ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ພວກສະໜັບສະໜຸນຄົນເຂົ້າເມືອງ ມອງເຫັນວ່າ ມີການໃຊ້ສອງມາດຕະຖານ ທີ່ບໍ່ສະເໝີຕົ້ນສະເໝີປາຍ ກ່ຽວກັບ ຄົນເຂົ້າເມືອງ


ຕຳຫຼວດຊາຍແດນສະຫະລັດ ຄົນນຶ່ງຢືນຢູ່ ຂົວຂ້າມ Paso del Norte international ຕິດກັບເມືອງ Ciudad Juarez, ໃນເມັກຊິໂກ ແລະ El Paso ຂອງສະຫະລັດ
ຕຳຫຼວດຊາຍແດນສະຫະລັດ ຄົນນຶ່ງຢືນຢູ່ ຂົວຂ້າມ Paso del Norte international ຕິດກັບເມືອງ Ciudad Juarez, ໃນເມັກຊິໂກ ແລະ El Paso ຂອງສະຫະລັດ

ລັດຖະບານທ່ານໄບເດັນ ກຳລັງກະກຽມ ທີ່ຈະເປີດຊາຍແດນຂອງອາເມຣິກາ ໃຫ້ແກ່ບັນ
ດາຜູ້ເດີນທາງ ທີ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ຢ່າງຄົບ ຖ້ວນແລ້ວນັ້ນໃນວັນ
ທີ 8 ກັນຍາຈະມາເຖິງນີ້ ແຕ່ວ່າການຕັດສິນໃຈດັ່ງກ່າວຈະບໍ່ມີຜົນໃດໆຕໍ່ບັນດາຜູ້ຂໍລີ້ໄພ
ຢູ່ເຂດຊາຍແດນທາງພາກໃຕ້ຂອງສະຫະລັດ ຊຶ່ງຫຼາຍໆຄົນໄດ້ຖືກຫ້າມບໍ່ໃຫ້ເຂົ້າມາໃນ
ສະຫະລັດ ພາຍໃຕ້ກົດລະບຽບ ສະໄໝປະທານາ ທິບໍດີທຣໍາ ທີ່ເປັນຄຳສັ່ງຂອງເຈົ້າໜ້າ
ທີ່ສາທາລະນະສຸກເພື່ອສົ່ງພວກຍົກຍ້າຍ ຖິ່ນຖານກັບຄືນ.

ລັດຖະບານໄດ້ກ່າວຊົມເຊີຍ ການເປີດຊາຍແດນຄືນ ຂອງສະຫະລັດກັບເມັກຊິໂກ ແລະ
ສະຫະລັດ ກັບການາດາ ທີ່ເປັນຊາຍແດນທາງບົກ ຊຶ່ງສ່ວນໃຫຍ່ໄດ້ ປິດ ບໍ່ໃຫ້ມີການເດີນ
ທາງນັບແຕ່ເດືອນກຸມພາປີ 2020 ເປັນຕົ້ນມານັ້ນວ່າ ເປັນ ໄຊຊະນະສຳລັບການເຊື່ອມຕໍ່
ຂອງປະຊາຄົມເຂົ້າຫາກັນຢູ່ໃນທັງສາມປະເທດ.

ລັດຖະມົນຕີຮັກສາຄວາມປອດໄພພາຍໃນ ທ່ານອາເລຮັນໂດຣ ມາຢໍກາ ກ່າວຢູ່ໃນຖະ
ແຫຼງການວ່າ “ການເດີນທາງຂ້າມຊາຍແດນມີຄວາມສຳຄັນສຳລັບກິດຈະ ການເສດຖະ
ກິດ ຢູ່ໃນຊາຍແດນຂອງປະຊາຄົມພວກເຮົາແລະໃຫ້ຜົນປະໂຫຍດ ແກ່ບັນດາປະຊາ
ຄົມ ທີ່ຢູ່ໃນຊາຍແດນ ຂອງພວກເຮົາ. ພວກເຮົາເພິງພໍໃຈທີ່ຈະ ເອົາບາດກ້າວເລີ້ມຄືນ
ການເດີນທາງຢ່າງເປັນປົກກະຕິ ທີ່ປອດໄພ ແລະຢູ່ໃນ ທາງທີ່ຍືນຍົງ.

ແຕ່ວ່າບັນດາກຸ່ມທີ່ເປັນປາກສຽງໃຫ້ແກ່ພວກຄົນເຂົ້າເມືອງໄດ້ມອງເຫັນການປະຕິບັດທີ່
ແຕກຕ່າງ ແລະບໍ່ຍຸຕິທຳ ສຳລັບພວກຄົນເຂົ້າເມືອງຢູ່ໃນຊາຍແດນສະຫະ ລັດຕິດກັບ
ເມັກຊິໂກ. ເຂົາເຈົ້າໃຫ້ຂໍ້ສັງເກດວ່າ ສະຫະລັດຈະຍິນດີຕ້ອນຮັບບັນ ດາຄົນເດີນທາງທີ່ບໍ່
ແມ່ນຄົນເຂົ້າເມືອງໃຫ້ເຂົ້າມາສະຫະລັດເພື່ອການທ່ອງທ່ຽວ ຫຼືເຮັດທຸລະກິດ ໃນຂະນະທີ່
ຄຳສັ່ງດ້ານສາທາລະນະສຸກ ຂອງລັດຖະບານກາງ ຍັງສືບຕໍ່ໃຊ້ເປັນພື້ນຖານ ເພື່ອຈັດສົ່ງ
ພວກຄົນເຂົ້າເມືອງກັບຄືນປະເທດ ບໍ່ກ່ຽວ ເຖິງຖານະໃນການສັກຢາວັກຊີນຂອງເຂົາເຈົ້າ
ຈະເປັນຢ່າງໃດ.

ທ່ານເຄັນຈີ ກິຊູກະ (Kennji Kizuka) ຫົວໜ້າອົງການຄົ້ນຄວ້າເພື່ອປົກປ້ອງ ສິດທິມະ
ນຸດຂອງອົບພະຍົບກ່ອນອື່ນໝົດນັ້ນ ກ່າວຢູ່ໃນຖະແຫຼງການວ່າ “ອັນທີ່ລັດຖະບານຂອງ
ທ່ານໄບເດັນຮ້ອງວ່າ ການຈຳກັດຮັດແຄບທາງດ້ານສາທາລະນະສຸກ ແກ່ຜູ້ຂໍລີ້ໄພນັ້ນ
ເປັນມາດຕະການທີ່ຮ້າຍແຮງທີ່ບໍ່ສະເໝີຕົ້ນສະເໝີ ປາຍ.”

ຢູ່ໃນລາຍງານທີ່ນຳອອກເຜີຍແຜ່ໃນອາທິດນີ້ ກຸ່ມປົກປ້ອງສິດທິິມະນຸດກ່ອນອື່ນໝົດໄດ້
ຈົດບັນທຸກ 7,600 ກໍລະນີຂອງພວກຄົນເຂົ້າເມືອງທີ່ລັດຖະບານທ່ານໄບເດັນ ໄດ້ສົ່ງກັບ
ຄືນປະເທດ ພາຍໃຕ້ມາດຕາ 42 ຜູ້ຊຶ່ງໃນເວລາຕໍ່ມາໄດ້ຖືກ ລັກພາໂຕ ຫຼືຕົກເປັນຜູ້ເຄາະ
ຮ້າຍ ຂອງຄວາມຮຸນແຮງ ໃນເຂດຊາຍແດນຂອງ ເມັກຊິໂກທີ່ເຕັມໄປດ້ວຍອາຊະຍາ
ກຳນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG