໄດ້​ຄັດ​ຄ້ານ​ຕໍ່​ຂະ​ບວນ​ການ​ທີ່​ຖືກ​ສະ​ເໜີ​ນັ້ນ, ໂດຍ​ກ່າວ​ວ່າ ການ​ຂຽນ​ຕອບ​ຄຳ​ຖາມ ຈະ​ບໍ່​ສະ​ໜອງ​ຂັ້ນ​ຕອນ​ການ​ຕອບ​ຢ່າງ​ລະ​ອຽດ.

ທ່ານ ຈໍ​ແດນ ໄດ້​ກ່າວ​ໃນ​ຖະ​ແຫຼງກ​ານ​ສະ​ບັບ​ນຶ່ງວ່າ “ເຈົ້າ​ຈະ​ສ້າງ​ຄວາມ​ພະ​ຍາ​ຍາມ​ຟ້ອງ​ຮ້ອງບໍ່​ໄດ້ ແລະ ຈະ​ບໍ່​ມີ​ວັນ​ເປັນ​ເຫດ​ຜົນ ​ສຳ​ລັບ​ການ​ກະ​ທຳ​ ແລະ ບົດ​ບາດ​ຂອງ​ເຈົ້າ​ໃນ​ການລິ​ເລີ່ມ​ມັນ​ຂຶ້ນ​ມາ. ພວກ​ເຮົາ​ມີ​ຄຳ​ຖາມ​ທີ່​ຈິງ​ຈັງ​ ກ່ຽວ​ກັບ ຄວາມ​ລຳ​ອຽງ​ທາງ​ການ​ເມືອງ ແລະ ແຮງ​ຈູງ​ໃຈ​ຝ່າຍ​ດຽວ​ຂອງ​ບຸກ​ຄົນ​ຜູ້ນີ້ ແລະ ມັນ​ເບິ່ງ​ຄື​ວ່າທ່ານ ມາກ​ ເຊດ ແລະ ທ່ານ ອາ​ດຳ ຊິ​ຟ ແມ່ນ​ກຳ​ລັງ​ພະ​ຍາ​ຍາມ​ເຊື່ອງ​ຂໍ້​ເທັດ​ຈິງ​ພວກນີ້​ ຈາກ​ການ​ສືບ​ສວນ​ຂອງ​ລັດ​ຖະ​ບານ.”

ທ່ານ ເຊດ ໄດ້​ຕອບ​ໃນ​ທວິດ​ເຕີ​ວ່າ ຄຳ​ເຫັນ​ຂອງ​ທ່ານ ຈໍ​ແດນ ໄດ້​ສະ​ແດງ​ໃຫ້​ເຫັນ “ຄວາມ​ເຂົ້າ​ໃຈ​ຜິດ​” ກ່ຽວ​ກັບ ປົກ​ປ້ອງ​ຜູ້​ແຈ້ງ​ການ​ກະ​ທຳ​ຜິດ​ຂອງ​ລັດ​ຖະ​ບານ​ກາງ.

ກົດ​ໝາຍ​ພວກ​ນັ້ນ​ປົກ​ປ້ອງ​ລັກ​ສະ​ນະ​ສະ​ເພາະ​ຂອງ​ບຸກ​ຄົນ ແລະ ອາ​ຊີບ​ຂອງ​ຄົນ​ຜູ້​ທີ່​ລາຍ​ງານ​ບັນ​ຫາ​ຕ່າງໆ​ເຊັ່ນ​ການ​ປະ​ພຶດ​ທີ່​ຜິດ, ການ​ໃຊ້​ອຳ​ນາດ​ໃນ​ທາງ​ທີ່​ຜິດ ແລະ ອັນ​ຕະ​ລາຍ​ຕໍ່​ຄວາມ​ປອດ​ໄພ​ຂອງ​ສາ​ທາ​ລະ​ນະ ​ໂດຍ​ພະ​ນັກ​ງານ​ຂອງ​ລັດ​ຖະ​ບານ.

ຜູ້​ແຈ້ງ​ການ​ກະ​ທຳ​ຜິດ​ມີ​ລາຍ​ງານ​ວ່າ “ໄດ້​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ” ກ່ຽວ​ກັບ ການ​ລົມ​ໂທ​ລະ​ສັບ​ຂອງ​ທ່ານ ທ​ຣຳ ກັບ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດິ​ເມຍ ເຊ​ເລັນ​ສ​ກີ ໃນ​ວັນ​ທີ 25 ກໍ​ລະ​ກົດ​ທີ່​ຜ່ານ​ມາ ເຊິ່ງ​ທ່ານ ທ​ຣຳ ໄດ້​ຮຽກ​ຮ້ອງ​ໃຫ້​ທ່ານ ເຊ​ເລັ​ນ​ສ​ກີ ສືບ​ສວນ​ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ໂຈ ໄບ​ເດັນ ສຳ​ລັບ​ການ​ກ່າວ​ຫາ​ວ່າ​ສໍ້​ລາດ​ບັງຫຼວງ ແລະ ລູກ​ຊາຍ​ຂອງ​ທ່ານ, ທ່ານ ຮັ້ນ​ເຕີ ໄບ​ເດັນ ຜູ້​ທີ່​ໄດ້​ເຮັດ​ວຽກ​ໃຫ້​ບໍ​ລິ​ສັດ​ແກັ​ສ​ຂອງ ຢູ​ເຄ​ຣນ.

ຜູ້​ແຈ້ງ​ການ​ກະ​ທຳ​ຜິດ​ໄດ້​ລາຍ​ງານ​ ກ່ຽວ​ກັບ ຄວາມ​ເປັນ​ຫ່ວງ​ຂອງ​ລາວ​ໃຫ້ເຈົ້າ​ໜ້າ​ທີ່​ສືບ​ສວນ​ສອ​ບ​ສວນ​ຂອງ​ປະ​ຊາ​ຄົມ​ສືບ​ລັບ.

​ເຖິງ​ແມ່ນ​ວ່າ​ຄົນ​ຜູ້ນີ້​ໄດ້​ຂຽນ​ຄຳ​ອະ​ທິ​ບາຍ ​ກ່ຽວ​ກັບ ການ​ລົມ​ໂທ​ລະ​ສັບ​ຂອງ​ທ່ານ ທ​ຣຳ ກໍ​ຕາມ, ສັກ​ຂີ​ພິ​ຍານ​ຜູ້​ທີ່​ໄດ້​ຍິນ​ການ​ລົມ​ໂທ​ລະ​ສັບ​ໂດຍ​ກົງ ກໍ​ໄດ້​ຢືນ​ຢັນ​ ກ່ຽວ​ກັບ ການ​ອະ​ທິ​ບາຍ​ຂອງ​ຜູ້​ແຈ້ງ​ການ​ກະ​ທຳ​ຜິດ​ນັ້ນ.


A lawyer for a whistleblower whose concerns about a phone call between U.S. President Donald Trump and the leader of Ukraine set off a House impeachment probe says his client is prepared to answer written questions from Republicans.

Attorney Mark Zaid tweeted Sunday the legal team has offered to allow Devin Nunes, the top Republican on the House Intelligence Committee, to submit questions which the whistleblower would answer "in writing, under oath and penalty of perjury."

Zaid added that the only questions he or she will refuse to answer concern identity.

Congressman Jim Jordan, the top Republican on the House Oversight Committee, objected to the proposed process, saying written answers would not provide a sufficient cross-examination process.

"You don't get to ignite an impeachment effort and never account for your actions and role in orchestrating it," Jordan said in a statement."We have serious questions about this individual's political bias and partisan motivations and it seems Mark Zaid and Adam Schiff are attempting to hide these facts from public scrutiny."

Zaid responded on Twitter, saying Jordan's statement showed a "misunderstanding" of federal whistleblower protections.

Those laws protect the identity and careers of people who report issues such as misconduct, abuse of authority and dangers to public safety by government employees.

The whistleblower reported being "deeply concerned" about Trump's July 25 telephone call with Ukrainian President Volodymyr Zelenskiy in which Trump urged Zelenskiy to investigate 2020 Democratic presidential candidate Joe Biden for alleged corruption, and his son Hunter Biden, who worked for a Ukrainian gas company.

The whistleblower reported his or her concerns to the intelligence community inspector general. Although this person gave a second-hand account of the Trump phone call, witnesses who heard the call directly have verified the whistleblower's account.

XS
SM
MD
LG