ອົງການແຮງງານສາກົນ ຫຼື ILO ໄດ້ລາຍງານວ່າ ເດັກນ້ອຍທີ່ ຕົກຢູ່ໃນສະພາບຄວາມ
ຂັດແຍ້ງ ແລະ ໄພພິບັດທຳມະຊາດ ແມ່ນມີ ຄວາມສ່ຽງຫຼາຍທີ່ສຸດ ຕໍ່ ການໃຊ້ແຮງງານ
ເດັກ ແລະ ຕົກເປັນ ເຫຍື່ອຂອງການຄ້າມະນຸດ, ການຂູດຮີດທາງເພດ ແລະ ການລ່ວງ
ລະເມີິດອື່ນໆ. ເພື່ອ ສະເຫຼີມສະຫຼອງວັນໂລກ ຕໍ່ຕ້ານແຮງງານເດັກນັ້ນ, ອົງການ ILO ໄດ້ຮຽກຮ້ອງໃຫ້ບັນ ດາລັດຖະບານ ລົບລ້າງຮູບແບບຂອງການໃຊ້ແຮງງານເດັກທີ່ຮ້າຍ
ແຮງທີ່ສຸດ. Lisa Schlein ສົ່ງລາຍງານມາໃຫ້ວີໂອເອ ຈາກນະຄອນ ເຈນີວາ, ເຊິ່ງຕໍ່
ໄປ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.
ໂລກຂອງເຮົາກຳລັງປະເຊີນໜ້າກັບວິກິດການອົບພະຍົບ ແລະ ຜູ້ພັດພາກຈາກທີ່ຢູ່ອາ ໄສຄັ້ງໃຫຍ່ທີ່ສຸດ, ດ້ວຍປະຊາຊົນຫຼາຍກວ່າ 65 ລ້ານຄົນໄດ້ຖືກບັງຄັບໃຫ້ອອກຈາກ ບ້ານຂອງພວກເຂົາເຈົ້າໄປ ຍ້ອນສົງຄາມ ແລະ ການບຽດບຽນ. ເດັກນ້ອຍແມ່ນກຸ່ມທີ່ ມີຄວາມສ່ຽງທີ່ສຸດ ກ່ຽວກັບ ການຂູດຮີດ ຈາກການແຕກແຍກຂອງຄອບຄົວ ແລະ ລະ
ບົບສັງຄົມ, ການສູນເສຍບ້ານເຮືອນ, ໂຮງຮຽນ ແລະ ຊີວິດການເປັນຢູ່.
ອົງການແຮງງານສາກົນລາຍງານວ່າ ເດັກນ້ອຍປະມານ 168 ລ້ານຄົນ ຖືກໃຊ້ເປັນແຮງ ງານເດັກໃນທົ່ວໂລກ, ລວມທັງ 85 ລ້ານຄົນທີ່ເຂົ້າຮ່ວມໃນຮູບແບບການໃຊ້ແຮງງານ
ເດັກ ຮ້າຍແຮງທີ່ສຸດ. ສິ່ງດັ່ງກ່າວນີ້ລວມມີ ການໃຊ້ເດັກນ້ອຍຜູ້ທີ່ເຮັດວຽກໃນສະພາບ
ຂ້າທາດ, ເຮັດວຽກທີ່ມີອັນຕະລາຍ, ເຊັ່ນການຂຸດຄົ້ນບໍ່ແຮ່ ແລະ ກະສິກຳ, ແລະ ການ ໃຊ້ເດັກນ້ອຍໃນການຕໍ່ສູ້ ແລະ ເປັນໂສເພນີ.
ອົງການ ແຮງງານສາກົນ ລາຍງານວ່າ ແຮງງານເດັກ ແມ່ນມີແຜ່ຫຼາຍທີ່ສຸດໃນ ເອເຊຍ
ແລະ ອາຟຣິກາ.
ເຈົ້າໜ້າທີ່ອາວຸໂສດ້ານເຕັກນິກ ກ່ຽວກັບ ວິກິດການ ແລະ ສະຖານະການທີ່ແຕກຫັກໄດ້
ງ່າຍຂອງອົງການ ແຮງງານສາກົນ ທ່ານ Insaf Nizam ໄດ້ກ່າວຕໍ່ວີໂອເອວ່າ ເດັກນ້ອຍ
ໄດ້ຖືກລ່ວງລະເມີດໂດຍສະເພາະໃນ ສະຖານະການຂອງຄວາມຂັດແຍ້ງໃນ ອາຟຣິກາ, ບ່ອນທີ່ຫຼາຍຄົນໄດ້ຖືກນຳໄປເປັນທະຫານໃຫ້ກຸ່ມຕິດອາວຸດ ໃນຄວາມຂັດແຍ້ງຕ່າງໆ
ເຊັ່ນ ໃນປະເທດ ໂຊມາເລຍ, ຊູດານໃຕ້, ສາທາລະນະລັດ ປະຊາທິປະໄຕ ຄົງໂກ ແລະ ສາທາລະນະລັດ ອາຟຣິກາກາງ.
ທ່ານ Nizam ກ່າວວ່າ “ພວກເຮົາກໍໄດ້ເຫັນພວກກຸ່ມຕິດອາວຸດໃຊ້ເດັກນ້ອຍເພື່ອສ້າງ
ຄວາມຮຸນແຮງຊະນິດທີ່ໂຫດຮ້າຍທີ່ສຸດເຊັ່ນ ລະເບີດສະຫຼະຊີບ ຫຼື ເອົາພວກເຂົາເຈົ້າ
ມາບັງຄັບໃຫ້ເປັນເມຍ ແລະ ເປັນທາດທາງເພດ. ດັ່ງນັ້ນ, ປະເພດຕ່າງໆຂອງຄວາມ
ຮຸນແຮງຕໍ່ພວກເດັກນ້ອຍຈຶ່ງໄດ້ເພີ່ມຂຶ້ນ ໃນຫຼາຍຮູບແບບຕ່າງກັນ.”
ທ່ານ Nizam ກ່າວວ່ານອກນັ້ນ ພວກເດັກນ້ອຍຍັງຖືກເກນໄປເປັນທະຫານ ແລະ ໄດ້ຮັບ ຄວາມທຸກທໍລະມານໃນຮູບແບບຕ່າງໆຂອງການຂູດຮີດໃນຄວາມຂັດແຍ້ງຫຼາກຫຼາຍໃນ
ເອເຊຍ ແລະ ຕາເວັນອອກກາງ. ແຕ່ທ່ານໄດ້ກ່າວເນັ້ນວ່າ ໃນບັນດາປະເທດເຊັ່ນ ຟີລິບ
ປິນ ແລະ ມຽນມາ ໃນເອເຊຍຕາເວັນອອກສຽງໃຕ້ນັ້ນ, ພວກເດັກນ້ອຍມີຄວາມສ່ຽງຕໍ່ໄພ
ພິບັດທຳມະຊາດຫຼາຍກວ່າ.
ທ່ານ Nizam ກ່າວວ່າ “ມີເດັກນ້ອຍທີ່ບໍ່ມີບ່ອນຢູ່ອາໄສຈຳນວນຫຼາຍ. ຄອບຄົວຕ່າງໆ
ສູນເສຍການທຳມາຫາກິນຂອງພວກເຂົາເຈົ້າ. ເຄືອຂ່າຍຕ່າງໆໃນຊຸມຊົນຂອງພວກ
ເຂົາເຈົ້າໄດ້ສູນເສຍໄປ. ພວກເຂົາເຈົ້າບໍ່ມີທີ່ຢູ່ອາໄສ. ຊຸມຊົນແຫ່ງຕ່າງໆໄດ້ກາຍມາ
ມີຄວາມທຸກຍາກໃນຂ້າມຄືນ. ພວກເຂົາເຈົ້າສູນເສຍແຫຼ່ງລາຍໄດ້ ຂອງພວກເຂົາ
ເຈົ້າ. ໂຮງຮຽນແຫ່ງຕ່າງໆ ໄດ້ຮັບຄວາມເສຍຫາຍ ຫຼືບໍ່ກໍຖືກທຳລາຍ ຍ້ອນໄພທຳມະ
ຊາດ. ດັ່ງນັ້ນ, ພວກເດັກນ້ອຍຈຶ່ງຖືກຜັກດັນໄດ້ຢ່າງງ່າຍດາຍຍ້ອນບັນຫາດັ່ງກ່າວ.”
ທ່ານ Nizam ກ່າວວ່າ ຄວາມຂັດແຍ້ງເບິ່ງຄືວ່າຈະດຶງດູດຄວາມສົນໃຈຂອງໂລກໄວກວ່າ ໄພທຳມະຊາດ. ທ່ານເວົ້າວ່າ ສິ່ງດັ່ງກ່າວນີ້, ໂດຍສະເພາະແມ່ນຍ້ອນການໂຈມຕີຢ່າງ
ຊ້າໆຂອງໄພພິບັດເຊັ່ນ, ໄພແຫ້ງແລ້ງ, ສະພາບອາກາດປ່ຽນແປງ ແລະ ໄພນໍ້າຖ້ວມ.
ທ່ານກ່າວວ່າ ສະຖານະການພວກນີ້ ແມ່ນມີອັນຕະລາຍເທົ່າກັບຄວາມຂັດແຍ້ງ ສຳລັບ
ພວກເດັກນ້ອຍ, ຜູ້ທີ່ຖືກຂູດຮີດໄດ້ຢ່າງງ່າຍດາຍໂດຍຄົນຊົ່ວຮ້າຍພວກນັ້ນ.