ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

IMF ຫຼຸດລະດັບ ຄາດການຂອງຕົນ ກ່ຽວກັບເສດຖະກິດໂລກ (ວີດີໂອ)


IMF Cuts Growth Forecast, Warns US on Borrowing Limit
please wait

No media source currently available

0:00 0:02:27 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ອົງການ​ກອງ​ທຶນ​ສາກົນ ຫຼື IMF ​ໄດ້​ຫຼຸດ​ລະດັບການ​ຄາດ​ການ
ຂອງ​ຕົນ ກ່ຽວ​ກັບເສດຖະກິດ​ໂລກ​ລົງ ໂດຍ​ອ້າງ​ວ່າ​ ຍ້ອນ​ການ​
ເຕີບ​ໂຕທີ່​ຊັກ​ຊ້າ​ກວ່າ ​ທີ່​ໄດ້​ຄາດ​ການ​ໄວ້​ໃນ​ກຸ່ມ​ປະ​ເທດພວມ​
ພັດທະນາ​ນັ້ນ. ເຖິງ​ແມ່ນ​ວ່າ​ ການ​ປະ​ເມີນ​ ຈະ​ຕໍ່າລົງໜ້ອຍ​ນຶ່ງ​
ຈາກ​ຄາດໝາຍ ໃນ​ເມື່ອກ່ອນ​ກໍ​ຕາມ ແຕ່ອົງການ​IMF ກໍ​ຫລິ່ງ
ເຫັນ​ການ​ເຕີບ​ໂຕ​ຂຶ້ນ​ຂອງເສດຖະກິດ​ໂລກ​ຈາກ 2.9% ໃນ​ປີ​ນີ້ ​
ເປັນ 3.6%ໃນ​ປີ 2014. ສໍາລັບເວລາ​ນີ້ ແຫຼ່ງແຫ່ງ​ຄວາມ​ບໍ່​ແນ່
ນອນ​ອັນໃຫຍ່​ທີ່​ສຸດຂອງ​ການ​ເຕີບ​ໂຕ​ ກໍອາດ​ແມ່ນ​ສະຫະລັດ.
Mil Arcega ຜູ້​ສື່​ຂ່າວ​ວີ​ໂອ​ເອມີ​ລາຍ​ງານ​ເລຶ່ອງນີ້ ຊຶ່ງ​ທອງ​ປານ​
ຈະ​ນໍາ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ

ລິງໂດຍກົງ

ລາຍ​ງານ​ຂອງອົງການ​ກອງ​ທຶນ​ສາກົນ ຫຼື IMF ບັນ​ລະ​ຍາຍ​ເຖິງ​ ​ເສດຖະກິດ​ໂລກ ​ທີ່​ກໍາລັງ​ມີ​ການ​ປ່ຽນ​ແປງ ກໍ​ຄື ​ໃນ​ຂະນະ​ທີ່​ບັນດາເສ​ດຖະ ກິດ​ທີ່​ຈະ​ເລີນທັງຫຼາຍ​ໃນ​ພາກ​ພື້ນ​ຢູ​ໂຣບ ກໍາລັຕ່າວ​ປິ້ນຄືນ​ຈາກ​ການ​ຕົກ​ຕໍ່າ ລົງ​ເມື່ອບໍ່​ດົນ​ມາ​ນີ້ ​ ​ການ​ເຕີບ​ໂຕ​ທີ່​ວ່ອງ​ໄວ​ໃນ​ກຸ່ມ​ຕະ
ຫຼາດ​ທີ່​ກໍາ​ລົງໂຜ່​ໂຕ​ຂຶ້ນມານັ້ນ ຊໍ້າພັດຄ່ອຍໆ​ຕົກ​ຕໍ່າລົງ​ໄປ​.

ທ່ານ Olivier Blanchard ຫົວໜ້າ​ນັກ​ເສດຖະສາດ ປະ​ຈໍາ IMF ມີ ຄວາມ​ເຫັນ​ກ່ຽວ​ກັບ​ເລຶ່ອງນີ້​ວ່າ:

“ບັນດາ​ເສດຖະກິດທີ່​ຈະ​ເລີນ​ທັງຫຼາຍ ກໍາລັງ​ເຂັ້ມ​ແຂງ​ຂຶ້ນ​ໄປ​ຢ່າງ​ຊ້າໆ
ແບບ​ບໍ່​ຫຼາຍ​ກໍ​ໜ້ອຍ​ຕາມ​ທີ່ພວກ​ເຮົາໄດ້ທໍານາຍໄວ້ໃນ​ເມື່ອ​ກ່ອນ. ​ແຕ່​
ໃນ​ຂະນະ​ດຽວ​ກັນ ບັນດາ​ເສດຖະກິດ​ຕະຫຼາດ​ທີ່​ກໍາລັງ​ໂຜ່​ໂຕ ຂຶ້ນ​ມາ
ທັງຫຼາຍ​ ຊໍ້າພັດຊັກ​ຊ້າ​ລົງ ​ແລະໄດ້ຊັກ​ຊ້າ​ລົງ​ ຫຼາຍ​ກວ່າ​ທີ່​ພວກ​ເຮົາ​
ທໍານາຍ​ໄວ້​ ໃນ​ເດືອນ​ກໍ​ລະກົດ​ຜ່ານ​ມາ.”


​ແຕ່​ວ່າການ​ເຕີບ​ໂຕ​ນັ້ນ​ມີ​ຄວາມ​ກ່ຽວພັນ​ກັນ​. IMF ​ເວົ້າ​ວ່າ ໂຕ​ຢ່າງ ​ເສດຖະກິດ​ຂອງ​ຈີນ. ເຖິງ​ແມ່ນ​ຈະຖືກ​ຫຼຸດລະດັບ​ການຂະຫຍາຍ​ໂຕ​ລົງໜ້ອຍ​ນຶ່ງ​ຈາກ​ລະດັບທີ່ໄດ້​ທໍາ ນາຍ​ໄວ້​ກ່ອນ​ນີ້ກໍ​ຕາມ ​ແຕ່ການ​ເຕີບໂຕ​ຂອງ​ຈີນ​ກໍຍັງ​ຄົງ​ຈະ​ຢູ່​ໃນ​ລະດັບ​ສູງ​ສົມຄວນ ຄື 7.6% ​ໃນ​
ປີ​ນີ້.

ສ່ວນ​ອິນ​ເດຍ ທີ່​ໄດ້​ເຫັນການ​ຕົກ​ຕໍ່າລົງ​ຢ່າງໃຫຍ່ໃນຄ່າ​ເງິນຕາ​ຂອງ​ຕົນນັ້ນ ​ກໍແມ່ນຈະ​ສືບຕໍ່ເຕີບ​ໂຕ ​ໃນ​ອັດຕາ​ 5.1% ຕໍ່ປີ.

ແຕ່​ວ່າ​ສະຫະລັດ​ ທີ່​ມີ​ການຂະຫຍາຍ​ໂຕ​ໃນ​ອັດຕາ ພໍ​ແຕ່ 1.6 ​ເປີເຊັນ​ໃນ​ປີ​ນີ້​ ​ໄດ້ກາຍມາ
​ເປັນຈຸດ​ອັນ​ໂດດ​ເດັ່ນທີ່​ສ້າງ​ຄວາມ​ເປັນ​ຫ່ວງໃນ​ທົ່ວ​ໂລກ​. ​ເຖິງ​ແມ່ນ​ IMF ​ຈະ​ເວົ້າ​ວ່າ ກິດຈະ​ກໍາທາງເສດຖະກິດ​ຂອງ​ສະຫະລັດ​ຈະ​ເພີ່ມ​ຂຶ້ນ​ໃນ​ປີ 2014 ໃນ​ຂະນະ​ທີ່ຜົນກະ
ທົບ​ຂອງການ​ຕັດ​ການ​ໃຊ້​ຈ່າຍລົງຂອງ​ລັດຖະບານ ຈາງ​ຫາຍໄປ​ນັ້ນກໍ​ຕາມ ​ແຕ່ທ່ານ Blanchard ​ເວົ້າວ່າ ການ​ປິດ​ກິດຈະການ​ລັດຖະບານ​ສະຫະລັດ​ທີ່ແກ່​ຍາວ​ອອກ​ໄປ​ນັ້ນ ພ້ອມທັງການ​ຖົກ​ຖຽງກັນກ່ຽວ​ກັບ​ລະດັບ​ເພດານ​ໜີ້​ສິນ​ຂອງສະຫະລັດນັ້ນ ກໍ​ອາດ​ຈະ​ສົ່ງ​
ຜົນ​ໃຫ້ ​ສະພາບ​ການປ່ຽນ​ແປງ​ໄປ​ໄດ້. ທ່ານ Blanchard ​ເວົ້າວ່າ:

ທ່ານ Olivier Blanchard ຫົວໜ້າຝ່າຍເສດຖະກິດ ປະຈໍາ ກອງທຶນສາກົນ ຫລື IMF
ທ່ານ Olivier Blanchard ຫົວໜ້າຝ່າຍເສດຖະກິດ ປະຈໍາ ກອງທຶນສາກົນ ຫລື IMF

“ຜົນ​ກະທົບ​ຕ່າງໆ​ຈາກການ​ທີ່​ສະຫະລັດ​ ບໍ່​ສາມາດ​ຊໍ​າລະ
ໜີ້ສິນ​ຄືນ​ໄດ້​ນັ້ນ ​ແມ່ນ​ຈະ​ຮູ້ສຶກ​ກັນ​ໃນທັນທີ ​ແລະຈະສົ່ງ
ຜົນ​ເຮັດ​ໃຫ້ ເກີດ​ການ​ລົບ​ກວນ ທີ່​ມີຄວາມ​ສາມາດ​ບົ່ມ
​ຊ້ອນ​ທີ່​ຈະ​ສ້າງ​ບັນ​ຫາອັນໃຫຍ່​ຫຼວງ ​ຕໍ່ຕະຫຼາດ​ການ​ເງິນ​
ທັງ​ຢູ່ໃນ​ສະຫະລັດ ​ແລະ​ຕ່າງປະ​ເທດໄດ້.”


ກະຊວງການ​ເງິນ​ສະຫະລັດ​ເວົ້າ​ວ່າ​ ຖ້າ​ບໍ່​ມີ​ການ​ຕົກລົງ​ກັນ​ໄດ້​
ໃນ​ສະພາ​ຄອງ​ແກຣສ ​ເພື່ອຍົກລະດັບ​ໜີ້​ສິນ​ຂອງ​ປະ​ເທດ​ຂຶ້ນ
ຈາກ​ຈໍານວນ 16 ພັນ 700 ​ຕື້​ໂດ​ລ່ານັ້ນ ລັດຖະບານ​ກໍ​ຈະບໍ່​ມີ
​ເງິນ​ເພື່ອ​ຊໍາລະ​ໜີ້​ໄດ້​ຕາມ​ກໍາໜົດ ຄື​ວັນ​ທີ 17 ຕຸລາ​ນີ້. ໜີ້​ສິນ​
ຂອງ​ລັດຖະບານ​ສະຫະລັດ ກໍ​ຄື​ເງິນ​ດອກ​ເບ້ຍ​ສໍາ​ຫລັບ​ພັນທະບັດ ທີ່​ເອກະ​ຊົນ​ແລະ​
ປະເທດຕ່າງໆ​ຊື້​ເອົາ​ໄວ້ ​ແລະ​ເງິນ​ທີ່​ຈະ​ຊື້​ເອົາ​ພວກ​ພັນທະບັດ​ທີ່​ຮອດ​ກໍານົດ​ນັ້ນ ​ຄືນ.

ຈີນ ຊຶ່ງ​ເປັນ​ປະ​ເທດ​ທີ່​ມີພັນທະບັດ​ຂອງ​ສະຫະລັດຫລາຍ​ກ່ວາ​ໝູ່ ຄືໃນ​ມູນ​ຄ່າຫລາຍ
ກວ່າ 1200 ຕື້​ໂດ​ລ່າ​ນັ້ນ ໄດ້​ຮຽກຮ້ອງ​ໃຫ້​ວໍ​ຊິງ​ຕັນ ຈົ່ງ​ໄດ້​ເອົາ​ບາດກ້າວ​ໃນ​ທັນທີ ​ເພື່ອ​
ຫຼີກ​ຫຼ່ຽງບໍ່​ໃຫ້​ເກີດ​ວິ​ກິດ​ການ​ຂຶ້ນມາ​ໄດ້. ​ທ່ານ Zhu Guangyao ຮອງ​ລັດຖະມົນຕີ​ການ​
ເງິນ​ຈີນ ​ກ່າວ​ດັ່ງ​ນີ້:

