ນະໂຍບາຍປັດຈຸບັນຂອງສະຫະລັດ ກໍຄືກັກຂັງຜູ້ທີ່ຂໍລີ້ໄພ ເມື່ອເຂົາເຈົ້າມາເຖິງດ່ານ
ກວດຄົນເຂົ້າເມືອງຂອງປະເທດ ໂດຍບໍ່ກ່ຽວຂ້ອງກັບວ່າເຂົາເຈົ້າມີວີຊາອັນຖືກຕ້ອງ
ຫຼືບໍ່. Aline Barros, ນັກຂ່າວດ້ານຄົນເຂົ້າເມືອງຂອງ VOA ໄປຢ້ຽມສູນກັກຂັງຢູ່ລັດ
New Jersey ແລະໂອ້ລົມກັບພວກທີ່ໄດ້ດໍາເນີນຕາມຂັ້ນຕອນຂອງການລີ້ໄພໃນ
ຂະນະທີ່ຖືກຄຸມຂັງຢູ່ ຊຶ່ງບົວສະຫວັນ ມີລາຍລະອຽດກ່ຽວກັບເລື່ອງນີ້ມາສະເໜີທ່ານ
ໃນອັນດັບຕໍ່ໄປ.
ເມື່ອໃດປະຕູສູນຄ້າຍຄຸມຂັງຄົນເຂົ້າເມືອງປິດໄວ້ ບໍ່ໃຫ້ພວກຂໍລີ້ໄພເຂົ້າໄປ ມັນອາດຈະ
ເປັນເວລາຕັ້ງຫລາຍເດືອນ ຈຶ່ງເປີດໃຫ້ເຂົ້າໄປໄດ້ອີກ.
ຢູ່ໃນຍ່ານອຸດສະຫະກໍາທີ່ຢູ່ໃກ້ກັບສະໜາມບິນ Newark ນັ້ນ ມີສູນຄຸມຂັງ Elizabeth
Detention ທີ່ເປັນບ່ອນຢູ່ຂອງພວກຄົນເຂົ້າເມືອງ ຊຶ່ງມີບາງຄົນໃນນັ້ນ ກໍແມ່ນຜູ້ກະທໍາ
ຜິດທາງອາຍາ. ຮອດເດືອນກັນຍາຜ່ານມານີ້ ເຈົ້າໜ້າທີ່ກວດຄົນເຂົ້າເມືອງເວົ້າວ່າ ມີຄົນ
ທີ່ເຂົ້າເມືອງຜິດກົດໝາຍຖືກຄຸມຂັງໄວ້ໃນທົ່ວປະເທດຫລາຍກວ່າ 38 ພັນຄົນ. ບາງຄົນ
ໃນຈໍານວນນັ້ນແມ່ນພວກຂໍລີ້ໄພ.
ການກວດກາດ້ານຄວາມປອດໄພຢູ່ທີ່ນັ້ນ ແມ່ນຄ້າຍຄືກັນກັບການກວດຢູ່ທີ່ດ່ານກວດ
ຄົນເຂົ້າເມືອງຢູ່ສະໜາມບິນ. ຜູ້ໄປຢ້ຽມສູນຕ້ອງໄດ້ເອົາບັດປະຈໍາຕົວໃຫ້ເບິ່ງ. ເອົາ
ເຄື່ອງຂອງທີ່ຖືໄປນໍານັ້ນໄວ້ ຢູ່ໃນຕູ້ໃສ່ກະແຈ. ບໍ່ໃຫ້ຖືໂທລະສັບເຂົ້າໄປນໍາ. ບໍ່ໃຫ້
ຖ່າຍຮູບ. ບໍ່ໃຫ້ມີການບັນທຶກສຽງໃນຮູບແບບໃດໆ ທັງໝົດ. ຮູບເຫລົ່ານີ້ແມ່ນ ໄດ້
ເອົາມາພາຍຫລັງທີ່ທ້າວ Kristyn Scorsone ນັກສຶກສາຂັ້ນປະລິນຍາເອກທີ່ມະຫາ
ວິທະຍາໄລ Rutgers ໄດ້ໄປຢ້ຽມສະ ຖານທີ່ແຫ່ງນັ້ນ.
ສູນ Elizabeth ແມ່ນບ່ອນທີ່ທ້າວ Edafe Okporo ຖືກຂັງໄວ້ເປັນເວລາ 5 ເດືອນ.
ລາວເວົ້າວ່າ “ຂ້ອຍຖືກຕໍາຫລວດກວດຄົນເຂົ້າເມືອງບອກວ່າ ພວກເຂົາເຈົ້າບໍ່ມີ
ບ່ອນໃຫ້ພວກຄົນເຂົ້າເມືອງຢູ່ ເນື່ອງຈາກວ່າຂ້ອຍມາເຖິງໜີ້ໃນນາມຄົນຕ່າງດ້າວ
ສະນັ້ນຂ້ອຍຈຶ່ງຖືກເຈົ້າໜ້າທີ່ບອກວ່າ ຈະຖືກເອົາໄປໄວ້ໃນຄຸກ.”
ທ້າວ Okporo ແມ່ນມາຈາກ Nigeria ຊຶ່ງຢູ່ທີ່ນັ້ນລາວເຮັດວຽກເປັນນັກເຄື່ອນໄຫວ
ເພື່ອພວກຮັກຮ່ວມເພດ ຫລືເກ ກຸ່ມນຶ່ງ. ແຕ່ວ່າຢູ່ໃນ Nigeria ການແຕ່ງງານສໍາລັບ
ຄົນຮັກຮ່ວມເພດ ແມ່ນຜິດກົດໝາຍ. ໃນເດືອນຕຸລາ ປີ 2016, ລາວໄດ້ຮັບລາງວັນ
ຈາກອົງການປົກປ້ອງສິດທິມະນຸດຢູ່ນະຄອນ New York ທີ່ໄດ້ພິມເຜີຍແຜ່ຮູບຂອງ
ລາວ ແລະເປີດເຜີຍລາວໃຫ້ຄົນຮູ້.
ທ້າວ Okporo ເວົ້າອີກວ່າ “ປະຊາຄົມພາກັນຮຽກຮ້ອງໃຫ້ມີການປະຫານຊີວິດ
ຂອງຂ້ອຍ ສະນັ້ນຂ້ອຍຕ້ອງໄດ້ຫລົບໜີຈາກຫັ້ນ. ຂ້ອຍມີວີຊາເຂົ້າສະຫະລັດ
ແລະນັ້ນກໍຄືເອກະສານ ໃນການເດີນທາງທີ່ຂ້ອຍຕ້ອງໄດ້ໃຊ້ເພື່ອເດີນທາງມາ.”
"ຂ້ອຍບໍ່ເຄີຍໄດ້ຢູ່ໃນສະພາບທີ່ໂດດດ່ຽວແບບນີ້ມາກ່ອນ. ເຈົ້າຖືກສັ່ງໃຫ້ເຮັດຕາມ
ແລະຖືກຫ້າມບໍ່ໃຫ້ເຮັດສິ່ງຕ່າງໆ. ແລະພວກເຂົາເອົາອາຫານໃຫ້ເຈົ້າກິນ ບໍ່ວ່າ
ເຈົ້າຈະມັກອາຫານນັ້ນຫລືບໍ່ ກໍຕາມ ເຈົ້າກໍມີແຕ່ກິນມັນເທົ່ານັ້ນ."
"ຂ້ອຍກໍມີແຕ່ຢູ່ໃນຫ້ອງ ໂດຍມີຄວາມກະວົນກະວາຍໃຈ ຄິດເປັນຫ່ວງວ່າ ຜົນ
ອອກມາຂອງຄະດີດັ່ງກ່າວຈະເປັນແນວໃດ. ຖ້າຂ້ອຍເສຍໄຊໃນຄະດີ ຂ້ອຍຈະ
ຕ້ອງໄດ້ກັບຄືນໄປປະເທດຂ້ອຍ. ແຕ່ຖ້າຂ້ອຍຊະນະ ຂ້ອຍກໍຈະຖືກປ່ອຍໃຫ້
ເປັນອິດສະຫລະ. ຂ້ອຍຫງ່ວມເຫງົາເພາະ ວ່າຂ້ອຍບໍ່ມີໃຜໂອ້ລົມນໍາ ເພາະວ່າ
ຄອບຄົວຂອງຂ້ອຍບໍ່ຍອມຮັບຂ້ອຍຍ້ອນວ່າແນວຄິດທາງເພດຂອງຂ້ອຍ."
ທ້າວ Okporo ໄດ້ຮັບອະນຸຍາດໃຫ້ລີ້ໄພ ແລະໄດ້ເລີ້ມຕົ້ນຊີວິດໃໝ່ແລ້ວຢູ່ໃນອາເມຣິກາ.
ດຽວນີ້ລາວເຮັດວຽກຢູ່ 3 ບ່ອນ.
ທ້າຍສຸດລາວໃຫ້ຄໍາເຫັນວ່າ "ຂ້ອຍຜະລິດປຶ້ມແນະນໍາໃນການຄົວກິນ, ທີ່ສະແດງ
ໃຫ້ເຫັນ ເຖິງຊາວອົບພະຍົບ 40 ຄົນ ທີ່ມາຈາກປະເທດຕ່າງໆ ໃນໂລກ."