ລິ້ງ ສຳຫລັບເຂົ້າຫາ

ກ້ອງສ່ອງທາງໄກ ຂອງອອສເຕຣເລຍ ທີ່ຖ່າຍທອດ ການລົງຈອດເທິງດວງຈັນ ຂອງຍານ ອະພອລໂລ 11 ຖືກຕັ້ງຊື່ໃໝ່ ໃນພາສາຊົນເຜົ່າພື້ນເມືອງ


ກ້ອງສ່ອງທາງໄກວິທະຍຸຂອງອອສເຕຣເລຍທີ່ມີບົດບາດສຳຄັນໃນການຖ່າຍທອດທາງໂທລະພາບການລົງຈອດຍານອະວະກາດອະພອລໂລ 11 ໃນປີ 1969 ເທິງດວງຈັນຕັ້ງຢູ່ຫໍຊົມດາວ Parkes Observatory ໃນເມືອງ Parkes ຂອງອອສເຕຣເລຍ, ວັນທີ 15 ກໍລະກົດ, 2019

ກ້ອງສ່ອງທາງໄກວິທະຍຸ ທີ່ມີຊື່ສຽງທີ່ສຸດຂອງອອສເຕຣເລຍທີ່ມີບົດບາດສຳຄັນໃນການຖ່າຍທອດທາງໂທລະພາບກ່ຽວກັບການລົງຈອດເທິງດວງຈັນຂອງຍານອະວະກາດອະພອລໂລ (Apollo) 11 ໃນປີ 1969 ນັ້ນ ໄດ້ຖືກຕັ້ງຊື່ໃໝ່ໃນພາສາຊົນເຜົ່າພື້ນເມືອງດັ້ງເດີມອະເບີຣີຈີນອລ (Aboriginal). ໂດຍທີ່ຮູ້ກັນໃນຊື່ວ່າ "The Dish", ກ້ອງສ່ອງທາງໄກຢູ່ໃກ້ກັບເມືອງ Parkes ໃນລັດນິວຊາວເວລສ໌ (New South Wales), ຫ່າງຈາກນະຄອນຊິດນີ (Sydney) ປະມານ 380 ກິໂລແມັດ ໄປທາງທິດຕາເວັນຕົກ, ຍັງຈະຖືກເອີ້ນອີກຊື່ນຶ່ງວ່າ "ເມີຣີແອງ (Murriyang)" ຊຶ່ງຫມາຍຄວາມວ່າ "Sky world" ຫລື (ໂລກແຫ່ງທ້ອງຟ້າ) ໃນພາສາຂອງຄົນພື້ນເມືອງໃນທ້ອງຖິ່ນ ນັ້ນ. Phil Mercer, ນັກຂ່າວວີໂອເອມີລາຍງານມາຈາກນນະຄອນຊິດນີ, ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຫໍຊົມດາວພາກສ໌ (Parkes) ມີກ້ອງສ່ອງທາງໄກຢູ່ສາມໜ່ວຍ. ທຸກໜ່ວຍໄດ້ຖືກ ຕັ້ງຊື່ໃນພາສາອະເບີຣີຈີນອລ (Aboriginal) ໃໝ່ ເພື່ອໃຫ້ກົງກັບຄວາມຮູ້ທາງດາລາສາດຂອງຊົນເຜົ່າພື້ນເມືອງດຶກດໍາບັນທີ່ອາໄສຢູ່ໃນອອສເຕຣເລຍ, ຜູ້ທີ່ມີເລື່ອງລາວ ກ່ຽວກັບການປະດິດສ້າງ, ທີ່ຮູ້ກັນໃນຊື່ວ່າ Dreaming ຫລືຄວາມໄຝ່ຝັນນັ້ນ ໄດ້ຖືກເລົ່າຂານກັນມາໂດຍດວງດາວ.

ກ້ອງສ່ອງທາງໄກຂະໜາດໃຫຍ່ທີ່ສຸດ, ເຊິ່ງໄດ້ຄົ້ນພົບລະບົບຈັກກະວານຫຼາຍ ຮ້ອຍອັນ ແລະລະບົບໝູນວຽນຢ່າງວ່ອງໄວຂອງດາວນີວຕຣອນ ທີ່ເອີ້ນວ່າພູລສາຣ໌ຊ (pulsars) ນັ້ນ ຍັງມີອີກຊື່ນຶ່ງວ່າ "ເມີຣີແອງ (Murriyang)" ຫຼື "Sky world," ຊຶ່ງແປວ່າ “ໂລກແຫ່ງທ້ອງຟ້າ”. ສ່ວນກ້ອງສ່ອງອັນອື່ນແມ່ນມີຊື່ ໃນ ພາສາອະເບີຣີຈີນອລທີ່ມີຄວາມໝາຍວ່າ "ຕາສະຫລາດ" ແລະ "ຈານທີ່ສະ ຫລາດ."

ດຣ. ຈອນ ເຣໂນລສ໌ (John Reynolds) ເປັນຜູ້ອຳນວຍການຂອງສະຖານທີ່ ກ້ອງສ່ອງທາງໄກແຫ່ງຊາດ ຂອງອອສເຕຣເລຍ, ເຊິ່ງດໍາເນີນງານໂດຍອົງການວິທະຍາສາດແຫ່ງຊາດ ຫລື CSIRO. ດຣ. ເຣໂນລສ໌ກ່າວວ່າ:
“ຂ້າພະເຈົ້າຄິດວ່າ ການຕັ້ງຊື່ພື້ນເມືອງໃຫ້ແມ່ນມີຄວາມໝາຍສຳຄັນທີ່ສຸດເພາະ ວ່າ ມັນບໍ່ພຽງແຕ່ເປັນການຮັບຮູ້ເຖິງຜູ້ຮັກສາດັ້ງເດີມຂອງບ່ອນທີ່ກ້ອງສ່ອງທາງ ໄກເຫລົ່ານີ້ຕັ້ງຢູ່ເທົ່ານັ້ນ, ແຕ່ມັນຍັງເນັ້ນໃຫ້ເຫັນເຖິງການເຊື່ອມໂຍງລະຫວ່າງວິທະຍາສາດທີ່ເກົ່າແກ່ທີ່ສຸດກໍຄືດາລາສາດ, ແລະຄວາມສີວິໄລທີ່ສືບເນື່ອງມາ ເປັນເວລາຍາວນານທີ່ສຸດໃນໂລກ ທີ່ໄດ້ຮັບການປະຕິບັດທາງດາລາສາດມາໄດ້ ຫລາຍລຸ້ນຄົນແລ້ວນັ້ນ. ຊື່ໃໝ່ສຳລັບຈານພາກສ໌ (Parkes) ທີ່ຄຸ້ນເຄີຍ -ຈານ ໃຫຍ່ຂະໜາດ 64 ແມັດນັ້ນ- ແມ່ນ "ເມີຣີແອງ (Murriyang)", ເຊິ່ງສະແດງເຖິງໂລກ ແຫ່ງທ້ອງຟ້າ ຢູ່ໃນຄວາມຝັນຂອງວີຣາດຈູຣີ (Wiradjuri).”

ຊື່ດັ່ງກ່າວໄດ້ຖືກເລືອກເອົາໂດຍຜູ້ເຖົ້າຜູ້ແກ່ຊາວວີຣາດຈູຣີ (Wiradjuri), ຜູ້ທີ່ບອກວ່າ ມັນແມ່ນນຶ່ງໃນຊ່ວງເວລາທີ່ພູມໃຈທີ່ສຸດຂອງພວກເຂົາ.

ໃນຂະນະທີ່ມັນຖືກດຳເນີນງານເປັນສ່ວນໃຫຍ່ສຳລັບການຄົ້ນຄວ້າກ່ຽວກັບດາ ລາສາດ, ກ້ອງສ່ອງທາງໄກຂອງພາກສ໌ (Parkes) ມີປະຫວັດຍາວນານ ທີ່ໄດ້ຖືກເຮັດສັນຍາເໝົາໂດຍອົງການອະວະກາດສາກົນ ເພື່ອຕິດຕາມເບິ່ງ ແລະຮັບເອົາຂໍ້ມູນຈາກຍານອະວະກາດ. ໃນປີ 2012, ມັນໄດ້ຊ່ວຍໃນການຕິດຕາມການສໍາຫລວດຂອງຍານ Curiosity ຂອງອົງການ NASA ໃນໄລຍະທີ່ມັນລົງເທິງໜ້າດາວອັງຄານ.

ແຕ່ບາງເທື່ອການປະຕິບັດງານທີ່ມີຊື່ສຽງໂດ່ງດັງທີ່ສຸດຂອງມັນ ແມ່ນພາກສ່ວນຂອງມັນໃນການຮັບສັນຍານທາງໂທລະພາບໃນມື້ທີ່ສຳຄັນໃນເດືອນກໍລະກົດປີ 1969 ໃນຊ່ວງທີ່ຍານ Apollo 11 ລົງຈອດດວງຈັນນັ້ນ.

ເລື່ອງດັ່ງກ່າວໄດ້ຖືກສ້າງຂຶ້ນເປັນຮູບເງົາທີ່ມີຊື່ສຽງທີ່ຊື່ວ່າ "The Dish" ໃນປີ 2000, ເຊິ່ງໄດ້ຊ່ວຍໃນການເສີມສ້າງ ສະຖານະພາບທີ່ເປັນມູນເຊື້ອ ຂອງສະ ຖານທີ່ດັ່ງກ່າວໃນວິທະຍາສາດອອສເຕຣເລຍ.

ກ້ອງສ່ອງທາງໄກທີ່ມີນໍ້າໜັກ 1,000 ໂຕນ ແລະຮັບສັນຍານຈາກອະວະກາດ ເທົ່ານັ້ນ, ແຕ່ບໍ່ເຄີຍສົ່ງສັນຍານເຫລົ່ານັ້ນເລີຍ. ມັນໄດ້ຖືກເປີດຂຶ້ນຢ່າງເປັນທາງການໃນເດືອນຕຸລາປີ 1961.

ອ່ານລາຍງານນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG