ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານາທິບໍດີ ເຮຕີ ກ່າວວ່າ “ຂ້າພະເຈົ້າບໍ່ແມ່ນ ຜູ້ນຳຜະເດັດການ” ຫຼັງຈາກໄດ້ກາດ ການທັບມ້າງ ຄວາມພະຍາຍາມ ກໍ່ລັດຖະປະຫານ


ຕຳຫຼວດເຄື່ອນຍ້າຍພວກປະທ້ວງຢູ່ເທິງລົດກະບະໄປຫ້ອງການຕຳຫຼວດ ໃນລະຫວ່າງການປະທ້ວງເພື່ອຮຽກຮ້ອງໃຫ້ປະທານາທິບໍດີ ເຮຕີ ລາອອກຈາກຕຳແໜ່ງ. 7 ກຸມພາ, 2021. ( AP Photo/Dieu Nalio Chery)
ຕຳຫຼວດເຄື່ອນຍ້າຍພວກປະທ້ວງຢູ່ເທິງລົດກະບະໄປຫ້ອງການຕຳຫຼວດ ໃນລະຫວ່າງການປະທ້ວງເພື່ອຮຽກຮ້ອງໃຫ້ປະທານາທິບໍດີ ເຮຕີ ລາອອກຈາກຕຳແໜ່ງ. 7 ກຸມພາ, 2021. ( AP Photo/Dieu Nalio Chery)

ປະທານາທິບໍດີ ເຮຕີ ທ່ານ ໂຈເວີແນລ ມວາເຊ ໄດ້ກ່າວໃນລະຫວ່າງການກ່າວຄຳປາໄສຕໍ່ປະເທດ ໃນວັນອາທິດວານນີ້ວ່າ “ຂ້າພະເຈົ້າບໍ່ແມ່ນຜູ້ນຳຜະເດັດການ,” ຫຼາຍຊົ່ວໂມງຫຼັງຈາກໄດ້ປະກາດວ່າ ຕຳຫຼວດໄດ້ທຳລາຍຄວາມພະຍາຍາມກໍ່ລັດຖະປະຫານ ແລະ ໄດ້ທຳການຈັບກຸມຫຼາຍກວ່າ 20 ຄົນ.

ປະຊາຊົນ ເຮຕີ ໄດ້ຕື່ນຂຶ້ນມາໃນວັນອາທິດວານນີ້ ດ້ວຍການໄດ້ຍິນສຽງຍິງປືນຢູ່ບໍລິເວນຕ່າງໆໃກ້ກັບທຳນຽບປະທານາທິບໍດີ, ແລະ ນັກຂ່າວວີໂອເອພະແນກພາສາ ເຮຕີ ທີ່ຢູ່ໃນສະຖານທີ່ໄດ້ລາຍ ງານການປາກົດຕົວຂອງຕຳຫຼວດຢ່າງຫຼວງຫຼາຍ.

ໃນຕອນທ່ຽງຂອງວັນດັ່ງກ່າວ, ທ່ານປະທານາທິບໍດີໄດ້ເຮັດໃຫ້ປະຊາຊົນຕົກໃຈ ດ້ວຍການເຂົ້າໄປລາຍງານສົດທາງເຟສບຸກ ຈາກສະໜາມບິນແຫ່ງຊາດໃນນະຄອນຫຼວງ ປອກ ໂອ ແປຣັງ ເພື່ອປະ ກາດການທຳລາຍຄວາມພະຍາຍາມກໍ່ລັດຖະປະຫານ ແລະ ການຈັບກຸມຕ່າງໆ.

ນາຍົກລັດຖະມົນຕີຈະໃຫ້ລາຍລະອຽດເພີ່ມເຕີມ, ນັ້ນຄືຄຳເວົ້າຂອງທ່ານປະທານາທິບໍດີ, ກ່ອນມຸ່ງໜ້າໄປເມືອງ ແຈັກແມລ ທີ່ຕັ້ງຢູ່ແຕມຊາຍຝັ່ງເພື່ອເປີດງານເທດສະການ. ທ່ານໄດ້ໄປກັບພັນລະ ຍາຂອງທ່ານ, ສະຕີໝາຍເລກນຶ່ງ ມາທີນ ມວາເຊ.

ທ່ານ ມວາເຊ ໄດ້ກ່າວວ່າທ່ານຈະດຳລົງຕຳແໜ່ງອີກນຶ່ງປີ ເພາະວ່າທ່ານໄດ້ສາບານຕົວຮັບຕຳ ແໜ່ງນຶ່ງໄສໄໝ 5 ປີ ໃນປີ 2017. ແຕ່ພັກຝ່າຍຄ້ານຂອງປະເທດເວົ້າວ່າການດຳລົງຕຳແໜ່ງຂອງປະທານາທິບໍດີຄວນສິ້ນສຸດລົງໃນວັນອາທິດວານນີ້, ວັນທີ 7 ກຸມພາ, ເປັນວັນທີ່ຖືກກຳນົດໂດຍລັດຖະທຳມະນູນ ເວລາທີ່ປະທານາທິບໍດີທີ່ຖືກເລືອກສາບານຕົວເຂົ້າຮັບຕຳແໜ່ງ. ທ່ານ ມວາເຊ ບໍ່ສາມາດທີ່ຈະຈັດການເລືອກຕັ້ງໃນປີ 2020 ຍ້ອນໂຣກລະບາດໄວຣັສໂຄໂຣນາ ແລະ ສະພາບຂອງຄວາມບໍ່ປອດໄພ.

ລັດຖະບານທ່ານ ໄບເດັນ ໃນວັນສຸກທີ່ຜ່ານມາໄດ້ສະແດງການສະໜັບສະໜູນ ສຳລັບຕຳແໜ່ງຂອງທ່ານ ມວາເຊ ວ່າການດຳລົງຕຳແໜ່ງຂອງທ່ານຈະສິ້ນສຸດລົງໃນວັນທີ 7 ກຸມພາ 2022, ໃນຂະນະດຽວກັນໄດ້ຮຽກຮ້ອງໃຫ້ທ່ານເຄົາລົບລະບຽບກົດໝາຍ, ງົດເວັ້ນການອອກດຳລັດເພີ່ມເຕີມ ແລະ ຈັດການເລືອກຕັ້ງໂດຍໄວເທົ່າທີ່ຈະໄວໄດ້. ມັນເປັນຕຳແໜ່ງທີ່ຍັງໄດ້ຮັບການສະໜັບສະໜູນໂດຍອົງການສະຫະປະຊາຊາດ ແລະ ເລຂາທິການຂອງອົງການລັດ ອາເມຣິກາ ທ່ານ ຫຼຸຍ ອາລມາໂກຣ.

ໃນວັນເສົາທີ່ຜ່ານມາ, ສະມາຊິກສະພາ ສະຫະລັດ ບາງຄົນໄດ້ຂຽນຈົດໝາຍຫາລັດຖະມົນຕີກະ ຊວງການຕ່າງປະເທດ ທ່ານ ແອນໂທນີ ບລິງເຄັນ ເພື່ອກ່າວປະນາມການກະທຳຂອງທ່ານ ມວາເຊ.

ກະຊວງການຕ່າງປະເທດ ແລະ ສະຖານທູດ ສະຫະລັດ ໃນ ເຮຕີ ບໍ່ໄດ້ໃຫ້ຄຳ ເຫັນ ກ່ຽວກັບ ເຫດ ການໃນວັນອາທິດວານນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG