ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດນາຍົກໄທ ຖືກຟ້ອງຮ້ອງ ໂດຍສະພານິຕິບັນຍັດ ທີ່ຫວນຄືນເຖິງ ການແບ່ງແຍກທາງການເມືອງ


ອະດີດນາຍົກລັດຖະມົນຕີໄທ ທ່ານນາງ Yingluck Shinawatra ຜູ້ຖືກຂັບໄລ່ອອກຈາກຕຳແໜ່ງ ໂອ້ລົມກັນບັນດານັກຂ່າວ ໃນຂະນະທີ່ເດີນທາງໄປເຖິງສະພາ ກ່ອນໜ້າກອງປະຊຸມ ສະພານິຕິບັນຍັດ ຢູ່ທີ່ບາງກອກ, ວັນທີ 9 ມັງກອນ 2015.
ອະດີດນາຍົກລັດຖະມົນຕີໄທ ທ່ານນາງ Yingluck Shinawatra ຜູ້ຖືກຂັບໄລ່ອອກຈາກຕຳແໜ່ງ ໂອ້ລົມກັນບັນດານັກຂ່າວ ໃນຂະນະທີ່ເດີນທາງໄປເຖິງສະພາ ກ່ອນໜ້າກອງປະຊຸມ ສະພານິຕິບັນຍັດ ຢູ່ທີ່ບາງກອກ, ວັນທີ 9 ມັງກອນ 2015.

ອະດີດ​ນາຍົກລັດຖະມົນຕີ​ໄທ ທ່ານ​ນາງ ຍິ່ງ​ລັກ ຊິນນະ​ວັດ ​
ໄດ້ໄປປາກົດ​ໂຕ​ ຢູ່​ທີ່​ສະພາ​ນິຕິບັນຍັດແຫ່ງ​ຊາດ ​ໃນ​ວັນ​ສຸກ
ທີ 9 ມັງກອນ​ຜ່ານ​ມາ ​ເພື່ອ​ປະ​ເຊີນ​ໜ້າ​ກັບ​ການຟ້ອງ​ຮ້ອງ​ ໃນ​
ຂໍ້​ກ່າວ​ຫາກ່ຽວ​ກັບ ​ໂຄງການ​ຈຳນຳ​ເຂົ້າຂອງ​ປະ​ເທດ ທີ່​ໄດ້ສ້າງ​
ຄວາມ​ເສຍ​ຫາຍ ປະມານ 16 ຕື້​ດອນ​ລາ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Ron
Corben ມີ​ລາຍ​ງານ​ຈາກ​ບາງກອກວ່າ ​ການເຄື່ອນ​ໄຫວເພື່ອ
ຟ້ອງຮ້ອງ ທ່ານ​ນາງ ຍິ່ງ​ລັກ ນີ້ ໄດ້ກໍ່​ໃຫ້​ເກີດຄວາມ​ແຕກ​ແຍກ ທີ່
​ຝັງ​ເລີກ​ໃນ​ການ​ເມືອງ​ຂອງ​ໄທ ອີກເທື່ອໜຶ່ງ ດັ່ງ ໄຊຈະເລີນສຸກ
ມີລາຍລະອຽດມາສະເໜີທ່ານ.

ທ່ານນາງຍິ່ງລັກ ຊຶ່ງລັດຖະບານຂອງທ່ານນາງ ໄດ້ຖືກໂຄ່ນລົ້ມໃນການກໍ່ລັດຖະປະຫານ​ ໂດຍທະຫານ ເມື່ອເດືອນພຶດສະພາ ປີກາຍນີ້ ແມ່ນກຳລັງປະເຊີນໜ້າກັບ ການຟ້ອງຮ້ອງ
ສຳຫລັບ ຂໍ້ກ່າວຫາລະເລີຍຕໍ່ໜ້າທີ່ ໃນລະຫວ່າງຊີ້ນຳໂຄງການ ສະໜັບສະໜຸນ ລາຄາເຂົ້າ ຫຼື ໂຄງການຈຳນຳເຂົ້ານັ້ນ ທີ່ກໍ່ໃຫ້ເກີດຄວາມເສຍຫາຍຫຼາຍຕື້ດອນລາ.

ໂຄງການຮັບປະກັນລາຄາເຂົ້າດັ່ງກ່າວ ແມ່ນໜຶ່ງໃນຂໍ້ສະເໜີທີ່ສຳຄັນ ທາງການເມືອງ ຊຶ່ງ ໄດ້ຊຸກດັນໃຫ້ພັກເພື່ອໄທ ຂອງທ່ານນາງ ໄດ້ຮັບໄຊຊະນະ ໃນການເລືອກຕັ້ງເມື່ອປີ 2011.

ໃນຂະນະທີ່ກ່າວຖະແຫລງ ໃນ​ວັນ​ສຸກ ທີ 9 ມັງກອນ​ຜ່ານ​ມາ ຕໍ່​ສະພານິຕິບັດຍັດ​ແຫ່ງ​ຊາດ ​ທີ່ຖືກແຕ່ງຕັ້ງໂດຍທະຫານນັ້ນ ທ່ານນາງຍິ່ງລັກ ປະຕິເສດ “ຢ່າງສິ້ນເຊິງ” ທຸກຂໍ້ກ່າວຫາ ແລ້ວກ່າວວ່າ ໂຄງການຈຳນຳເຂົ້າ ແມ່ນໄດ້ໃຫ້ຜົນປະໂຫຍດ ແກ່ກະເສດຕະກອນ 1 ລ້ານ
8 ແສນຄົນ.

ທ່ານນາງຍິ່ງລັກ ກ່າວວ່າ ການຟ້ອງຮ້ອງທ່ານນາງນັ້ນ ຈະດັບຄວາມຫວັງ ຂອງບັນດາ
ກະເສດຕະກອນ ແລະວ່າ ລັດຖະບານ ໄດ້ທຳງານຢ່າງສຸດຈະລິດ ແລະ ຢ່າງໂປ່ງໃສ.
ທ່ານນາງກ່າວຕື່ມວ່າ ໃນຖານະນາຍົກລັດຖະມົນຕີ ທ່ານນາງບໍ່ມີອຳນາດ ທີ່ຈະຍົກເລີກ
ໂຄງການດັ່ງກ່າວນັ້ນ​ໄດ້.

ເຖິງຢ່າງໃດກໍຕາມ ທ່ານນາງຍິ່ງລັກ ແມ່ນເປັນປະທານ ຂອງໂຄງການ ທີ່ອອກນະໂຍບາຍ ກ່ຽວກັບເຂົ້າແຫ່ງຊາດ ຊຶ່ງໄດ້ດຳເນີນໂຄງການຈຳນຳເຂົ້າ ທີ່ພວກຕຳໜິຕິຕຽນ ກ່າວວ່າ ເຮັດໃຫ້ທ່ານນາງ ເປັນຜູ້ສຳຄັນ ທີ່ມີຄວາມຮັບຜິດຊອບ ສຳຫລັບການເສຍຫາຍຂອງໂຄງການນັ້ນ.

ບັນດາເຈົ້າໜ້າທີ່ ແລະ ເຈົ້າໜ້າທີ່ຕ້ານຄໍຣັບຊັ່ນແຫ່ງຊາດ ກ່າວວ່າ ເຂົາເຈົ້າໄດ້ເຕືອນ
ລັດຖະບານຊ້ຳແລ້ວຊ້ຳອີກ ວ່າ ໂຄງການນັ້ນ ໄດ້ປະເຊີນໜ້າກັບ ຄວາມຫຍຸ້ງຍາກ
ຫຼາຍໆຢ່າງ ທາງການເງິນ.

ສ່ວນຜູ້ຕິຕຽນຄົນອື່ນໆ ກ່າວວ່າ ໂຄງການມູນຄ່າຫຼາຍໆຕື້ດັ່ງກ່າວນັ້ນ ແມ່ນເຕັມໄປດ້ວຍ
ການສໍ້ໂກງ.

ພາຍໃຕ້ໂຄງການນີ້ ລັດຖະບານ ສະເໜີ ຊື້ເຂົ້າກັບກະເສດຕະກອນ ໃນລາຄາສູງກວ່າ
ລາຄາໃນທ້ອງຕະຫລາດ ເຖິງ 50 ເປີເຊັນ.

ປະເທດໄທໃນເວລານັ້ນ ແມ່ນເປັນຜູ້ນຳ ໃນການສົ່ງອອກເຂົ້າຂອງໂລກ ແລະແຜນການນີ້ ແມ່ນຫວັງວ່າຈະເຮັດໃຫ້ລາຄາເຂົ້າຂອງໂລກ ສູງຢູ່ດັ່ງເດີມ. ແຕ່ຫາກວ່າ ອັນນັ້ນມັນໄດ້ ລົ້ມແຫລວ ຊຶ່ງໄດ້ນຳມາຊຶ່ງ ເຂົ້າຈຳນວນ 19 ລ້ານໂຕນ ທີ່ເກັບຊື້ຕຸ​ນໄວ້ນັ້ນ ທີ່ຍັງບໍ່ໄດ້
ຂາຍອອກ ຢູ່ຕາມສາງໃນທົ່ວປະເທດ ໃນຂະນະດຽວກັນ ຜູ້ສົ່ງອອກອື່ນໆ ເຊັ່ນຫວຽດນາມ ກໍໄດ້ກ້າວເຂົ້າມາ ເພື່ອຕອບສະໜອງ ຄວາມຕ້ອງການເຂົ້າຂອງໂລກ.

ທ່ານນາງຍິ່ງລັກ ແມ່ນເປັນນ້ອງສາວ ຂອງອະດີດຜູ້ນຳ ທ່ານທັກສິນ ຊິນນະວັດ ຊຶ່ງ
ຜູ້ກ່ຽວເອງ ກໍໄດ້ຖືກຂັບ​ໄ​ລ່ອອກ​ຈາກ​ຕຳ​ແໜ່​ງ ໃນການກໍ່ລັດຖະປະຫານໂດຍທະຫານ
ໃນປີ 2006 ຍ້ອນການກ່າວຫາສໍ້ລາດບັງຫລວງ ແລະ ການຫລິ້ນພັກຫຼິ້ນພວກ. ທ່ານ
ທັກສິນ ໄດ້ຫລົບໜີອອກຈາກປະເທດໄທ ໃນປີ 2008 ໃນເວລາປະເຊີນໜ້າກັບ ໂທດ
ສອງປີ ສຳຫລັບການສໍ້ລາດບັງຫລວງ. ແຕ່ທ່ານທັກສິນ ແລະ ພັກເພື່ອໄທຂອງທ່ານ ກໍ
ຍັງມີຄວາມນິຍົມຊົມຊອບຢູ່ດັ່ງເດີມ ໂດຍພິເສດ ແມ່ນຢູ່ຕາມເຂດຊົນນະບົດ.

ນັກຊ່ຽວຊານທາງດ້ານການເມືອງ ທ່ານ Thitinan Pongsudhirak ຈາກມະຫາວິທະຍາໄລ ຈຸລາລົງກອນ ກ່າວວ່າ ການຟ້ອງຮ້ອງ ເປັນຂີດໝາຍ ຂອງການທົດສອບ ຄວາມພະຍາຍາມ ເພື່ອທີ່ຈະແກ້ໄຂການແບ່ງແຍກ ທາງການເມືອງ ໃນປະເທດ ທີ່ພາໃຫ້ເກີດການ
ກໍ່ລັດຖະປະຫານ ໃນເດືອນພຶດສະພາປີກາຍນີ້.

ທ່ານ Thitinan ເວົ້າວ່າ “ການຮັບຟັງຄຳໃຫ້ການ ໃນການຟ້ອງຮ້ອງ ແມ່ນມີຄວາມ
ສຳຄັນຫຼາຍ ສຳຫລັບການເມືອງຂອງໄທ ເພາະວ່າ ມັນເປັນການທົດສອບ ທີ່ຫຼໍ່
ແຫຼມສຳຄັນ ຕໍ່ຄວາມພະຍາຍາມຂອງໄທ ທີ່ຈະປະນີປະນອມກັນ. ການຟ້ອງຮ້ອງ
ທ່ານນາງຍິ່ງລັກ ສຳຫລັບໂຄງການຈຳນຳເຂົ້ານັ້ນ ໝາຍຄວາມວ່າ ກຸ່ມຄູ່ປໍລະປັກ
ຂອງອ້າຍທ່ານນາງ ກໍຄືກຸ່ມຄູປໍລະປັກທ່ານທັກສິນ ນັ້ນເອງ ແມ່ນຢາກຈະກຳຈັດ
ທ່ານນາງຍິ່ງລັກ. ໂດຍພື້ນຖານແລ້ວ ພວກເຂົາເຈົ້າ ຢາກຫ້າມທ່ານນາງ ຈາກວົງ
ການໆເມືອງ. ແຕ່ວ່າ ຖ້າເຂົາເຈົ້າພະຍາຍາມ ທີ່ຈະດຳເນີນຄະດີ ທ່ານນາງຍິ່ງລັກ ທາງອາຍາ ໃນຂໍ້ຫາສໍ້ລາດບັງຫລວງ ແລະ ເຮັດໃຫ້ທ່ານນາງຕິດຂຸກ ໄດ້ນັ້ນ.
ອັນນັ້ນ ເປັນການດຳເນີນຄະດີ ໄປເຖິງທີ່ສຸດ. ສະນັ້ນ ອັນນີ້ແມ່ນເປັນການ
ທົດສອບ. ໝາກບານ ແມ່ນຢູ່ໃນເດີ່ນ ຂອງກຸ່ມຄູ່ປໍລະປັກ ທ່ານທັກສິນແລ້ວ.”

ຖ້າພົບເຫັນວ່າ ທ່ານນາງຍິ່ງລັກ ຜິດແລ້ວ ຈະປະເຊີນໜ້າກັບ ການສັ່ງຫ້າມບໍ່ໃຫ້ຫລິ້ນ
ການເມືອງ ເປັນເວລາ 5 ປີ.

ຄະນະ​ກຳມະການຕ້ານ​ຄໍຣັບຊັ່ນ​ແຫ່ງ​ຊາດ ແມ່ນຍັງເຄື່ອນໄຫວ ເພື່ອທີ່ຈະກ່າວຟ້ອງ ອະດີດ ນາຍົກລັດຖະມົນຕີ ໃນຂໍ້ຫາ ສໍ້ລາດບັງຫລວງ.

ອະດີດສະມາຊິກ ລັດຖະບານ ອີກ 2 ທ່ານ ແມ່ນກຳລັງປະເຊີນໜ້າກັບ ການຟ້ອງຮ້ອງ
ເຊັ່ນກັນ ໃນຂໍ້ຫາສະໜັບສະໜຸນບາດກ້າວຕ່າງໆ ເພື່ອດັດແກ້ລັດຖະທຳມະນູນໂດຍບໍ່ໄດ້ ຮັບການອະນຸມັດ.

ນາຍົກລັດຖະມົນຕີ ຄົນປັດຈຸບັນ ແລະກໍເປັນນາຍພົນ ທ່ານ ປຣາຢຸດ ຈັນໂອຊາ ຜູ້ທີ່
ນຳພາການກໍ່ລັດຖະປະຫານ ໃນປີກາຍນີ້ ໄດ້ແຈ້ງເຕືອນ ພວກສະໜັບສະໜຸນ ທ່ານນາງ
ຍິ່ງລັກ ຕໍ່ການຈັດຕັ້ງການປະທ້ວງ ໂດຍຢ້ຳເຕືອນພວກເຂົາເຈົ້າວ່າ ປະເທດຍັງຢູ່ພາຍໃຕ້
ກົດໄອຍາການເສີກ.

ແຕ່ຫາກວ່າ ນາຍທະຫານເຮືອອາວຸໂສຄົນໜຶ່ງ ທີ່ເປັນສະມາຊິກ ສະພາແຫ່ງຊາດອີກດ້ວຍ
ໄດ້ບອກກັບສື່ຂ່າວໃນທ້ອງຖິ່ນວ່າ ທ່ານຄາດໄວ້ວ່າທັງສາມທ່ານນີ້ຈະ “ລອດຜົ້ນ” ຂໍ້
ກ່າວຫາທັງຫຼາຍ ໃນຄະນະທີ່ສະມາຊິກຫຼາຍໆຄົນ ໂດຍສ່ວນໃຫຍ່ ເຊື່ອກັນວ່າພື້ນຖານ
ຂອງການຟ້ອງຮ້ອງ ບໍ່ມີອີກຕໍ່ໄປ ນັບຕັ້ງແຕ່ມີການກໍ່ລັດຖະປະຫານ.

ສະພາແຫ່ງຊາດທີ່ຖືກແຕ່ງຕັ້ງຂຶ້ນມາ ລວມມີສະມາຊິກຈຳນວນ 250 ທ່ານ ແລະຕ້ອງການ ສຽງສະໜັບສະໜຸນ 3 ສ່ວນ 5 ຂອງຈຳນວນສະມາຊິກທັງໝົດ ຫຼື 132 ສຽງ ສຳຫລັບການ
ຟ້ອງຮ້ອງ ຈະດຳເນີນຕໍ່ໄປໄດ້. ການ​ລົງ​ຄະ​ແນນ​ສຽງ ​ຕໍ່​ຂໍ້​ກ່າວ​ຫາຕ່າງໆ ​ແມ່ນ​ຄາດ​ກັນວ່າ
ຈະ​ມີ​ຂຶ້ນ ​ໃນ​ວັນ​ທີ 22 ​ແລະ 23 ​ເດືອນ​ມັງກອນ​ນີ້.

THAILAND POLITICS VO
please wait
Embed

No media source currently available

0:00 0:00:48 0:00

XS
SM
MD
LG