ຫົວຂໍ້ຕ່າງໆໃນຂ່າວ ເມື່ອມໍ່ໆມານີ້ ໄດ້ເນັ້ນໃຫ້ເຫັນວິທີທາງ ທີ່ເງິນບໍລິຈາກຂອງຕ່າງຊາດສາມາດນຳມາເຂົ້າໃນລະບົບການເມືອງຂອງອາເມຣິກາໄດ້ ແຕ່ພວກກຸ່ມນັກເຄື່ອນໄຫວທັງຫຼາຍກ່າວວ່າ ການຢຸດຢັ້ງເງິນຈາກຕ່າງປະເທດທີ່ລັ່ງໄຫລເຂົ້າມານັ້ນ ໄດ້ປະສົບກັບຄວາມຫຍຸ້ງຍາກ ຍ້ອນມີຊ່ອງຫວ່າງຂອງກົດໝາຍ, ການເຄື່ອນຍ້າຍເງິນ ໃນສະຖາບັນການເງິນທີ່ຜິດກົດໝາຍ ແລະການ ຂາດການຕັດສິນໃຈເພື່ອແກ້ໄຂທາງການເມືອງ. ດັ່ງທີ່ ບຣາຍແອນ ແພດເດັນ ນັກຂ່າວວີໂອເອ ລາຍງານມາວ່າ ທັງພັກຣີພັບບລີກັນ ແລະພັກເດໂມແຄຣັດ ກໍຄັດຄ້ານຢ່າງແຂງຂັນ ຕໍ່ການແຊກແຊງຈາກຕ່າງປະເທດ ໃນການເລືອກຕັ້ງຂອງອາເມຣິກາ ແຕ່ທັງສອງພັກດັ່ງກ່າວ ຕາມລາຍງານແລ້ວ ກໍຍັງຮັບເອົາເງິນບໍລິຈາກຂອງຕ່າງປະເທດ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ເງິນຈາກຕ່າງປະເທດຈຳນວນຫຼວງຫຼາຍນັບບໍ່ຖ້ວນ ກຳລັງໄຫລເຂົ້າມາໃນຊ່ອງທາງລັບ ສູ່ວົງການການເມືອງຂອງອາເມຣິກາ.
ທ່ານເບັນ ຟຣີແມັນ ຈາກສູນກາງນະໂຍບາຍຕ່າງປະເທດກ່າວວ່າ “ອັນຕະລາຍຂອງເງິນຈາກຕ່າງປະເທດ ຕໍ່ປະຊາທິປະໄຕ ໃນການເລືອກຕັ້ງ ສະຫະລັດ ກໍ ແມ່ນວ່າ ແທ້ຈິງແລ້ວ ມັນເປັນພື້ນຖານການໂຈມຕີ ຕໍ່ລະບອບປະຊາທິປະໄຕ ແລະການປົກຄອງຕົນເອງ ຂອງອາເມຣິກາ.”
ເມື່ອບໍ່ດົນມານີ້ ບັນດາໄອຍະການ ໄດ້ຟ້ອງຮ້ອງພວກເພື່ອນຮ່ວມງານຂອງ ທ່ານຣູດີ ຈູລີອານີ ຜູ້ເປັນທະນາຍຄວາມຂອງທ່ານດໍໂນລ ທຣຳ ດ້ວຍຂໍ້ຫາ ນຳເງິນນຶ່ງລ້ານໂດລາ ຈາກນັກທຸລະກິດຊາວຣັດເຊຍຄົນນຶ່ງ ທີ່ບໍ່ໄດ້ລະບຸຊື່ ເຂົ້າມາໃນປະເທດ ເພື່ອມອບໃຫ້ບັນດາຜູ້ສະໝັກແຂ່ງຂັນຂອງສະຫະລັດ.
ການຟ້ອງຮ້ອງທາງອາຍາ ເກີດຂຶ້ນທ່າມກາງ ການກວດສອບຟ້ອງຮ້ອງທ່ານປະທານາທິບໍດີ ໂດຍລັດຖະສະພາ ໃນຂໍ້ຫາວ່າ ກົດດັນຢູເຄຣນ ໃຫ້ສອບສວນ ທ່ານໂຈ ໄບເດັນ ທີ່ເປັນຄູ່ແຂ່ງຂອງທ່ານທຣຳ.
ຊາຍສອງຄົນທີ່ຖືກຟ້ອງຮ້ອງ ຜູ້ນຶ່ງເກີດຢູ່ໃນຢູເຄຣນ ຄື ທ້າວເລບວ໌ ປາຣນາສ ແລະ ທ້າວ ອີກໍ ຟຣູແມັນ ເກີດຢູ່ໃນເບລາຣຸສ ທັງສອງຖືກກ່າວຫາວ່າ ໄດ້ທຳງານຮ່ວມກັບ ທ່ານຈູລີອານີ ໃນເລື້ອງກ່ຽວກັບຄວາມພະຍາຍາມນີ້ ເພື່ອກົດດັນຢູເຄຣນ ເຊັ່ນກັນ.
ໃນຂະນະດຽວກັນ ຜູ້ປະຕິບັດງານທາງການເມືອງ ຊາວອາເມຣິກັນຄົນນຶ່ງ ກໍໄດ້ຮັບສາລະພາບຜິດ ຕໍ່ການນຳເງິນຈາກມະຫາເສດຖີ ຊາວຊາອຸດີ ໄປໃຫ້ຄະນະໂຄສະນາຫາສຽງ ເພື່ອການເລືອກຕັ້ງຄືນອີກສະໄໝນຶ່ງ ຂອງປະທານາທິບໍດີ ບາຣັກ ໂອບາມາ ໃນປີ 2012.
ເພື່ອສະກັດກັ້ນ ການລັ່ງໄຫລເຂົ້າມາຂອງເງິນຈາກຕ່າງປະເທດ ກຸ່ມບັນດານັກເຄື່ອນໄຫວເພື່ອຄວາມໂປ່ງໃສ ຮຽກຮ້ອງໃຫ້ຍຸຕິການລັກລອມມອບເງິນບໍລິຈາກ ແກ່ພວກກຸ່ມເຄື່ອນໄຫວທາງ ການເມືອງ ເຊັ່ນວ່າ ສະມາຄົມປືນຍາວ ແຫ່ງຊາດ ຫຼື NRA ຊຶ່ງຖືວ່າ ເປັນການກະທຳທີ່ຖືກຕ້ອງຕາມກົດໝາຍ.
ກຸ່ມ NRA ໄດ້ຍອມຮັບເມື່ອປີກາຍນີ້ວ່າ ຕົນໄດ້ຮັບເອົາເງິນບໍລິຈາກ ຂອງ ຣັດເຊຍ ແຕ່ໄດ້ກ່າວ ວ່າ ພວກເຂົາເຈົ້າພຽງນຳໃຊ້ທຶນພາຍໃນປະເທດ ຈ່າຍ ຄ່າເລືອກຕັ້ງສະຫະລັດ.
ທ່ານຟຣີແມັນ ໃຫ້ຄຳເຫັນວ່າ “ຄັນມີຂໍ້ມູນແບບທີ່ວ່າປົກປິດໄວ້ຫຼາຍຂຶ້ນ ພວກ ເຮົາກໍຈະຂາດ ຄວາມຮັບຜິດຊອບດ້ານການເມືອງໃນສະຫະລັດ ໜ້ອຍລົງ ແລະໂອກາດຕ່າງໆ ກໍຈະມີຫຼາຍ ຂຶ້ນ ທີ່ເງິນບໍລິຈາກຂອງຕ່າງປະເທດ ແລະອິດທິພົນ ຈາກຕ່າງປະເທດ ກໍຈະລັກລອບເຂົ້າມາ ແລະສົ່ງຜົນກະທົບຕໍ່ການເລືອກຕັ້ງຂອງສະຫະລັດ.”
ແຕ່ການບັງຄັບໃຫ້ເປີດເຜີຍ ພວກຜູ້ບໍລິຈາກ ຕະຫຼອດເຖິງກຸ່ມຕ່າງໆ ທີ່ເຄື່ອນ ໄຫວທາງການ ເມືອງ ຈະເຮັດໃຫ້ເກີດຜົນເສຍຫຼາຍກວ່າ ຜົນດີ ອີງຕາມການກ່າວ ຂອງພວກປ້ອງກັນຄວາມ ເປັນສ່ວນຕົວ.
ທ່ານແບຣດ ສມິຕ ຈາກສະຖາບັນເພື່ອເສລີພາບໃນການປາກເວົ້າ ກ່າວວ່າ “ພວກເຮົາໄດ້ບັນ ທຶກ ຫຼັກຖານ ຂອງພວກຄົນທີ່ຖືກໄລ່ອອກຈາກການ ຫຼືບໍລິ ສັດທັງຫຼາຍ ໂດຍຄວາມຈິງແລ້ວ ບໍ່ຢາກຈະໄລ່ພວກເຂົາເຈົ້າອອກການ ແຕ່ຮູ້ສຶກວ່າ ພວກເຂົາເຈົ້າຈຳເປັນຕ້ອງເຮັດຍ້ອນວ່າ ພວກເຂົາເຈົ້າ ຖືກຂວ້ຳບາດ ຫຼື ຖືກຮາວີລົບກວນ. ພວກເຮົາມີຫຼັກຖານຂອງພວກຄົນ ຜູ້ທີ່ ໄດ້ຖືກທຳຮ້າຍ ຮ່າງກາຍ ໃນບາງກໍລະນີ.”
ຄຳຕັດສິນຂອງສານສູງສຸດ ໃນປີ 2010 ທີ່ຮູ້ຈັກກັນໃນຊື່ ພົນລະເມືອງສາມັກຄີ ໄດ້ອະນຸຍາດໃຫ້ມີການໃຊ້ຈ່າຍ ແບບບໍ່ມີຂີດຈຳກັດໂດຍອົງການຈັດຕັ້ງທີ່ບໍ່ຫວັງ ຜົນກຳໄລ ເຮັດໃຫ້ເກີດ ການແບ່ງແຍກ ລະຫວ່າງ ພວກສະໜັບສະໜຸນ ຄວາມ ໂປ່ງໃສ ແລະເພື່ອຄວາມເປັນສ່ວນຕົວ.
ແຕ່ທັງສອງພັກຝ່າຍເຫັນດີນຳກັນວ່າ ຫຼາຍຢ່າງສາມາດເຮັດໄດ້ ເພື່ອປາບປາມ ຕໍ່ພວກຊາວ ຕ່າງຊາດ ທີ່ຫາຊ່ອງທາງມອບເງິນບໍລິຈາກທີ່ຜິດກົດໝາຍ ໂດຍ ຜ່ານພວກບໍລິສັດທີ່ບໍ່ມີຕົວຕົນຂອງອາເມຣິກາ ແລະໃນວິທີທາງອື່ນໆ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ
Recent headlines have highlighted ways in which foreign donations can enter America's political system, but advocacy groups say stopping the flow of foreign money has been hampered by legal loopholes, illicit financial maneuvers and ultimately a lack of political resolve.VOA's Brian Padden reports that Republicans and Democrats both strongly oppose foreign interference in American elections, but both parties have also reportedly received foreign donations.
Untold amounts of foreign money are secretly flowing into America's political bloodstream.
(Ben Freeman, Center for International Policy)
"The danger to democracy of foreign money in U.S. elections is that it's really a fundamental attack on American democracy and self-governance."
Recently, prosecutors charged associates of President Donald Trump's lawyer Rudy Giuliani...
... with funneling $1 million in foreign money from an unidentified Russian businessman to U.S. candidates.
The criminal charges arose amid a Congressional impeachment inquiry...
...of the president for allegedly pressuring Ukraine
...to investigate Trump's political rival Joe Biden.
Two of the men, Ukrainian-born Lev Parnas and Belarus-born Igor Fruman, allegedly worked with Giuliani on this effort to pressure Ukraine as well.
Meanwhile, an American political operative pledged guilty to illegally funneling money from a Saudi tycoon to President Barack Obama's 2012 re-election campaign.
To stem the flow of foreign money, transparency advocates are calling for an end to legal but hidden donations to political action groups, like the National Rifle Association.
The NRA admitted last year it accepted donations from Russia but said they only used domestic funds in U.S. election spending.
(Ben Freeman, Center for International Policy)
"The more this information that's sort of hidden behind closed doors, the less accountability we're going to have in U.S. politics and the greater the opportunities become for foreign money and foreign influence to sneak in and affect U.S. elections."
But forcing the disclosure of donors to groups that advocate politically would do more harm than good, say privacy defenders.
(Brad Smith, Institute for Free Speech)
"We have documented evidence of people being fired from their jobs, or companies not really wanting to fire them but feeling they had to because they were being boycotted or harassed. We have evidence of people being in some cases physically attacked."
The 2010 Citizens United Supreme Court decision that unleashed unlimited spending by nonprofit organizations divides transparency and privacy advocates.
But both sides agree more could be done to crack down on foreign nationals illicitly channeling contributions through American shell companies and other means.
Brian Padden, VOA News Washington