ຢູ່ທີ່ກອງປະຊຸມຮ່ວມ ຂອງກອງທຶນສາກົນ ຫຼື IMF ແລະ
ທະນາຄານໂລກ ຫຼື WB ໃນວໍຊິງຕັນ ດີຊີ ເມື່ອອາທິດ
ຜ່ານມານີ້ ໄດ້ມີການຊຸກຍູ້ໃຫ້ເພີ້ມອຳນາດ ໃນການລົງ
ຄະແນນສຽງ ຢູ່ໃນ IMF ຂອງບັນດາປະເທດ ທີ່ກ້າວຂຶ້ນມາ
ມີບົດບາດທາງເສດຖະກິດ ເຊັ່ນຈີນ ແລະ ອິນເດຍ ນັ້ນ
ຕາມທີ່ໄດ້ຕົກລົງກັນມາແລ້ວ ໃນປີ 2010.
ລັດຖະບານ ທ່ານໂອບາມາ ສະໜັບສະໜຸນ ການປະຕິຮູບດັ່ງກ່າວ ແຕ່ບໍ່ສາມາດເກ້ຍກ່ອມ
ໃຫ້ບັນດາສະມາຊິກສະພາ ຕົກລົງເຫັນດີກັບການປ່ຽນແປງ ຢູ່ທີ່ IMF ບ່ອນທີ່ສະຫະລັດ
ມີສິດອຳນາດ ໃນການຍັບຢັ້ງ ຫຼື ວີໂຕ້ນັ້ນ.
ລັດຖະມົນຕີການເງິນສະຫະລັດ ທ່ານ Jacob Lew ກ່າວໃນວັນສຸກຜ່ານມາວ່າ
ລັດຖະບານ ທ່ານໂອບາມາ ສືບຕໍ່ “ຂັບດັນໃຫ້ເຖິງທີ່ສຸດ” ຄວາມຈຳເປັນສຳຫຼັບ
ການປະຕິຮູບ ເພື່ອເຮັດໃຫ້ IMF ທັນສະໄໝຂຶ້ນ.
ທ່ານ Lew ກ່າວວ່າ “ລັດຖະສະພາ ຈຳເປັນຕ້ອງດຳເນີນການ” ແລະກ່າວຕື່ມວ່າ
ການສືບຕໍ່ ບໍ່ຮັບຮອງເອົາການປະຕິຮູບດັ່ງກ່າວ ກຳລັງເຮັດໃຫ້ບັນດາພັນທະມິດ ຈຳນວນ
ນຶ່ງ ມີຄວາມສົງໄສໃນພັນທະຂອງສະຫະ ລັດ ຕໍ່ IMF ແລະ ສະຖາບັນຫຼາຍຝ່າຍອື່ນໆອີກ.
ກອງປະຊຸມດ້ານການເງິນໃນວໍຊິງຕັນ ຈະປິດລົງໃນວັນອາທິດມື້ນີ້ ທ່າມກາງຄວາມກັງວົນ
ທີ່ມີຫຼາຍຂຶ້ນ ທີ່ວ່າ Greece ອາດບໍ່ສາມາດ ບັນລຸຂໍ້ຕົກລົງ ກັບບັນດາເຈົ້າໜີ້ ກໍຄື
ສະຫະພາບຢູໂຣບ ແລະ IMF ກ່ຽວກັບການກູ້ຢືມເງິນ 270 ຕື້ດອນລາ ເພື່ອຟື້ນຟູ
ເສດຖະກິດນັ້ນ.
At the meeting of the IMF and World Bank in Washington, DC this week, there has been a push to raise the voting power of emerging countries such as China and India at the IMF, as was agreed to in 2010.
The Obama administration supports the reform, but has been unable to persuade U.S. lawmakers to agree to the changes at the IMF where the United States has veto authority.
U.S. Treasury Secretary Jacob Lew said Friday the Obama administration continues to "drive home" the need for reforms to modernize the IMF.
He said "Congress needs to act," adding that continued failure to approve reforms is causing some allies to question a U.S. commitment to the IMF and other multilateral institutions.
The finance meeting in Washington comes to a close Sunday, amid growing concerns Greece may fail to reach agreement with its European Union and IMF creditors on a $270 billion financial bailout package.