ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການ​ລັກຕັດ​ໄມ້​ ຢ່າງ​ຜິດ​ກົດໝາຍ ​ມີເພີ້​ມຂຶ້ນ ​ໃນເຂ​ດດົງ Prey Lang ຂອງກຳປູ​ເຈຍ (ວີດີໂອ)


Cambodian Villagers Express Helplessness to Protect Prey Lang Forest
please wait

No media source currently available

0:00 0:02:32 0:00

ການ​ລັກຕັດ​ໄມ້​ ທຳລາຍປ່າ​ຢ່າງ​ຜິດ​ກົດໝາຍ ​ເພີ້​ມຂຶ້ນ ຢູ່​ໃນເຂ​ດດົງ Prey Lang ຂອງກຳປູ​ເຈຍ.

ພວກຊາວ​ບ້ານຢູ່​ໃນເຂ​ດດົງ Prey Lang ຂອງກຳປູ​ເຈຍ ກ່າວ
​ວ່າ ​ໄດ້​ມີ​ການ​ລັກຕັດ​ໄມ້​ ທຳລາຍປ່າ​ຢ່າງ​ຜິດ​ກົດໝາຍ ​ເພີ້​ມຂຶ້ນ
ຢູ່​ໃນ​ບໍລິ​ເວນ​ໝູ່​ບ້ານ​ຂອງ​ເຂົາ​ເຈົ້າ ແຕ່​ພວກ​ເຂົາບໍ່​ມີ​ອຳນາດ ​ທີ່​
ຈະປ້ອງກັນ ການ​ທຳລາຍ​ປ່າ​ໄມ້ ຊຶ່ງກຳລັງ​ຂົ່ມຂູ່​ຕໍ່ ການ​ທຳ​ມາ​
ຫາ​ກິນ​ຂອງ​ພວກ​ຊາວ​ບ້ານ​ເຫຼົ່ານັ້ນ. ຜູ້​ສື່​ຂ່າວ ວີ​ໂອ​ເອ Say
Mony ​ໄດ້​ເຂົ້າ​ໄປ​ໃນ​ຂົງ​ເຂດທີ່ ຫ່າງ​ໄກ​ສອກຫຼີກດັ່ງກ່າວ ​ແລະ
​ມີ​ລາຍ​ງານ​ກ່ຽວ​ກັບເລື່ອງນີ້ ຊຶ່ງ​ ໄຊ​ຈະ​ເຣີນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ.

ຢູ່​ໃນ​ດົງ​ Prey Lang ​ຊຶ່ງຕັ້ງຢູ່ໃນແຂວງ​ກຣະແຈະນີ້ ລຸງ ຮຽນ ຈິດ
​ແລະຫຼານສາວຂອງ​ລາວກຳລັງ​ພາກັນອອກ​ໄປ​ເອົາ​ນ້ຳ ມັນຍາງ
ຈາກຕົ້ນຍາງ​ຂອງ​ເຂົາ ​ເພື່ອ​ໃຊ້​ໃນ​ການ​ເຮັດ​ກະບອງ​ແລະ ຕາບ​
ເຮືອ​ຕ່າງໆ​ນັ້ນ.

ລຸງ ຮຽນ ຈິດ ​ທີ່ມີອາຍຸ​ໄດ້ 62 ປີ​ແລ້ວ ແມ່ນເປັນ​ຊາວ​ໄຮ່ຊາວນາ ​ໄດ້ກ່າວ​ວ່າ​ລາວ​ເຄີ​ຍມີ​ຕົ້ນຍາງ​ ປະມານ​ຫຼາຍຮ້ອຍຕົ້ນ. ​ແຕ່​ມາ​ດຽວ​ນີ້ ຍັງ​ເຫຼືອພຽງ​ປະມານ​ສິບ​ກວ່າ​ຕົ້ນ​ເທົ່າ​ນັ້ນ
ພາຍຫຼັງຈາກ​ທີ່​ບໍລິສັດ​ຂຸດ​ຄົ້ນ​ໄມ້​ເຂົ້າມາ​ໃນ​ບໍລິ​ເວນ​ດົງ​ນີ້.

ລຸງ ຮຽນ ຈິດ ເວົ້າວ່າ “ຂ້ອຍ​ໄດ້​ດຳລົງ​ຊີວິດ​ຢູ່​ໃນເຂດນີ້​ ເປັນ​ເວລາ ຫຼາຍກວ່າ 30 ປີ​ມາ​ແລ້ວ ​ໂດຍໄດ້​ອາ​ໄສ​ເຂົ້າທີ່​ປູກ​ຢູ່​ໃນທົ່ງນາ ພ້ອມ​ກັບຕົ້ນຍາງ ​ເຄືອ ແລະ​ຫວາຍ ​ຕ່າງໆເຫຼົ່ານີ້​. ​ແຕ່​ພາຍຫຼັງຈາກ​ພວກ​ຂຸດຄົ້ນ​ໄມ້ ໄດ້ເຂົ້າມາທຳລາຍ​ດົງ Prey Lang ນີ້​ແລ້ວ ພວກ​ເຮົາ​ຈະ​ອາ​ໃສ​ຫຍັງ ​ເພື່ອ​ດຳລົງ​ຊີວິດ​ຕໍ່​ໄປ?”

ນາງ ປຣາກ ຣິດ ​ແມ່ນພັນ​ລະ​ຍາ​ຂອງ​ລາວ​ ກ່າວ​ວ່າ ພວກ​ເຂົາເຈົ້າ ຕ້ອງ​ອາ​ໄສ​ປ່າດົງ​ແຫ່ງ​ນີ້​
ເພື່ອ​ຈະ​ສາມາດດຳລົງ​ຊີວິດ ທີ່ເຄີຍມີມາແຕ່ໂບຮານນະການ ຕາມແບບຊົນເຜົ່າ ຂອງ
ເຂົາເຈົ້ານັ້ນ.

ນາງ ປຣາກ ຣິດ ເວົ້າວ່າ “ພວກ​ເຮົາ​ອາ​ໄສ​ນ້ຳມັນຍາງ ສຳລັບນຳໄປ ແລກຫຼື​ຊື້​ເອົາ​ສິ່ງຂອ​ງ​ທີ່​ຈຳ​ເປັນຕ່າງໆ ​ແລະ ​ເຄື່ອງ​ໃຊ້​ສອຍ​ອື່ນໆ ໃນ ການດຳລົງຊີວິດປະຈຳວັນ​
ແຕ່​ລະ​ມື້.”


​ດົງ Prey Lang ​ແມ່ນ​ນຶ່ງໃນຈຳນວນດົງ​ໃຫຍ່ໆ ທີ່ຍັງ​ຫຼົງເຫຼືອຢູ່​ໃນ​ກຳປູ​ເຈຍ ຊຶ່ງ​ມີ​ຄວາມ​ກວ້າງເຖິງ​ປະມານ 3,600 ກິ​ໂລ​ແມັດ​ມົນທົນ ທີ່ກວມເອົາ​ບໍລິ​ເວນ 4 ​ແຂວງ.

​ເລິກເຂົ້າໄປຂ້າງໃນດົງດັ່ງກ່າວນີ້​ ຜູ້​ສື່​ຂ່າວ​ຂອງ​ວີ​ໂອ​ເອ​ ໄດ້​ເຫັນ​ເຄື່ອງຈັກ​ທີ່ໃຫຍ່​ໆ ຫຼາຍຄັນ
​ເຊັ່ນ​ລົດດຸດ ​ແລະ ລົດ​ຈົກ​ຕ່າງໆ. ​ພວກ​ຜູ້​ຊາຍ​ຈຳນວນ​ໜຶ່ງທີ່ກຳລັງຍາມ​ລົດ​ເຫຼົ່ານັ້ນຢູ່ ​ກ່າວ​
ອ້າງ​ວ່າ ເຄື່ອງຈັກ​ດັ່ງກ່າວແມ່ນໃຊ້​ໃນ​ການ​ເຮັດ​ທາງ​ໃນ​ບໍລິ​ເວນ​ໝູ່​ບ້ານ​ຕ່າງໆ ທີ່ຕັ້ງຢູ່ໃກ້
ຄຽງ. ​ແຕ່​ພວກ​ປະຊາຊົນ ໃນທ້ອງ​ຖິ່ນກ່າວ​ວ່າ ​ພວກ​ເຂົາເຈົ້າໃຊ້ເຄື່ອງຈັກ​ເຫຼົ່ານີ້ ເພື່ອບຸກ​ເບິ​ກພື້ນ​ທີ່ ​ເປັນປ່າດົງຕ່າງຫາກ.

ອີງ​ຕາມ​ເຄືອ​ຄ່າ​ຍ ຂອງ​ປະຊາ​ຄົມ​ Prey Lang ແລ້ວ ​ປະມານ 200,000 ຄົນ ຊຶ່ງສ່ວນ
ໃຫຍ່ແລ້ວເປັນຊົນເຜົ່າພື້ນເມືອງ ​ແມ່ນກາງ ຕໍ່ອາ​ໄສ​ປ່າດົງ​ພົງ​ໄພສຳລັບ​ການ​ດຳລົງ​ຊີວິດ
ແລະການ​ເປັນ​ຢູ່ຕາມຮີດ ຄອງ​ປະ​ເພນີແບບດັ້ງເດີມຂອງ​ພວກ​ເຂົາ​ເຈົ້າ. ​ແຕ່​ກຸ່ມ​ດັ່ງກ່າວນີ້​
ເວົ້າວ່າ​ປ່າ​ໄມ້ໄດ້ຖືກບຸກລຸກ​ມາ ຕັ້ງ​ແຕ່​ລັດຖະບານ​ ໄດ້ຈັດຕັ້ງ​ປະຕິບັດ​ການ​ນະ​ໂຍບາຍ ສຳ​ປະທານ​ທີ່​ດິນ.

ຄິມ ​ໂສກ​ອນ ​ແມ່ນ​ຜູ້ຕາງໜ້າ ຂອງເຄືອ​ຄ່າ​ຍຂອງ​ປະຊາ​ຄົມ Prey Lang ກ່າວ​ວ່າ ການ
ລາດຕະເວນເບິ່ງປ່າໄມ້​ຂອງ​ປະຊາ​ຄົມ ​ບໍ່​ມີ​ປະ​ສິດທິ​ພາບເລີຍ ​ໃນ​ການ​ປ້ອງກັນບໍ່ໃຫ້ມີການ​
ຂຸດ​ຄົ້ນ​ໄມ້ຜິດ​ກົດໝາຍ ທີ່ເພີ້​ມທະວີຂຶ້ນ​ນັບມື້ນັ້ນ.

ທ່ານ KIM SOKHORN ​ເວົ້າວ່າ “ຄວາມ​ຈິງ​ແລ້ວ ມັນ​ແມ່ນ​ໜ້າ​ທີ່​ຂອງ​ອຳນາດ​ການ​
ປົກຄອງ ຄື ​ບັນດາເຈົ້າໜ້າ​ທີ່ກົມປ່າ​ໄມ້ ຜູ້​ທີ່​ໄດ້​ຮັບ​ເງິນ​ເດືອນ​ຈາກ​ລັດ​ເພື່ອ​ຮັບຜິດ
ຊອບ​ໜ້າ​ທີ່​ໃນ​ການ​ປ້ອງ​ກັນ ​ແລະ​ປາບ​ປາມ ການ​ຂຸດ​ຄົ້ນ​ໄມ້ຜິດກົດໝາຍດັ່ງກ່າວ
ຢູ່​ໃນ​ບໍລິ​ເວນ​ດົງ Prey Lang ​ນີ້. ​ແຕ່​ຫາກ​ວ່າ​ພວກ​ເຂົາ​ເຈົ້າ​ ກັບ​ໄປຮັບໃຊ້​ຜົນ​
ປະ​ໂຫຍ​ດ ຂອງ​ທາງບໍລິສັດ​.”


ບັນດາ​ເຈົ້າໜ້າ​ທີ່​ກ່ຽວຂ້ອງ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ ​ຂອງ​ປະຊາ​ຄົມ ດັ່ງກ່າວ ​ແລ້ວ​ເວົ້າ​ວ່າ
ປ່າ​ໄມ້​ແລະ​ດິນ​ທີ່ຢູ່ໃນ​ນະ​ໂຍບາຍ​ສຳ​ປະທານຂ​ອງລັດ​ຖະບານ ​ແມ່ນແນໃສ່ເພື່ອ​ຊຸກຍູ້​
ເສດຖະກິດ​ແຫ່ງ​ຊາດ ​ແລະ ສະໜອງ​ວຽກ​ເຮັດ​ງານ​ທຳ ໃຫ້​ແກ່​ປະຊາ​ຄົມ​ຢູ່ພື້ນຖານ​ນັ້ນ​ເອງ.
XS
SM
MD
LG