ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທຶນການເງິນສາກົນເວົ້າວ່າ ເສດຖະກິດລາວ ໃນປີ 2020 ຈະຫລຸດລົງ ຍ້ອນການລະບາດຂອງ COVID-19


ການຜະລິດກະສິກໍາຂອງລາວ
ການຜະລິດກະສິກໍາຂອງລາວ

ກອງທຶນການເງິນສາກົນ ປັບຫລົດການຂະຫຍາຍໂຕທາງເສດຖະກິດຂອງລາວ ໃນປີ
2020 ຈາກ 6.2 ເປີເຊັນ ລົງມາເປັນ 0.7 ເປີເຊັນ ຍ້ອນການລະບາດຂອງ COVID-19 ໂດຍການບໍລິການຈະຖືກກະທົບໜັກທີ່ສຸດ ຊຶ່ງ ຊົງລິດ ໂພນເງິນ ມີລາຍງານຈາກ
ບາງກອກ

ກອງທຶນການເງິນສາກົນ IMF ໄດ້ປັບຫຼົດຄາດໝາຍການເຕີບໂຕທາງເສດ ຖະກິດໃນບັນດາປະເທດສະມາຊິກອາຊຽນລົງທັງ 10 ປະເທດ ຍ້ອນຜົນ ກະທົບຈາກການລະບາດຂອງເຊື້ອໄວຣັສສາຍໃໝ່ COVID-19 ໂດຍໃນ ນີ້ກໍມີ 4 ປະເທດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແລະຄາດວ່າ ຍອດ ຜະລິດຕະພັນລວມ ຫຼື (GDP) ໃນປີ 2020 ຈະຫຼົດລົງຈາກປີ 2019 ຊຶ່ງ ກໍຄື ໄທ ສິງກະໂປ ມາເລເຊຍ ແລະກຳປູເຈຍ ທີ່ຄາດວ່າ GDP ຈະຫຼົດລົງ 6.7 ເປີເຊັນ 3.5 ເປີເຊັນ 1.7 ເປີເຊັນ ແລະ 1.6 ເປີເຊັນ ຕາມລໍາດັບ.

ສ່ວນຫວຽດນາມນັ້ນ IMF ຄາດວ່າ GDP ຈະເຕີບໂຕສູງທີ່ສຸດໃນອາຊຽນ ກໍ ຄືທີ່ລະດັບ 2.7 ເປີເຊັນ ຕິດຕາມດ້ວຍມຽນມາ ບຣູໄນ ລາວ ຟິລິບປີນ ແລະ ອິນໂດເນເຊຍ ຕາມລຳດັບ ຫາກແຕ່ກໍເປັນລະດັບການເຕີບໂຕທາງເສດຖະກິດ ທີ່ຫຼົດລົງທຸກປະເທດ ໂດຍສຳລັບລາວນັ້ນ ໄດ້ມີການຫຼົດລະດັບການຂະ ຫຍາຍໂຕທາງເສດຖະກິດລົງຈາກເດີມເຖິງ 5.5 ເປີເຊັນ ຊຶ່ງກໍຄືຈາກ 6.2 ເປີເຊັນ ລົງມາເປັນ 0.7 ເປີເຊັນ ເທົ່ານັ້ນໃນຕະຫຼອດປີ 2020 ທັງຍັງຖືເປັນ ຄາດໝາຍທີ່ຕໍ່າກວ່າ ທະນາຄານພັດທະນາເອເຊຍ (ADB) ອີກດ້ວຍ.

ທັງນີ້ໂດຍ ADB ໄດ້ປັບຫຼົດຄາດໝາຍການເຕີບໂຕທາງເສດຖະກິດຂອງລາວ ໃນປີ 2020 ຈາກລະດັບ 6.2 ເປີເຊັນ ລົງມາເປັນ 3.5 ເປີເຊັນ ຍ້ອນຜົນກະ ທົບຈາກການລະບາດຂອງເຊື້ອໄວຣັສ COVID-19 ໃນປັດຈຸບັນໂດຍພາກບໍລິການ ແລະທ່ອງທ່ຽວຈະຖືກກະທົບໜັກທີ່ສຸດ

ແລະຄາດວ່າຈະຂະຫຍາຍໂຕໃນອັດຕາ ສະເລ່ຍພຽງ 1.3 ເປີເຊັນ ເທົ່ານັ້ນ ທຽບກັບປີ 2019 ສ່ວນພາກກະສິກຳ ແລະ ພາກອຸດສາຫະກຳ ຈະຂະຫຍາຍໂຕເພີ້ມຂຶ້ນພຽງ 2.5 ເປີເຊັນ ແລະ 5.7 ເປີເຊັນ

ຕາມລະດັບ ຊຶ່ງຫຼົດລົງທຸກດ້ານທຽບໃສ່ປີ 2019 ທີ່ພາກກະສິກຳ ພາກອຸດ ສາຫະກຳ ແລະການບໍລິການຂະຫຍາຍໂຕເພີ້ມຂຶ້ນ 2.5 ເປີເຊັນ 7.1 ເປີເຊັນ ແລະ 5 ເປີເຊັນ.

ພ້ອມກັນນີ້ ADB ຍັງຄາດໜາຍວ່າ ລັດຖະບານລາວຈະຕ້ອງປະເຊີນບັນຫາ ຂາດດູນບັນຊີໝູນວຽນເງິນຕາຕ່າງປະເທດເຖິງ 9.4 ເປີເຊັນ ຂອງ GDP ໃນປີ 2020 ຊຶ່ງກໍຈະເຮັດໃຫ້ທຶນສໍາລອງເງິນຕາຕ່າງປະເທດເຫຼືອບໍ່ເຖິງ 1,000 ລ້ານໂດລາສະຫະລັດ ຫຼືເທົ່າກັບການນໍາເຂົ້າສິນຄ້າບໍ່ເຖິງ 2 ເດືອນເທົ່ານັ້ນ.

ກ່ອນໜ້ານີ້ ລັັດຖະບານລາວໄດ້ວາງກົດໝາຍ ການຂະຫຍາຍໂຕທາງເສດຖະ ກິດປີ 2020 ໄວ້ທີ່ລະດັບ 6,5 ເປີເຊັນ ຊຶ່ງຈະເຮັດໃຫ້ GDP ມີມູນຄ່າລວມ ເຖິງ 117,780 ຕື້ກີບ ສາມາດຕົວສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວທີ່ ລະດັບ 2,733 ໂດລາສະຫະລັດ ຕໍ່ຄົນຕໍ່ປີ ແລະພາກບໍລິການຈະມີມູນຄ່າທາງ ເສດຖະກິດຫຼາຍທີ່ສຸດ ຕິດຕາມດ້ວຍພາກອຸດສາຫະກໍາ ແລະພາກກະສິກໍາ ຫາກແຕ່ວ່າດ້ວຍຜົນກະທົບຈາກລະບາດໄວຣັສ COVID-19 ຈຶ່ງເຮັດໃຫ້ເປັນ ໄປບໍ່ໄດ້ຢ່າງແນ່ນອນ ໂດຍໃນປັດຈຸບັນທາງການລາວກຳລັງດຳເນີນການສຳ ຫຼວດ ແລະເກັບກຳຂໍ້ມູນຜົນກະທົບຕໍ່ພາກທຸລະກິດຕ່າງໆຢ່າງລະອຽດເພື່ອທີ່ວ່າ ຈະໄດ້ກຳນົດມາດຕະການຟື້ນຟູຕໍ່ໄປ ດັ່ງທີ່ທ່ານສົມຈິດ ອິນທະມິດ ຮອງລັດຖະ ມົນຕີອຸດສາຫະກໍາ ແລະການຄ້າ ໄດ້ໃຫ້ການຢືນຢັນວ່າ

“ພວກເຮົາກຳລັງຄົ້ນຄວ້າເກັບກໍາຂໍ້ມູນ ໃຫ້ພາກທຸລະກິດລາຍງານຜົນກະທົບຄວາມອາດ
ສາມາດທີ່ຈະແກ້ໄຂໃນໄລຍະລະບາດນີ້ ແລະກະໄລຍະຟື້ນຟູ ຫຼັງຈາກໄລຍະລະບາດ
ພວກເຮົາກໍໄດ້ກຳລັງຄົ້ນຄວ້າມາຮອດປັດຈຸບັນນີ້ ເຮົາ ເຫັນວ່າໂຕເລກມັນຍັງຊົງໂຕຢູ່

ໃນກຸ່ມຜູ້ທີ່ຫັ້ນມັນບໍ່ໄດ້ກະຈາຍ ໄປຊໍ້າ ພວກເຮົາຫວັງວ່າລັດຖະບານຈະພິຈາລະນາໄປ
ໃນແງ່ບວກເຮັດໃຫ້ທຸະລະກິດ ເຮົາສາມາດກັບມາດຳເນີນການໄດ້.”

ທາງດ້ານສະພາອຸດສາຫະກຳ ແລະການຄ້າຂອງສະຫະພາບຢູໂຣບ (EU) ປະຈຳລາວ
ຄາດການວ່າ ການລະບາດຂອງເຊື້ອໄວຣັສ COVID-19 ຈະເຮັດໃຫ້ ເກີນກວ່າ 70 ເປີ
ເຊັນຂອງຫົວໜ່ວຍທຸລະກິດທັງໝົດໃນລາວ ຕ້ອງສູນເສຍ ລາຍໄດ້ຫຼາຍກວ່າ 50 ເປີເຊັນ
ຂອງລາຍໄດ້ທັງໝົດໃນຕະຫຼອດປີ 2020 ຊຶ່ງຈະເຮັດໃຫ້ຫົວໜ່ວຍທຸລະກິດເຫລົ່ານີ້ບໍ່ມີ
ເງິນສຳລັບຊຳລະໜີ້ເງິນກູ້ ແລະ ດອກເບ້ຍ ໃຫ້ທະນາຄານ ທັງຍັງຈະເຮັດໃຫ້ຕ້ອງເລີກ
ຈ້າງພະນັກງານຈຳນວນຫຼາຍອີກດ້ວຍ.ທັງນີ້ ສະພາອຸດສາຫະກຳ ແລະການຄ້າແຫ່ງ
ຊາດລາວປະເມີນວ່າ ສະເພາະທຸ ລະກິດໃນພາກບໍລິການທ່ອງທ່ຽວ ຈະມີການເລີກ
ຈ້າງພະນັກງານ ຫຼາຍກວ່າ 7 ໝື່ນຄົນ ໃນ 3 ເດືອນຕໍ່ໜ້າແລະສະຖາບັນຄົ້ນຄວ້າ
ເສດຖະກິດແຫ່ງຊາດຄາດ ວ່າພາກບໍລິການໃນລາວຈະສູນເສຍລາຍໄດ້ເກີນກວ່າ
350 ລ້ານໂດລາສະຫະ ລັດ.

XS
SM
MD
LG