ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປາກິສຖານ ພວມຫາທາງ ລົບລ້າງ ໂຣກໂປລີໂອ (ສະໄລດ໌/ວີດີໂອ)


ໃນ​ອັນ​ດັບ​ຕໍ່​ໄປ ພວ​ກ​ເຮົາຈະ​ສະ​ເໜີ​ຂ່າວ ກ່ຽວ​ກັບການ​ພະ​ຍາ​
ຍາມ​ຂອງປາ​ກິ​ສຖານ ​ເພື່ອ​ລົບ​ລ້າງການ​ເປັນ​ໂຣກເປ້ຍ​ຫລ່ອຍ
ຫຼື​ໂຣກ​ໂປ​ລີ​ໂອ ​ໃນ​ວັນຕໍ່​ຕ້ານໂປ​ລີ​ໂອຂອງ​ໂລກ​ວັນ​ທີ 24ຕຸລາ
ມື້​ນີ້.

ປາ​ກິ​ສຖານແມ່ນ​ນຶ່ງ​ໃນ​ສາມ​ປະ​ເທດ​ໃນ​ໂລ​ກ ທີ່​ຍັງ​ມີ​ໂຣກໂປ​ລີ
​ໂອຄຸກ​ຄາມ​ຢູ່ ສ່ວນ​ອີ​ກສອງ​ປະ​ເທດນັ້ນກໍ​ຄືອັຟກາ​ນິສຖານຊຶ່ງ
​ເປັນ​ເພື່ອນ​ບ້ານ​ ແລະ​ໄນ​ຈີ​ເຣຍ. ທ່ານ​ນາງ Sharon Behn
ລາຍ​ງານ ​ຈາກນະຄອນ​ອິສລາມາ​ບັດວ່າ​ ໂດຍ​ການ​ຊ່ວຍ​ເຫຼືອ
ຈາກປະຊາ​ຄົມນາໆ​ຊາດ ຈໍານວນຜູ້ເປັນ​ໂຣກ​ໂປໂອ​ ຢູ່ໃນປາ​
ກິ​ສຖານໄດ້​ຫລຸດ​ລົງຈາກ 25,000 ກໍລະນີ ​ເມື່ອ 16 ປີ​ກ່ອນມາ
ເປັນ​ພຽງ​ແຕ່ 40 ກໍລະນີ ​ໃນ​ປີ​ນີ້. ​ແຕ່​ພວກທາ​ລິ​ບັນ ​ໄດ້​ຫ້າມ​ບໍ່​
ໃຫ້​ມີ​ການ​ສັກ​ຢາ​ປ້ອງ​ກັນ ແລະ​ໂຈມ​ຕີ​ ບັນດາພະນັກງານ​ການ
​ແພດ ຊຶ່ງ​ໝາຍ​ຄວາມ​ວ່າ​ ຈະເຮັດ​ໃຫ້​ພະ​ຍາດ ທີ່​ສາມາດ​ຕິດ​ຕໍ່​
ໄດ້​ສູງ​ດັ່ງກ່າວ ແຜ່ຂະຫຍາຍ​ຕໍ່​ໄປ​ອີກ.

​ທ້າວ Hasmatullah Niazi ​ຊຶ່ງໄດ້ເປັນ​ເປ້ຍຫລ່ອຍ ຍ້ອນ​ໂຣກ
ໂປ​ລີ​ໂອ ເວລາ​ລາວ​ມີ​ອາ​ຍຸ​ໄດ້ 6 ​ເດືອນ​ເທົ່າ​ນັ້ນ ບໍ່​ໄດ້​ຕິຕຽນ​ ແມ່​
ຂອງລາວ​ເລີຍ. ​ແມ່​ລາວ​ມີ​ອາ​ຍຸ​ພຽງ 16 ປີ​ເທົ່າ​ນັ້ນ ​ເວ​ລາ​ນາງ​ໃຫ້ກຳ​ເນີ​ດ ທ້າວ Niazi ​ແລະ​ກໍບໍ່​ຮູ້​ຫຍັງ​ເລີຍກ່ຽວ​ກັບເຊື້ອ​ໄວຣັສດັ່ງກ່າວ.

ບັດ​ນີ້ ບັນດາ​ພະນັກງານ​ແພດ ພາກັນ​ໄປ​ເຄາະປະຕູ ​ເພື່ອ​ສິດສອນ​ໃຫ້​ປະຊາຊົນ​ຮູ້ແລະ​ພະ
ຍາຍາມ​ສັກ​ຢາປ້ອງ​ກັນ​ໃຫ້​ແກ່​ເດັກນ້ອຍ​ທັງ​ໝົດ ​ເພື່ອ​ບໍ່​ໃຫ້​ຕິດເຊື້ອໄວຣັສ​ໂປ​ລີ​ໂອ.

​ແຕ່ການ​ໂຈມ​ຕີ​ຂອງພວກທາ​ລິ​ບັນ​ທີ່ເລີ້ມ​ແຕ່​ເມືອງ Peshawar ຢູ່​ໃນ​ພາກ​ເໜືອ ​ໄປ​ຫາ​ນະ
ຄອນ Karachi ​ຢູ່ໃນພາກ​ໃຕ້ ທີ່​ໄດ້​ສັງຫານ​ພະນັກງານແພດ ແລະ​ຕໍາຫລວດ​ ທີ່​ອາລັກຂາ​
ເຂົາ​ເຈົ້າ​ໄປ​ແລ້ວ​ຫລາຍ​ສິບ​ຄົນ.

ຍ້ອນ​ເຫດ​ດັ່ງກ່າວ​ນີ້ ​ພວກເດັກນ້ອຍ​ປະມານ 260,000 ຄົນ​ ຍັງ​ບໍ່​ທັນ​ໄດ້​ສັກ​ຢາວັກ​ຊີ​ນກັນ
​ໂຣກ ແລະ​ເຊື້ອໄວຣັສ​ກໍາລັງ​ແຜ່​ຂະຫຍາຍ​ອອກ​ໄປ​ອີກ​ຄັ້ງ​ນຶ່ງ.

ອິງ​ຕາມ ທ່ານ Engebak ຫົວໜ້າ​ທິມຕໍ່ຕ້ານ​ໂປ​ລີ​ໂອຂອງອົງການ​ UNICEF ຢູ່​ໃນປາ​ກິ​ສ
ຖານກ່າວ​ວ່າ ບັນຫາ​ຄວາມ​ປອດ​ໄພພວມ​ເປັນ​ອຸບປະສັກ​ຂັດຂວາງຕໍ່​ກໍາຈັດໂປ​ລີ​ໂອ.

ພວກ​ຫົວຮຸນ​ແຮງທາ​ລິ​ບັນກ່າວ​ວ່າ ການ​ສັກ​ຢາວັກ​ຊີ​ນ​ປ້ອງ​ກັນແມ່ນ​ພາກສ່ວນ​ນຶ່ງ​ໃນການ​
ວາງ​ແຜນຕໍ່ຕ້ານມຸສລິ​ມຂອງ​ປະ​ເທດ​ຕາ​ເວັນ​ຕົກ. ລັດຖະບານ​ກໍາ​ລັງ​ປະຕິບັດ​ງານຮ່ວມ​ກັບ
​ປະຊາ​ຄົມ ​ແລະບັນດາ​ຜູ້​ນໍາ​ທາງ​ສາສະໜາ ​ເ​ພື່ອຕ້ານຄືນໃນ​ຄວາມ​ເຊື່ອ​ດັ່ງກ່າວ.

ທ່ານ Altaf Bosun ທີ່​ສັງ​ກັດ​ຢູ່​ໃນ​ໜ່ວຍ​ລົບ​ລ້າງ​ໂປ​ລີ​ໂອ​ ຂອງ​ນາ​ຍົກ​ລັດຖະມົນຕີກ່າວ​ວ່າ
ການ​ບໍ່​ສາມາດເຂົ້າ​ໄປ​ເຖິງ ​ໃນອັນ​ທີ່​ທ່ານ​ຮ້ອງ​ວ່າ ​ເຂດ​ທີ່ "ມີບັນຫາ​” ​ນັ້ນ ໄດ້​ພາ​ໃຫ້​ມີ​ການ​ແຜ່ລະບາດຮອບ​ໃໝ່​ຂື້ນ​ມາ​ອີກ.

XS
SM
MD
LG