ຮອງລັດຖະມົນຕີການເງິນຈີນ ທ່ານ Zhu Guangyao
ຮອງລັດຖະມົນຕີການເງິນຈີນ ທ່ານ Zhu Guangyao

“ພວກ​ເຮົາ​ເປັນ​ຫ່ວງ​ ກ່ຽວ​ກັບ​ສິ່ງ​ທີ່​ກໍາລັງ​ຜັນ​ຂະຫຍາຍ​
ອອກ ຢູ່​ໃນ​ວິ​ກິດ​ການການ​ເງິນຂອງສະຫະລັດນັ້ນ ​ແລະ​
ຂໍ​ຮ້ອງ​ໃຫ້​ສະຫະລັດ​ຈົ່ງ​ເອົາ​ໃຈ​ໃສ່​ ຕໍ່ຄໍາຮຽກຮ້ອງ​ທີ່​ສົມ​
ເຫດ​ສົມ​ຜົນຂອງຈີນ ​ເພື່ອ​ຮັບປະ​ກັນ​ຄວາມ​ປອດ​ໄພ​ຂອງ
ເງິນ​ລົງທຶນ​ຂອງ​ຈີນນັ້ນ.”


ທາງ​ດ້ານ IMF ກໍ​ເວົ້າ​ວ່າ ຕົນ​ເຊື່ອ​ໝັ້ນ​ວ່າ ສະມາຊິກລັດຖະ​
ສະພາ​ສະຫະລັດຈະສາມາດ​ຫຼີກ​ເວ້ນ​ຈາກວິ​ກິດການ​ໜີ້​ສິນ​
ນັ້ນໄດ້. ​ແຕ່​ບັນດາ​ນັກ​ເສດຖະສາດ​ເຕືອນ​ວ່າ ຖ້າ​ຫາກ​ສະຫະ
ລັດ​ແກ້​ໄຂ​ບໍ່​ໄດ້​ແລ້ວ ມັນກໍຈະສາມາດ​ສົ່ງ​ ຜົນກະທົບ​ຢ່າງ​ໃຫຍ່ຫຼວງ​ຕໍ່ຕະຫຼາດການເງິນ
ທໍາລາຍ​ຄະ​ແນນຄວາມ​ໜ້າ​ເຊື່ອ​ຖື​ດ້ານສິນ​ເຊື່ອ​ຂອງ​ປະ​ເທດ ​ແລະມີ​ຄວາມ​ສາມາດ​ບົ່ມ​
ຊ້ອນ ທີ່ຈະເຮັດ​ໃຫ້​ສະຫະລັດ​ແລະ​ບັນດາພາຄີ​ການ​ຄ້າ​ຂອງສະຫະລັດ ​ກ້າວ​ເຂົ້າສູ່ສະພາ
ວະຖົດຖອຍທີ່​ຮ້າຍ​ແຮງທີ່​ສຸດ​ໄດ້ ຊຶ່ງ​ບາງ​ຄົນ​ກໍ​ເວົ້າ​ວ່າ ມັນ​ອາດ​ຮ້າຍ​ແຮງ​ກວ່າ​ເທື່ອຫຼັງສຸດ
​ທີ່ຜ່ານ​ມາ ຄືເມື່ອປີ 2008 ນັ້ນ​ກໍ​ໄດ້.

ເບິ່ງວີດີໂອກ່ຽວກັບ ການທໍານາຍຂອງ IMF ສໍາລັບເສດຖະກິດໃນເອເຊຍ ຕາເວັນອອກສຽງໃຕ້:

IMF: Growth Prospects Weaken in Emerging Asia, Pacific Economies
please wait

No media source currently available

0:00 0:02:07 0:00
ລິງໂດຍກົງ
XS
SM
MD
LG