ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄງການກໍ່ສ້າງເຂື່ອນໄຟຟ້າທັງຫຼາຍ ຢູ່ເທິງແນວແມ່ນ້ຳຂອງ ໄດ້ສົງຜົນກະທົບຕໍ່ປະຊາຊົນຢ່າງກວ້າງຂວາງແລ້ວ


ແຜນທີ່ສະແດງໃຫ້ເຫັນເຂື່ອນຕ່າງໆທີ່ສ້າງຢູ່ແນວແມ່ນ້ຳຂອງ
ແຜນທີ່ສະແດງໃຫ້ເຫັນເຂື່ອນຕ່າງໆທີ່ສ້າງຢູ່ແນວແມ່ນ້ຳຂອງ

ຜູ້ຊ່ຽວຊານດ້ານສິ່ງແວດລ້ອມທຳມະຊາດ ຢືນຢັນວ່າ ເຂື່ອນໄຟຟ້າເທິງແນວນ້ຳຂອງ 11 ໂຄງການໃນຈີນ ກັບ 2 ໂຄງການໃນລາວ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນໃນເຂດຕອນລຸ່ມຢ່າງກວ້າງຂວາງແລ້ວ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ຜູ້ຊ່ຽວຊານດ້ານສິ່ງແວດລ້ອມທຳມະຊາດໃນສຳນັກງານຊັບພະຍາກອນນ້ຳແຫ່ງຊາດໄທ ຢືນຢັນວ່າ ການສຶກສາວິໄຈກ່ຽວກັບຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້າຢູ່ເທິງແນວແມ່ນ້ຳຂອງ ໃນຊ່ວງປີ 2013-2023 ທີ່ຜ່ານມາ ພົບວ່າ ເຂື່ອນໄຟຟ້າເທິງແນວນ້ຳຂອງ 11 ໂຄງການໃນຈີນ ແລະ 2 ໂຄງການໃນລາວ ລວມເຖິງ 80 ກວ່າໂຄງການທີ່ຢູ່ເທິງສາຂາແມ່ນ້ຳຂອງໃນລາວດ້ວຍນັ້ນ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະຊີວິດການເປັນຢູ່ຂອງປະຊາຊົນທີ່ຢູ່ໃນເຂດລຸ່ມຂອງເຂື່ອນຢ່າງກວ້າງຂວາງແລ້ວໃນເວລານີ້ ໂດຍສະເພາະແມ່ນຜົນກະທົບຕໍ່ລະບົບນິເວດທຳມະຊາດ ຜົນກະທົບດ້ານສະບຽງອາຫານ ແລະຜົນກະທົບທາງເສດຖະກິດທີ່ເຮັດໃຫ້ປະຊາຊົນຍາກຈົນເພີ້ມຂຶ້ນນັບມື້ ເພາະບໍ່ສາມາດທຳມາຫາກິນໄດ້ຕາມປົກກະຕິ ຍ້ອນວ່າ ລະດັບນ້ຳທີ່ປັບຂຶ້ນ-ລົງ ບໍ່ເປັນໄປຕາມລະດູການ ຫາກແຕ່ວ່າ ເປັນໄປຕາມການປ່ອຍນ້ຳຂອງເຂື່ອນໄຟຟ້າເປັນສຳຄັນ ດັ່ງທີ່ຜູ້ຊ່ຽວຊານຂອງໄທ ໄດ້ໃຫ້ການຢືນຢັນວ່າ:

“2020 ຫັ້ນ ກໍຄືມີເຂື່ອນໄຊຍະບູລີກັບເຂື່ອນດອນໂຮງແລ້ວ ກໍມີເຂື່ອນຂ້າງເທິງອີກ 11 ເຂື່ອນ ມັນເຮັດໃຫ້ລະບົບນິເວດຫັ້ນ ໄດ້ຮັບຜົນກະທົບຢ່າງຮຸນແຮງ ເກີດໄພຄຸກຄາມທາງດ້ານເສດຖະກິດ ແລ້ວກໍໄພຄຸກຄາມເລື້ອງຂອງຄວາມໝັ້ນຄົງທາງອາຫານ ອັນນີ້ ຄືອັນທີ 1 ອັນທີ 2 ທີ່ຈະເກີດຂຶ້ນ ກໍຄືເລື້ອງຂອງການທີ່ປະມົງພື້ນບ້ານ ຈັບປາໄດ້ໜ້ອຍລົງຢ່າງຫຼາຍ ອັນທີ 3 ກໍຄືຄວາມທຸກຍາກຂອງຄົນໃນປະເທດນັ້ນ ກໍຈະເພີ້ມຂຶ້ນ.”

ທັງນີ້ ໂດຍຈາກການສຶກສາວິໄຈໃນໄລຍະ 10 ກວ່າປີທີ່ຜ່ານມາ ພົບວ່າ ຊາວປະມົງຢູ່ໃນເຂດຕອນລຸ່ມຂອງໂຄງການເຂື່ອນໄຟຟ້າຕ່າງໆ ເທິງແນວແມ່ນ້ຳຂອງນັ້ນ ສາມາດຈັບປາໄດ້ຫລຸດລົງເຖິງ 50 ເປີເຊັນ ເພາະສິ່ງແວດລ້ອມທຳມະຊາດທີ່ຖືກກະທົບຈາກເຂື່ອນໄຟຟ້າທີ່ລວມເຖິງການລະເບີດແກ່ງເພື່ອພັດທະນາເສັ້ນທາງເດີນເຮືອຂົນສົ່ງສິນຄ້າແລະໂດຍສານ ໃນແນວແມ່ນ້ຳຂອງລະຫວ່າງ ຈີນ-ມຽນມາ-ລາວ-ໄທ ນັ້ນ ກໍຄືສາເຫດນຶ່ງທີ່ສຳຄັນເຊັ່ນກັນ ດັ່ງທີ່ ທ່ານນິວັດ ຣ້ອຍແກ້ວ ແກນນຳເຄືອຂ່າຍປະຊາຊົນໄທ 8 ຈັງຫວັດ ໃນລຸ່ມແມ່ນ້ຳຂອງ ຊຶ່ງໄດ້ທຳການສຶກສາວິໄຈ ກ່ຽວກັບຜົນກະທົບທີ່ເກີດຂຶ້ນດັ່ງກ່າວ ໄດ້ໃຫ້ການຢືນຢັນວ່າ:

“ທີ່ອັນຕະລາຍແລ້ວ ກໍເຮັດໃຫ້ແມ່ນ້ຳຂອງມັນເກີດວິກິດເຖິງຂັ້ນຫາຍະນະຫັ້ນ ມັນມີຢູ່ 2 ເລື້ອງດ້ວຍກັນ ກໍຄື ນຶ່ງ-ເລື້ອງເຂື່ອນ ເຂື່ອນຫັ້ນ ເປັນຕົວເຮັດໃຫ້ການຂັບເຄື່ອນຂອງສິ່ງມີຊີວິດຕ່າງໆຫັ້ນ ມັນຢຸດສະງັກໝົດ ເຮັດໃຫ້ລະບົບນິເວດບໍ່ທຳງານ ນ້ຳຕອນລຸ່ມກໍແຫ້ງ ຂ້າງເທິງກໍຖ້ວມ ແຕ່ການລະເບີດເກາະແກ່ງຫັ້ນ ມັນເປັນການຈົກອະໄວຍະວະອອກຈາກຮ່າງກາຍເໝືອນເຮົາຈົກຫົວໃຈ ຕັບ ປອດອອກຈາກຮ່າງກາຍຂອງເຮົານີ້ແຫລະ ຖ້າເຮົາລະເບີດເກາະແກ່ງ ແລ້ວຂຸດເອົາດອນ ເອົາເກາະ ແກ່ງພວກນີ້ອອກໝົດ ລະລົບນິເວດ ນັ້ນຄືການຂ້າແມ່ນ້ຳຂອງ.”

ກ່ອນໜ້ານີ້ ໄດ້ມີການລົງນາມໃນສັນຍາຊື້-ຂາຍໄຟຟ້າຈາກໂຄງການເຂື່ອນປາກແບງຢູ່ເທິງແນວແມ່ນ້ຳຂອງໃນລາວ ເມື່ອທ້າຍເດືອນກັນຍາ 2023 ທີ່ຜ່ານມາ ຊຶ່ງເປັນການລົງນາມລະຫວ່າງການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໃນຖານະຜູ້ຊື້ ແລະບໍລິສັດ China Datang Oversea Investment ຈາກຈີນ ໃນຖານະຜູ້ຂາຍແລະຜູ້ລົງທຶນກໍ່ສ້າງເຂື່ອນປາກແບງທີ່ມີກຳລັງຕິດຕັ້ງ 912 MW ໂດຍສັນຍາດັ່ງກ່າວນີ້ ມີໄລຍະເວລາ 29 ປີ ນັບຈາກປີ 2033 ເປັນຕົ້ນໄປ ໂດຍໄດ້ມີການກຳນົດລາຄາການຊື້-ຂາຍກະແສໄຟຟ້າທີ່ອັດຕາສະເລ່ຍ 2.7129 ບາດຕໍ່ກິໂລວັດ/ໂມງແຕ່ເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸມແມ່ນ້ຳຂອງ ກໍໄດ້ສະແດງການຄັດຄ້ານແລະຮຽກຮ້ອງໃຫ້ມີການທົບທວນການຊື້ກະແສໄຟຟ້າຈາກເຂື່ອນປາກແບງ ແລະກຸ່ມຜູ້ລົງທຶນຈະຕ້ອງສຶກສາເພື່ອປ້ອງກັນຜົນກະທົບຢ່າງໄດ້ມາດຕະຖານດ້ວຍ.

ສ່ວນເຈົ້າໜ້າທີ່ຄະນະກຳມະການສິດທິມະນຸດຊົນແຫ່ງຊາດໄທ (ກສມ) ເປີດເຜີຍວ່າ ຄະນະກຳມະການສິດທິມະນຸດຊົນແຫ່ງຊາດໄທ ໄດ້ຢືນໜັງສືເຖິງລັດຖະບານໄທ ເພື່ອຂໍໃຫ້ພິຈາລະນາທົບທວນຂໍ້ຕົກລົງຮັບຊື້ກະແສໄຟຟ້າຈາກລາວ ເມື່ອບໍ່ດົນມານີ້ ໂດຍສະເພາະແມ່ນການຂໍໃຫ້ທົບທວນຂໍ້ຕົງລົງຮັບຊື້ກະແສໄຟຟ້າຈາກເຂື່ອນໄຟຟ້ານ້ຳຕົກທີ່ກໍ່ສ້າງຢູ່ເທິງແນວແມ່ນ້ຳຂອງໃນລາວນັ້ນ ເພາະເຫັນວ່າ ການສຶກສາສຳຫຼວດເພື່ອປ້ອງກັນຜົນກະທົບດ້ານສິ່ງແວນລ້ອມທຳມະໍາດນັ້ນ ຍັງບໍ່ໄດ້ມາດຕະຖານສາກົນ ທັງຍັງປາກົດດ້ວຍວ່າ ການຕົກລົງຮັບຊື້ກະແສໄຟຟ້າຈາກໂຄງການເຂື່ອນຕ່າງໆໃນລາວ ບໍ່ໄດ້ມີການໃຫ້ຂໍ້ມູນຕໍ່ປະຊາຊົນໄທຢ່າງຮອບດ້ານ ຈຶ່ງເຮັດໃຫ້ເກີດຄວາມກັງວົນໃຈວ່າ ການກໍ່ສ້າງເຂື່ອນເທິງແນວແມ່ນ້ຳຂອງໃນລາວນັ້ນ ຈະສົ່ງຜົນກະທົບທີ່ມີລັກສະນະຂ້າມພົມແດນເຖິງໄທດ້ວຍ ຊຶ່ງຖືເປັນການລະເມີດສິດຕາມລັດຖະທຳມະນູນຂອງປະຊາຊົນໄທດ້ວຍ ສະນັ້ນ ຈຶ່ງຈະຕ້ອງຈັດໃຫ້ມີກອງປະຊຸມເພື່ອໃຫ້ຂໍ້ມູນແລະເປີດກວ້າງໃຫ້ປະຊາຊົນໄທມີສ່ວນຮ່ວມໃນການພິຈາລະນາໂຄງການດ້ວຍນັ້ນເອງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG