ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານຕັດ​ສິນ​ວ່າ ທ. ແມັກ​ແກນ, ອະ​ດີດ​ທີ່​ປືກ​ສາ​ຂອງ ປ. ທ​ຣຳ ຕ້ອງ​ໄປ​ໃຫ້​ການ ໃນ​ການ​ສືບ​ສວນ​ ​ເພື່ອຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ


ທ່ານ Don McGahn (ຂວາ), ທີ່​ປຶກ​ສາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ຍ່າງ​ເຂົ້າ​ໄປ​ໃນ​ຫ້ອງ​ການ​ລັດ​ຖະ​ສະ​ພາ​ໃນວັນ​ທີ 6 ກຸມ​ພາ, 2017
ທ່ານ Don McGahn (ຂວາ), ທີ່​ປຶກ​ສາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ຍ່າງ​ເຂົ້າ​ໄປ​ໃນ​ຫ້ອງ​ການ​ລັດ​ຖະ​ສະ​ພາ​ໃນວັນ​ທີ 6 ກຸມ​ພາ, 2017

ຜູ້​ພິ​ພາກ​ສາ​ລັດ​ຖະ​ບານ​ກາງ​ຂອງ​ສະ​ຫະ​ລັດ ໄດ້​ຕັດ​ສິນ​ໃນ​ຕອນບ່າຍວັນ​ຈັນ​ວານນີ້ວ່າ ອະ​ດີດ​ທີ່​ປຶກ​ສາ​ຂອງ​ທຳ​ນຽບ​ຂາວ, ທ່ານ ດໍ​ໂນ​ລ ແມັກ​ແກນ ຕ້ອງ​ໄດ້​ປະ​ຕິ​ບັດ​ຕາມ​ໝາຍ​ເກາະ​ຂອງ​ສະ​ພາ​ຕ່ຳ ທີ່​ຮຽກ​ໃຫ້​ທ່ານ​ໄປ​ໃຫ້​ຄຳ​ໃຫ້​ການ​ຢູ່​ໃນ ການ​ສືບ​ສວນ​ເພື່ອ​ຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີທ​ຣຳ.

ຜູ້​ພິ​ພາກ​ສາເຄ​ຕານ​ຈີ ບ​ຣາວນ໌ ແຈັກ​ຊັນ (Ketanji Brown Jackson) ເວົ້າ​ວ່າ ທ່ານປະ​ທາ​ນາ​ທິ​ບໍ​ດີ "ບໍ່​ມີ​ສິດ​ອຳ​ນາດ" ທີ່​ຈະ​ຫ້າມບໍ່ອະ​ນຸ​ຍາດໃຫ້ທ່ານແມັກ​ແກນ (McGahn) ຫລື​ເຈົ້າ​ໜ້າ​ທີ່​ຄົນ​ອື່ນໆ ຈະ​ເປັນໃຜ​ກໍ​ຕາມຢູ່ໃນ​ທຳ​ນຽບ​ຂາວ​ໃນ​ປັດ​ຈຸ​ບັນ ແລະ​ໃນ​ອະ​ດີດ​ ໄປ​ໃຫ້​ການ​ໄດ້.

ລັດ​ຖະ​ບານ​ຂອງ​ທ່ານທ​ຣຳ ມີ​ແຜນ​ທີ່​ຈະ​ອຸ​ທອນ​ຕໍ່ຄຳ​ຕັດ​ສິນ​ຂອງ​ທ່ານນາງ ແຈັກ​ຊັນ (Jackson). ທະ​ນາຍ​ຄວາມ​ຂອງ​ທ່ານແມັກ​ແກນ (McGahn) ເວົ້າ​ວ່າ ທ່ານ​ຈະ​ເຮັດ​ຕາມ​ໝາຍ​ເກາະ​ຂອງ​ສະ​ພາ​ຕ່ຳ ເວັ້ນ​ເສຍ​ແຕ່​ວ່າ ສານ​ວາງ​ມາດ​ຕະ​ການ​ໂຈະຄຳ​ຕັດ​ສິນ​ໄວ້​ກ່ອນ ​ຈົນ​ກວ່າການ​ອຸ​ທອນ​ທີ່​ຍັງ​ຄ້າງ​ຄາ​ຢູ່ນີ້​ ຈະໄດ້​ຮັບ​ການ​ພິ​ຈາ​ລະ​ນາ.

​ສ່ວນ​ຄົນ​ອື່ນໆ ທີ່​ຄັດ​ຄ້ານ​ບໍ່ຍອມ​ໄປ​ໃຫ້​ຄຳ​ໃຫ້​ການແມ່ນ​ລວມ​ມີ ທ່ານໄມ​ຄ໌ ພອມ​ເພວ (Mike Pompeo), ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ອະ​ດີດ​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ, ທ່ານ ຈອນ ໂບ​ລ​ຕັນ (John Bolton), ແລະ ຜູ້​ຮັກ​ສາ​ການ​ຫົວ​ໜ້າ​ຄະ​ນະ​ທີ່​ປຶກ​ສາທຳ​ນຽບ​ຂາວ, ທ່ານມິກ ມູ​ວາ​ນີ (Mick Mulvaney).

ພວກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດທີ່ກຳ​ລັງ​ພິ​ຈາ​ລະ​ນາ​ເບິ່ງວ່າ ​ຈະ​ຟ້ອງ​ຮ້ອງ​ທ່ານທ​ຣຳ ທີ່​ໄດ້​ກົດ​ດັນປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນໃຫ້​ເປີດ​ການ​ສືບ​ສວນ​ສອບ​ສວນ ​ອະດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ທີ່​ເປັນ​ຄູ່​ແຂ່ງ​ຂອງ​ທ່ານໃນ​ການ​ເລືອກ​ຕັ້ງປະ​ທານ​າ​ທິ​ບໍ​ດີ​ໃນປີ 2020 ຫຼືບໍ່ນັ້ນ ໂດຍເຊື່ອ​ວ່າ​ບັນ​ດາ​ເຈົ້າ​ໜ້າ​ທີ່​ເຫລົ່າ​ນີ້ສາ​ມາດ​ໃຫ້ຫລັກ​ຖານ​ທີ່​ສຳ​ຄັນໄດ້.

ທ່ານແມັກ​ແກນ (McGahn) ເປັນ​ທີ່​ປຶກ​ສາ​ຂອງ​ທຳ​ນຽບ​ຂາວ​ຈົນ​ຮອດຕອນ​ທີ່​ທ່ານລາ​ອອກ​ໃນ​ເດືອນ​ຕຸ​ລາ 2018 ຜ່ານ​ມາ. ຊື່​ຂອງ​ທ່ານ​ໄດ້​ປາ​ກົດ​ຂຶ້ນຢ່າງ​ ໂດ​ດ​ເດັ່ນ​ຢູ່​ໃນ​ບົດ​ລາຍ​ງານ​ຂອງ​ໄອ​ຍະ​ການ​ພິ​ເສດ ໂຣ​ເບີດ ມອ​ລ​ເລີ ກ່ຽວ​ກັບ ການ​ສົມ​ຮູ້​ຮ່ວມ​ຄິດ​ທີ່​ໜ້າ​ສົງ​ໄສ ລະ​ຫວ່າງ ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ທ​ຣຳ ກັບການ​ແຊກ​ແຂງ​ຂອງ​ຣັດ​ເຊຍເຂົ້າ​ໃນ​ການ​ເລືອກ​ຕັ້ງ​ປີ 2016.

ອີງ​ຕາມ​ບົດ​ລາຍ​ງານ, ທ່ານ​ແມັກ​ແກນ (McGahn) ບອກ​ພວກ​ນັກ​ສືບ​ສວນ​ວ່າ ທ່ານ​ທ​ຣຳ ໄດ້​ຜັກ​ດັນ​ໃຫ້​ທ່ານ​ປົດ​ທ່ານ ມອ​ລ​ເລີ​ອອກ​ຈາກ​ຕຳ​ແໜ່ງ ແລະ​ຈາກ ນັ້ນ ທ່ານກໍ​ໄດ້ປະ​ຕິ​ເສດ​ວ່າ ທ່ານ​ທ​ຣຳ​ບໍ່​ໄດ້​ເຮັດ​ເຊັ່ນ​ນັ້ນ.

​ທ່ານ ມອ​ລ​ເລີເວົ້າ​ວ່າ ທ່ານ​ບໍ່ສາ​ມາດ​ທີ່​ຈະ​ເຮັດ​ໃຫ້ທ່ານ​ທ​ຣຳ​ພົ້ນ​ຈາກ​ການ​ຖືກ​ກ່າວ​ຫາ​ວ່າ ຂັດ​ຂວາງ​ຂະ​ບວນ​ການ​ຍຸ​ຕິ​ທຳ​ໄດ້. ພວກ​ສັງ​ກັດ​ພັດ​ເດ​ໂມ​ແຄ​ຣັດທີ່ ດຳ​ເນີນ​ການ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ​ຢູ່ນັ້ນ ກຳ​ລັງ​ພິ​ຈາ​ລະ​ນາວ່າ ຈະ​ລວມ​ເອົາ ສິ່ງ​ປາ​ກົດ​ວ່າເປັນ​ຄວາມ​ພະ​ຍາ​ຍາ​ມ​ຂອງ​ທ່ານທ​ຣຳ​ທີ່​ຈະ​ປົດ​ທ່ານມອ​ລ​ເລີ​ອອກ​ຈາກ​ຕຳ​ແໜ່ງນັ້ນ ເຂົ້າ​ໄປເປັນ​ສ່ວນ​ນຶ່ງ​ຢູ່​ໃນ​ການ​ສືບ​ສວນ​ຂອງ​ພວກ​ເພິ່ນ​ ຫລືບໍ່ ໂດຍ​ທີ່​ເຊື່ອ​ວ່າການ​ພະ​ຍາ​ຍາມ​ທີ່​ຈະ​ເຮັດເຊັ່ນນັ້ນສ​າ​ມາດຖື​ວ່າ​ເປັນ​ການ​ຂັດ​ຂວາງ​ຂະ​ບວນ​ການ​ຍຸ​ຕິ​ທຳ​ໄດ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG