ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ອົງ​ການ IMF ຫຼຸດ​ລະ​ດັບ​ການ​ພະ​ຍາ​ກອນ​ເສດ​ຖະ​ກິດ​ໂລກ​ຂອງ​ເຂົາ​ເຈົ້າ


ທ່ານ ໂທບ​າ​ຍ​ສ໌ ເອດ​ຣຽນ, ທີ​ສອງ​ຈາກ​ຂວາ, ຜູ້​ອຳ​ນວຍ​ການ​ພະ​ແນກ​ການ​ເງິນ ແລະ ຕະຫຼາດ​ເງິນ​ທຶນ​ຢູ່​ອົງ​ການກອງ​ທຶນ​ສາ​ກົນ, ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ໃນ​ລະ​ຫວ່າງກອງ​ປະ​ຊຸມ​ປະ​ຈຳ​ປີ 2022 ຂອງ​ອົງ​ການ IMF ແລະ ທະ​ນາ​ຄານ​ໂລກ, 11 ຕຸ​ລາ 2022, ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ.
ທ່ານ ໂທບ​າ​ຍ​ສ໌ ເອດ​ຣຽນ, ທີ​ສອງ​ຈາກ​ຂວາ, ຜູ້​ອຳ​ນວຍ​ການ​ພະ​ແນກ​ການ​ເງິນ ແລະ ຕະຫຼາດ​ເງິນ​ທຶນ​ຢູ່​ອົງ​ການກອງ​ທຶນ​ສາ​ກົນ, ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ໃນ​ລະ​ຫວ່າງກອງ​ປະ​ຊຸມ​ປະ​ຈຳ​ປີ 2022 ຂອງ​ອົງ​ການ IMF ແລະ ທະ​ນາ​ຄານ​ໂລກ, 11 ຕຸ​ລາ 2022, ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ.

ອົງ​ການກອງ​ທຶນ​ສາ​ກົນ ຫຼື IMF ​ໃນ​ວັນ​ອັງ​ຄານ​ວານນີ້​ໄດ້ຫຼຸດ​ຄວາມ​ຄາດ​ຫວັງ​ຂອງ​ເສດ​ຖະ​ກິດ​ໂລກ​ປີ 2023 ຂອງ​ເຂົາ​ເຈົ້າ​ລົງ, ໂດຍ​ອ້າງ​ເຖິງ​ສົງ​ຄາມ​ຂອງ ຣັດ​ເຊຍ ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ຕໍ່ ຢູ​ເຄ​ຣນ, ຄວາມ​ກົດ​ດັນ​ຂອງ​ອັດ​ຕາ​ເງິນ​ເຟີ້​ທີ່ກວ້າງ​ຂວາງ ແລະ ອັດ​ຕາ​ພາ​ສີ​ທີ່​ສູງ​ຂຶ້ນ ເພື່ອ​ຂະ​ຫຍາຍ​ອັດ​ຕາ​ການ​ກູ້​ຢືມ​ສຳ​ລັບ​ທັງ​ທຸ​ລະ​ກິດ ແລະ ຜູ້​ບໍ​ລິ​ໂພກ.

ອົງ​ການ​ໃຫ້​ກູ້​ຢືມ​ເງິນ​ທີ່​ມີ 190 ປະ​ເທດ​ນັ້ນ​ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ຄາດ​ວ່າ​ຈະ​ມີ​ອັດ​ຕາ​ການ​ເຕີບ​ໂຕ​ໃນ​ທົ່ວ​ໂລກ​ເລັກ​ນ້ອຍທີ່ 2.7 ເປີ​ເຊັນ​ໃນ​ປີ​ໜ້າ, ເຊິ່ງຫຼຸດ​ລົງ​ຈາກ 2.9 ເປີ​ເຊັນ​ທີ່​ເຂົາ​ເຈົ້າ​ໄດ້​ຄາດ​ໄວ້​ໃນ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ. ອົງ​ການ IMF ​ໄດ້ປ່ອຍ​ການ​ຄາດ​ຄະ​ເນ​ເຂົາ​ເຈົ້າ​ສຳ​ລັບ​ປີ 2022 ໄວ້​ຄື​ເກົ່າ ຢູ່​ທີ 3.2 ເປີ​ເຊັນ ທີ່​ສູງກວ່າ​ເຄິ່ງນຶ່ງ​ຂອງ​ການ​ເຕີບ​ໂຕ​ປີ​ກາຍນີ້ 6 ເປີ​ເຊັນ.

ນອກ​ຈາກ​ຈຸດ​ສູງ​ສຸດ​ຂອງ​ໂຣກ​ລະ​ບາດ ໂຄວິດ-19 ໃນ​ປີ 2020 ນັ້ນ, ອົງ​ການ IMF ໄດ້​ກ່າວ​ວ່າມັນ​ເປັນ “ລັກ​ສະ​ນະ​ການ​ເຕີບ​ໂຕ​ທີ່​ອ່ອນ​ແອ​ທີ່​ສຸດ​ນັບ​ຕັ້ງ​ແຕ່​ປີ 2001. ສິ່ງ​ຮ້າຍ​ແຮງ​ແມ່ນ​ຍັງ​ບໍ່​ໄດ້​ເກີດ​ຂຶ້ນ​ເທື່ອ ແລະ ສຳ​ລັບ​ປະ​ຊາ​ຊົນຫຼາຍ​ຄົນ, ປີ 2023 ຈະ​ຮູ້​ສຶກ​ຄື​ກັບ​ພາ​ວະ​ເສດ​ຖະ​ກິດ​ຕົກ​ຕ່ຳ.”

ຫຼາຍກວ່ານຶ່ງ​ສ່ວນ​ສາມ​ຂອງ​ເສດ​ຖະ​ກິດ​ໂລກ​ຈະ​ເຫັນ​ການ​ເຕີບ​ໂຕ​ທີ່​ເປັນ​ຜົນ​ລົບ​ສອງ​ມາດ​ຕາ​ຕິດ​ຕໍ່​ກັນ​ໃນ​ປີ​ຈະ​ມາ​ເຖິງນີ້, ອີງ​ຕາມ​ການ​ຄາດ​ການ​ຂອງ IMF.

ພາ​ວະ​ຕົກ​ຕ່ຳ​ໃນ​ການ​ພະ​ຍາ​ກອນ​ຂອງ​ອົງ​ການ IMF ບໍ່​ແມ່ນ​ສິ່ງ​ທີ່​ປະຫຼາດ​ໃຈ. ການ​ເຕີບ​ໂຕ​ແມ່ນ​ກຳ​ລັງ​ຊັກ​ຊ້າ​ໃນ​ສອງ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ຄື ສະ​ຫະ​ລັດ ແລະ ຈີນ, ໃນ​ຂະ​ນະ​ທີ່​ເສດ​ຖະ​ກິດ​ທີ່​ສຳ​ຄັນ​ໃນ ຢູ​ໂຣບ ແມ່ນ​ໄດ້​ປະ​ເຊີນ​ກັບ​ຜົນ​ກະ​ທົບ​ເສດ​ຖະ​ກິດ​ໃນ​ດ້ານ​ລົບ​ເຊັ່ນ​ກັນ. ຣັດ​ເຊຍ ແມ່ນ​ກຳ​ລັງ​ຮັບ​ມື​ກັບ​ມາດ​ຕະ​ການ​ລົງ​ໂທດ​ທີ່​ເຮັດ​ໃຫ້​ຊຸດ​ໂຊມ​ລົງ​ຈາກ ສະ​ຫະ​ລັດ ແລະ ພັນ​ທະ​ມິດ​ຕາ​ເວັນ​ຕົກ​ຂອງ​ເຂົາ​ເຈົ້າ​ສຳ​ລັບ​ການ​ເຮັດ​ສົງ​ຄາມ​ຕໍ່ ຢູ​ເຄ​ຣນ, ເຊິ່ງ​ຕອນນີ້​ມັນ​ຢູ່​ໃນ​ເດືອນ​ທີ 8 ແລ້ວ.

ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ຂອງ IMF ທ່ານ​ນາງ ຄ​ຣິ​ສ​ຕີ​ນາ ຈໍ​ຈີ​ເອ​ວາ, ໄດ້​ກ່າວ​ໃນ​ຂະ​ນະ​ທີ່ອົງ​ການ IMF ແລະ ທະ​ນາ​ຄານ​ໂລກ​ໄດ້​ປະ​ຊຸມ​ກັນ​ຢູ່​ນະ​ຄອນຫຼວງວໍ​ຊິງ​ຕັນນັ້ນ, ໄດ້​ເຕືອນ​ວ່າ “ຄວາມ​ສ່ຽງ​ຂອງ​ພາ​ວະ​ເສດ​ຖະ​ກິດ​ຕົກ​ຕ່ຳ​ແມ່ນ​ກຳ​ລັງ​ສູງ​ຂຶ້ນ” ໃນ​ທົ່ວ​ໂລກ ແລະ ວ່າ​ເສດ​ຖະ​ກິດ​ໂລກ​ແມ່ນ​ກຳ​ລັງ​ປະ​ເຊີນ​ກັບ “ໄລ​ຍະ​ທີ່​ແຕກ​ຫັກ​ໄດ້​ງ່າຍ​ໃນ​ປະ​ຫວັດ​ສາດ.”

ດ້ວ​ຍຄວາມບໍ່​ແນ່ນອນ​ດ້ານ​ເສດ​ຖະ​ກິດ ແລະ ລາ​ຄາ​ຜູ້​ບໍ​ລິ​ໂພກ​ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ​ໃນ ສະ​ຫະ​ລັດ ນັ້ນ, ອົງ​ການ IMF ໄດ້​ຕັດ​ການ​ຄາດ​ຄະ​ເນ​ໃນ​ການ​ເຕີບ​ໂຕ​ສຳ​ລັບ​ເສດ​ຖະ​ກິດ ອາ​ເມ​ຣິ​ກາ​ ລົງ​ເປັນ 1.6 ເປີ​ເຊັນ​ໃນ​ປີນີ້, ເຊິ່ງຫຼຸດ​ລົງ​ຈາກ​ການ​ຄາດ​ຄະ​ເນໃນ​ເດືອນ​ກໍ​ລະ​ກົດ​ 2.3 ເປີ​ເຊັນ. ອົງ​ການ IMF ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ຄາດ​ການ​ເຕີບ​ໂຕພຽງ 1 ເປີ​ເຊັນ​ສຳ​ລັບ ສະ​ຫະ​ລັດ ໃນ​ປີ​ໜ້າ.

ໃນ​ທົ່ວ​ໂລກ, ອົງ​ການ IMF ຄາດ​ວ່າ​ລາ​ຄາ​ຜູ້​ບໍ​ລິ​ໂພກ​ຈະ​ເພີ່ມ​ຂຶ້ນ 8.8 ເປີ​ເຊັນ​ໃນ​ປີນີ້, ເຊິ່ງ​ເພີ່ມ​ຂຶ້ນ​ຈາກ 4.7 ເປີ​ເຊັນ​ໃນ​ປີ 2021.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG