ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຊ່ຽວຊານຢືນຢັນວ່າ ເຂື່ອນໄຟຟ້າເທິງແນວແມ່ນໍ້າຂອງ ໄດ້ສົ່ງຜົນກະທົບ ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນຢ່າງກວ້າງຂວາງແລ້ວ ໃນ 3 ດ້ານ


ແຟ້ມຮູບ-ພາບຖ່າຍທາງອາກາດນີ້ ຖືກຖ່າຍໃນວັນທີ 31 ຕຸລາ 2019, ສະແດງໃຫ້ເຫັນຄົນຫາປານັ່ງຢູ່ເທິງເຮືອ ໃນແມ່ນໍ້າຂອງທີ່ແຫ້ງແລ້ງຮຸນແຮງ ໃນເມືອງປາກຊົມ, ຈັງຫວັດເລີຍ ທີ່ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອຂອງໄທ.
ແຟ້ມຮູບ-ພາບຖ່າຍທາງອາກາດນີ້ ຖືກຖ່າຍໃນວັນທີ 31 ຕຸລາ 2019, ສະແດງໃຫ້ເຫັນຄົນຫາປານັ່ງຢູ່ເທິງເຮືອ ໃນແມ່ນໍ້າຂອງທີ່ແຫ້ງແລ້ງຮຸນແຮງ ໃນເມືອງປາກຊົມ, ຈັງຫວັດເລີຍ ທີ່ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອຂອງໄທ.

ຜູ້ຊ່ຽວຊານດ້ານສິ່ງແວດລ້ອມທໍາມະຊາດຢືນຢັນວ່າ ບັນດາເຂື່ອນໄຟຟ້າເທິງແນວແມ່ນໍ້າຂອງ ທັງໃນ ຈີນ ແລະ ລາວ ໄດ້ສົ່ງຜົນກະທົບ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນຢ່າງກວ້າງຂວາງແລ້ວໃນ 3 ດ້ານ, ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ຜູ້ຊ່ຽວຊານດ້ານສິ່ງແວດລ້ອມທໍາມະຊາດໃນສໍານັກງານຊັບພະຍາກອນນໍ້າແຫ່ງຊາດໄທ ໄດ້ໃຫ້ການຢືນຢັນວ່າ ການສຶກສາວິໄຈກ່ຽວກັບສະພາບແວດລ້ອມທໍາມະຊາດໃນລຸ່ມແມ່ນໍ້າຂອງໃນໄລຍະ 10 ປີທີ່ຜ່ານມາພົບວ່າ ການກໍ່ສ້າງເຂື່ອໄຟຟ້າເທິງແນວແມ່ນໍ້າຂອງຈໍານວນ 11 ໂຄງການໃນ ຈີນ ກັບ 2 ໂຄງການໃນລາວ ລວມເຖິງ 80 ກວ່າໂຄງການທີ່ກໍ່ສ້າງເທິງສາຂາແມ່ນໍ້າຂອງນໍານັ້ນ ໄດ້ສົ່ງຜົນກະທົບຕໍ່ສະພາບແວດລ້ອມທໍາມະຊາດ ແລະຊີວິດການເປັນຢູ່ຂອງປະຊາຊົນໃນເຂດລຸ່ມແມ່ນໍ້າຂອງແລ້ວໃນ 3 ດ້ານນໍາກັນເຊັ່ນ ຜົນກະທົບຕໍ່ລະບົບນິເວດທໍາມະຊາດ, ຜົນກະທົບດ້ານສະບຽງອາຫານ ແລະຜົນກະທົບທາງດ້ານເສດຖະກິດ ອັນໄດ້ສົ່ງຜົນກະທົບຕໍ່ເນື່ອງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ຍາກຈົນຂຶ້ນນັບມື້ ເພາະວ່າບໍ່ສາມາດທໍາມາຫາກິນໄດ້ຕາມປົກກິຕິ ທົງຍົງຕ້ອງປະເຊີນກັບໄພພິ ບັດທໍາມະຊາດທີ່ມີລະດັບຂອງຄວາມຮຸນແຮງເພີ້ມຂຶ້ນອີກດ້ວຍ, ດັ່ງທີ່ຜູ້ຊ່ຽວຊານຂອງໄທ ໄດ້ໃຫ້ການເນັ້ນຢໍ້າວ່າ:

“ການມີເຂື່ອນໃນແມ່ນໍ້າຂອງນິ ມັນຊິເກີດຫຍັງຂຶ້ນແດ່, ອັນທີ 1 ເນາະ ມັນຊິເຮັດໃຫ້ລະບົບນິເວດນິ ໄດ້ຮັບຜົນກະທົບຮຸນແຮງ, ເກີດໄພຄຸກຄາມ ທາງດ້ານເສດຖະ ກິດ ແລ້ວກະໄພຄຸກຄາມເລື້ອງຂອງຄວາມໝັ້ນຄົງທາງອາຫານ, ອັນທີ 2 ທີ່ຈະເກີດຂຶ້ນກະຄື ເລື້ອງຂອງການປະມົງພື້ນບ້ານກໍຊິຈັບປາໄດ້ໜ້ອຍລົງ, ອັນທີ 3 ກໍຄື ຄວາມຍາກຈົນຂອງຄົນໃນປະເທດນິ ກໍຈະເພີ້ມຂຶ້ນ.”

ສ່ວນເຈົ້າໜ້າທີ່ຄະນະກໍາມະການສິດທິມະນຸດແຫ່ງຊາດໄທ (ກສນ) ເປີດເຜີຍວ່າ ກໍາມະການສິດທິມະນຸດແຫ່ງຊາດໄທໄດ້ຍື່ນໜັງສືຫາລັດຖະບານໄທ ເພື່ອຂໍໃຫ້ພິຈາລະນາທົບທວນຂໍ້ຕົກລົງຮັບຊື້ກະແສໄຟຟ້າຈາກລາວເມື່ອບໍ່ນານມານີ້ ໂດຍສະເພາະແມ່ນການຂໍໃຫ້ທົບທວນຂໍ້ຕົກລົງຮັບຊື້ກະແສໄຟຟ້າຈາກໂຄງການເຂື່ອນໄຟຟ້ານໍ້າຕົກທີ່ກໍ່ສ້າງຢູ່ເທິງແນວແມ່ນໍ້າຂອງໃນລາວນັ້ນ ເພາະເຫັນວ່າ ການສຶກສາສໍາຫຼວດເພື່ອປ້ອງກັນຜົນກະທົບດ້ານສິ່ງແວດລ້ອມທໍາມະຊາດນັ້ນ ຍັງບໍ່ໄດ້ມາດຕະຖານສາກົນ, ທັງຍັງປາກົດອີກວ່າ ການຕົກລົງຮັບຊື້ກະແສໄຟຟ້າຈາກໂຄງການເຂື່ອນຕ່າງໆໃນລາວ ບໍ່ໄດ້ມີການໃຫ້ຂໍ້ມູນຕໍ່ປະຊາຊົນໄທຢ່າງຮອບດ້ານ ຈຶ່ງເຮັດໃຫ້ເກີດຄວາມກັງວົນໃຈວ່າການກໍ່ສ້າງເຂື່ອນເທິງແນວແມ່ນໍ້າຂອງໃນລາວນັ້ນຈະສົ່ງຜົນກະທົບທີ່ມີລັກສະນະຂ້າມພົມແດນເຖິງໄທນໍາດ້ວຍ ເຊິ່ງຖືເປັນການລະເມີດສິດທິຕາມລັດຖະທໍາມະນູນຂອງປະຊາຊົນໄທນໍາອີກດ້ວຍ, ສະນັ້ນ ຈຶ່ງຈະຕ້ອງຈັດໃຫ້ມີກອງປະຊຸມເພື່ອໃຫ້ຂໍ້ມູນ ແລະເປີດກວ້າງໃຫ້ປະຊາຊົນໄທມີສ່ວນຮ່ວມໃນການພິຈາລະນາໂຄງການດ້ວຍນັ້ນເອງ.

ກ່ອນໜ້ານີ້ ໄດ້ມີການລົງນາມໃນການຊື້ຂາຍໄຟຟ້າຈາກໂຄງການເຂື່ອນປາກແບງຢູ່ເທິງແນວແມ່ນໍ້າຂອງໃນລາວ ເມື່ອທ້າຍເດືອນກັນຍາ 2023 ທີ່ຜ່ານມາ, ເຊິ່ງເປັນການລົງນາມລະຫວ່າງການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໃນຖານະຜູ້ຊື້ ແລະບໍລິສັດ China Datang Oversea Investment ໃນຖານະຜູ້ຂາຍ ແລະຜູ້ລົງທຶນກໍ່ສ້າງເຂື່ອນປາກແບງທີ່ມີກໍາລັງຕິດຕັ້ງ 912 MW ໂດຍສັນ ຍາດັ່ງກ່າວນີ້ມີໄລຍະເວລາ 29 ປີ ນັບຈາກປີ 2033 ເປັນຕົ້ນໄປ, ໂດຍມີການກໍານົດລາຄາການຊື້-ຂາຍກະແສໄຟຟ້າທີ່ອັດຕາສະເລ່ຍ 2.7129 ບາດຕໍ່ກິໂລວັດໂມງ ແຕ່ເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸ່ມແມ່ນໍ້າຂອງກໍໄດ້ສະແດງການຄັດຄ້ານ ແລະຮຽກຮ້ອງໃຫ້ມີການທົບທວນ ການຊື້ກະແສໄຟຟ້າ ຈາກໂຄງການເຂື່ອນປາກແບງ ແລະກຸ່ມຜູ້ລົງທຶນ ຈະຕ້ອງດໍາເນີນການສຶກສາ ເພື່ອປ້ອງກັນຜົນກະທົບຢ່າງໄດ້ມາດຕະຖານນໍາດ້ວຍ, ດັ່ງທີ່ ທ່ານນິວັດ ຮ້ອຍແກ້ວ ແກນນໍາເຄືອຂ່າຍປະຊາຊົນໄທ ໃຫ້ການຢືນຢັນວ່າ:

“ເຂື່ອນປາກແບງທີ່ຈະເກີດຂຶ້ນຂະນະນີ້ ມັນເປັນເຂື່ອນທີ່ຢູ່ໃກ້ເຂດແດນປະເທດໄທຫຼາຍ ເຂື່ອນໂຕນີ້ ການສຶກສາແມ່ນຫຍັງຕ່າງໆມັນຍັງບໍ່ໄດ້ລົງເລິກທີ່ຈະແນມເຫັນທຸກພາບຢ່າງແຈ່ມແຈ້ງ ແຕ່ກໍມີຄວາມພະຍາຍາມຂັບເຂື່ອນໃຫ້ເກີດ ນັ້ນກໍຄືຫວັງຜົນປະໂຫຍດຢ່າງດຽວເລື້ອງເສດຖະກິດ, ເພາະສະນັ້ນນິ ຂ້າພະເຈົ້າຄິດວ່າ ຖ້າເຂື່ອນປາກແບງເກີດຂຶ້ນນິ ຜົນກະທົບມັນຕ້ອງມີແນ່ນອນ ພີ່ນ້ອງຊາວບ້ານນິຫ່ວງເລື້ອງການຍົກລະດັບຂອງນໍ້າ ເພາະວ່າຕອນນີ້ເຂື່ອນທາງຕອນເທິງກໍຄວບຄຸມນໍ້າຢູ່ ລະດູຝົນກໍຝົນຕົກ ການ Operate ນໍ້າ ການເປີດ-ປິດນໍ້າຕ່າງໆນີ ມັນຊິເປັນບັນຫາ ຫຼື ບໍ່?”

ໂຄງການເຂື່ອນປາກແບງ ຈະນໍາໃຊ້ເງິນທຶນກໍ່ສ້າງທັງໝົດປະມານ 1 ແສນລ້ານບາດ ໂດຍເປັນການຮ່ວມທຶນລະຫວ່າງບໍລິສັດ China Datang Oversea Investment ຈາກຈີນ ກັບບໍລິສັດ Gulf Energy Development (ມະຫາຊົນ) ຈາກໄທ ໃນສັດສ່ວນ 51 ເປີເຊັນ ຕໍ່ 49 ເປີເຊັນ ເຊິ່ງການລົງນາມໃນສັນຍາດັ່ງກ່າວນີ້ ຖືເປັນພາກສ່ວນນຶ່ງຂອງຂໍ້ຕົກລົງລະຫວ່າງລັດຖະບານລາວ ແລະ ໄທ ທີ່ວ່າດ້ວຍການຊື້ພະລັງງານໄຟຟ້າຈາກລາວ ໃນປະລິມານລວມ 10,500 ເມກາວັດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG